ຮູ້ສຶກຕື່ນເຕັ້ນຢ່າງບອກບໍ່ຖືກ ໃນວັນທີ 17 ທັນວາ 2018 ນີ້ແລ້ວ ທີ່ທຸກໆຄົນທົ່ວໂລກຈະໄດ້ຮູ້ກັນວ່າສາວງາມຄົນໃດທີ່ຈະໄດ້ເປັນ Miss Universe 2018 ເຊິ່ງສາວງາມທີ່ເຂົ້າປະກວດໃນຄັ້ງນີ້ມີເຖິງ 90ກວ່າປະເທດທົ່ວໂລກກັນເລີຍ ແລະ ໜຶ່ງໃນນັ້ນກໍມີ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ເດີນທາງໄປເປັນຕົວແທນສາວງາມຈາກລາວຢ່າງເປັນທາງການ ແລະ ຖືເປັນປີທີສອງຂອງປະເທດລາວທີ່ສົ່ງສາວງາມໄປປະກວດໃນເວທີ ນາງງາມຈັກກະວານ (Miss Universe) ອີກດ້ວຍ. ອອນອະນົງ ຫອມສົມບັດ Miss Universe Laos 2018 ສາວງາມດີກຼີນັກຮຽນນອກ ຜູ້ມີຄວາມໝັ້ນໃຈ ແລະ ທັກສະຄວາມຮູູ້ຄວາມສາມາດ ໄດ້ເຮັດໜ້າທີ່ເປັນຕົວແທນສາວງາມຈາກລາວໃນຊ່ວງເກັບຕົວປະກວດໄດ້ເປັນຢ່າງດີ ບໍ່ວ່າຈະເປັນການຍ່າງໂຊໃນຮອບຕ່າງໆ ເຮັດເອົາເປັນກະແສຮືຮາຂອງແຟນໆນາງງາມມາແລ້ວ ແຖມຍັງເປັນໜຶ່ງໃນ Top ອັນດັບຕົ້ນໆທີ່ຢູ່ໃນລິດລາຍຊື່ຮອບ “ຊຸດປະຈຳຊາດ” (ຂໍບອກວ່າການປະກວດເທື່ອນີ້ປະເທດລາວເຮົາມີລຸ້ນເດີ້…ສຸດຍອດ) ດັ່ງນັ້ນ, ໃນວັນທີ 17 ທັນວາ 2018 ນີ້ ເລີ່ມເວລາ 7ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຢາກຂໍພະລັງຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ ອອນອະນົງ …
Read More »News
ຢາກເບິ່ງແລ້ວວວ! ບວງສວງລະຄອນ “ດອກຄູນສຽງແຄນ” ທີ່ ລູກນໍ້າ ທິດາລັດ ສະແດງຄູ່ກັບພະເອກດັງປະເທດເພື່ອນບ້ານ!!!
ມີຂ່າວຂອງ ສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງບ້ານເຮົາ ທີ່ຫຼ້າສຸດໄດ້ມີໂອກາດຮ່ວມສະແດງລະຄອນຄູ່ກັບ ຕູມຕາມ ຍຸດທະນາ ພະເອກຊື່ດັງຂອງປະເທດເພື່ອນບ້ານ (ໄທ), ເຊິ່ງໃນວັນທີ 14 ທັນວາ 2018 ກໍເປັນມື້ມົງຄົນ ໄດ້ເລີກງາມຍາມດີ ບວງສວງ “ລະຄອນ ດອກຄູນສຽງແຄນ” ຈັດຂຶ້ນທີ່ ຈັງຫວັດ ນະຄອນພະນົມ ປະເທດໄທ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມຄຶກຄັກ ມີນັກສະແດງເຂົ້າຮ່ວມຢ່າງຫຼວງຫຼາຍ. ເຊິ່ງ ສາວ ລູກນໍ້າ ກໍຍັງໄດ້ໂພສຜ່ານເຟສບຸກ ແລະ ອິນສະຕາແກຣມສ່ວນຕົວວ່າ… “ບວງສວງລະຄອນ ດອກຄູນສຽງແຄນ ຢ່າລືມຕິດຕາມການຫລິ້ນລະຄອນຄັ້ງທຳອິດຂອງນ້ຳ ຫລິ້ນຄູ່ກັບ ອ້າຍຕູມຕາມ ຍຸດທະນາ ເປັນກຳລັງໃຈໃຫ້ກັບນັກສະແດງລາວຄົນນີ້ແນ່ເດີ້ ຂໍໃຫ້ເຮັງໆປັງໆ ສາທຸ ສາທຸ ສາທຸ” ເຮັດໃຫ້ມີບັນດາແຟນໆເຂົ້າໄປໃຫ້ກຳລັງໃຈ ແລະ ຖ້າຕິດຕາມລະຄອນທີ່ນາງໄດ້ຮ່ວມສະແດງເປັນຄັ້ງທຳອິດກັນຢ່າງຫຼວງຫຼາຍ. ຢ່າງໃດກໍ່ຝາກ…ແຟນໆເປັນກຳລັງໃຈໃຫ້ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວເຮົາຄົນນີ້ແດ່ເດີ້ແຟນໆ!!! Story: ຊະນີIndy …
