Breaking News

News

ຂ່າວດີໆໆໆ! ຊຸດປະຈຳຊາດລາວຖືກຈັດອັນດັບໃຫ້ຕິດ Top ອັນດັບຕົ້ນໆໃນເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້

ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼັງຈາກທີ່ມີຮອບແຂ່ງຂັນ ຊຸດປະຈຳຊາດ ໃນເວທີປະກວດນາງງາມລະດັບໂລກ Miss Universe 2018 ເຊິ່ງຫຼ້າສຸດໄດ້ມີການຈັດອັນດັບຈາກຫຼາຍໆສື່ ຫຼາຍໆໂພສຳຫຼວດວ່າ ຊຸດປະຈຳຊາດລາວ ຕິດ Top ອັນດັບຕົ້ນໆຂອງການປະກວດຊຸດປະຈຳຊາດໃນປີນີ້!!! ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ຍັງມີເວັບໄຊ້ການປະກວດນາງງາມຊື່ດັງ #Missosology ໄດ້ມີການຈັດອັນດັບໃຫ້ ຊຸດປະຈຳຊາດລາວເຮົາ ທີ່ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ໄດ້ສວມໃສ່ ເຊິ່ງຕິດອັນດັບ 1 ໃນ 10 ເຊິ່ງຈັດຢູ່ອັນດັບທີ 9 ຈາກທັງໝົດ 90ກວ່າປະເທດທົ່ວໂລກອີກດ້ວຍ. (ມີລິ້ງການຈັດອັນດັບ http://missosology.org/miss-universe/featured-article-miss-universe/54851-top-10-most-spectacular-national-costumes-at-miss-universe-2018/?fbclid=IwAR36WQ1Th-zT_GyRROk649ZX2kv44erWZFsMx99RQFIt18Et2teambqN4BQ) ເຫັນແລ້ວກໍເປັນທີ່ໜ້າຍິນດີສຸດໆ!!! ໃນເວລານີ້ ອອນອະນົງ ຫອມສົມບັດ Miss​ Universe Laos 2018​ ກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018  ນີ້, …

Read More »

So strong! ອອນອະນົງ ແບກຊຸດປະຈຳຊາດລາວ 40Kg ໃນເວທີ Miss Universe  2018 (ເປັນນາງງາມລ້າໆໂລກບໍ່ຈື່ ຕອ້ງແຂງແຮງ ແລະ ມີຄວາມອົດທົນ)

ເປັນກະແສຮືຮາ Talk of the town ມາໃຫ້ເປັນປະເດັນໄດ້ເວົ້າໄດ້ລົມກັນ… ເລື່ອງກໍມີຢູ່ວ່າໃນວັນທີ 10 ທັນວາ 2018 ທີ່ຜ່ານມາ ກໍເປັນເວລາທີ່ມີຮອບແຂ່ງຂັນໃນຮອບຊຸດປະຈຳຊາດ ແລະ ສິ່ງທີ່ແຟນໆຖ້າລຸ້ນ ຖ້າເຊຍ ແລະ ໃຫ້ກຳລັງໃຈກໍຄື ອອນອະນົງ ຫອມສົມບັດ Miss Universe  Laos ທີ່ໄດ້ໄປເຮັດໜ້າທີ່ເປັນຕົວແທນສາວງາມປະເທດລາວ ໃນເວທີ Miss Universe  2018 ທີ່ຈັດຂຶ້ນທີ່ ປະເທດໄທ ໃນປີນີ້. ເຊິ່ງຫຼ້າສຸດ ກໍມີການປ່ອຍຮູບພາບ ແລະ ຄລິບການໂຊຊຸດປະຈຳຊາດລາວ ຜ່ານການນຳສະເໜີຂອງ ອອນອະນົງ ຫອມສົມບັດ Miss Universe  Laos  ໃຫ້ແຟນໆ ແລະ ຄົນທົ່ວໂລກໄດ້ເຫັນກັນໄປແດ່ແລ້ວ ຕ້ອງຂໍບອກວ່າສາວລາວເຮົາກໍເຮັດໄດ້ດີຫຼາຍ… (ເບິ່ງຄລິບ) ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໃສ່ສຸດປະຈຳຊາດ ປະກວດເຖີງເວທີ …

Read More »

