Breaking News

ຂ່າວບັນເທີງນອກປະເທດ

ນາງຟ້າສາຍປັ່ນ! ນັກສະແດງຈາກໄທ ຄວ້າລາງວັນ…ໃນການປັ່ນລົດຖີບ “BIKE FOR HER 2019” ໃນປະເທດລາວ 

ແຟນໆຫຼາຍທ່ານທີ່ໄດ້ໄປຮ່ວມໃນງານ ປັ່ນລົດຖີບເພື່ອການກຸສົນ  “Bike for her 2019” ໃນວັນທີ 10 ມີນາ 2019 ທີ່ຜ່ານມາ ແລະ ທັງຍັງແຟນໆທາງບ້ານ ຕ່າງກໍສົງໃສ ແລະ ງົງວ່າ ສາວຄົນງາມນັກປັ່ນລົດຖີບທີ່ມາຄວ້າຮອງລາງວັນຊະນະເລີດ ໃນການແຂ່ງຂັນລົດຖີບ “Bike for her 2019” ນັ້ນແມ່ນໃຜ? ໃນເມື່ອແຟນໆຖາມມາແບບນີ້ທາງ ຂວັນໃຈ ເຮົາກໍຈັດໃຫ້ ແລະ ໄດ້ໄປຊອກຊ໋ອກແຊກ ສືບຫາມາແລ້ວວ່າ ສາວນັກປັ່ນຄົນນີ້ຊື່ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ) ເປັນນັກສະແດງຊື່ດັງຂອງປະເທດໄທນັ້ນເອງ… ເຊິ່ງສາວ ມິ້ມ ຄົນນີ້ໄດ້ເດີນທາງມາພ້ອມກັບ ລຸ້ນເອື້ອຍຂອງເພິ່ນນາມວ່າ ຊະເອມ ວັນນະຊາ  ເຊິ່ງງານນີ້ພວກເຂົາມາແບບແພັກຄູ່ ແລະ ຍັງຄວ້າລາງວັນກັບປະເທດໄປທັງສອງສາວ ມິ້ມ ລາງວັນຮອງອັນດັບ 1 ແລະ ຊະເອມ ລາງວັນຮອງອັນດັບ 2 ໃນສາຍ  Road Bike  ໄລຍະທາງ 85 …

Read More »

ອະລັງການອີກແລ້ວ! ເຜີຍຊຸດປະຈຳຊາດຂອງ Miss Queen Laos ແລະ ຄົນອອກແບບໃຫ້ກໍຄື… (ກຽມລຸ້ນລາງວັນແນ່ນອນ!!!)

ເປັນກະແສກັນອີກແລ້ວແຟນໆ ຫຼ້າສຸດໄດ້ມີການເປີດເຜີຍຊຸດປະຈຳຊາດຂອງ ກັນລະຍານີ ໂພທິມາດ (ຫຼື ປໍ້ ຕະການ)  Miss Queen Laos 2019  ສາວປະເພດສອງຈາກປະເທດລາວ ທີ່ເດີນທາງໄປເປັນຕົວແທນສາວງາມເພື່ອປະກວດໃນ Miss International Queen 2019  ຈັດຂຶ້ນທີ່ປະເທດໄທ. ເຊິ່ງແນ່ນອນເລີຍວ່າແຟນໆຊາວລາວທຸກໆຄົນຕາງກໍພາກັນກຽມລຸ້ນວ່າ ຊຸດປະຈຳຊາດຂອງ  Miss Queen Laos 2019 ຈະມີຄວາມອະລັງການ ແລະ ງົດງາມພຽງໃດ ແລະ ຮູ້ບໍ່ວ່າຄົນທີ່ອອກແບບຊຸດໃຫ້ ປໍ້ ຕະການ ໄດ້ສວມໃສ່ເພື່ອເສີດສາຍໃນເວທີໂລກໃນປີນີ້ກໍຄື ຄຳພີ ອະລັງການ ນັກອອກແບບຊື່ດັງ ທີ່ອອກແບບຊຸດປະຈຳຊາດໃຫ້ນາງງາມລາວ ແລະ ສາມາດຄວ້າລາງວັນຊຸດປະຈຳຊາດດີເດັ່ນລະດັບໂລກມາແລ້ວຫຼາຍເວທີ… ເອົາເປັນວ່າງານນີ້ອະລັງການງານສ້າງແນ່ນອນ, ແຟນໆຊາວລາວກໍຢ່າລືມກຽມລຸ້ນ ກຽມເຊຍ ເປັນກຳລັງໃຈໃຫ້ສາວປະເພດສອງຕົວແທນປະເທດລາວຄົນນີ້ໃນເວທີ Miss International Queen 2019 ທີ່ປະເທດໄທ ເຊິ່ງຈະມີຮອບຕັດສິນໃນວັນທີ 8 ມີນາ 2019 ນີ້…  #ຮັກລາວເຊຍລາວ ?????? …

