Breaking News

ໄວໜຸ່ມ

“ການຂົ່ມຂືນ” ອາຊະຍາກໍາຮ້າຍແຮງທີ່ສຸດຂອງແມ່ຍິງ

 “ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ”  “ການຂົ່ມຂືນ” ຄວາມຮຸນແຮງທາງເພດ ທີ່ເປັນອາຊະຍາກຳຮ້າຍແຮງທີ່ສຸດໃນປະຫວັດສາດມະນຸດ ທີ່ເພດຊາຍກະທຳຕໍ່ເພດຍິງ ແລະຍັງຄົງເກີດຂຶ້ນຊ້ຳໆມາຮອດປະຈຸບັນ ຫຼາຍໆຄົນອາດຈະເຂົ້າໃຈວ່າ ສາຍເຫດຂອງການຂົ່ມຂືນ ແມ່ນມາຈາກ “ຄວາມຕ້ອງການທາງເພດ” ຂອງຜູ້ຊາຍທີ່ມັນຫຼວງຫຼາຍຈົນບໍ່ສາມາດຄວບຄຸມໄດ້ ໂດຍສະເພາະເມື່ອ ພົບກັບປັດໄຈກະຕຸ້ນເຊັ່ນ: ເຫັນແມ່ຍິງທີ່ແຕ່ງຕົວໂປ້, ດື່ມສິ່ງມຶນເມົາ ຫຼືໃຊ້ຢາເສບຕິດ ເຮັດໃຫ້ຊາຍຄົນດັ່ງກ່າວກາຍເປັນປີສາດຮ້າຍ ລົງມືລ່ວງລະເມີດທາງເພດບຸກຄົນອື່ນໄດ້ ແຕ່ຈາກການສຶກສາພັດບໍ່ໄດ້ເປັນດັ່ງຫຼາຍຄົນຄິດເດີ້ ຄວາມຈິງແລ້ວ ຜູ້ຂົ່ມຂືນ (Rapist) ແມ່ນເດັກທີ່ເກີດມາຈາກຄອບຄົວທີ່ບໍ່ອົບອຸ່ນ ຫຼືຄອບຄົວທີ່ແຕກແຍກ ຂາດຄວາມຮັກ ຫຼືເຕີບໃຫຍ່ໃນສະຖານະການຄວາມຮຸນແຮງ ເຫັນພໍ່ແມ່ຕີກັນ ຫຼືຖືກໃຊ້ຄວາມຮຸນແຮງມາແຕ່ນ້ອຍ ມີປົມດ້ອຍ ຮູ້ສຶກບໍ່ມີຄຸນຄ່າ ຫຼືມີບັນຫາສຸຂະພາບຈິດ ຊາຍຄົນດັ່ງກ່າວຈຶ່ງຕ້ອງການສະແດງ “ອຳນາດ” ທີ່ເໜືອກວ່າແມ່ຍິງ ຜ່ານພຶດຕິກຳ “ຂົ່ມຂືນ” ຢາກເຫັນແມ່ຍິງຢ້ານກົວ ແຄ້ນໃຈ ຫຼືເຈັບປວດ ເພື່ອໃຫ້ຮູ້ສຶກວ່າຕົນເອງເປັນ “ຜູ້ຊະນະ” (ທີ່ຈິງກໍສາມາດເອົາຊະນະໄດ້ດ້ວຍວິທີອື່ນ ແຕ່ຜູ້ຊາຍແບບນີ້ຄຶດບໍ່ອອກ) ຜູ້ຂົ່ມຂືນ (Rapist) …

Read More »

ການບັງຄັບ ກີດກັນການແຕ່ງດອງ ຫຼືຢ່າຮ້າງ ຂອງແມ່ຍິງ ກໍແມ່ນຄວາມຮຸນແຮງ ແລະ ຜິດກົດໝາຍ

ເຮົາມັກຈະໄດ້ຍິນວ່າ ພໍ່ແມ່ບັງຄັບໃຫ້ແມ່ຍິງແຕ່ງດອງ ກັບຄົນທີ່ບໍ່ມັກ ຫຼື ຄອບຄົວບໍ່ຍອມໃຫ້ແມ່ຍິງ ຢ່າຮ້າງ ຈາກຜົວທີ່ບໍ່ຊື່ສັດ ຫຼືຫຼິ້ນສາວ ຍ້ອນຢ້ານອັບອາຍ ເສື່ອມເສຍສັກສີ ບໍ່ຢາກໃຫ້ເປັນແມ່ຮ້າງ ແຕ່ຮູ້ບໍ່ວ່າ ການກະທຳເຫຼົ່ານີ້ ແມ່ນລະເມີດຕໍ່ສິດທິໃນການເລືອກ ແລະຕັດສິນໃຈຂອງຕົວແມ່ຍິງເອງ ລວມທັງຖືວ່າເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງນຳອີກໃດ ອີງຕາມກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຂໍ້ທີ 3 ໄດ້ກ່າວເຖິງການລົງໂທດ ບຸກຄົນທີ່ກະທຳຄວາມຮຸນແຮງຕໍ່ແມ່ຍິງ ກ່ຽວກັບ ການບັງຄັບ ແລະກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຂອງແມ່ຍິງໄວ້ວ່າ: “ບຸກຄົນທີ່ໄດ້ບັງຄັບແມ່ຍິງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແຕ່ງດອງ, ຢ່າຮ້າງ ຫຼືກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຈະຖືກລົງໂທດຕັດອິດສະລະດາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 …

