Breaking News

News

ຂ່າວດີ! ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟທົ່ວປະເທດ!!!

ຂ່າວດີ!!! ຫຼ້າສຸດໄດ້ມີແຈ້ງການ ເລກທີ 0028 ໃນວັນທີ 10 ມັງກອນ 2019 ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ເລື່ອງ: ແຈ້ງການປັບລົງລາຄານ້ຳມັນເຊື້ອໄຟໃຈຂອບເຂດທົ່ວປະເທດ. (ລາຍລະອຽດ ເບິ່ງຕາມແຈ້ງການດັ່ງລຸ່ມນີ້) (ຂໍຂອບໃຈສຳລັບຮູບພາບ)

Read More »

ໜ້າຮັກຫຼາຍໆ! ລວມຕົວນາງງາມລາວ ເດີນສາຍອວຍພອນປີໃໝ່ ບໍລິສັດ ເຄ ແອນ ຊີ  ຈຳກັດ

ມາອັບເດດຂ່າວສານນາງງາມລາວຈາກຄ້າຍ Kaona Laos Entertainment ທີ່ຫຼ້າສຸດເດີນສາຍຫອບກະຕ່າດອກໄມ້ງາມໆມາອວຍພອນ ບັນນາທິການ ວາລະສານ ຂວັນໃຈ ແລະ ວາລະສານ ທາເກັດ ເຊິ່ງເປັນ ວາລະສານໃນເຄືອ ບໍລິສັດ ເຄ ແອນ ຊີ  ຈຳກັດ (K&C Group Co.,Ltd), ເຊິ່ງບັນຍາກາດເຕັມໄປດ້ວຍຄວາມໜ້າຮັກ ສົດໃສຈາກນ້ອງໆນາງງາມລາວທີ່ມາແຈກຮອຍຍິ້ມ ພ້ອມກັບກ່າວທັກທາຍສະບາຍດີບັນດາຜູ້ໃຫ່ຍທີ່ໃຫ້ການສະໜັບສະໜູນ ແລະ ໃຫ້ກຳລັງໃຈພວກນາງມາໂດຍຕະຫຼອດ. ມີຮູບພາບບັນຍາກາດ ການອວຍພອນຈາກຄ້າຍ ກ້າວໜ້າລາວ ມາຝາກແຟນໆ ງານນີ້ນຳທີມໂດຍ ຈັນທະພອນ ສຸດຕະວົງ ຫຼື Toun Diva, ພ້ອມດ້ວຍນາງງາມຂວັນໃຈແຟນໆ ຄິດສະຕິນ່າ ລາຊະສິມມາ Miss Laos 2012 ແລະ ຍັງມີນ້ອງໆນາງງາມອີກຫຼາຍທ່ານເຊັ່ນ: ວານີພອນ ພູມີໄຊ (ໂຢໂຢ່) Miss Tourism Queen Laos 2018, ນິດາກອນ ຈັນດາລາສານ (ແອ່ນນີ້) …

Read More »

ເຊຍລາວສຸດໃຈ! ນາງງາມລາວເດີນທາງຮ່ວມປະກວດ  Miss Intercontinental ທີ່ປະເທດຟິລິປິນ

ຫຼັງຈາກທີ່ໄດ້ເປີດໂຕຊຸດປະຈຳຊາດລາວ ມາໃນຊຸດ“ເຜົ່າມົ້ງມ່ວນຊື່ນ” ໃຫ້ແຟນໆຊາວລາວໄດ້ຮູ້ກັນໄປແລ້ວ ຫຼ້າສຸດ  ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ອາຍຸ 18 ປີ ລວງສູງ 1,67 ຊັງຕີແມັດ ສາວງາມຕົວແທນຈາກະເທດລາວກໍໄດ້ເດີນທາງໄປປະກວດນາງງາມໃນເວທີ Miss Intercontinentalຈັດຂຶ້ນທີ່ ປະເທດ ຟິລິປິນ ເປັນທີ່ຮຽບຮ້ອຍແລ້ວ… #ເຊຍລາວສຸດໃຈ ??????  (“ເຜົ່າມົ້ງມ່ວນຊື່ນ” ຊຸດປະຈຳຊາດລາວ ທີ່ໃຊ້ເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental ) ປັດຈຸບັນ ນ້ອງ ຢາດຟ້າ ກຳລັງຢູ່ໃນຊ່ວງເກັບຕົວ ແລະ ເຮັດກິດຈະກຳຮ່ວມກັບທາງກອງປະກວດ Miss Intercontinental  ຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ Miss Intercontinental  ມື້ຕັດສິນແມ່ນວັນທີ 26 ມັງກອນ 2019 ນີ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay

Read More »

2 ອາຊີບໃໝ່ສ້າງລາຍໄດ້ດີທີ່ກຳລັງມາແຮງ ຕິດ Top 10 ທີ່ຄົນລຸ້ນໃໝ່ຢາກເປັນທີ່ສຸດ!!!

ໂລກປ່ຽນ, ການໃຊ້ຊີວິດຂອງຄົນກໍປ່ຽນ  ໂດຍສະເພາະແມ່ນ ການມີເຕັກໂນໂລຊີໃໝ່ໆເຂົ້າມາ ຈຶ່ງເລີ່ມມີໃຫ້ເຫັນອາຊີບໃຫມ່ໆທີ່ເກີດຂຶ້ນຢູ່ໃນທົ່ວໂລກ ແລະ ເປັນອາຊີບທີ່ໃຜໆກໍສາມາດສ້າງ ແລະ ເຮັດເອງຂຶ້ນມາໄດ້ ແຖມຍັງມີລາຍໄດ້ດີ ຈາກອິນເຕີເນັດ, ຢູທູບ ແລະ ເຟສບຸກ  ແລະ ເຊື່ອວ່າ ໃນອະນາຄົດອີກບໍ່ເທົ່າໃດປີ ກໍຕ້ອງເກີດຂຶ້ນຢູ່ບ້ານເຮົາແນ່ນອນ. ເປີດເຜີຍຜົນສຳຫຼວດ  ເດັກນ້ອຍໃນປະເທດເກົາຫລີໃຕ້ ພົບວ່າ ໃຫຍ່ຂຶ້ນມາຢາກເປັນ Youtuber ແລະ Gamer ຕິດ Top 10  ເທົ່າກັບອາຊີບອື່ນໆທີ່ເຄີຍເປັນຄວາມຝັນຂອງເດັກມາແຕ່ດົນນານ ເຊັ່ນ: ເປັນທ່ານໝໍ, ເປັນຄູ, ເປັນຕຳຫຼວດ, ທະຫານ, ນັກກິລາ, ກັບຕັນ, ສາວແອ  ແລະ ທະນາຍ ເຫຼົ່ານີ້ເປັນຕົ້ນ. ຜົນສຳຫຼວດນີ້ ຈັດຂຶ້ນໂດຍກະຊວງສຶກສາທິການ ປະເທດເກົາຫລີໃຕ້ ເຊິ່ງໄດ້ສອບຖາມເດັກປະຖົມສຶກສາວ່າ ໃນອະນາຄົດໃຫຍ່ຂຶ້ນມາຢາກເຮັດອາຊີບຫຍັງຫຼາຍທີ່ສຸດ. ເນື່ອງຈາກວ່າ ປັດຈຸບັນນີ້ ຄົນລຸ້ນໃໝ່ໃນເກົາຫລີໃຕ້ ແມ່ນພາກັນນິຍົມ ສົ່ງຄຣິບ ຫຼື ໄລ້ສົດຂຶ້ນ ຢູທູບ ຫຼາຍທີ່ສຸດ. ເນື້ອຫາສ່ວນຫຼາຍກໍແມ່ນເລື່ອງການກິນ, …

Read More »

ບໍ່ຍອມແພ້! ແມ່ລ້ຽງດ່ຽວອະດີດພະນັກງານຮ້ານຟາສຟູດຊື່ດັງ ເດີນຕາມຄວາມຝັນສູ່ວ່າທີ່ (Dr.) ຈົນສຳເລັດ!!!