Read More »

ໂລກຈາລຶກ! Karl Lagerfeld ໃນຖານະຜູ້ສ້າງຕຳນານ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ແລະ ໄອເດຍຫຼາກຫຼາຍ

ຄົນເຮົາເມື່ອຍັງມີຊີວິດກໍຈົ່ງໝັ່ນພຽນສ້າງສັນຜົນງານ ແລະ ຄວາມດີ ເພາະເມື່ອເສຍຊີວິດໄປແລ້ວກໍຈະເຫຼືອພຽງແຕ່ຊື່ໃຫ້ທຸກໆຄົນໄດ້ຈົດຈຳ ໃຫ້ຄິດຮອດຫາ, ໃນເມື່ອບໍ່ດົນມານີ້ ຂ່າວການເສຍຊີວິດຂອງ ຄາຣ ລາເກີເຟີຣ (Karl Lagerfeld) ອາຍຸ 85 ປີ ແຟຊັ່ນດີໄຊເນີລະດັບໂລກ ເຮັດໃຫ້ແຟນໆເສົ້າໄປຕາມໆກັນ ແຕ່ເຖິງເພິ່ນຈະເສຍຊີວິດໄປ ແຕ່ຜູ້ຄົນທົ່ວໂລກ ບໍ່ວ່າຈະເປັນດາລາ ເຊເລບ ຫຼື ຜູ້ທີ່ມັກຮັກໃນຜົນການກໍຕ່າງອອກມາໄວ້ອາໄລຫາກັນຢ່າງຫຼວງຫຼາຍ… 10 ເລື່ອງໜ້າຮູ້ຂອງ ຄາຣ ລາເກີເຟີຣ (Karl Lagerfeld) ແຟຊັ່ນໄອຄອນທີ່ໂລກຕ້ອງຈາກລຶກ ໃນຖານະຜູ້ສ້າງຜົນງານຕຳນານ ແລະ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ໄອເດຍແຫ່ງການຄິດສ້າງສັນ ແລະ ການອອກແບບ. ດີໄຊເນີສັນຊາດ ເຢຍລະມັນ ຫຼາຍຄົນເຂົ້າໃຈວ່າ ຄາຣ ລາເກີເຟີຣ (Karl Lagerfeld) ເປັນຄົນສັນຊາດ ຝຣັ່ງ ເພາະຕິດພາບຄວາມເປັນຄີເອທີບໄດເລັກເຕີ (Creative Director) ໃຫ້ກັບ Chanel ແບຣນແຟຊັ່ນສັນຊາດຝຣັ່ງມາດົນ ແຕ່ທີ່ຈິງແລ້ວ Lagerfeld ເປັນຄົນສັນຊາດ ເຢຍລະມັນ …

Read More »

