Breaking News

ຂ່າວບັນເທີງໃນປະເທດ

ມາສ່ອງ! ສາວໆຄົນບັນເທີງສີຜິວໂກອິນເຕີ ແຍງຍາມໃດກໍ່ບໍ່ເບື່ອ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ)

ຂາວໆ ຈືດໆ ຖອຍໄປຢູ່ຫຼັງເວທີກ່ອນສະເນາະ ຜິວສີແທນເຂົາຈະຍ່າງ… ສະບາຍດີແຟນໆ ມາໆມາ ມື້ນີ້ຈະພາທຸກໆຄົນມາສ່ອງ ສາວໆໃນວົງການບັນເທີງບ້ານເຮົາທີ່ມີຜິວສີແທນ ຫຼື ເວົ້າແບບລາວໆເຮົາກໍ່ເອີ້ນວ່າ ສີນໍ້າເຜິ້ງ ທີ່ເບິ່ງຍາມໃດກໍ່ບໍ່ເບື່ອ ງາມຈັບອົກຈັບໃຈອີ່ຫລີເດີ້, ລອງມາເບິ່ງກັນໄວໆວ່າມີໃຜແດ່ ຮັບຮອງແຕ່ລະຄົນງາມໆ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ) ຕ໋ອດ ວິລຸນາ ເພັດມະນີ (ນັກສະແດງ, ນັກຮ້ອງ, ນາງແບບ) ມັກແຮງ ແຍງບໍ່ເບື່ອ ເອື້ອຍ ຕ໋ອດ ລີນ້າ ເອີ້ນໄດ້ວ່າເປັນ ເຈົ້າແມ່ຜິວສີແທນ ນອກຈາກຄວາມສາມາດໃນທຸກໆດ້ານໃນວົງການບັນເທີງແລ້ວ ສີຜິວເຈ້ລາວກໍ່ເດັ່ນ ສີຜິວໂກອິນເຕີແທ້ໆ (ຂວັນໃຈ ຊະນີIndy ເລີຍຄົນນີ້) ແດງ ລັດຕະນາ (ນາງແບບ) ສາວລາວໃຕ້ ນ້ອງ ແດງ ເຮົາກໍ່ບໍ່ດ້ອຍໜ້າ ເສີດສາຍໃນແຄັດວ໋ອກບ້ານເຮົາ ທຸກລັນເວຕ້ອງມີໜ້ານາງ, ນອກຈາກຄວາມສາມາດໃນການເດີນແບບແລ້ວ ສີຜິວນາງ ກໍ່ເລີດ ມັກແຮງ ແຍງບໍ່ເບື່ອເຊັ່ນກັນ ປໍ້ ກັນລະຍານີ ໂພທິມາດ …

Read More »

ງາມຫຼາຍໆ!!! ນ້ອງ ພຸດທະສອນ ສະບາຍດີ ນະຄອນຫຼວງພະບາງ

ງົດງາມຕາມທ້ອງເລື່ອງ ພຸດທະສອນ ສີດາວັນ (ນ້ອງ) ສາວໜ້າຫວານ ນາງເອກຮູບເງົາດັງຂອງລາວເຮົາ, ຫຼ້າສຸດເຊັກອິນທີ່ ນະຄອນຫຼວງພະບາງ ແຖມຍັງມີຮູບພາບງາມໆ  ແບບສະບັບແມ່ຍິງລາວມາຝາກ FC ທຸກຜູ້ທຸກຄົນ. ສຳລັບ ນ້ອງ ພຸດທະສອນ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຮູ້ຈັກນາງດີ ເພາະນາງມີຜົນງານໃນວົງການບັນເທີງລາວ ແລະ ຍັງມີຜົນງານໃນສາຍບັນເທີງຂອງປະເທດເພື່ອນບ້ານ ມີໂອກາດໄດ້ຫຼິ້ນເອັມວີເພງ ແລະ ສະແດງຮູບເງົາກໍ່ຫຼາຍເລື່ອງ. (ມີຮູບງາມໆຂອງ ນ້ອງ ພຸດທະສອນ ມາຝາກນຳເດີ້!!!) ຮູບພາບຈາກ: FB/Norng Phouthasone

Read More »

