ເອີ້ນໄດ້ວ່າມາແຮງສຸດໆເລີຍ ສຳລັບເທຼນຕິດກິບຜົມຍຸກ 90’s ທີ່ໃນຊ່ວງປີ 2018 ນີ້ໄດ້ກັບມາຮິດອີກຄັ້ງ ຈົນກາຍເປັນວ່າໃຜທີ່ຍັງບໍ່ຕິດຖືວ່າເຊີຍເດີ້ ສັງເກດໄດ້ຈາກເຫຼົ່າຄົນດັງຂອງບ້ານເຮົາກໍ່ບໍ່ເວັ້ນ ອອກມາຕິດກິບ ໂພສໂຊໃນຄວາມອິນກັບກະແສນຳເທຼນໃຫ້ກັບແຟນໆ, ຈະມີໃຜແດ່ນໍ້…ມາເບິ່ງກັນ!!! ນູ່ນີ່ ກຸມພົນພັກດີ ສຸດາ ວັນທອງທິບ ມຸກ ວົງໄຊສະຫວາດ ນຸ້ຍ ສຸພາພອນ ສົມວິຈິດ ແອນນີ້ ວິໄລພອນ ໜ້າຮັກ ແບ໋ວໆ ໃສໆ ໄວລຸ້ນມັກຂະໜາດເລີຍແມ່ນບໍ່ ເທຼນຕິດກິບຍຸກ 90’s ກັບມາແລ້ວ (90’s style come back) ໃຜຢາກອິນກັບກະແສກໍ່ໄປຊອກມາຕິດ ມາໜີບກັນໄດ້ເດີ້ ໜ້າຮັກໄປອີກ!!! ຂໍຂອບໃຈຮູບພາບຈາກຄົນບັນເທີງ
Read More »ຂ່າວບັນເທີງໃນປະເທດ
ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນຢູ່ ທ່າແຂກ ກັນປ່ະ (ສະບາຍດີ! ແຂວງ ຄຳມ່ວນ)
ບໍ່ອອກຈາກບ້ານ ບໍ່ເຫັນຮ່ອມແດນໄກ ຄຳທີ່ລຸ້ນພໍ່ຕູ້ແມ່ຕູ້ເພິ່ນເວົ້າ ແມ່ນແທ້ໆເລີຍ ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນນຳກັນປ່ະໆໆ ຈະມາຊວນໝູ່ເພື່ອນໄປຊິວ ໄປພັກຜ່ອນ ຕາມພາສາໄວລຸ້ນ ໄປເປັນແກ້ງ ໄປໃຊ້ຊີວິດ ໄປມີຄວາມສຸກກັບການເດີນທາງ ເຫັນສະຖານທີ່ໃໝ່ໆ ໄປຮູ້ຈັກກັບຜູ້ຄົນໃໝ່ ໝູ່ໃໝ່ໆ ແຟນໃໝ່ໆ (555) ມ່ວນໆໄປນຳກັນ, ຢາກຮູ້ແລ້ວແມ່ນບໍ່ວ່າທຣິບນີ້ຈະພາໄປໃສ ຢາກຮູ້ນຳມາເລີຍ… ທຣິບນີ້ພວກເຮົາມາແບບບໍ່ໄດ້ນັດໝາຍອີ່ຫຍັງກັນຫຼາຍ ນັ່ງກິນກາເຟຢູ່ຮ້ານປະຈຳທີ່ Kaogee Cafe ຢູ່ດີໆ ນຶກຂຶ້ນໄດ້ວ່າປີນີ້ 2018 ເປັນປີທ່ອງທ່ຽວລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວພາຍໃນລາວ ບໍ່ໃຫ້ເງິນຕາໄຫຼຮົ່ວອອກນອກປະເທດ ຊະນີIndy ກັບໝູ່ເລີຍຄິດຢາກອອກທຣິບໄປເມືອງທີ່ມີມຸມອາສໆ ເພື່ອຈະໄດ້ເກັບຮູບພາບງາມໆ (ເພາະເຮົາເປັນເດິແກັງທີ່ມັກຖ່າຍຮູບເປັນຊີວິດຈິດໃຈ) ແລະ ບໍ່ໄກຫຼາຍ ດັ່ງນັ້ນ! ເຮົາຈຶ່ງຕົກລົງກັນວ່າທີ່ຈະໄປ ທ່າແຂກ ແຂວງຄຳມ່ວນ ເມືອງສຸດອາສ ເມືອງທີ່ມີມົນສະເໜ່ຕາຕຶງ ເປັນເມືອງຜ່ານທີ່ຫຼາຍຄົນບໍ່ນຶກວ່າຈະເປັນເມືອງທີ່ໜ້າສົນໃຈ ເປັນເມືອງທີ່ໜ້າຮຽນຮູ້ທາງດ້ານປະຫວັດສາດ ເປັນເມືອງທີ່ມີໂລເຄຊັ່ນຖ່າຍຮູບໄດ້ໂຄດອາສ ໂຄດງາມ ພໍຕົກລົງກັນໄດ້ເຮົາກໍ່ເກັບເຄື່ອງໃສ່ກະເປົ໋າໜີອອກຈາກບ້ານທັນທີ (ເອີ້ຍ!!! ບໍ່ແມ່ນລະ 555) …
Read More »ຖືກຕຳແລ້ວໜີ! ເຈນນີ່ ຕົ້ນຄຳ ນາງງາມດັງ ອອກມາຂໍຄວາມຊ່ວຍເຫຼືອ!!!
ເປັນປະເດັນຮ້ອນແຮງໃນໂລກໂຊຊ່ຽວໃນເວລານີ້ ເມື່ອ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ໄດ້ອອກມາໂພສ ຂໍຄວາມຊ່ວຍເຫຼືອ ຈາກທຸກຄົນໃຫ້ຊ່ວຍກັນແຊໜ ເນື່ອງຈາກວ່າລົດນາງທີ່ຈອດໄວ້ຢູ່ແຄມທາງໄດ້ຖືກຕຳແລ້ວໜີ ເຊິ່ງ ເຈນນີ ກໍ່ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: #ຂໍຄວາມຊ່ວຍເຫລືອທຸກຄົນ #ແຊຣຊ່ວຍເຈນນີ້ແນ່?? #ຕຳແລ້ວຫນີ ລົດເຈນນີ້ຖືກຕຳຢູ່ຫລັງທາດຫລວງ #ເສັ້ນທາງຫມ້ຽງເຈົ້າເກົ່າ #ແວ່ນລົດແມ່ນໄດ້ພັບເຂົ້າ ຖືກໃຜ ໃຜກໍ່ບໍ່ດີໃຈ ຖືກເຈນນີ້ ເຈນນີ້ກະຮູ້ສຶກບໍ່ດີຄືກັນ ແຊຣໃຫ້ຮອດຄົນທີ່ຕຳໃຫ້ໄດ້ຮັບຮູ້ ແລ້ວອອກມາຮັບຜິດຊອບ? ເບີເຈນນີ້ 020 77667722 ຖ້າຍັງບໍ່ເຫັນຄົນຜິດ ອອກມາຮັບຜິດຊອບ ຄິບທີ່ໄດ້ມາຈາກຮ້ານຂາຍເຄື່ອງໄຟຟ້າ ແລະ ຄິບຈາກກ້ອງຫລວງມື້ອື່ນ ເຈນຂໍໂພສລົງ?? ຄິບທີ່ຈະໂພສລົງບໍ່ໄດ້ມີເຈດຕະນາທີ່ຈະປະຈານ ແຕ່ງຢາກໃຫ້ນຳໂຕຄົນທີ່ຕຳມາຮັບຜິດຊອບ #ຖ້າມີຄົນໂທມາຮັບຜິດຊອບແປງໃຫ້ ເຈນກໍ່ຈະລົບໂພສນີ້ທັນທີ່?? โพสต์โดย Tonkham Phonchanheuang เมื่อ 13 มิถุนายน 2018 ຢ່າງໃດກໍ່ເອົາໃຈຊ່ວຍກໍ່ແລ້ວກັນເນາະ, ຢ່າລືມແຊຣໄປໃຫ້ຄູ່ກໍລະນີຂອງວສາວ …
Read More »ເຜັດຈີດໆໆ! ມິມີ່ ຮອງອັນດັບ 2 ນາງສາວລາວ 2017 ດຽວນີ້ບໍ່ທຳມະດາ!!!
