Breaking News

ຂ່າວບັນເທີງໃນປະເທດ

ຈັດເຕັມ! ຕຸກກີ້ ຊິງລ້ອຍຊິງລ້ານ ນຸ່ງຊຸດໄໝລາວ (ຊຸດໄໝລາວໃຜໃສ່ກໍ່ງາມ)

ຈັກໜັກ ຈັດເຕັມ! ຕຸກກີ້ ສຸດາລັດ ບຸດພຣົມ ຫຼື (ຕຸກກີ້ ຊິງລ້ອຍຊິງລ້ານ) ຕະຫຼົກຊື່ດັງຈາກປະເທດເພື່ອນບ້ານ ມີໂອກາດໄດ້ມາຢ້ຽມຍາມປະເທດລາວເຮົາເລື້ອຍໆ, ຫຼ້າສຸດຊ່ວງທ້າຍອາທິດທີ່ຜ່ານມາ ນາງກໍ່ມີໂອກາດໄດ້ມາເປີດໂຕຜະລິດຕະພັນເຄື່ອງສຳອາງຍີ່ຫໍ້ໜຶ່ງ ທີ່ຫ້່າງດັງໃນລາວ ແລະ ນາງກໍ່ຍັງນຸ່ງຊຸດໄໝລາວທີ່ມີຄວາມງົດງາມ ມາໃນໂທນສີຟ້າ ເກົ້າຜົມບ່ຽງແພ ໃສ່ເຄື່ອງປະດັບເອ້ຍ້ອງໃນແບບສະບັບຂອງແມ່ຍິງລາວ ເຊິ່ງຊຸດທີ່ເອື້ອຍຕຸກກີ້ເພິ່ນໄດ້ນຸ່ງນັ້ນ ແມ່ນໄດ້ມາຈາກ ເມືອງມໍລະດົກໂລກ ແຂວງ ຫຼວງພະບາງ ເຮົານັ້ນເອງ. ບໍ່ເຊື່ອລອງເບິ່ງກັນເອງເລີຍເດີ້…ຊຸດໄໝລາວໃຜໃສ່ກໍ່ງາມແທ້ໆ!!! #ແຊຣໄປໃຫ້ໂລກເຫັນຊຸດໄໝລາວ (ຢ່າງໃດກໍ່ຂໍຕ້ອນຮັບເຂົ້າສູ່ປະເທດລາວເດີ້ ເອື້ອຍ ຕຸກກີ້) ທີ່ມາຮູບພາບ: IG/tukky66

Read More »

ມາເບິ່ງ! ຊຸດປະຈຳຊາດລາວໃນການປະກວດ Mister National Universe 2018

ມາເບິ່ງ! ຊຸດປະຈຳຊາດລາວໃນການປະກວດ Mister National Universe 2018 ທີ່ໜຸ່ມ ອາຫລົງ ອານັນທະວັດ ຕົວແທນຈາກປະເທດລາວໄດ້ໃຊ້ເຂົ້າໃນການປະກວດໃນຄັ້ງນີ້… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ…ຮັກລາວເຊຍລາວ!!! ຮູບພາບ: Arong Ananthavath

Read More »

ມາແຮງງງ! ສາວປິດສະໜາທີ່ຊາວເນັດເວົ້າເຖິງຫຼາຍທີ່ສຸດ (ນາງແມ່ນໃຜ?)