ເບຍລາວ ສະເຫຼີມສະຫຼອງຄົບຮອບ 45 ປີ ດ້ວຍຄວາມເປັນເອກະລັກແບບລາວ

ວັນທີ 7 ທັນວານີ້, ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງຄົບຮອບ 45 ປີຢ່າງຍິ່ງໃຫຍ່ ຢູ່ທີ່ພັດຕະຄານແກ້ວມີໄຊ ຜູ້ເຂົ້າຮ່ວມງານລ້ຽງແຕ່ຄົນແມ່ນໄດ້ແຕ່ງຕົວນູ່ງເຄື່ອງແບບລາວບູຮານ ເບິ່ງແລ້ວຄືກັບໄປໃນເມືອງລາວຍຸກເກົ່າແກ່. ເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ສປປ ລາວ, ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະການຄ້າ, ທ່ານ ກິດສະໜາ ວົງໄຊ ປະທານສະພາບໍລິຫານ ບໍລິສັດເບຍລາວ,  ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ພ້ອມດ້ວຍແຂກທີ່ເຊີນ, ບັນດາຕົວແທນຈໍາໜ່າຍເບຍລາວທົ່ວປະເທດ ແລະ ພະນັກງານບໍລິສັດເບລາວເຂົ້າຮ່ວມຫຼາຍກວ່າ 800. ໃນໂອກາດດັ່ງກ່າວທ່ານ ສູນທອນ ພົມມະຈັນ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວເຖິງຄວາມເປັນມາຂອງບໍລິສັດ​ ເບຍລາວວ່າ: …

Read More »

ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ

ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ທິດາ ສິດທິໄຊ (ຕູ່) Miss Tourism International Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າແຂ່ງຂັນໃນເວທີ Miss Tourism International 2018  ມີຊື່ວ່າ “ສາວເຂັນຝ້າຍ” ໄດ້ແຮງບັນດານໃຈມາຈາກຊົນເຜົ່າຜູ້ໄທທາງພາກໃຕ້ແຂວງສະຫວັນນະເຂດ. ເຊິ່ງເປັນຊົນເຜົ່າທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍທາງດິນແດນໃຕ້, ແຕ່ຜ້າຝ້າຍລາວກໍມີເກືອບທຸກພາກໃນປະເທດລາວທີ່ມີລວດລາຍທີ່ງົດງາມ ແລະ ເປັນເອກະລັກທີ່ແຕກຕ່າງກັນ. ວິທີການເຮັດໂດຍໄດ້ນຳເອົາວັດຖຸດີບເປືອກໄມ້ຈາກທຳມະຊາດມາປະສົມປະສານຕົ້ມເປັນແມ່ສີ, ເພື່ອນຳມາຍ້ອມເສັ້ນຝ້າຍທີ່ເຂັນອອກຈາກດອກຝ້າຍ ແລະ ນຳມາຕາກແຫ້ງ. ຈາກນັ້ນກໍນຳເອົາເສັ້ນຝ້າຍທີ່ຍ້ອມສີແລ້ວມາເຂັນເພື່ອນຳໄປຕ່ຳເປັນຜຶນຜ້າ. ເພາະວ່າແມ່ຍິງລາວມີຄວາມຜູກພັນກັບການນຸ່ງສີ້ນ ແລະ ການຕໍ່າຫູກທີ່ບໍ່ສາມາດແຍກອອກຈາກກັນໄດ້ ການເຂັນຝ້າຍຕໍ່າຫູກເປັນຄຸນສົມບັດປະຈຳໃຈຂອງແມ່ຍິງລາວ, ຄວາມງາມລວດລາຍຂອງຜ້າສີ້ນແຕ່ລະຜືນແມ່ນເກີດຈາກສີມື, ຄວາມສາມາດ, ການປະດິດຄິດສ້າງຂອງແມ່ຍິງລາວທີ່ມີຄຸນຄ່າ ແລະ ຖືກຍອມຮັບໃນສັງຄົມລາວທີ່ສືບທອດມາແຕ່ດຶກດຳບັນ. ເປັນເອກກະລັກຂອງຊົນເຜົ່າ ແລະ ຂອງຊົນຊາດ, ຈິ່ງເປັນກິດຈະກຳອັນສຳຄັນຂອງແມ່ຍິງລາວເປັນເອກກະລັກຂອງຊົນເຜົ່າຜູ້ໄທ ແລະ ເປັນເອກະລັກຂອງຊາດລາວໄວ້ຢ່າງຫມັ້ນຄົງ ແລະ ຕະຫລອດໄປ …

Read More »

ຮືຮາໄປທົ່ວໂລກ! ຫຼັງຈາກ ຢຸ້ຍ ສັນທະນີ ຄວ້າລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ Miss Supranational​ 2018​ ຫຼ້າສຸດອອກມາໂພສແບບນີ້…

ເປັນຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກຄົນ ທີ່ຫຼ້າສຸດ ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational​ Laos​ 2018​ ກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​) ໃນເວທີການປະກວດນາງງາມລະດັບໂລກ Miss Supranational​ 2018​ ທີ່ປະເທດ ໂປແລນ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ ແຖມກາຍເປັນກະແສທີ່ເປັນທີ່ຮືຮາໄປທົ່ວໂລກແລ້ວໃນເວລານີ້… ແລະ ຫຼ້າສຸດ ຢຸ້ຍ ສັນທະນີ Miss Supranational​ Laos​ 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວ ບອກເລົ່າເຖິງປະສົບການໃນເວທີ ແລະ ຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ປະເທດ ລາວ ເຮົາໃຫ້ຫຼາຍຂຶ້ນອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy (ຂໍຂອບໃຈຮູບພາບ)

Read More »