Breaking News

ຂ່າວບັນເທີງນອກປະເທດ

ໜຸ່ມສຸດເຈົ້າຊູ້ ຈາກແຂວງຈຳປາສັກ ໄດ້ເປັນຕົວແທນປະເທດໄປແຂ່ງຂັນໃນເວທີ “MISTER UNITED WORLD 2019” (ກຽມລຸ້ນ ກຽມເຊຍ)

ຂໍສຽງຄົນລາວແດ່… ຫຼ້າສຸດເປີດເຜີຍມາແລ້ວເດີ້ ສຳລັບ Mister United World Laos 2019 ເຊິ່ງປີນີ້ໄດ້ແກ່ ອາໂກ້ຍ ວັນນະກອນ  ຈາກແຂວງ ຈຳປາສັກ ເຊິ່ງຈະເປັນໂຕແທນປະເທດລາວໄປຮ່ວມປະກວດໃນເວທີ “Mister United World 2019” ຢູ່ພັດທະຍາ ປະເທດໄທ. ສຳລັບມື້ຕັດສິນແມ່ນ ວັນທີ 26 ພຶດສະພາ 2019 ນີ້ແລ້ວເດີ້, ຝາກເປັນກຳລັງໃຈໃຫ້ Mister United World Laos 2019 ກັນຫຼາຍໆໂລດເດີ້ແຟນໆ. #ເຊຍລາວສຸດໃຈ ?????? ຮູບພາບ: Mister United World

Read More »

ຊົມເຊີຍ! ຄູຕ່າງປະເທດໃຫ້ກຽດສະຖາບັນ ໃສ່ສິ້ນສອນໜັງສືທີ່ຫຼວງພະບາງ (ແຊຣເພື່ອເປັນກຳລັງໃຈ…ດ່ວນ!!!)

ເປັນອີກຮູບພາບໜຶ່ງທີ່ປ່ອຍຜ່ານບໍ່ໄດ້ເລີຍ ຫຼັງຈາກມີແຟນໆກົດໄລ້ ກົດແຊຣຮູບພາບຂອງຄູຕ່າງປະເທດທີ່ກຳລັງໃສ່ສິ້ນສິດສອນໜັງສື ວິຊາ ພາສາອັງກິດ ທີ່ມະຫາວິທະຍາໄລສຸພານຸວົງ  ນະຄອນຫຼວງພະບາງ ປະເທດລາວ. ເຊິ່ງຄູຄົນງາມຄົນນີ້ ເພິ່ນມີຊື່ວ່າ ອາຈານ Claire ເຊິ່ງປັດຈຸບັນເພິ່ນກຳລັງສອນພາສາອັງກິດຢູ່ທີ່ມະຫາວິທະຍາໄລສຸພານຸວົງ ແລະ ເຮັດວຽກຮ່ວມກັບອາຈານໃນ ສປປ ລາວ ເພື່ອພັດທະນາຫຼັກສູດການສຶກສາ ແລະ ເພື່ອສົ່ງເສີມຄວາມສາມາດທາງດ້ານພາສາອັງກິດໃຫ້ກັບ ນັກຮຽນ-ນັກສຶກສາໃນລາວ ແລະ ກຸ່ມອາຈານສອນດັ່ງກ່າວກຳລັງຈະຊ່ວຍສ້າງອານາຄົດທີ່ສົດໃສໃຫ້ກັບບັນດາໄວໜຸ່ມລາວອີກດ້ວຍ. ເຫັນແລ້ວກໍຂໍຊົມເຊີຍ ຖືເປັນຮູບພາບທີ່ງົດງາມຫຼາຍໆ ສຳລັບຄູຕ່າງປະເທດທີ່ນຸ່ງສິ້ນໃນການໄປສິດສອນ ມີຄວາມເຄົາລົບຕໍ່ສະຖາບັນການສຶກສາຂອງລາວເຮົາ ແລະ ເພິ່ນຍັງເອົາໃຈໃສ່ສອນພາສາອັງກິດ ເພື່ອພັດທະນາທັກສະດ້ານພາສາໃຫ້ໄວໜຸ່ມລາວ, ດັ່ງນັ້ນ!!! ເຫັນແລ້ວຢ່າປ່ອຍຜ່ານ ຝາກໃຫ້ແຟນໆເປັນກຳລັງໃຈໃຫ້ ອາຈານ Claire ແລະ ອີກຫຼາຍໆທ່ານທີ່ເປັນບັນດາຄູສອນທີ່ເປັນຄົນຕ່າງຊາດທຸກໆທ່ານໃນ ສປປ ລາວ  ດ້ວຍການກົດໄລ້ ກົດແຊຣໄປຫຼາຍໆເລີຍໂລດເດີ້!!! #ຂໍເປັນກຳລັງໃຈໃຫ້ຄູຕ່າງປະເທດໃນປະເທດລາວທຸກໆຄົນ ທີ່ມາ: U.S. Embassy Vientiane

