Breaking News

ຂ່າວບັນເທີງໃນປະເທດ

ຄົນບັນເທີງເຂົ້າຮ່ວມໃນພິທີປະກາດ ນະຄອນປາກເຊ ມີໃຜແດ່ມາເບິ່ງກັນ…

ປະກາດໃຫ້ໂລກຮູ້ໄປເລີຍວ່າ ມ.ປາກເຊ ແຂວງ ຈຳປາສັກ ປ່ຽນມາເປັນ ນະຄອນປາກເຊ ແລ້ວເດີ້ ເຊິ່ງພິທີໄດ້ຈັດຂຶ້ນຢ່າງຍິ່ງໃຫ່ຍທີ່ ທີ່ເດິ່ນກີລາຫຼັກສອງ ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 31 ພຶດສະພາ 2018 ທີ່ຜ່ານມາ ແລະ ຍັງມີບັນດາຄົນບັນເທີງໄປຮ່ວມພິທີຢ່າງຫຼວງຫຼາຍເຊັ່ນ: ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ 1, ແພັດ ເພັດດາວອນ ນັກຮ້ອງເງິນລ້ານ, ລູຊີ່ ວົງປະເສີດ Miss Vientiane2018, ບິໂບ່ ດວງພະໄທ Misslaos 2017, ມາລີ ນົບພະລັດ Miss grand laos 2018, ຄະນະນາງສາວງາມ Miss Champasak 2018 ແລະ ຍັງມີ ຂວັນ ອຸສາມະນີ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານທີ່ເຂົ້າຮ່ວມພາຍໃນງານໃນເທື່ອນີ້… ເຊິ່ງບັນດາຄົນດັງກໍ່ມີໂອກາດໄດ້ແຕ່ງຊຸດໄໝລາວ ບອກເລີຍວ່າງາມຫຼາຍໆ ລອງມາເບິ່ງກັນ… ຫຼິງຫຼິງ ປິຍະດາ …

Read More »

 ແມ່ນເລີຍ! ມາເບິ່ງຮູບພາບລໍ້ລຽນຊີວິດສາວໂສດ ທີ່ຄົນມີຄູ່ບໍ່ມີທາງເຂົ້າໃຈ!!!

ຕ້ອງຂໍບອກວ່າ ດຽວນີ້ຈະແນມໄປທາງໃດ ກໍ່ມັກຈະພົບກັບຄົນໂສດ ຫຼາຍ ກວ່າຄົນທີ່ມີຄູ່ ບາງຄົນກໍ່ມັກຈະຈົ່ມວ່າ “ປານໃດນໍ້ເຮົາຈຶ່ງຈະມີແຟນ ມີຄົນຮັກດີໆຄືໝູ່” ແຕ່ດຽວກ່ອນ ສາວໆທັງຫຼາຍກໍ່ຢ່າຟ້າວນອຍສ໌ກັນໄປເດີ້ ໃຜວ່າເປັນໂສດແລ້ວຈະຕ້ອງຫງົາຕ້ອງເສົ້າສະເໝີໄປ ລອງມາເບິ່ງຮູບພາບທັງ 20 ຮູບພາບເຫຼົ່ານີ້ກັນເບິ່ງ ຮັບຮອງວ່າບາງເທື່ອຄົນທີ່ມີຄູ່ອາດຈະບໍ່ມີໂມເມັ້ນດີໆແບບຄົນໂສດຄືເຮົາແນ່ນອນ ໄປເບິ່ງກັນນນນ!!!  ມີພື້ນທີ່ສ່ວນຕົວ ລຽບໆ ງ່າຍໆ ເປັນຂອງຕົວເອງ  ຢາກອ່ານໜັງສື ຄົ້ນຄວ້າຫຍັງໃໝ່ໆກໍ່ໄດ້ ໂດຍທີ່ບໍ່ຕ້ອງສົນໃຈຄົນທີ່ແຊດ ຫຼື ໂທມາ  ມີເວລາຈະຫຼິ້ນກັບສັດລ້ຽງ ໜ້າຮັກໄປອີກ  ຢູ່ຄນດຽວບໍ່ຕ້ອງຫວ່ງເລື່ອງຄວາມງາມ  ຄົນໂສດທີ່ບໍ່ມີນັດ ນອນຢູ່ບ້ານລ້າໆ ສະບາຍໃຈສຸດໆ  ຈະເກີດອາລົມບ້າໆ ບໍໆ ຫຼຸດໂລກກໍ່ໄດ້ ບໍ່ຕ້ອງກັງວົນວ່າໃຜຈະເບິ່ງເຮົາແນວໃດ ຈະອາບນໍ້າ ຂັດຜິວ ດົນປານໃດກໍ່ໄດ້ ບໍ່ມີໃຜຈົ່ມ  ເປີດເພງດັງໆ ເຕັ້ນໄປກັບສຽງເພງ ມີຄວາມສຸກຈະຕາຍ 555  ຫິວຍາມໃດ ກິນຍາມນັ້ນ ບໍ່ມີໃຜມາຫ້າມ ແລະ ເວົ້າວ່າເຮົາຕຸ້ຍ ຈະນັ່ງ ຈະນອນ …

