Breaking News

News

ແຈ້ງການດ່ວນ! ໃຫ້ຫຼຸດຜ່ອນການອອກຫວຍ ຕ້ອງມີິຄວາມໂປ່ງໃສ, ຢຸດເຊົາຫວຍທວາຍຜົນເຕະບານ ແລະ ຫວຍຂູດແມ່ນ???

ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 1244 / ຫສນຍ.ກລຂ  ລົງວັນທີ 17 ສິງຫາ 2017 ເລື່ອງ ການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ. ຂໍແຈ້ງມາໃຫ້ທ່ານຊາບວ່າ: ຫວຍພັດທະນາລາວທີ່ຜ່ານມາແມ່ນອອກອາທິດໜຶ່ງ 2 ຄັ້ງ ໃຫ້ປ່ຽນມາເປັນອາທິດລະຄັ້ງ, ໃຫ້ຢຸດເຊົາຫວຍທວາຍຜົນເຕະບານ ແລະ ສ່ວນ ຫວຍຂູດ ແມ່ນໃຫ້ສຶບຕໍ່ຈຳໜ່າຍສະເພາະຈຳນວນທີ່ຜະລິດຕົວຈິງ ແລະ ກວດກາ ຄຸ້ມຄອງການຄ້າຂາຍຫວຍເຖື່ອນຈາກຕ່າງປະເທດ…ລາຍລະອຽດອ່ານແຈ້ງການລຸ່ມນີ້ໄດ້: ຂໍຂອບໃຈທີ່ມາຈາກ: target magazine

Read More »

ມາລິສາ ສີດາຈັນ (ມ່າຊ່າ) ໂດດເດັ່ນທີ່ລວງສູງເຖິງ 180cm ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017

ມາລິສາ ສີດາຈັນ (ມ່າຊ່າ) ອາຍຸ 24 ປີ ໜຶ່ງໃນຜູ້ເຂົ້າປະກວດ Miss Universe Laos 2017 ໝາຍເລກ MUL6 ເປັນຜູ້ທີ່ມີຄວາມໂດດເດັ່ນເພາະມີລວງສູງເຖິງ 180cm ແລະ ເປັນລູກຊອດ ຣັດເຊຍ, ມ່າຊ່າ ມາລິສາ ເປັນຄົນທີ່ມີຄວາມສາມາດຫຼາກຫຼາຍດ້ານ ນາງມີຄວາມໝັ້ນໃຈ, ເກັ່ງດ້ານພາສາ ແລະ ຍັງມີຄວາມສາມາດເປັນນັກກິລາ volleyball ທີມຊາດລາວ ແລະຍັງເປັນນາງແບບ ປະສົບການທີ່ຜ່ານມາເຄີຍເດີນແບບມາຫລາຍເວທີທັງພາຍໃນ ແລະຕ່າງປະເທດເຊີ່ງຈະສາມາດສ້າງຄວາມໂດດເດັ່ນໃນເວທີສາກົນມາຫຼາຍເວທີ, ປັດຈຸບັນ ມ່າຊ່າ ມາລິສາ ສີດາຈັນ ໄດ້ເຂົ້າປະກວດນາງງາມ ແລະ ຕິດຮອບ 10 ຄົນສຸດທ້າຍ ແລະ ກຳລັງເປັນດາວເດັ່ນອີກໜຶ່ງຄົນໃນກອງປະກວດ Miss Universe Laos 2017. #ແຊຣເພື່ອເປັນກຳລັງໃຈໃຫ້ສາວກ້ານຍາວຄົນນີ້ ຂໍຂອບໃຈ: Masha Malisa Sidachanh , Firstmodelinglao ,  Miss Universe Laos ມີສຢູນີເວີຣສ …

Read More »

ຜູ້ກຳກັບພັນລ້ານ ເຈ້ຍ ປາຊິຟິກ ຮ່ວມເປີດໂຕຮູບເງົາ ພ້ອມຖ່າຍຮູບກັບເນັດໄອດໍ້ໄທ ສຸດເຊັກຊີ່!!!