Read More »ຂົນລຸກກກກ! ມາເບິ່ງ ສະເຕັບ ການຍ່າງເທິງເວທີຂອງ ອອນອານົງ ໃນເວທີ Miss Universe 2018 (ເຊຍລາວສຸດໃຈ)
ວ້າວ ວ້າວ ວ້າວ ຂົນລຸກກກ ອຶ້ງ…ໃນຄວາມສາມາດ ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ໃນເວລານີ້… ຫຼ້າສຸດໃນຄໍ່າຄືນວັນທີ 13 ທັນວາ 2018 ທີ່ຜ່ານມາ ທາງກອງປະກວດ Miss Universe 2018 ກໍໄດ້ຈັດປະກວດ ຮອບຊຸດລາຕຣີ ແລະ ຮອບຊຸດລອຍນໍ້າ, ແຕ່ທີ່ເປັນກະແສ ຮືຮາ ກັນພຽງຂ້າມຄືນທີ່ສຸດກໍຄື ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ໂຊສະເຕັບການຍ່າງໃນເວທີລະດັບໂລກໄດ້ໂດດເດັ່ນ ແລະ ໜ້າປະທັບໃຈຫຼາຍ ເຮັດເອົາແຟນໆນາງງາມລາວຕ່າງກໍ່ຍ້ອງຍໍ ແລະ ຕົບມືຊົມເຊີຍໃນຄວາມໝັ້ນຂອງນາງ!!! (ຄລິບ ຮອບຊຸດລາຕຣີ) #Laos Evening Gown Competition #MissUniverse2018 #Laos Evening Gown Competition #MissUniverse2018 Posted by BeautyQueen on Thursday, …
Read More »ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ
ໃນວັນທີ 14 ທັນວາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມ ຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( JCR ) ຄັ້ງທີ 3 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ. ທີ່ມາ: Support Prime Minister Thongloun Sisoulith
Read More »ປີໃໝ່ນີ້ມາໂພສຮູບ ພ້ອມແຄັບຊັ່ນຄຳຄົມພາສາອັງກິດ ຄວາມໝາຍດີໆ ສ້າງແຮງບັນດານໃຈ ຕ້ອນຮັບປີ 2019 ກັນດີກວ່າາາ!!!
ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ສຳລັບແຟນໆທ່ານໃດທີ່ຢາກເລີ່ມຕົ້ນສິ່ງໃໝ່ໆ ຢາກຊອກຫາຄຳຄົມພາສາອັງກິດມາຂຽນແຄັບຊັ່ນ ໂພສຮູບງາມໆ ແຄັບຊັ່ນຄົມໆ ຕ້ອນຮັບປີ 2019 ທີ່ຈະມາຮອດນີ້, ດັ່ງນັ້ນ!!! ຊະນີIndy ຢູ່ລ້າບໍ່ເປັນເດີ້ ໄດ້ໄປຊອກເອົາຄຳຄົມຄົມເດັດໆ ໃຫ້ແງ່ຄິດ ສອນໃຈໃນການໃຊ້ຊີວິດ ແລະ ສ້າງກຳລັງໃຈ ໃນຊ່ວງປີໃໝ່ມາໃຫ້ແຟນໆໄດ້ອັບເດດກັນແບບເລີດໆກ່ອນໃຜ, ຫຼັງຈາກຂຽນແຄັບຊັ່ນທີ່ມັກລົງໄປໃນຮູບແລ້ວ ກໍ່ຢ່າລືມຕໍ່ທ້າຍດ້ວຍ “Happy New Year 2019″ ຮັບຮອງເລີດໆໆໆ ແຈ້ງເກີດໄດ້ແນ່ນອນ!!! 1. Think Positive – ຄິດບວກ ຄິດຮອດແຕ່ສິ່ງດີໆທີ່ກຳລັງຈະເຂົ້າມາໃນຊີວິດ! 2. don’t forget to smile – ຢ່າລືມຍິ້ມຕ້ອນຮັບສິ່ງດີໆ! 3. If you believe in yourself anything …
Read More »