Read More »

ໄປເດດກັນນນ! ນົກ ແລະ ນາມ ສາວລາວ-ບ່າວໄທ ຈາກລາຍການ  Take Me Out Thailand (ມີຄລິບ)

ເຮັດເອົາສ້າງປະກົດການຮືຮາໄປອີກຮອບ ເມື່ອມີສາວລາວ ນົກ ພອນທະມາລີ ຈິດປັນຍາ ອາຍຸ 24 ປີ ໄປອອກລາຍການເລືອກຄູ່ຊື່ດັງຂອງຝັ່ງປະເທດເພື່ອນບ້ານ “Take Me Out Thailand” ແລະ ຍັງຫັກອົກສາວໆທັງປະເທດເພາະນາງໄດ້ຄວງໜຸ່ມ ນາມ ສຸກກິດ ກໍ່ກະເສມວົງ ເຈົ້າຂອງຮ້ານຊີ້ນດາດສຸດແນວ…ຢ່າງໃດກໍ່ຂໍສະແດງຄວາມຍິນດີນຳຫຼາຍໆ…ໄປເດດກັນນນນ! ບອກເລີຍວ່າລາຍການ ເທັກມີເອົ້າ Ep ນີ້ເປັນ Ep ທີ່ມີຄວາມມ່ວນຊື່ນ ເຮຮາສຸດໆ ລອງໄປເບິ່ງກັນເບິ່ງເດີ້… ຄລິບ: TV Thunder Official ຮູບພາບ: Take Me Out Thailand , Nok Phonethamaly

Read More »

ເປັນຕາຮັກ ຕາແພງ! ພາບບັນຍາກາດການສະແດງຈາກເດັກນ້ອຍ ອະນຸບານ ນານາຊາດ ປັນຍາທິບ (PIS)

ເກັບພາບບັນຍາກາດ ຂອງການສະແດງຈົບພາກຮຽນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເນື່ອງໃນວັນທີ 1 ມິຖຸນາ ຂອງເດັກນ້ອຍຈາກ ໂຮງຮຽນ ອະນຸບານ ນານາຊາດ ປັນຍາທິບ (PIS) ເຊິ່ງງານສະແດງຄັ້ງນີ້ນັບວ່າເປັນການສະແດງທີ່ມີຄວາມໜ້າສົນໃຈ ເພາະເປັນການສະແດງຂອງຫຼານນ້ອຍທີ່ເປັນອະນາຄົດຂອງຊາດ ໄດ້ໂຊທັກສະຄວາມສາມາດຕ່າງໆ ແລະ ໃນປີນີ້ມາໃນຕຣີມການສະແດງບຸນປີໃໝ່ລາວ, ບຸນປີໃໝ່ຈີນ, ບຸນບັ້ງໄຟ , ອອກພັນສາ, ຊ່ວງເຮືອ ແລະ ຍັງມີການສະແດງ ຟ້ອນຈຳປາເມືອງລາວ ເຕັ້ນບັນເລ່ ແລະ ເທຄວັນໂດອີກດ້ວຍ. ຕົບມືຊົມເຊີຍໃຫ້ຫຼານນ້ອຍແດ ເປັນຕາໜ້າຮັກ ໜ້າແພງຫຼາຍໆ (ຮັກເລີຍໆໆໆ) ຂໍຂອບໃຈຮູບພາບຈາກ: PedIndee Samart ,Ketsavanh Panyathip, Panita Panekham

Read More »

​ເບື່ອຊີວິດໃນເມືອງໃຫຍ່! ໄປ Slow life ຢູ່ ທ່າແຂກ ເມືອງແຫ່ງມົນສະເໜ່ກັນບໍ່?