ເລີດໆໆ! ມິມີ່ ພູນຊັບ ຮ່ວມເປັນຄະນະກຳມະການຂອງເວທີລະດັບໂລກ  (Mister National Univers​e​ 2018)

ມີມີ່ ພູນຊັບ ພົນໂຍທາ Miss International Laos 2017 ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນການປະກວດ Mister National Univers​e​ 2018 ເຊິ່ງຈັດຂຶ້ນທີ່ ຫົວຫິນ ປະເທດໄທ ໃນວັນທີ 18 ມິຖຸນາ 2018 ທີ່ຜ່ານມາ. ເຊິ່ງຫຼ້າສຸດ ມີມີ່ ພູນຊັບ ກໍ່ໄດ້ອອກມາໂພສຮູບພາບ ແລະ ແຄັບຊັ່ນຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວວ່າ : “ມີມີ່ໄດ້ຮັບກຽດເປັນຄະນະກຳມະການຕັດສິນໃນການປະກວດ​ Mister National Univers​e​ 2018 ໃນເວທີ່ລະດັບໂລກທີຫົວຫິນ ປະເທດໄທ?18/6/2018″ ເຮັດໃຫ້ມີແຟນໆເຂົ້າໄປສະແດງຄວາມ ຍິນດີ ກັບການໄປເປັນກຳມະການຂອງ ມີມີ່ ໃນເທື່ອນີ້ກັນຢ່າງຫຼວງຫຼາຍ. ຮູບພາບ: Phounsap Phonnyotha

Read More »

ງົດງາມ! ສາວນ້ອຍໄວ 18 ຄວ້າມົງກຸດ Miss World Cup 2018

ເປັນອີກໜຶ່ງສີສັນໃຫ້ກັບບານໂລກ 2018, ໃນມື້ນີ້ຈະພາແຟນໆໄປລັດເລາະເບິ່ງພາບບັນຍາກາດໃນເວທີປະກວດຄົ້ນຫາສາວງາມ Miss World Cup 2018 Contest ທີ່ຈັດຂຶ້ນໃນເມືອງ Freiburg ณ Europa-Park (Rust) ປະເທດ ເຢຍລະມັນ ເຊິ່ງການປະກວດນີ້ໄດ້ມີຕົວແທນສາວງາມຈາກ 32 ປະເທດທີ່ເຂົ້າຮ່ວມແຂ່ງຂັນບານໂລກ ແລະ ສາວງາມທີ່ສາມາດຄວ້າມົງກຸດໃນເວທີ Miss World Cup 2018 Contest ນີ້ໄປກໍ່ຄື Zoé Brunet ອາຍຸ 18 ປີ ສາວງາມຕົວແທນຈາກປະເທດ ເບວຢ່ຽມ. ງົດງາມເໝາະສົມກັບຕຳແໜ່ງທີ່ສຸດ!!! ມີບັນຍາກາດໃນການປະກວດມາຝາກ… via: https://sputniknews.com/photo/201806141065408826-miss-world-cup-contestants/  IG/mrs.crollette

Read More »

ສ່ອງ! ແຟນບານສາວສຸດເຊັກຊີ່ຈາກທົ່ວໂລກ ຕ້ອນຮັບບານໂລກ 2018.

ຄຶກຄັກ ຄຶກຄື້ນກັນສຸດໆ ກັບ World cup 2018 ທີ່ Russia  ບໍ່ແມ່ນແຕ່ໜຸ່ມໆເທົ່ານັ້ນເດີ້ທີ່ເປັນແຟນບານຕົວຈິງສຽງຈິງ ແຕ່ສາວໆເຮົາກໍ່ເຊັ່ນກັນ, ລອງມາສ່ອງຮູບພາບຂອງເຫຼົ່າແຟນບານສາວສຸດເຊັກຊີ່ຈາກທົ່ວໂລກ ຕ້ອນຮັບບານໂລກ 2018. Russia Australia England Belgium Brazil Germany Denmark Egypt Iran Iceland Spain Colombia Korea Costa Rica Morocco Mexico Panama Peru Poland Portugal Croatia Sweden Japan cr: kyloren , https://world.kapook.com/pin/5b275d9d4d265a73ad8b4568

Read More »