ມາເບິ່ງຫຍັງຜ່ອນຄາຍສະໝອງກັນແດ່!!! ຜູ້ກຳກັບພັນລ້ານ ອ້າຍ  ເຈ້ຍ ປາຊິຟິກ ຮ່ວມເປີດໂຕຮູບເງົາ “ເນັດໄອດາຍ” ໃນວັນທີ 16 ສິງຫາ 2017 ທີ່ຜ່ານມາ ຢູ່ປະເທດເພື່ອນບ້ານ ພ້ອມຖ່າຍຮູບກັບບັນດາເນັດໄອດໍ້ສາວໄທ ສຸດເຊັກຊີ່ ແລະ ໄດ້ໂພສຮູບພາບດັ່ງກ່າວລົງໃນເຟສບຸກ ພ້ອມຂຽນຄຳອະທິບາຍອອກແນວຕະຫຼົກອີກວ່າ: “ງານເປີດໂຕ ເນັດ ໄອ ດາຍ ມື້ວານແຕ່ມື້ນີ້ສາຍແລ້ວເດີ້ມີທັງ ມັນແກວ ນົມຄຸນນະທໍາ ພາ ກັບໃຜອີກບຸ ສາຍຍາ ສຸດຊອຍ ບໍ່ຄ່ອຍໄດ້ຕິດຕາມ ແຕ່ເຫັນຫມູ່ ແຊຣ ຕະຫລອດ 555″ ເຮັດໃຫ້ແຟນຄລັບເຂົ້າມາກົດໄລ້ຮູບພາບກັນຢ່າງຫຼວງຫຼາຍ. ບອກເລີຍງານນີ້ໝຸ່ມໆຕ້ອງມີອິດສາ ອ້າຍ ເຈ້ຍ ກັນບໍ່ໜ້ອຍກໍຫຼາຍເລີຍ ກໍຈະບໍ່ໃຫ້ອິດສາໄດ້ແນວໃດ ສາວໆເນັດໄອດໍ້ຄົນໃດເບິ່ງແລ້ວເຊັກຊີ່ສຸດຍອດອີ່ຫລີ!!! ຮູບພາບ: Phoumsana Jear Pacific

Read More »

ສຸດຍອດ! ສາວຜູ້ບໍ່ຍອມແພ້ ເຄີຍຄິດຂ້າໂຕຕາຍຍ້ອນເປັນພະຍາດດ່າງຂາວ ປັດຈຸບັນກັບພູມໃຈໃນສິ່ງທີ່ເປັນ!!!

ນອກຈາກໂລກນີ້ຈະມີ Winnie Harlow ນາງແບບສາວຜິວດ່າງຂາວຄົນທຳອິດຂອງໂລກໄປແລ້ວ ກາຍເປັນຜູ້ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກໄດ້ໝັ້ນໃຈໃນຄວາມງົດງາມຂອງຕົວເອງ. ໃນມື້ນີ້ເຮົາມີແມ່ຍິງເຂັ້ມແຂງອີກໜຶ່ງຄົນມີຊື່ວ່າ Iomikoe Johnson ອາຍຸ 37 ປີ ຜູ້ປ່ວຍພະຍາດດ່າງຂາວ ຈາກຣັດຫຼຸຍເຊຍນ່າ ປະເທດ ອາເມລິກາ ມາເປັນແຮງບັນດານໃຈໃຫ້ກັບທຸກໆຄົນທີ່ມີຄວາມແຕກຕ່າງໄດ້ກ້າອອກມາປ່ຽນຊີວິດຂອງຕົວເອງ Iomikoe Johnson ແມ່ລູກ 4 ນາງເປັນຄົນຜິວສີໂດຍກຳເນີດ ແຕ່ເມື່ອ 12 ປີທີ່ຜ່ານມາລາວໄດ້ເຈິກັບການປ່ຽນແປງຄັ້ງຍິ່ງໃຫ່ຍ ເມື່ອມີຈຸດນ້ອຍໆສີຂາວ ຂື້ນທີ່ແຂນແລະແຜ່ລາມໄປທົ່ວຮ່າງກາຍ ຊຶ່ງມັນເຮັດໃຫ້ Iomikoe Johnson ມີຄວາມຕົກໃຈ ຮູ້ສຶກເຄັ່ງຄຽດກັບສິ່ງທີ່ເກີດຂຶ້ນ ຕອນນັ້ນລາວຄິດວ່າຕົນເອງເປັນພະຍາດມະເຮັງ ແຕ່ຕໍ່ມາໝໍໄດ້ເຮັດການວິນິດໄສວ່າລາວໄດ້ເປັນພະຍາດດ່າງຂາວ ກໍເລີຍຄິດຍ້ານວ່າຈະຖືກເຍ້ຍຄືໃນຊ່ວງຍັງນ້ອຍວ່າເປັນຄົນຜິວດຳ Iomikoe Johnson ໄດ້ກ່າວວ່າ: “ຂ້ອຍເຄີຍຖືກປັດຕິເສດທີ່ຈະຈັບມືທັກທາຍ ເພາະອີກຝ່າຍຈ້ອງທີ່ມືຂ້ອຍແລ້ວເຮັດທີທ່າຄືລັງກຽດ ແລະມີຫຼາຍເທື່ອມີຄົນເບີ່ງຂ້ອຍດ້ວຍລັກສະນະລັງກຽດ  ແລະ ຢ້ານໂດຍສະເພາະເດັກນ້ອຍ” ດັ່ງນັ້ນ ທຸກມື້ກ່ອນອອກຈາກບ້ານ Iomikoe Johnson ຈຶ່ງຕ້ອງໃຊ້ເວລາເກືອບຊົ່ວໂມງໃນການລົງເຄື່ອງສຳອາງ ເພື່ອອຳພາງຮອຍດ່າງໃນຮ່າງກາຍ ໃສ່ໄດ້ພຽງແຕ່ເສື້ອແຂນຍາວເທົ່ານັ້ນ ເຊິ່ງມັນເຮັດໃຫ້ລາວຮູ້ສຶກເຄັ່ງຄຽດ ແລະເມື່ອຍ ຈົນມີຄວາມຄິດຢາກຂ້າຕົວຕາຍຫຼາຍເທື່ອ ແຕ່ທຸກໆເທື່ອທີ່ຜ່ານມາໄດ້ຈາກການໃຫ້ກຳລັງໃຈຈາກຄົນໃນຄອບຄົວ ໂດຍສະເພາະຄົນຮັກຂອງນາງ …

