Breaking News

News

ສ່ອງ! ງານ “SENGLAO ARTIST NIGHT” ງານທີ່ລວມສິລະປິນໄວໜຸ່ມລາວໃນການສະແດງສີມືດ້ານ “Art”  ແບບບໍ່ເຄີຍມີມາກ່ອນ!!!

ທ້າຍປີແບບນີ້ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຈະມີແຜນກຽມພັກຜ່ອນໃນຊ່ວງ ເຄົ້າດາວ-ປີໃໝ່ 2019  ຫຼື ວ່າບາງທ່ານກໍຄົງຈະເດີນທາງແລ້ວກໍມີ… ແຕ່ສຳລັບ ຊະນີIndy ແລ້ວ ຍັງສືບຕໍ່ຊອກຫາຂ່າວສານທີ່ໜ້າສົນໃຈມາຝາກແຟນໆເຊັ່ນເຄີຍ ໃນມື້ນີ້ຈະພາແຟນໆມາອັບເດດງານທີ່ເກີດຂຶ້ນໃນຊ່ວງທ້າຍອາທິດ ຈັດຂຶ້ນໃນ ວັນທີ 21 ທັນວາ 2018 ທີ່ຜ່ານມາ ຢູ່ທີ່ ຮ້ານອາຫານ Senglao Café  ນັ້ກກໍຄືໍງານ “SENGLAO ARTIST NIGHT” ໂດຍ STELLA ເຊິ່ງງານນີ້ເປັນງານທີ່ລວມຕົວສາຍ Art ລຸ້ນ Young ໃຫ້ໄດ້ມາປ່ອຍຂອງ ໄດ້ມີພື້ນທີ່ໃນການສະແດງສີມືຂອງໄວໜຸ່ມລາວທີ່ແບບບໍ່ເຄີຍມີມາກ່ອນ… ແຟນໆທ່ານໃດທີ່ພາດໄປ ກໍບໍ່ຕ້ອງເສຍໃຈໄປເດີ້ ເພາະໃນມື້ນີ້ມີຮູບພາບບັນຍາກາດພາຍໃນງານມາຝາກ… ສຳລັບງານ “SENGLAO ARTIST NIGHT” ໂດຍ STELLA ນີ້ ຈຸດປະສົງຈັດຂຶ້ນເພື່ອສົ່ງເສີມໄວຫນຸ່ມລາວທີ່ມີຄວາມຄິດສ້າງສັນ ໄດ້ມີພື້ນທີ່ໃນການສະແດງສີມືໃນດ້ານງານສິລະປະ ແລະ ຍັງໄດ້ມີການພົບປະ, ແລກປ່ຽນ ສ້າງແຮງບັນດານໃຈ ປຸກຄວາມເປັນສິລະປິນ ແລະ ຄວາມ Art ໃນໂຕໄວໜຸ່ມລາວອອກມາ, ນອກຈາກນັ້ນຍັງມີການຈຳໜ່າຍສິນຄ້າຫັດຖະກຳ ຄວາມບັນເທີງ …

Read More »

ຍິ່ງຮູ້ຈັກ ຍິ່ງຫຼົງຮັກ!  ເປີດເສັ້ນທາງສາຍນາງງາມຂອງ Catriona Gray ສູ່ຕໍາແໜ່ງ Miss Universe 2018 (ນັກລ່າຝັນຕົວຈິງ)