Read More »

ມາເບິ່ງ! ຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ຮັບບົດເປັນນາງເອກເລື່ອງທຳອິດທີ່ປະເທດໄທ

ປ່ອຍອອກມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມກັນແລ້ວ ສຳລັບຕົວຢ່າງລະຄອນເລື່ອງ “ດອກຄູນສຽງແຄນ” ທີ່ມີ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວລາວ ຮ່ວມສະແດງ ຮັບບົດເປັນ “ດອກຄູນ” ເປັນຜົນງານການສະແດງເປັນນາງເອກເລື່ອງທຳອິດຂອງເພິ່ນທີ່ປະເທດໄທ ແລະ ຍັງໄດ້ຮ່ວມປະຊັນບົດບາດຢ່າງເຂັ້ມຂຸ້ນປະກົບຄູ່ກັບ ຕູມຕາມ ຍຸດທະນາ (ພະເອກດັງປະເທດໄທ) (ມີຕົວຢ່າງລະຄອນເລື່ອງ  “ດອກຄູນສຽງແຄນ” ມາຝາກ) ເປັນແນວໃດແດ່ແຟນໆ? ພຽງແຕ່ຕົວຢ່າງກໍອົດໃຈບໍ່ໄດ້ທີ່ຈະຢາກເບິ່ງ ລະຄອນເລື່ອງ “ດອກຄູນສຽງແຄນ”  ໃນເວີຊັ່ນເຕັມແລ້ວແມ່ນບໍ່ ເອົາເປັນວ່າໄດ້ອົດໃຈລໍຖ້າມາຮອດປານນີ້ແລ້ວ ກໍອົດໃຈໄປອີກຈັກໜ້ອຍເນາະ ເພາະລະຄອນເລື່ອງດັ່ງກ່າວຈະອອນແອໃນໄວໆນີ້. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ນັກສະແດງຈາກປະເທດລາວກັນຫຼາຍໆເດີ້ແຟນໆ. ທີ່ມາ: louknum thidalat ຄລິບ: GMM25Thailand (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

Read More »

ກະຈ່າງແຈ້ງ! ລູກນໍ້າ ອອກມາເຄຍບັນຫາຂ່າວລືເປັນມືທີ 3 ລະຫວ່າງ ຕູມຕາມ ແລະ ຫຍິງຫຍິງ ແລ້ວ!!!

