Breaking News

News

ຂ່າວດີສົ່ງທ້າຍປີອີກແລ້ວວວ! ນາງງາມລາວຄວ້າລາງວັນໃນເວທີ Miss China-Asean Etiquette 2018 (ຂໍສະແດງຄວາມຍິນດີ)

ສົ່ງທ້າຍປີ 2018 ນີ້ ບອກເລີຍວ່າຄົນລາວເຮົາມີຄວາມດີໃຈ ຍິ້ມໄດ້ ເພາະມີແຕ່ເລື່ອງລາວດີໆ ຂ່າວດີໆໃຫ້ໄດ້ຕິດຕາມກັນເລື້ອຍໆ ຫຼ້າສຸດ ວັນທີ 20 ທັນວາ 2018 ມຸກທິດາ ສຸພັນທະຈິດ Miss Laos China-Asean Etiquette 2018 ສາວງາມຕົວແທນປະເທດລາວ ກໍສາມາດຄວ້າລາງວັນ ຮອງອັນດັບ 2 ຈາກເວທີ Miss China-Asean Etiquette 2018 ທີ່ຈັດຂຶ້ນທີ່ ປະເທດໄທ ມາໄດ້ແບບໜ້າຍິນດີ (ຊົມເຊີຍ! ເກັ່ງຫຼາຍໆ)  ສຳລັບ ລາງວັນ Miss China-Asean Etiquette 2018 ໄດ້ແກ່ Esraphelle B. Tambong ສາວງາມຈາກປະເທດ Philippines ຮອງອັນດັບ 1 ໄດ້ແກ່ Zhao Wenyi ສາວງາມຈາກປະເທດ China ຮອງອັນດັບ 2 ໄດ້ແກ່ Moukthida Souphanthachith ສາວງາມຈາກປະເທດລາວ   (ຂໍສະແດງຄວາມຍິນດີກັບສາວງາມທຸກຄົນ) ເຫັນແລ້ວກໍຍິ້ມໄດ້ …

Read More »

ປະຫວັດສາດ! ທັບນັກກິລາເພາະກາຍລາວ ຄວ້າລາງວັນມາຝາກຄົນລາວສົ່ງທ້າຍປີ ນໍາທຸງຊາດກ້າວຂື້ນເອກອ້າງຕໍ່ຊາວໂລກ!!!

ຄົນລາວເຮົາທຸກຄົນຊ່ວງນີ້ສັງເກດໄດ້ວ່າໃຜໆກໍຈະມີແຕ່ຄວາມຍິນດີ ຍິ້ມແຍ້ມແຈ່ມໃສ ເພາະໃນຊ່ວງສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກໍຈະມີແຕ່ຂ່າວທີ່ໜ້າຍິນດີມາໃຫ້ໄດ້ຕິດຕາມກັນບໍ່ຂາດສາຍ ເປັນຂ່າວດີກັນໄປໃນເມື່ອບໍ່ດົນມານີ້ ນັ້ນກໍຄືການແຂ່ງຂັນເພາະກາຍຊິງແຊ້ມໂລກ 10th WBPF World Bodybuilding  and Physique Sport Championship 2018 ຢູ່ທີ່ ຈັງຫວັດ ຊຽງໃຫມ່ ປະເທດໄທ ເຊິ່ງໃນນັ້ນກໍມີນັກກິລາເພາະກາຍຈາກ ສປປລາວ ເຂົ້າຮ່ວມທັງຫມົດ 4 ຄົນ [ຊາຍ 3 ຍິງ 1] ແຂ່ງຂັນທັງຫມົດ 5 ລຸ້ນ ແລະ ພວກເຂົາກໍບໍ່ເຮັດໃຫ້ຄົນລາວເຮົາທັງຊາດຜິດຫວັງ ເພາະສາມາດຄວ້າລາງວັນມາຝາກຄົນລາວເຮົາດັ່ງນີ້: 1. ນາງ ພອຍໄພລິນ ພັນທະລີ ນັກກິລາຍິງ women’s model physique ຄວາມສູງ 160 cm [ໄດ້ຫລຽນຄຳ] ຂອງໂລກ [ເປັນຫລຽນປະຫວັດສາດ] ພ້ອມກັນນີ້ຍັງໄດ້ອັນດັບທີ 6 ຂອງໂລກໃນລຸ້ນ world women’s …

Read More »

ສາຍ Art ທັງຫຼາຍຟັງທາງນີ້ ! ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA (ຂໍຍໍ້າວ່າ…ຫ້າມພາດ!!!)