​ເບື່ອແລ້ວແມ່ນບໍ່ກັບຊີວິດໃນເມືອງໃຫຍ່ ໂດຍສະເພາະແມ່ນນະຄອນຫລວງ ທີ່ຕ້ອງລຸກແຕ່ເຊົ້າ ຟ້າວຟັ່ງໄປເຮັດວຽກ ໄປໃສກໍຍາກ ຍ້ອນລົດຕິດ ທ້າຍອາທິດຜູ້ຄົນແອອັດ ແລະ ວຸ້ນວາຍຕາມສະຖານທີ່ຕ່າງໆ ສະນັ້ນ ມື້ນີ້ ຈະພາທຸກຄົນມາຮູ້ຈັກກັບ ເມືອງທີ່ກົງກັນຂ້າມກັບສິ່ງທີ່ເວົ້າມາຂ້າງເທິງ ນັ້ນກໍຄືເມືອງທ່າແຂກ ແຂວງຄຳມ່ວນນັ້ນເອງ. ເມືອງທ່າແຂກເປັນເມືອງເອກຂອງແຂວງຄຳມ່ວນ ເຊິ່ງຕັ້ງຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບຈັງຫວັດນະຄອນພະນົມ ປະເທດໄທຫ່າງຈາກນະຄອນຫລວງວຽງຈັນພຽງ 335 ກິໂລແມັດເທົ່ານັ້ນ ໃຊ້ເວລາເດີນທາງ ທາງລົດປະມານ 4-5 ຊົ່ວໂມງກໍ່ຮອດແລ້ວ. ເທື່ອນີ້ເຮົາມີເວລາຂ້ອນຂ້າງຈຳກັດ ຄື 2 ມື້ 1 ຄືນ ເລີຍຈະພາທ່ຽວຊົມສະເພາະຕົວເມືອງເກົ່າສະໄໝຝຮັ່ງປົກຄອງ. ພວກເຮົາເລີ່ມອອກເດີນທາງຈາກນະຄອນຫລວງ ມຸ່ງໜ້າລົງໃຕ້ແຕ່ເຊົ້າ ຖ້າໃຜສະດວກນັ່ງລົດເມໄປກໍງ່າຍດີ ພຽງແຕ່ໄປຂຶ້ນລົດຢູ່ຄິວສາຍໃຕ້ ແລ້ວຫາເຊົ່າລົດຈັກຢູ່ທ່າແຂກ ເພິ່ນກໍມີບໍລິການໃຫ້ເຊົ່າລົດຢູ່ ຫຼືຈະຂັບລົດໃຫຍ່ມາເອງກໍຍິ່ງສະດວກຂຶ້ນໄປອີກ. ເມື່ອກ້າວເຂົ້າເຂດແຂວງຄໍາມ່ວນ ເຮົາຈະພົບເຫັນພູພາສະຫຼັບຊັບຊ້ອນໄກໆ ກ່ອນຈະເຂົ້າສູ່ຕົວເມືອງທ່າແຂກ ເບື້ອງຂວາມືເຮົາຈະຜ່ານຂົວຂ້າມແມ່ນ້ຳຂອງແຫ່ງທີ່ສາມຂອງລາວ ສາມາດແວ່ເຂົ້າເບິ່ງ ແລະທ່ຽວຊົມໄດ້ ພໍອອກຈາກຂົວຂີ່ລົດຕໍ່ມີອີກປະມານ 20 ນາທີ ແຍກໄປທາງຂວາກໍຮອດຕົວເມືອງ ພວກເຮົາເລືອຫາບ່ອນພັກກ່ອນເລີຍ …

Read More »