ຫຼັງຈາກທີ່ມີຂ່າວຮືຮາຂ້າມປະເທດ ຈົນເປັນກະແສ Talk of the town ໃຫ້ໄດ້ນັ່ງປູສາດລົມກັນໃນຊ່ວງໄລຍະທີ່ຜ່ານມາ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິຣິ (ນັກສະແດງສາວຈາກລາວ) ຫຼັງຈາກທີ່ປິດປາກງຽບ ບໍ່ມີການເຄື່ອນໄຫວ ກໍໄດ້ອອກມາເຄຍຂ່າວທີ່ແຟນໆທັງ ລາວ ແລະ ໄທ ໄດ້ຮູ້ກັນແບບກະຈ່າງແຈ້ງແລ້ວ ຫຼັງຈາກທີ່ມີຂໍ້ຂ້ອງໃຈກັນມາດົນ ສັນນິຖານກັນໄປຕ່າງໆນາໆ ໃນຄໍ່າຄືນຂອງ ວັນທີ 8 ພຶດສະພາ 2019 ນາງກໍໄດ້ອອກມາໂພສຮູບພາບພ້ອມຂໍ້ຄວາມຜ່ານອິນສະຕາແກຣມຂອງນາງ ເພື່ອເຄຍບັນຫາທຸກຢ່າງກ່ຽວກັບຂ່າວລືເລື່ອງເປັນມືທີ 3 ລະຫວ່າງ ຕູມຕາມ ຍຸດທະນາ (ນັກສະແດງປະເທດໄທ) ແລະ ຫຍິງຫຍິງ ສະລຸຊາ (ນັກສະແດງຈາກປະເທດໄທ) ຈົນເປັນສາເຫດໃຫ້ທັງສອງຕ້ອງເລີກລາກັນໄປ ພ້ອມບອກເຖິງສະຖານະຂອງຕົນ ແລະ ຝ່າຍຊາຍດັ່ງນີ້… ໃນໂພສຂໍ້ຄວາມມີໃຈຄວາມທີ່ວ່າ:“ນຳ້ຂໍໃຊ້ພື້ນທີ່ນີ້ ອະທິບາຍເລື້ອງຕ່າງໆຂອງນຳ້ທັງໝົດທີ່ເກີດຂື້ນກັບອ້າຍຕູມຕາມ ຂໍໂທດທີ່ອອກມາເວົ້າຊ້າໄປ ແຕ່ນ້ຳບໍ່ຢາກໃຫ້ຫລາຍໆຄົນຄິດໄປເອງ ມັນເປັນຊ່ວງເວລາທີ່ເຮົາຮ່ວມງານກັນ ແລະ ສະນິດສະໜົມກັນຫລາຍ ສຳລັບຮູບພາບນັ້ນອາດຈະເບິ່ງຊະນິດກັນຫລາຍເກີນໄປ. ນຳ້ຕ້ອງຂໍໂທດມານະທີ່ນີ້ດ້ວຍ ປະຈຸບັນນີ້ນຳ້ກັບອ້າຍຕູມຕາມ ເຮົາກໍ່ເປັນພຽງເພື່ອນຮ່ວມງານ ບໍ່ມີຫຍັງເກີນເລີຍນັ້ນ.​ …

Read More »

ມາສ່ອງ! ແຟຊັ່ນສຸດອະລັງການຂອງເຫຼົ່າຄົນດັງໃນງານ “MET GALA 2019” (ບອກເລີຍຫຼຸດໂລກໄປອີກ!!!)

Hi, How are you today? ທັກທາຍສະບາຍດີແຟນໆ ມື້ນີ້ມາແບບອິນເຕີໆກັນແດ່ຈັກໜ້ອຍ ເພາະຫຼ້າສຸດຈະພາໄປສ່ອງແຟຊັ່ນຂອງຄົນດັງຝັ່ງ Hollywood ໃນງານ MET GALA 2019 ແບບວ່າປີນີ້ຂໍບອກເລີຍເດີ້ວ່າມີຄວາມອະລັງການງານສ້າງ ເຫຼົ່າດາລາ ເຊເລັບ ນັກຮ້ອງ ນັກສະແດງທັງຫຼາຍ ກໍບໍ່ມີໃຜຍອມໃຜ ເບິ່ງອອກໄດ້ເລີຍຈາກການແຕ່ງກາຍຂອງແຕ່ລະຄົນໃນປີນີ້ ມີຄວາມເວີ້ວັງອະລັງການແບບສຸດໆ… (ລອງມາເບິ່ງ ຂໍບອກແຕ່ລະຄົນຈັດເຕັມ!!!) ໂອ້ຍຍຍ!!! ເຫັນແລ້ວບໍ່ຮູ້ຈະໂຫວດໃຫ້ຄະແນນໃຜເປັນຄົນທີ່ເດັ່ນທີ່ສຸດໃນງານເລີຍວ່າບໍ່ ງານນີ້ສະເໜີກັນແທ້ໆ… ແບບວ່າຈັດເຕັມອີ່ຫລີ ມີຄວາມອະລັງການ ຫຼຸດໂລກໄດ້ອີກ!!! (ຂໍຂອບໃຈຮູບພາບ)

Read More »