Hello! ທັກທາຍສະບາຍດີແຟນໆທຸກຄົນໃນທ້າຍອາທິດແບບນີ້ ດັ່ງທີ່ ຊະນີIndy ໄດ້ບອກເປັນປະຈຳເລີຍວ່າດຽວນີ້ວົງການບັນເທີງບ້ານເຮົາແມ່ນກຳລັງມາແຮງ ຫຼ້າສຸດກໍໄດ້ມີການເປີດຕົວ ຮູບເງົາ ເລື່ອງ “ສຽງສຸດທ້າຍ” The Last Voice ເຊິ່ງເລື່ອງນີ້ກໍໄດ້ ໂຈໂຈ້ ມິຣາໂຄ້ ຫລື ທ່ານ ຈິລະສັກ ສາຍສະໜິດ ປະທານບໍລິສັດມິຣາໂຄ້ໂປດັກ ມາເປັນຜູ້ສ້າງ. ສຳລັບ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice ເປັນຮູບເງົາທີ່ໃຫ້ແຮງບັນດານໃຈ ເຂົ້າກັບຄົນທີ່ສັດທາໃນຄວາມຝັນ, ຖ່າຍທອດເລື່ອງລາວໂດຍຫນຸ່ມໂດ້ ຜູ້ຊ່ວຍພໍ່ຄົວສຸດຂີ້ອາຍ ແລະ ຟ້າໂປຼດິວເຊີ້ສາວທີ່ມີຄວາມຫມຸ້ງຫມັ້ນໃນການຢາກສ້າງນັກຮ້ອງທີ່ມີຄຸນນະພາບປະດັບວົງການ.. ໂດ້ຫນຸ່ມຂີ້ອາຍທີ່ຕ້ອງມາປະກວດຮ້ອງເພງດ້ວຍຄວາມຈຳເປັນ, ແຕ່ເລິກໆແລ້ວໂດ້ກໍມີຄວາມຝັນຢາກເປັນນັກຮ້ອງເຊັ່ນກັນ, ຟ້າຈຶ່ງເປັນອີກຫນື່ງແຮງພັກດັນທີ່ພາໂດ້ໄປໃຫ້ເຖິງຝັນ, ແຖມໃນຮູບເງົາດັ່ງກ່າວຍັງເພີ່ມອັດທະລົດຄວາມມ່ວນຫົວຈົນທ້ອງແຂງໂດຍເພື່ອນແລະອ້າຍຕົວແສບ, ອ້າຍປຶດ ແລະ ນົກ, ຮັບຮອງວ່າ ຮູບເງົາເລື່ອງ “ສຽງສຸດທ້າຍ” The Last Voice ຮູບເງົາເລື່ອງນີ້ຈະໃຫ້ຄວາມສຸກ ຮອຍຍິ້ມ ແລະ ຄວາມປະທັບໃຈຢ່າງແນ່ນອນ .. (ມີຕົວຢ່າງ) …
Read More »News
ອະລັງການງານສ້າງ! “ຊຸດຍັກທົດສະກັນ” ຊຸດປະຈຳຊາດຂອງ ຢຸ້ຍ ສັນທະນີ ໃນເວທີ Miss Supranational 2018 ທີ່ໂປແລນ
ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່… ແລະ ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຊຸດແມ່ນມີຄວາມອະລັງການງານສ້າງ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ຄວາມສຳຄັນເປັນທີ່ສຸດ. ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …
Read More »ມີໃຜເຄີຍເປັນແບບນີ້ບໍ່??? ຖອນເງິນມາມີຕຳນິ ແຕ່ທະນາຄານບໍ່ຢາກຮັບຄືນ!!!
ມີໃຜເຄີຍເປັນແບບນີ້ບໍ່??? ເນື່ອງຈາກໃນວັນທີ 21 ພະຈິກ 2018 ທີ່ຜ່ານມາ ໄດ້ມີສະມາຊິກຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາເປີດໃຈຜ່ານເຟສບຸກສ່ວນຕົວ ຈາກເຫດການກໍລະນີທີ່ໄດ້ໄປຖອນເງີນ ເປັນສະກຸນເງິນດອນລາ ແຕ່ມີເຫດການເມື່ອໄປຖອນມາແລ້ວເງິນດັ່ງກ່າວໄດ້ມີຕຳນິ ບໍ່ສາມາດນຳໃຊ້ໃນ ສປປ ລາວ ໄດ້ ແຕ່ທະນາຄານບໍ່ຢາກຮັບຄືນ ຈຶ່ງເຮັດໃຫ້ເກີດມີກະແສດຣ່າມາກັນຈາກໂລກອອນລາຍຢ່າງຫຼວງຫຼາຍ ເຊິ່ງເລື່ອງລາວທີ່ຜູ້ໃຊ້ເຟສບຸກລາຍດັ່ງກ່າວໄດ້ໂພສມີດັ່ງນີ້: “ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປຊໍາລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປຊໍາລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້ ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້ ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ຈັນຍາບັນພະນັກງານທະນາຄານບໍ່ມີເລີຍມືງ ) ຄືຊິແມ່ນຫົວຫນ້າຍ່າງມາຖາມເຫດການ : ມີຫຍັງນໍ້ ຂ້ອຍ : ກໍ່ຖາມເລື່ອງເງີນ ເພີ່ນ : ເປັນໄປບໍ່ໄດ້ວ່າອອກຈາກທາງເຮົາ ເພາະເງີນທຸກໃບຜ່ານເຄື່ອງກວດ ແນ່ໃຈວ່າບໍ່ແມ່ນເອົາມາຈາກບ່ອນ ຂ້ອຍ: …
Read More »ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!
ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL
Read More »ຢຸ້ຍ ສັນທະນີ Miss Supranational Laos 2018 ໃຫ້ສຳພາດແບບເປີດໃຈກັບໂທລະພາບປະເທດເພື່ອນບ້ານແບບນີ້…
ຢຸ້ຍ ສັນທະນີ ໃສມະນີວັນ Miss Supranational Laos 2018 ໄດ້ມີໂອກາດໄປຮ່ວມໃຫ້ສຳພາດແບບເປີດໃຈກັບລາຍການ “ປະເດັນດັງ” ທາງໂທລະພາບຊ່ອງມາຍາເຊເນວຂອງປະເທດເພື່ອນບ້ານແບບນີ້… (ເບິ່ງຄລິບ) ການສຳພາດຂອງ ຢຸ້ຍ ສັນທະນີ ໃນຄັ້ງນີ້ແມ່ນໄດ້ສຳພາດແບບເປີດໃຈ ແລະ ບອກເລົ່າປະຫວັດການເຮັດວຽກ ການປະກວດເວທີຕ່າງໆ ກ່ອນທີ່ຈະມາເປັນ Miss Supranational Laos 2018 ແລະ ຍັງໄດ້ເປັນຕົວແທນສາວງາມປະເທດລາວເພື່ອໄປປະກວດໃນເວທີໂລກ Miss Supranational 2018 ທີ່ ປະເທດ ໂປແລນ ອີກດ້ວຍ. ສຳລັບການປະກວດ Miss Supranational 2018 ທີ່ ປະເທດ ໂປແລນ ຈະມີຮອບຕັດສິນໃນວັນທີ 7 ເດືອນ ທັນວາ 2018 ນີ້, ຢ່າງໃດເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy
Read More »