Breaking News

News

ແຕ່ລະຊຸດມີຄວາມໝາຍແນວໃດ? ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີ ນາງງາມຈັກກະວານ (Miss Universe 2017-2018)

ປະເທດລາວ ກໍໄດ້ມີການສົ່ງສາວງາມໄປປະກວດນາງງາມເວທີລະດັບໂລກ Miss Universe ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມ ບໍ່ວ່າຈະເປັນຊຸດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ອອນອະນົງ ຫອມສົມບັດ Miss​ Universe Laos 2018​  ເຊິ່ງແຕ່ລະຊຸດຈະມີຄວາມໝາຍ ມີທີ່ມາທີ່ໄປແນວໃດນັ້ນ ລອງມາເບິ່ງກັນເລີຍ… ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ໄດ້ນຳໄປເຜີຍແຜ່ໃນເວທີ ນາງງາມຈັກກະວານ ໃນປີທີ່ຜ່ານມາແມ່ນຊຸດ “ທິດາພັນສາເຮືອງມາລາ“ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ …

Read More »

ສ່ອງ! ແຟຊັ່ນຕົ້ນລະດູໜາວຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ1  

ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດຈັດທຣິບເດີນທາງທ່ອງທ່ຽວສຳຜັດບັນຍາກາດຕົ້ນລະດູໜາວທີ່ ເກົາຫລີໃຕ້ ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ທັງເລື່ອງເສື້ອຜ້າ ການແຕ່ງຕົວ ລວມໄປເຖິງໄອເດຍໃນການໂພສທ່າຖ່າຍຮູບ ແຖມວິທິການແຕ່ງຮູບຕ່າງໆຂອງນາງກໍບໍ່ທຳມະດາ ງາມຫຼາຍໆ, ສຳລັບແຟນໆທ່ານໃດທີ່ກຳລັງຈະໄປທ່ຽວແຕ່ຍັງບໍ່ມີໄອເດຍໃນການແຕ່ງຕົວ ຫຼື ໂພສທ່າຖ່າຍຮູບໃຫ້ງາມໆ ສາມາດເບິ່ງແບບຈາກ ສາວ ຫຼິງຫຼິງ ເພິ່ນໄດ້ເລີຍເດີ້!!! (ມີຮູບນາງມາຝາກ…) ເບິ່ງແລ້ວ ວ້າວວວ..ເລີຍ ແບບນີ້ຂໍໃຫ້ຄະແນນ ຫຼິງຫຼິງ ປິຍະດາ ອິນທະວົງ ເຕັມ 10  ໄປເລີຍ ຮູບພາບ: fb/Pitadar Lingling Inthavong

Read More »

ໃກ້ມື້ຕັດສິນແລ້ວ! ມາຮ່ວມໃຫ້ກຳລັງໃຈ 3 ສາວງາມຕົວແທນປະເທດລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແຂ່ງຂັນນາງງາມເວທີໂລກ!!!

ໄປໃສກໍໄດ້ຍິນແຟນໆຫຼາຍທ່ານເວົ້າເປັນປະເດັນກັນເລື້ອຍໆ ດຽວນີ້ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງສຸດໆ ເອົາເປັນວ່າເຂົ້າເລື່ອງກັນເລີຍ… ໃນມື້ນີ້ຈະພາແຟນໆມາສ່ອງ 3 ສາວງາມ 3 ເວທີໂລກບໍ່ວ່າຈະເປັນເວທີ  Miss World 2018, Miss Supranational 2018 ແລະ Miss Universe 2018 ທີ່ສຳຄັນພວກນາງກໍກຳລັງເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນການປະກວດນາງງາມເວທີຕ່າງໆໃນລະດັບໂລກໃນເວລານີ້… ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ໃນເວທີ Miss World 2018 ຢູ່ທີ່ ສປ ຈີນ, ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018. ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ໃນເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້ ອອນອະນົງ ຫອມສົມບັດ (ອອນ) Miss …

Read More »

1624 ອອກມາຖະແຫຼງການຊີ້ແຈງແລ້ວ ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍທີ່ເປັນພະຍາດຂາເປື່ອຍ!!!

ຫຼັງຈາກມີກະແສ Talk of the town ກ່ຽວກັບກໍລະນີການຊ່ວຍເຫຼືອຜູ້ປ່ວຍ ທ້າວ ຄຳນ້ອຍ ແສນຄຳຍອງ ທີ່ເປັນພະຍາດຂາເປື່ອຍ ເຮັດໃຫ້ແມ່ຂອງຜູ້ປ່ວຍໄດ້ອອກມາໂພສຮູບ ແລະ ຂຽນລະລາຍອຽດການຊ່ວຍເຫຼືອວ່າບໍ່ໄດ້ຮັບຄວາມຍຸດຕິທຳດັ່ງນີ້: ຈົນຫຼ້າສຸດໃນວັນທີ 4 ທັນວາ 2018 ກໍໄດ້ມີຖະແຫຼງການຈາກ  ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ (1624) ເຖິງກໍລະນີດັ່ງກ່າວຢ່າງລະອຽດດັ່ງນີ້: ຈາກກໍລະນີດັ່ງກ່າວນີ້ເຮັດໃຫ້ເກີດກະແສ ເຮັດໃຫ້ເກີດຄວາມສົນໃຈຈາກສັງຄົມ ມີຜູ້ຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ກົດແຊຣກັນຢ່າງຫຼວງຫຼາຍ. (ເອົາເປັນວ່າຂໍເອົາໃຈຊ່ວຍທັງສອງຝ່າຍເລີຍກໍແລ້ວກັນເນາະ) ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624

Read More »

ແຟນໆອິນໜັກ! ຮູບເງົາສັ້ນ “ນິລັນດອນ” ປ່ອຍແລ້ວ…ຍົກກອງຖ່າຍທຳທີ່ປະເທດລາວ (ທຳມະຊາດງາມຫຼາຍຍຍ)

ມາແລ້ວວວວ!!! ເຮັດເອົາແຟນໆຊຶ້ງ ອິນໜັກໄປຕາມໆກັນ ສຳລັບ ຮູບເງົາສັ້ນປະກອບເພງ “ນິລັນດອນ”  ຂອງ ໂຈໂຈ້ Miracle ແລະ ຕ່າຍ ອໍລະໄທ, ຮູບເງົາສັ້ນເລື່ອງນີ້ແມ່ນ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ຈອມ ສະຣຸດ ສຸວັນພັກດີ (ພະເອກຈາກຊ່ອງ 7 ສີ) ເຊິ່ງທັງສອງກໍສະແດງໄດ້ສົມບົດບາດ ເບິ່ງແລ້ວອິນໄປຕາມໆກັນ… ຮູບເງົາສັ້ນເລື່ອງດັ່ງກ່າວແມ່ນໄດ້ມີການຍົກກອງມາຖ່າຍທຳທີ່ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ປະເທດລາວເຮົາ ໂດຍໄດ້ມີສາກສຳຄັນຢູ່ທີ່ ນໍ້າຕົກຕາດເຊປ້ອງໄລ່.   ເປັນແນວໃດເບິ່ງຕົວຢ່າງ EP1 ແລ້ວຮູ້ສຶກຢາກ ເບິ່ງ EP2 ກັນແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍກ່ອນເດີ້ແຟນໆໄວໆນີ້ໄດ້ເບິ່ງກັນແນ່ນອນ. ຄລິບຈາກ: Grammy Gold Official

Read More »