ຍັງອິນກັບກະແສ Miss Universe ແຟນໆນາງງາມທົ່ວໂລກກໍໄດ້ຮູ້ກັນໄປແລ້ວວ່າ ແຄດທີໂອນ່າ ເກຣ  (Catriona Gray) ສາວງາມຈາກ ປະເທດ ຟິລິປິນ (Philippines) ອາຍຸ 24 ປີທີ່ຄວ້າລາງວັນ Miss Universe 2018 ໄປຄອບຄອງໄດ້ແບບສະຫງ່າງາມ ແລະ ເໝາະສົມກັບຕຳແໜ່ງທີ່ສຸດ… ແຟນໆຫຼາຍໆທ່ານກໍຄົງຍັງອິນ ແລະ ຕິດຕາຕິດໃຈກັບຊ໋ອດ ສະໂລໂມເທີນ ຫຼື ຊ໋ອດຟູເທີນຂອງ Catriona Gray Miss Universe 2018 ຄົນນີ້ໄດ້ເປັນຢ່າງດີ ແລະ ກໍຢາກຮູ້ກັນແມ່ນບໍ່ວ່າປະຫວັດສາວຄົນນີ້ມີແນວໃດ ນາງເປັນໃຜມາຈາກໃສ? ເອົາເປັນວ່າບໍ່ເວົ້າຍາວເດີ້ ລອງມາຮູ້ຈັກກັບ Catriona Gray ຮັບຮອງວ່າໄດ້ຮູ້ເລື່ອງລາວຂອງນາງແລ້ວ ຈະຍິ່ງຈະຕົກຂຸມຮັກນາງຂື້ນເປັນຫຼາຍໆຮ້ອຍເທົ່າ!!! ເປັນເດັກກິດຈະກຳຕັ້ງແຕ່ນ້ອຍໆ ສຳລັບປະຫວັດຂອງສາວ Catriona Gray  ນາງເປັນລູກຊອດຟິລິປິນ-ອອດເຕຣເລຍ ເກີດວັນທີ 6 ມັງກອນ 1994 ທີ່ເມືອງແຄຣນ ລັດຄຣີນແລນ ປະເທດ ອອດເຕຣເລຍ, ສ່ວນ ພໍ່ Ian Gray ເປັນຊາວອອດເຕຣເລຍ-ສະກ໋ອດແລນ …

Read More »

ຂ່າວດີ! ນາງງາມລາວຄວ້າລາງວັນໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ (ຂໍສະແດງຄວາມຍິນດີ)

ປິດທ້າຍປີ 2018 ຕ້ອນຮັບປີ 2019 ກັບຂ່າວດີມາຝາກແຟນໆຊາວລາວເຮົາອີກແລ້ວເດີ້ ຫຼ້າສຸດ ຕູ່ ທິດາ ສິດທິໄຊ  Miss Tourism International Laos 2018 ສາວງາມຕົວແທນປະເທດລາວກໍບໍ່ເຮັດໃຫ້ຄົນລາວຜິດຫວັງ ສາມາດຄວ້າລາງວັນ Miss Socialite ໃນເວທີ  Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ ຕັດສິນກັນໄປໃນວັນທີ 21 ທັນວາ 2018 ທີ່ຜ່ານມາ (ຂໍສະແດງຄວາມຍິນດີນຳຫຼາຍໆ) (ມີຄລິບ) ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite Congratulation! ສະແດງຄວາມຍິນດີກັບໂຕແທນສາວລາວ ຕູ່ ທິດາ ສິດທິໄຊ Thida Sitthixay ?? ໄດ້ຮັບລາງວັນ Miss Socialite. …

Read More »

ມາຮູ້ຈັກກັບ 11 ສິ່ງຕໍ່ໄປນີ້…ທີ່ທຸກຄົນໃນຊ່ວງອາຍຸ 30ປີ “ຄວນເລີ່ມເຮັດໄດ້ແລ້ວ”!!!