ບໍ່ທຳມະດາໆໆໆ… ສ່ອງ ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ທີ່ດຽວນີ້ງາມ ເຊັກຊີ່ ໃຜເຫັນກໍ່ຕ້ອງຮ້ອງ ໂອ້!!! ວ້າວວວ…ງາມຂຶ້ນ ເຊັກຊີ່ຂຶ້ນແທ້ໆເລີຍ! ມິມີ່ ວິລະພອນ ອາຍຸ 23 ປີ ຜ່ານມານາງກໍ່ມີຜົນງານໃນວົງການບໍ່ໜ້ອຍເລີຍໄດ໋, ຫຼ້າສຸດກໍ່ແມ່ນໄດ້ຮັບຕຳແໜ່ງຮອງອັນດັບ 2 ຂອງເວທີ ນາງສາວລາວ 2017 ແລະ ຍັງກວດໄປອີກຫຼາຍລາງວັນນັ້ນກໍຄື ນາງງາມມິດຕະພາບ ແລະ ນາງງາມ Popular vote ແລະ ນາງກໍ່ຍັງມີຜົນງານທາງດ້ານການເດີນແບບ, ຖ່າຍແບບ ແລະ ເປັນພີເຊັນເຕີ້ໃຫ້ເຫຼົ່າ fc ໄດ້ຕິດຕາມຜົນງານກັນຢູ່ເລື້ອຍໆ. ຮູບພາບຈາກ: Mimie Vilaphone
Read More »ເຄຍປະເດັນດຣ່າມ່າ! ອາເລັກຊານດຣ້າ ຈະເປັນຕົວແທນສາວລາວໄປປະກວດ Miss Universe ແມ່ນແທ້ຫລືບໍ່?
ເປັນກະແສ Talk of the town ໃນຊ່ວງຕົ້ນອາທິດທີ່ຜ່ານມາ ເພາະມີກະແສຂ່າວລືໜາຫູວ່າ ໃນເວທີປະກວດນາງງາມ Miss Universe Laos 2018 ຈະບໍ່ມີການປະກວດ ແລະ ຈະມອບຕຳແໜ່ງອັນຊົງກຽດນີ້ໃຫ້ແກ່ ອາເລັກຊານດຣ້າ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ໄປເປັນຕົວແທນນາງງາມປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ Miss Universe. ແລະ ໃນວັນທີ 8 ມິຖຸນາ 2018 ທາງກອງປະກວດຫຼັກຂອງເວທີດັ່ງກ່າວ ກໍ່ໄດ້ມີການແຈ້ງການອອກມາແລ້ວວ່າ ຂ່າວລືໜາຫູທີ່ໄດ້ຍິນມານັ້ນບໍ່ແມ່ນຄວາມຈິງແຕ່ຢ່າງໃດ ເຊີ່ງເປັນເຫດເຮັດໃຫ້ສັງຄົມ ແລະ ແຟນນາງງາມທັງພາຍໃນ ແລະ ຕ່າງປະເທດເກີດການເຂົ້າໃຈຜິດ. ຮູບພາບຈາກ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ , Miss Universe Laos ມີສຢູນີເວີຣສ ລາວ
Read More »