ສາຍ Art ທັງຫຼາຍຟັງທາງນີ້ ! ມີຂ່າວງານດີໆ ສົ່ງທ້າຍປີເກົ່າ2018-ຕ້ອນຮັບປີໃໝ່2019 ມາຝາກແຟນໆອີກແລ້ວ ໃນວັນສຸກ ວັນທີ 21 ທັນວາ 2018 ນີ້ ພົບກັບງານ “SENGLAO ARTIST NIGHT” ໂດຍ STELLA ເປັນຄົນຈັດຂຶ້ນ ຮ່ວມກັບ ຮ້ານອາຫານແສງລາວ (ເຂົ້າຮ່ວມຟຣີ) ເຊິ່ງງານດັ່ງກ່າວພາດບໍ່ໄດ້ເລີຍເດີ້ (ຂໍຍໍ້າວ່າຫ້າມ…ພາດ!!!) ເພາະແຟນໆຈະໄດ້ພົບກັບ ງານສິລະປະ ງານອາດດດ(Art) ງານສິນຕ່າງໆ ແບບບໍ່ເຄີຍມີມາກ່ອນ ແລະ ຍັງຈະມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕທ່ານອອກມາໃນງານນີ້ງານດຽວເທົ່ານັ້ນ!!! ນອກຈາກນັ້ນ ພາຍໃນງານ “SENGLAO ARTIST NIGHT” ແຟນໆຈະໄດ້ພົບກັບບັນດາຮ້ານທີ່ຈະມາເສີບທັງອາຫານ+ຄວາມບັນເທີງ+ສິລະປະ & ຫັດຖະກຳ+ໜັງສັ້ນ, ພ້ອມນັ້ນພາຍໃນງານຍັງຈະມີ…??? ແນ່ໆ…ຢາກຮູ້ກັນແມ່ນບໍ່ວ່າຈະແມ່ນຫຍັງນໍ້??? ເອົາເປັນວ່າ ວັນສຸກ ວັນທີ 21 ທັນວາ 2018 ນີ້ ເວລາ  …

Read More »

ຮອງທ້ອງໄປກ່ອນແລ້ວ 1ລາງວັນ! ມາຮ່ວມສົ່ງກຳລັງໃຈໃຫ້ ຕູ່ ທິດາ ໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (Final  21 ທັນວາ ນີ້!!!)

ສົ່ງທ້າຍປີ 2018 ກັບການປະກວດນາງງາມລະດັບໂລກໃນເວທີ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ  ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງສາວງາມໄປເປັນຕົວແທນນັ້ນກໍຄື ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ແລະ ໃນກ່ອນໜ້ານີ້ໃນຊ່ວງເກັບຕົວ ນາງກໍບໍ່ເຮັດໃຫ້ຄົນລາວເຮົາຜິດຫວັງ ເພາະຄວ້າລາງວັນ “Miss Socialite adopted by BarstreetKL” ເປັນລາງວັນເດີນແບບສະຫງ່າງາມຖຶກໃຈຜູ້ເຂົ້າຊົມ ມາໄດ້ແບບໜ້າຍິນດີ (ຂໍສະແດງຄວາມຍິນດີນຳຫຼາຍໆ) ແລະ ໃນວັນທີ 21 ທັນວາ 2018 ນີ້ແລ້ວເດີ້… ກໍຈະເປັນຮອບ Final ຂອງການປະກວດ Miss Tourism International 2018, ຢ່າງໃດແຟນໆຊາວລາວກໍຢ່າລືມເປັນກຳລັງໃຈ ມາຮ່ວມລຸ້ນ ຮ່ວມເຊຍ ສົ່ງກຳລັງໃຈໃຫ້ກັບ ຕູ່ ທິດາ  Miss Tourism …

Read More »

ອອນອະນົງ Miss Universe Laos ເດີນທາງກັບປະເທດ ພ້ອມໂພສເປີດໃຈຫຼັງຈາກທີ່ໄດ້ລາງວັນ “ຊຸດປະຈຳຊາດດີເດັ່ນ” ແບບນີ້…

ເປັນຂ່າວສ້າງຊື່ສຽງໃຫ້ປະເທດຊາດ ກຽມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ກັບຂ່າວທີ່ໜ້າຍິນດີຂອງຄົນລາວເຮົາທຸກໆຄົນ ເມື່ອ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018​ ທີ່ເດີນທາງໄປເປັນຕົວແທນສາວງາມ ປະເທດ ລາວ ສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ 2018 (Best National​ Costume​ 2018) ໃນເວທີການປະກວດນາງງາມຈັກກະວານ Miss Universe 2018 ທີ່ປະເທດ ໄທ  ເຊິ່ງເປັນເວທີປະກວດນາງງາມອັນດັບໜຶ່ງຂອງໂລກ ມາຝາກພໍ່ແມ່ພີ່ນ້ອງຊາວລາວໄດ້ຢ່າງໜ້າຍິນດີ… ແລະ ຫຼ້າສຸດ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ກໍໄດ້ເດີນທາງກັບເຖິງ ປະເທດ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ນາງຍັງໄດ້ອອກມາໂພສເປີດໃຈຜ່ານເຟສບຸກສ່ວນຕົວ ເຖິງຄວາມປິຕິຍິນດີ ທີ່ສາມາດນຳເອົາລາງວັນ “ຊຸດປະຈຳຊາດດີເດັ່ນ” ມາຝາກທຸກຄົນໄດ້  ພ້ອມທັງຂອບໃຈແຟນໆທຸກຄົນແບບນີ້… ເຫັນແລ້ວກໍໜ້າຍິນດີ ແລະ ປື້ມໃຈເປັນທີ່ສຸດ ຖືວ່າເປັນປະຫວັດສາດໜ້າໃໝ່ໃນວົງການນາງງາມລາວເຮົາທີ່ສາມາດຄວ້າລາງວັນ Best National​ Costume​ ໃນເວທີ Miss Universe ມາໄດ້ ແລະ ຍັງເຮັດໃຫ້ທົ່ວໂລກໄດ້ຮັບຮູ້ …

Read More »