Read More »

ງານເທສະການດົນຕີ VangVieng Music Fest ຕ້ອງຈັດທີ່ ມ. ວັງວຽງ ເທົ່ານັ້ນ, ຢ່າລືມມາລະເບີດຄວາມມັນ 15-16 ທັນວາ 2017 ນີ້!!!

ໃກ້ມື້ເຂົ້າມາແລ້ວກັບງານໃຫ່ຍລະດັບປະເທດ  VangVieng Music Fest 2017 ທີ່ຈັດຂຶ້ນໂດຍ ບໍລິສັດ ສາມາດ ຈຳກັດ ຈະຈັດຂຶ້ນໃນວັນທີ 15-16 ທັນວາ 2017 ນີ້, ເຊິ່ງແຟນໆຫຼາຍຄົນທີ່ເປັນສາວົກຂອງງານ ວັງວຽງ ມິວສິກ ເຟສ ຕົວຈິງສຽງຈິງກໍຈະຮູ້ ແລະ ຕິດຕາມຄວາມເຄື່ອນໄຫວຂອງງານກັນຢ່າງໜຽວແໜ້ນ ແຕ່ສຳລັບແຟນໆທ່ານໃດທີ່ຍັງບໍ່ແນ່ໃຈວ່າລາຍລະອຽດຂອງງານນັ້ນມີແນວໃດແທ້? ມາໆ…ນຳ ຊະນີIndy ມາຕິດໆ ເພາະຈະມີລາຍລະອຽດ ແລະ ຈຸດປະສົງຂອງການຈັດງານ VangVieng Music Fest 2017 ມາຝາກກັນດັ່ງຕໍ່ໄປນີ້: ງານເທສະການດົນຕີ VangVieng Music Fest 2017 ສະຖານທີ່ ແມ່ນຈັດຢູ່ ຖໍ້າລົມ  ມ. ວັງວຽງ  ເຊິ່ງເປັນຈຸດກຳເນີດຂອງງານ  ແລະ ຍັງຈະດຳເນີນສືບຕໍ່ຈັດງານເທສະການດົນຕີໃຫ້ແຟນໆໄດ້ ມ່ວນ ມັນ ກັບສຽງດົນຕີ ແລະ ສຳຜັັດກັບບັນຍາກາດດີໆຂອງ ມ. …

Read More »

ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ບົດເພງ “ສຽງຈາກສຕີຣ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ.

Read More »

So Sexy! ນຸ້ຍ ສຸພາພອນ Miss Universe Laos ທ່ອງທ່ຽວ USA ຫຼັງປະກວດ!!!

ມາອັບເດດຄວາມເຄື່ອນໄຫວຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫາແຕ່ເຮັດໜ້າທີ່ຕາງໜ້າແມ່ຍິງລາວໄປປະກວດ Miss Universe  2017 ທີ່ ລາສເວກັດ (USA) ໃນຊ່ວງທ້າຍເດືອນ ພະຈິກ ທີ່ຜ່ານມາ, ຫຼ້າສຸດ ນຸ້ຍ ສຸພາພອນ ກໍຍັງບໍ່ໄດ້ກັບມາ ປະເທດລາວ ແຕ່ຍັງທ່ອງທ່ຽວພັກຜ່ອນກັບຄອບຄົວ ແລະ ເຮັດວຽກຖ່າຍແບບ ທີ່ USA, ຫຼັງຈາກທີ່ປະກວດ ແລະ ເຮັດພາລະກິດຢ່າງໜັກໃນເວທີ ນາງງາມຈັກກະວານ. ຫຼັງຈາກປະກວດໃນເວທີ Miss Universe  2017 ແລ້ວ ນຸ້ຍ ສຸພາພອນ ສັງເກດຢ່າງເຫັນໄດ້ຈະແຈ້ງວ່ານາງມີຄວາມງາມ ເຊັກຊີ່ ແລະ ມີຄວາມໝັ້ນໃຈຫຼາຍຂຶ້ນ, ລອງມາເບິ່ງຮູບພາບແຕ່ລະຮູບຂອງສາວງາມຄົນນີ້ລອງເບິ່ງຂໍບອກເລີຍວ່າ … Wow! So Sexy girl!!! ຮູບພາບ: Nui Souphaphone

Read More »