ແຟນໆທ່ານໃດທີ່ກຳລັງເມື່ອຍ ທໍ້ຖອຍ ບໍ່ມີກຳລັງໃຈທີ່ຈະລຸກຂື້ນຕໍ່ສູ້ກັບບັນຫາທີ່ກຳລັງພົບເຈິ… ລອງມາເບິ່ງເລື່ອງລາວຂອງ Faye Lewis ແມ່ລ້ຽງດ່ຽວທີ່ຊື່ສັດຕໍ່ຄວາມຝັນຂອງຕົວເອງ ແລະ ພະຍາຍາມພາຕົວເອງເດີນທາງເຂົ້າໄປຫາຄວາມຝັນຈົນປະສົບຜົນສຳເລັດ Faye Lewis ຕັ້ງແຕ່ອາຍຸ 16 ປີ ໄດ້ເລີ່ມເຂົ້າເຮັດວຽກທີ່ຮ້ານໄກ່ຊື່ດັງ KFC ເພື່ອຫາລ້ຽງທາງບ້ານ ແລະ ເກັບອອມເງິນເພື່ອຮຽນຕໍ່ໃນຄະນະພະຍາບານຕາມຄວາມຝັນ “ຂ້ອຍຮູ້ວ່າຂ້ອຍຢາກເປັນພະຍາບານ ຂ້ອຍຮັກທີ່ຈະຊ່ວຍເຫຼືອຄົນ ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ເຮັດດີຈາກຫົວໃຈ” ໄດ້ເລົ່າເຖິງແຮງບັນດານໃຈທີ່ເປັນຈຸດເລີ່ມຕົ້ນແຫ່ງຄວາມຝັນ ແຕ່ລະຫວ່າງນັ້ນກໍໄດ້ເກີດອຸປະສັກຂຶ້ນກັບນາງ ຄວາມຝັນບໍ່ເປັນໄປຕາມທີ່ຄິດເພາະຜົນການຮຽນຂອງນາງໄດ້ເກດ B ສອງວິຊາ ເຮັດໃຫ້ເກດສະເລ່ຍບໍ່ພໍທີ່ຈະໄປຮຽນຕໍ່ຄະນະພະຍາບານ ລາວຈຶ່ງໄດ້ໄປຮຽນຕໍ່ທີ່ວິທະຍາໄລແທນ ກ່ອນຈະຖືພາມີລູກໃນປີຕໍ່ມາ Faye ຈຶ່ງໄດ້ລາອອກມາຢູ່ທີ່ບ້ານກັບພໍ່ແມ່ ໃນຊ່ວງເວລານີ້ Faye Lewis ກໍຍັງໄດ້ເຮັດວຽກຢູ່ທີ່ຮ້ານ KFC ແລະໄດ້ຮັບເລື່ອນຂັ້ນໃຫ້ເປັນຜູ້ຈັດການຮ້ານ KFC ລວມເຖິງໄດ້ຮັບຕຳແໜ່ງແມ່ບ້ານຂອງ Assisted Living Facility ເຊິ່ງເປັນໂຄງການຂອງລັດຖະບານ  Faye ສາມາດເລືອກຜ່ານການເຝິກອົບຮົມຫຼັກສູດພະຍາບານຜູ້ຊ່ວຍໄດ້ສຳເລັດ ແລະ ເລີ່ມເຮັດວຽກໃນສູນ Memorial Medical Center  ແລະ ຊ່ວງເວລານີ້ເອງທີ່ເຂັມທິດຊີວິດຂອງລາວໄດ້ເລີ່ມຊີ້ໄປຖືກທາງ… ຈາກນັ້ນ Faye  ກໍໄດ້ເຮັດວຽກໃນໂຮງໝໍທີ່ເຕັມໄປດ້ວຍນາງພະຍາບານທີ່ເປັນຕົ້ນແບບຫຼາຍໆທ່ານ ຈຶ່ງເຮັດໃຫ້ນາງມີໄຟທີ່ຈະລຸກຂຶ້ນເຮັດຕາມຄວາມຝັນ ນາງຕັດສິນໃຈສະໝັກຮຽນ LPN (ພະຍາບານທີ່ມີໃບປະກອບອາຊີບ) ຄວບຄູ່ໄປກັບການເຮັດວຽກຢູ່ທີ່ຮ້ານ KFC ຕອນນັ້ນແມ່ນກຳລັງຢູ່ໃນຊ່ວງທີ່ປັບຕົວຫຼາຍຢ່າງ …

Read More »