ແຟນໆທົ່ວໂລກສົ່ງກຳລັງໃຈ! Justin Bieber ເດີນໜ້າບຳບັດອາການຊຶມເສົ້າ

ເຊື່ອວ່າແຟນໆຄົງຮູ້ຈັກ ເປັນແຟນຄລັບ ແລະ ມັກໃນຜົນງານຂອງ ຈັສຕິນ ບີເບີ (Justin Bieber) ເຮົາມັກຈະເຫັນໜຸ່ມຄົນນີ້ຍິ້ມ ມ່ວນຊື່ນ ທັກທາຍແຟນຄລັບ ຫຼື ມີໂມເມັ້ນຫວານໆກັບ ເຮລີ່ ບາສວິນ (Hailey Baldwin) ພັນລະຍາສະເໝີ, ແຕ່ຮູ້ບໍ່ວ່າທີ່ຈິງແລ້ວໜຸ່ມຄົນນີ້ບໍ່ໄດ້ Happy ສະເໝີໄປ ເພາະເຂົາກຳລັງພົບກັບ ໂຣກຊຶມເສົ້າ ທີ່ຕ້ອງການໆບຳບັດ ແລະ ເບິ່ງແຍງຢ່າງໃກ້ຊິດ ແລະ ໃນປັດຈຸບັນນີ້ ຈັສຕິນ ບີເບີ ນັກຮ້ອງຂວັນໃຈແຟນໆທົ່ວໂລກຄົນນີ້ ກຳລັງຢູ່ໃນຊ່ວງແກ້ໄຂບັນຫານີ້ດ້ວຍຕົວເອງ ຢ່າງຄ່ອຍເປັນຄ່ອຍໄປ… ໄດ້ມີການເປີດເຜີຍຈາກແຫຼ່ງຂ່າວ “People” ເຊິ່ງໄດ້ເຜີຍຂໍ້ມູນເບື້ອງຕົ້ນວ່າ ຕອນນີ້ ຈັສຕິນ ມີອາການຂອງໂຣກຊຶມເສົ້າ  ລາວມີອາການຫົດຫູ່ໃຈ ແລະ ບໍ່ໄດ້ມີສາເຫດມາຈາກການແຕ່ງງານ ເພາະລາວມີຄວາມສຸກກັບການໃຊ້ຊີວິດຄູ່ເປັນຢ່າງດີ ແລະ ຕອນນີ້ຄົນອ້ອມຂ້າງກໍເລີ່ມຮັບຮູ້ ແລະ ສົ່ງກຳລັງໃຈ ອີກທັງໃນເວລານີ້ ຈັສຕິນ ກໍໄດ້ຮັບການຮັກສາທີ່ຖືກຕ້ອງ ຈົນເລີ່ມກັບມາມີຄວາມໝັ້ນໃຈໃນຕົວເອງອີກຄັ້ງ ສຳລັບສາເຫດອາການໂຣກຊຶມເສົ້າຂອງ ຈັສຕິນ ບີເບີ ນັ້ນເກີດມາຈາກການຢູ່ທ່າມກາງແສງສະປອດໄລ້ຂອງຄົນດັງ ມັກຖືກຕິດຕາມຈາກແຟນໆ …

Read More »

ແຊຣໄປໃຫ້ໂລກຮູ້! ໝີພູ ຄວ້າລາງວັນ…ໃນເວທີ Miss Global ທີ່ປະເທດ ຟີລິບປິນ ມາຝາກຄົນລາວ (ຂໍສະແດງຄວາມຍິນດີ)

ເປັນຂ່າວດີສຸດໆໃນເວລານີ້ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ໄດ້ເດີນທາງໄປເປັນສາວງາມຕົວແທນປະເທດລາວໃນເວທີການປະກວດສາວງາມລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ  ເຊິ່ງໄດ້ມີຮອບຕັດສິນໄປແບບສົດໆຮ້ອນໆໃນວັນທີ 11 ກຸມພາ 2019 ທີ່ຜ່ານມາ ແລະ ນາງງາມຕົວແທນປະເທດລາວຄົນນີ້ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ Miss Fashion ຈາກເວທີ Miss Global  ມາໄດ້ຢ່າງໜ້າຊື່ນຊົມ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບລາງວັນ Miss Global  ໃນປີນີ້ສາວງາມທີ່ຄວ້າລາງວັນໄປໄດ້ແມ່ນ Sophia Ng Miss Global Hong Kong (ຂໍສະແດງຄວາມຍິນດີ) ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Miss Global Laos

Read More »