ຍິ່ງອາຍຸຫຼາຍຂື້ນ ກໍຍິ່ງປ່ຽນແປງພຶດຕິກຳ ແລະ ນິໃສໄດ້ຍາກຂຶ້ນ ແຕ່ຍັງບໍ່ສາຍເກີນໄປສຳລັບຄົນໄວອາຍຸ 30ປີ ຍັງມີເວລາພຽງພໍທີ່ຈະສ້າງພຶດຕິກຳໃໝ່ໆ ທີ່ດີຕໍ່ຕົວເອງອີກຫຼາຍຢ່າງ, ເພື່ອໃຫ້ໄດ້ແນວຄິດທີ່ວ່າ “ແລ້ວຂ້ອຍຈະເຮັດແນວໃດ ຈະປ່ຽນແປງຕົວເອງແນວໃດດີ?” ດັ່ງນັ້ນໃນມື້ນີ້ມີ 11 ຄຳຕອບ ທີ່ພຽງແຕ່ອ່ານແລ້ວຈະເຮັດໃຫ້ມີກຳລັງໃຈ ແລະ ຢາກປ່ຽນແປງໄປໃນທາງທີ່ດີຂຶ້ນ ເຊິ່ງຄຳຕອບເຫຼົ່ານີ້ໄດ້ມາຈາກການສຳຫຼວດຂອງຄົນທົ່ວໂລກທີ່ໄດ້ມາແຊຣເລື່ອງລາວຂອງຕົວເອງຜ່ານເວັບໄຊ້ Quora ຍິ້ມ ແລະ ມ່ວນໄປກັບເລື່ອງຂອງຕົວເອງ ຈົ່ງຍິ້ມໃຫ້ກັບເລື່ອງຂອງຕົວເອງ ຫົວໃຫ້ກັບຊີວິດທີ່ຜ່ານມາ ຫົວໃຫ້ກັບທຸກເລື່ອງທັງດີ ແລະ ບໍ່ດີ, ເພາະການເຮັດໃຫ້ເລື່ອງທີ່ຍາກຂອງຕົວເອງກາຍເປັນເລື່ອງງ່າຍ ກາຍເປັນເລື່ອງທີ່ໜ້າຫົວຂວັນ ອາດເປັນສິ່ງສຳຄັນຕໍ່ສຸຂະພາບ ແລະ ຄວາມສຸກໂດຍລວມໃນຊີວິດ ໄດ້ມີການວິໄຈມາແລ້ວວ່າ ຄົນທີ່ສາມາດຍິ້ມ ແລະ ຫົວຂວັນຕົວເອງໄດ້ນັ້ນ ມັກຈະມີຄວາມສົດໃສກວ່າຄົນອື່ນໆ 2. ສົນໃຈຄຸນຄ່າຂອງຄອບຄົວ ແລະ ມິດຕະພາບ ໃນໄວອາຍຸຊ່ວງເລກຫຼັກ 2 ຍັງອາດຈະວຸ້ນໆກັບການຮຽນ ແລະ ການຕັ້ງໃຈເຮັດວຽກເພື່ອສ້າງເນື້ອສ້າງໂຕ ຈົນອາດເບິ່ງຂ້າມຄອບຄົວ ແລະ ໝູ່ເພື່ອນ ແຕ່ເຖິງຊ່ວງໄວ 30 …

Read More »

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ນັກສະແດງສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້”

ຈະເກີດຫຍັງຂື້ນ??? ເມື່ອ ລົດເມ ຄະນຶງນິດ ນັກສະແດງ-ພິທີກອນສາວຊື່ດັງປະເທດເພື່ອນບ້ານ ໂພສ… “ຂໍເປັນສາວລາວ 1ມື້” ເຊິ່ງເມື່ອບໍ່ດົນມານີ້ ລົດເມ ກໍໄດ້ມີໂອກາດເດີນທາງມາຢ້ຽມຢາມ ປະເທດລາວ ພ້ອມກັບເຊັກອິນທີ່ ນະຄອນຫຼວງວຽງຈັນ ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນເດີ້ ເພາະສາວຄົນນີ້ຍັງມີໂອກາດໄດ້ນຸ່ງຊຸດໄໝລາວ ແຖມຍັງໂພສຮູບພ້ອມແຄັບຊັ່ນໜ້າຮັກໆຜ່ານອິນສະຕາແກມວ່າ “ຂໍເປັນສາວລາວ 1ມື້” View this post on Instagram ขอเป็นสาวลาว 1 วันเด้ออ้ายยยย #50ปีสายส่งสานสัมพันธ์พลังงานลาวไทยมั่นยืน #เวียงจันทน์ A post shared by Rodmay (@rodmayaloha) on Dec 13, 2018 at 10:18pm PST ງານນີ້ເຮັດໃຫ້ມີບັນດາໝູ່ເພື່ອນໃນວົງການ ບັນດາແຟນຄລັບທັງ ລາວ ແລະ ໄທ ເຂົ້າໄປສະແດງຄວາມຄິດເຫັນວ່າ ລົດເມ ນຸ່ງຊຸດໄໝລາວແລ້ວງາມ …

Read More »