Read More »

ກຣີດໆໆໆ…ຢາກເບິ່ງແລ້ວ! ຮູບເງົາ “ຄິດຮອດຫຼວງພະບາງ” ສະແດງນຳໂດຍຄູ່ພະນາງ ລາວ-ໄທ (ບາບີ້-ຊາຄຣິດ)

ເປັນຂ່າວດີໃຫ້ກັບວົງການຮູບເງົາລາວອີກແລ້ວ ເພາະໄວໆນີ້ແຟນໆກຳລັງຈະໄດ້ເບິ່ງຮູບເງົາເລື່ອງໃໝ່ “ຄິດຮອດຫຼວງພະບາງ” ຮັບບົດສະແດງນຳໂດຍ ຊາຄຣິດ ແຍ້ມນາມ ພະເອກຊື່ດັງຈາກປະເທດເພື່ອນບ້ານ ແລະ ບາບີ້ ປີຍະມາດ ນາງແບບ-ນັກສະແດງຈາກລາວ, ເຊິ່ງເປັນການຢັນຢັນຈາກຄ້າຍ ເຟີດໂມເດວລິ່ງ ເຊິ່ງເປັນຄ້າຍທີ່ນາງເອກສາວ ບາບີ້ ສັງກັດຢູ່ໄດ້ອອກມາຢືນຢັນແລ້ວວ່າ ບາບີ້ ປີຍະມາດ ກຳລັງຈະມີການສະແດງຮູບເງົາເລື່ອງໃໝ່ເປັນຮູບເງົາລະຫວ່າງ ລາວ-ໄທ ມີຊື່ເລື່ອງວ່າ “ຄິດຮອດຫຼວງພະບາງ” ໂດຍໄດ້ພະເອກຄິວທອງຊື່ດັງ ຊາຄຣິດ ແຍ້ມນາມ ມາຮັບບົດເປັນພະເອກ ແລະ ໄດ້ນາງເອກຂອງເລື່ອງຈາກລາວ ບາບີ້ ປີຍະມາດ ມາຮັບບົດເປັນນາງເອກຂອງຮູບເງົາເລື່ອງດັ່ງກ່າວ. #ແຊຣໄປໃຫ້ໂລກຮູ້ ສຳລັບສາວ ບາບີ້ ປິຍະມາດ ຜົນງານການສະແດງທີ່ຜ່ານມາຂອງນາງກໍຄືຫຼິ້ນເປັນນາງເອກຮອງໃນຮູບເງົາພັນລ້ານຂອງລາວ “ຫົງຫາມເຕົ່າ ຂ້ອຍຕວົະເຈົ້າ ເຮົາຮັກກັນ” ແລະ ໃນຮູບເງົາເລື່ອງ “ຄິດຮອດຫຼວງພະບາງ” ນີ້ຈະຮັບບົດເປັນນາງເອກເຕັມໂຕ, ສ່ວນຜົນງານອື່ນໆກໍຈະມີຖ່າຍແບບ, ເດີນແບບ, ສະແດງເອັມວີ ແລະ ງານເດີນແບບຕ່າງໆທັງພາຍໃນແລະຕ່າງປະເທດມາຢ່າງຫຼວງຫຼາຍ. ຂໍຂອບໃຈສຳລັບຮູບພາບ

Read More »