ກຳລັງເປັນກະແສໂດ່ງດັງໃນໂລກໂຊຊ່ຽວກັນແບບສຸດໆ ຫຼັງຈາກທີ່ມີຮູບພາບຂອງສາວສະໄຕຣລູກຊອດ ທີ່ມີຄວາມງາມ ຄົມເຂັ້ມ ຜິວສີນໍ້າເຜິ້ງວ່ອນໄປທົ່ວໂລກອອນລາຍ ແຖມຍັງມີຊາວເນັດເຊຍໃຫ້ນາງລົງປະກວດໃນເວທີ Miss Universe Laos 2018 ນີ້ອີກດ້ວຍ. ແລະ ເທົ່າທີ່ຂາເມົ້າໄດ້ເວົ້າກັນໃນວົງໃນວ່າ ສາວຄົນນີ້ມີນາມວ່າ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ປັດຈຸບັນນາງຢູ່ທີ່ ປະເທດ ອອສເຕຣເລຍ, ແລະ ຕອນນີ້ຍັງບໍ່ມີການຄອມເຟີມແຕ່ຢ່າງໃດວ່າໃນປີ 2018 ສາວນ້ອຍ ໄພລິນ ຄົນນີ້ຈະບິນມາປະກວດທີ່ປະເທດລາວ ຫຼື ບໍ່? ຕອນນີ້ເບິ່ງຄວາມງາມຂອງນ້ອງໄປກ່ອນສະເນາະ…ບອກເລີຍເບິ່ງເພີນຕາດີແທ້ໆ!!! ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ງາມ…ເຊັກຊີ່ແຮງ ບໍ່ໜ້າແປກວ່າເປັນຫຍັງຊາວເນັດຄືເມົ້າກັນຢ່າງໜາຫູ ຮູບພາບຈາກ: IG/ph4ylin

Read More »

ມາສົ່ງກຳລັງໃຈໃຫ້ໜຸ່ມລາວໃນເວທີ  Mister National Universe 2018

ຊ່ວຍສົ່ງແຮງເຊຍແຮງໃຈໄປໃຫ້ຜູ້ບ່າວລາວເຮົາກັນແດ່ໄວໆໆໆ ຫຼ້າສຸດ ອາຫລົງ ອານັນທະວັດ ໜຸ່ມລາວໄດ້ໄປປະກວດໃນເວທີ Mister National Universe 2018 ເຊິ່ງຈັດຂຶ້ນຢູ່ທີ່ປະເທດເພື່ອນບ້ານ ແລະ ມີໜຸ່ມຫຼໍ່ຈາກຫຼາຍປະເທດເກືອບທົ່ວໂລກເຂົ້າປະກວດກັນຢ່າງຫຼວງຫຼາຍ… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ (ເຂົ້າໄປໂຫວດໃຫ້ໜຸ່ມລາວຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ) ຮູບພາບ: Arong Ananthavath.

Read More »

ກຣີດໆໆໆ! ສາວໆຫົວໃຈຈະວາຍ ນັກເຕະຈາກ ເຢຍລະມັນ ຫຼໍ່ຍົກທີມ (FIFA World Cup 2018 in Russia)

ມາແລ້ວໆໆໆ ເທດສະການແຂ່ງຂັນບານເຕະລະດັບໂລກ “FIFA World Cup 2018 in Russia” ບໍ່ແມ່ນແຕ່ຜູ້ຊາຍເດີ້ທີ່ໃຈຈົດໃຈຈໍ່ຖ້າເບິ່ງ ສາວໆເຮົາກໍ່ບໍ່ເວັ້ນເຊັ່ນກັນ, ຫຼ້າສຸດເປີດໂຕນັກເຕະຈາກທີມຊາດ ເຢຍລະມັນ (ໂອ້ຍ!!! ຫົວໃຈຈະວາຍ) ຫຼໍ່ຍົກທີມອີ່ຫລີ…ນີ້ພວກເຂົາມາເຕະບານແທ້ໆແມ່ນບໍ່? ເອົ້າໆໆໆ! ຢ່າມົວເບິ່ງແຕ່ນັກເຕະຈົນເພີນ ຈົນລືມເຊຍບານກັນເດີ້ສາວໆ (555) ມີໃຜເຊຍທີມໃດແດ່ ຄອມເມັ້ນບອກກັນແດ່ເດີ້. via: HAWTSOME GUYS

Read More »