Breaking News

News

ສາວງາມແຫ່ງເມືອງໄດໂນເສົາຮ້ອຍລ້ານປີ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ກັບມາພົບກັນໃນຕອນແລງຂອງມື້ວັນສຸກ ທ້າຍອາທິດແບບນີ້ ແອັດກໍເລີຍຈະພາໄປເບິ່ງສາວງາມໆ…ສາວນ້ອຍສາວໃຫຍ່ ຂອງດິນແດນແຫ່ງເມືອງໄດໂນເສົາ ເຊິ່ງແຕ່ລະຄົນນັ້ນແອັດຂໍບອກເລີຍວ່າ ມີຄວາມງົດງາມໄປຄົນລະແບບ ຄົນລະ Style ແຕ່ມີຄວາມໜ້າຮັກສົດໃສໃນແບບຂອງສາວລາວເຮົາ. ໂອ໋ຍ…ເຫັນບັນດາສາວງາມໆແບບນີ້ແລ້ວໜຸ່ມທັງຫຼາຍຄົງມີຄວາມຄິດໃນຫົວວ່າ ຢາກໄປຮຽນຢູ່ສະຫວັນນະເຂດແລ້ວແມ່ນບໍ!! ເອົາເປັນວ່າບໍ່ເສຍເວລາເຮົາໄປເບິ່ງພ້ອມກັນເລີຍໄປ… ຮູບພາບ: ສາວສະຫວັນນະເຂດ

Read More »

ໂປຟາຍບໍ່ທຳມະດາ! ອອນອະນົງ ດີກຼີນັກຮຽນນອກອີກໜຶ່ງສາວທີ່ໜ້າຈັບຕາເບິ່ງໃນ Miss Universe Laos!!!

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe Laos 2017 ແລະ ຈະປະກວດກັນໃນວັນທີ 26 ສິງຫາ 2017 ນີ້, ໃນມື້ນີ້ ຊະນີIndy ກໍມີອີກໜຶ່ງນ້ອງນາງສາວ ອອນອານົງ ຫອມສົມບັດ (ອອນ) ໝາຍເລກ MUL9 ທີ່ເວົ້າໄດ້ເລີຍວ່ານາງເປັນຄົນທີ່ງາມ ແລະເກັ່ງຫຼາຍມີຄຸນນະສົມບັດພຽບພ້ອມ, ທີ່ເວົ້າມາບໍ່ແມ່ນວ່າຈະມາເຊຍ ຫຼື ເວົ້າໃຫ້ແຟນໆຫຼົງເຊື່ອແຕ່ໂປຟາຍຂອງນາງບໍ່ທຳມະດາອີ່ຫຼີ ລອງມາຮູ້ຈັກກັບສາວງາມຄົນນີ້ຈາກບົດສຳພາດແບບເຈາະເລິກແລ້ວທຸກຄົນຈະໄດ້ຮູ້ວ່າຄົນລາວ ແມ່ຍິງລາວເຮົາເກັ່ງພຽງໃດ… #ຄົນລາວເຮົາເກັ່ງປານນີ້ຖ້າຫຍັງຢູ່ແຊຣໄປໃຫ້ໂລກຮູ້ ຂວັນໃຈ: ສະບາຍດີ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຈົບການສຶກສາ-ສາຂາ? ຄວາມສາມາດພິເສດ? ຄວາມຮູ້ດ້ານພາສາ ໄດ້ຈັກພາສາ? ໄດ້ຍິນວ່າເປັນເດັກທຶນ ມີໄດ້ທຶນຫຍັງແດ່…ເຄີຍໄປຮຽນປະເທດໃດແດ່? ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ22ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ …

Read More »

ຄະນະມິສແກຣນລາວ 2017 ແລະ ນາງສາວລາວ 2016 ຮ່ວມສຳພາດໃນ Workpoint ໂທລະພາບດັງຂອງໄທ ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ.

