Breaking News

ຂ່າວບັນເທີງນອກປະເທດ

ເມື່ອໂຣນັລໂດ ຊື້ແຫວນເພັດໃຫ້ແຟນ ມູນຄ່າຈະເທົ່າໃດ?

ເປັນຂ່າວຮ້ອນໃນວົງການ ເມື່ອ ຄຣິສເຕຍໂນ ໂຣນັລໂດ ນັກເຕະບານຊື່ດັ່ງ ເປັນເຖິງກອງໜ້າລະດັບໂລກປັດຈຸບັນ ອາຍຸ 35 ປີ ຊື້ແຫວນເພັດຈາກ ຄາເທຍ ເຊິ່ງເປັນແບຣນດັັງຂອງຝຣັ່ງ ເພື່ອມອບໃຫ້ແຟນ ຜູ້ຍິງທີ່ໂຊກດີຄົນນັ້ນກໍຄື: ຈໍຈີນາ ໂຣດຣີດເກຊ ກ່ອນໜ້າເຄີຍເຮັດວຽກດ້ານ Fashion ປັດຈຸບັນ ອາຍຸ 26 ປີ ເຊິ່ງທັງສອງໄດ້ມີລູກນຳກັນຄົນ 1 ຊື່ວ່າ ອະລານາ ມາຕິນາ. ແຟນຄຣັບຫຼາຍຄົນສະແດງຄວາມຄິດເຫັນວ່າ ຈໍຈີນ່າ ເປັນແຟນນັກເຕະບານທີ່ໂຊກດີທີ່ສຸດ ເພາະແຫວນດັ່ງກ່າວ ມີມູນຄ່າສູງເຖິງ 615,000 ປອນ ຕາມການລາຍງານຂອງສື່ຕ່າງປະເທດ ແລະ ໂຣນັລໂດ ກາຍເປັນນັກເຕະບານ ທີ່ຊື້ແຫວນເພັດມູນຄ່າແພງທີ່ສຸດໃຫ້ແຟນສາວ. ຂໍ້ມູນ: Sport Upate ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື …

Read More »

ອໍ້າ ພັດຊະລາພາ ເປີດບ້ານສຸດອະລັງການ

ອໍ້າ ພັດຊະລາພາ ດາລາ-ນັກສະແດງໄທ ທີ່ມີຊື່ສຽງໃນວົງການບັນເທີງ ໄດ້ເປີດບ້ານສອອະລັງການ ເຊິ່ງເປັນແມ່ງານ ແລະ ໄດ້ຊວນເພື່ອນຮ່ວມງານໃນວົງການບັນເທີງຮ່ວມໄຫວ້ພະລາຫູຍ້າຍລາສີ ສະຫຼອມສະຫຼອງຄວາມມຸງຄຸນໃຫ້ຊີວິດ. ເປັນປະຈຳທຸກປີທີ່ນາງເອກສາວຄົນດັງ ອໍ້າ ພັດຊະລາພາ ໄຊເຊື້ອ ຈະເປີດບ້ານສຸດອະລັງການ ໂດຍຄັ້ງນີ້ມີການຮວມໂຕຄົນຮັກ ແລະ ໝູ່ເພື່ອນ ມາໄຫວ້ພິທີບວງສວງດາວຣາຫູຍ້າຍປີ 2563 ຖືໄດ້ວ່າອີ່ມບຸນກັນຖ້ວນໜ້າ ພ້ອມກັບຍັງໄດ້ພົບປະໂອ້ລົມກັນຢ່າງມ່ວນຊື່ນຕະຫຼອດຄືນ. ໂດຍສາວ ອໍ້າ ຟ້າວຖ່າຍລະຄອນກັບມາບ້ານ ເພື່ອຮ່ວມພິທີເປັນສິຣິມຸງຄຸນກັບຊີວິດ, ໂດຍການບວງສວງຈັດເຕັມທັງ ໝໍຊ້າງ ໝໍດູດວງຊື່ດັງເປັນຜູ້ນຳພິທີ ແລະ ນຳສວດ ທ່າມກາງໝູເພື່ອນໃນວົງການບັນເທີງມີທັງ ເມ ເຟື່ອງອາຣົມ, ໜິງ ປະນິຕາ, ຕອງ ພັດຣະໄມ, ເກ໋ ຊົນລະດາ, ເອ ສຸກະໄຊ, ມິກ ທອງລະຢ້າ, ໄດ໋ ໄດອານ່າ ແລະ ນາຕາລີ… ຂໍ້ມູນ:​ https://www.posttoday.com/ent/news/632630 ສົນໃຈລົງໂຄສະນາ …

Read More »

ຊິບປີ້ ສິຣິນທອນ ຖືກບູລີ່ໜັກ!!!