ເປັນທີ່ຍິນດີເມື່ອບັນດາຄະນະນາງສາວ ມິສແກຣນລາວ 2017 ນຳທີມໂດຍ ຟ້າໃສ ນໍລະສິງ ມິສແກຣນລາວ 2017 , ມີ່ມີ່ ພູນຊັບ ຮອງອັນດັບ 1 ມິສແກຣນລາວ 2017, ແລະ ບັນດານ້ອງນາງສາວຮອງມິສແກຣນ ແລະ ນອກຈາກນັ້ນຍັງມີ ບຸດສະບາ ແສງປັນ ນາງສາວລາວ 2016 ທີ່ໄດ້ໄປຢ້ຽມຢາມ ແລະ ຮ່ວມໃຫ້ສຳພາດ ໃນວັນທີ 25 ສິງຫາ 2017 ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ ໃນໂທລະພາບ Workpoint  ຊຶ່ງເປັນໂທລະພາບທີ່ມີຊື່ສຽງໃນປະເທດເພື່ອນບ້ານ. ເຊິ່ງກໍຖືວ່າເປັນການດີທີ່ຄົນລາວເຮົາກໍສາມາດໄປເຜີຍແຜ່ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວຂອງປະເທດລາວທີ່ງົດງາມໃຫ້ຊາວຕ່າງຊາດໄດ້ຮັບຮູ້. #ເປັນເລື່ອງດີທີ່ຄວນແຊຣ ຮູບພາບ: MISS GRAND LAOS ມີສແກຣນລາວ

Read More »

ງາມຫຼາຍ! ມາເບິ່ງການນຸ່ງຖືແບບລາວໆຂອງສາວ ບາບີ້ ປິຍະມາດ!!!

ມື້ນີ້ ຊະນີIndy ນຳເອົາຮູບພາບງາມໆຂອງສາວ ບາບີ້ ປິຍະມາດ ນາງແບບ-ນັກສະແດງ ມາຝາກທຸກຄົນບອກເລີຍວ່າ ບາບີ້ ກໍເປັນດາລາສາວຂອງລາວທີ່ມັກນຸ່ງຖືຊຸດໄໝລາວ ເບິ່ງແລ້ວງາມອ່ອນຊ້ອຍ ສົມກັບເປັນແມ່ຍິງລາວທີ່ສຸດ, ບໍ່ວ່າຈະເປັນມື້ທຳມະດາ ຫຼື ຕາມເທສະການຕ່າງໆກໍມັກຈະເຫັນສາວ ບາບີ້ ເພິ່ນນຸ່ງຖືຊຸດໄໝລາວທຸກແບບທຸກສະຕາຍ ທັງໄໝລາວແບບພື້ນບ້ານ ແລະ ໄໝລາວແບບປະຍຸກແຕ່ລະແບບກໍຈະງາມແຕກຕ່າງກັນໄປ. ແຟນໆລອງມາເບິ່ງກັນເອງເດີ້…ວ່າຈະງາມສົມກັບ ຊະນີIndy ຍ້ອງແທ້ບໍ່??? #ແຊຣໄປໃຫ້ໂລກຮູ້ແມ່ຍິງລາວງາມຫຼາຍ ຮູບພາບ: barbie_piyamarth

Read More »

ງາມຫຼາຍ! ລູກນໍ້າ ທິດາລັດ ດາລາດັງຈາກລາວຮ່ວມງານທີ່ປະເທດໄທ ສື່ມວນຊົນໃຫ້ຄວາມສົນໃຈ!!!

ລູກນໍ້າ ທິດາລັດວົງສິຣິ  ດາລາ-ນັກສະແດງຄົນດັງຈາກລາວຮ່ວມງານ “Feora the idol awards” ໃນວັນທີ 20 ສິງຫາ 2017 ທີ່ຜ່ານມາ ້ເຊິ່ງ ລູກນໍ້າ ມາໃນຊຸດລາຕີຍາວສີຟ້າ ຂໍບອກວ່າງາມຫຼາຍໆ, ນອກຈາກນັ້ນຍັງໄດ້ຮ່ວມສຳພາດກັບນັກສະແດງໜຸ່ມຈາກປະເທດໄທມີນາມວ່າ ເຈເຈ ແລະບັນດາສື່ມວນຊົນຈາກປະເທດໄທກໍຍັງໃຫ້ຄວາມສົນໃຈດາລາສາວຈາກປະເທດລາວຄົນນີ້ຢ່າງຫຼວງຫຼາຍ!!! ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກໍເປັນອີກໜຶ່ງດາລາສາວທີ່ມີຄວາມໂດ່ງດັງຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ກ່ອນໜ້ານີ້ສາວ ລູກນໍ້າ ກໍຍັງມີໂອກາດໄດ້ໄປຮ່ວມໃນງານປະກາດຜົນລະດັບປະເທດຂອງປະເທດເພື່ອນບ້ານ ເດີນເສີດສາຍໃນພົມແດງຮ່ວມກັບດາລາດັງໆຂອງປະເທດໄທມາແລ້ວຫຼາຍຄົນ ຈົນເກີດເປັນກະແສ Talk of the town ໃນໄລຍະທີ່ຜ່ານມາອີກດ້ວຍ. ຂໍຂອບໃຈ: Louknum Vongsili

Read More »