ຖືກບູລີ່ໜັກ ສຳຫຼັບ ສາວ ຊິບປີ້ ສິຣິນທອນ ນັກສະແດງ-ດາລາ ໄທ ທີ່ເຄີຍມີຜົນງານສະແດງລະຄອນຫຼາຍເລື່ອງ ໂດຍຊິບປີ້ ໄດ້ຮັບບົດເປັນນາງເອກອອກອາກາດທາງໂທລະພາບຊ່ອງ 3. ຫຼ້າສຸດ ຊິບປີ້ ໄດ້ອອກລາຍການຕີທ້າຍຄົວ ທີ່ເປັນລາຍການໃຫ້ແຟນຄຣັບໄດ້ສ່ອງເບິ່ງເຮືອນຂອງດາລາທຸກມຸມ,​ ກໍເຮັດໃຫ້ຫຼາຍຄົນຕົກໃຈເມື່ອເຫັນວ່ານັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນ ແລະ ພາກັນຄອມເມັ້ນວ່າ ຕຸ້ຍຂຶ້ນບໍ?, ເບິ່ງມີນໍ້າມີນວນຂຶ້ນ, ບາງຄົນກໍເວົ້າແຮງວ່າຄືຄົນກຳລັງຖືພາ. ແຕ່ກໍມີແຟນຄຣັບອີກກຸ່ມມາຕອບກັບດ້ວຍຄຳເວົ້າປະມານວ່າ: ບໍ່ຄວນບູລີ່ຫຸ່ນ,​ ຮູບຮ່າງ ແລະ ໜ້າຕາ ຂອງຄົນອື່ນ ບໍ່ວ່າເຂົາຈະເປັນໃຜກໍຕາມ ແລະ ກໍມີຄົນທີ່ເປີິດເຜີຍອີກວ່າ ການທີ່ນັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນນັ້ນ ອາດຈະເປັນຍ້ອນຜົນຈາກການກິນຢາໂຣກຊຶມເສົ້າ ທີ່ເຈົ້າໂຕກຳລັງເປັນຢູ່ໃນຕອນນີ້. ຂໍ້ມູນ: https://www.posttoday.com/ent/news/632551 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແມັດ ພິລານີ ໂພສ ຫຼືວ່າຈະເປັນແຟນໃໝ່ ເຕີ້ຍ ຈະລິນພອນ…

ເມື່ອແກ໊ງເຟີບີ້ ລວມໂຕກັນຕ້ອງມີຄວາມໜ້າຮັກສົດໃສມາແຈກຕະຫຼອດ. ແກ໊ງເຟີບີ້່ ເປັນແກ໊ງທີ່ມີດາລາດັງແຖວໜ້າຂອງຊ່ອງ 3 ເຊິ່ງມີ: ແຕ້ວ ນະທະພອນ, ເຕີ້ຍ ຈະລິນພອນ, ມິ້ນ ຊາລິດາ,​ ມິວ ນິດຖາ ແລະ ແມັດ ພິລານີ ໂດຍເທື່ອນີ້ສາວໆເຟບີ້ ພາກັນໄປທ່ຽວທະເລພູເກັດ ໂດຍທັງໝົດກໍເອົາຫວານໃຈໄຮໂຊໄປນໍາ ມີພຽງສາວເຕີ້ຍເທົ່ານັ້ນທີ່ໂສດ. ເຊິ່ງການໄປທ່ຽວຄັ້ງນີ້: ສາວໆຕ່າງໂພສພາບຄວາມສົດໃສໃນຊຸດລອຍນໍ້າ ແລະ ກິດຈະກຳ ອອກມາຜ່ານໃນ IG Story ເຊິ່ງໃນນັ້ນ ແມັດ ພິລານີ ກໍໄດ້ປ່ອຍຄຣິບທີ່ຫຼາຍຄົນກຳລັງສົນໃຈວ່າສາວເຕີ້ຍ ຈະມີແຟນເປັນໄຮໂຊນຳໝູ່ໃນແກ໊ງ ຫຼືບໍ່? ໂດຍໃນຄຣິບ ສາວແມັດ ກຳລັງກວນວ່າ ໄຮໂຊອູ໋ ເປັນເດັກໃໝ່ຂອງ ເຕີ້ຍ ຈະລິນພອນ. ເຊິ່ງກໍເອີ້ນໄດ້ວ່າເລື່ອງນີີ້ສາວແມັດ ກໍຈະກວນຫຼິ້ນໆ ເພາະ ໄຮໂຊອູ໋ ກໍຄື ອູ໋ ສະມິດທິ ລິຂິດມາດກຸນ ໝູ່ຄົນສະໜິດຂອງສາວເຟີບີ່ທີ່ຢູ່ຮ່ວມກັບສາວໆມາດົນແລ້ວ. …

Read More »

ຂໍສະແດງຄວາມເສຍໃຈ ກັບການຈາກໄປຂອງ ທຸມ ປະທຸມວະດີ

ເປັນອີກໜຶ່ງຂ່າວທີ່ສະເທືອນໃຈຂອງວົງການບັນເທີງ ກັບການຈາກໄປຂອງ ແມ່ທຸມ ປະທຸມວະດີ ນັກຮ້ອງ-ນັກສະແດງ ຂອງປະເທດໄທ .​ ແມ່ທຸມ ປະທຸມວະດີ ຫຼືຊື່ແທ້ເອີ້ນວ່າ:​ ປະທຸມວະດີ ພຸ່ມສະຫວ່າງ ມີຜົນງານການສະແດງລະຄອນຫຼາຍເລື່ອງທີ່ເປັນທີ່ຮູ້ຈັກນ້ັ້ນກໍຄື: ລະຄອນເລື່ອງ ຍອດຄຸນລູກ,​ ຄົນຢູ່ວັດ ແລະ ພໍ່ດອກປຣະດູ່ ແມ່ທຸມ ​ເປັນ​ພັນ​ລະ​ຍາ​ຂອງ ພໍ່ຣອງ ເຄົ້າ​ມູນ​ຄະ​ດີ (เค้ามูลคดี ) ທີ່ມີຜົນງານໃນວົງການບັນເທີງຫຼາຍ ບໍ່ວ່າຈະເປັນການສະແດງລະຄອນ ແລະ ຮູບເງົາ. ແມ່ທຸມ ຈາກ​ໄປ​ດ້ວຍ​ໄວ 72 ປີ ຫຼັງ​ຕໍ່​ສູ້​ກັບ​ພະ​ຍາດ​ຮ້າຍ ALS (ກ້າມ​ເນື້ອ​ອ່ອນ​ແຮງ) ​ແລະ ໄທ​ລອຍ​ເປັນ​ພິດ​ມາ​ໄດ້ 8 ປີ. ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai …

Read More »