Breaking News

News

ພິທີຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ 20 ປີ ສປປ ລາວ ເຂົ້າອາຊຽນ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2017, ທີ່ສວນສະທາລະນະປະຕູໄຊ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານໃນພິທີຍ່າງເພື່ອສຸຂະພາບ ເຊິ່ງເປັນໜຶ່ງໃນບັນດາກິດຈະກຳທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 50 ປີ (8/81997-8/8/2017) ແລະ ຄົບຮອບ 20 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2017). ໃຫ້ກຽດເຂົ້າຮ່ວມໃນພິທີຍ່າງເພື່ອສຸຂະພາບຄັ້ງນີ້ມີ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາອະດີດການນຳ, ລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານ, ທະຫານ, ຕຳຫຼວດຈາກບັນດາກະຊວງ ແລະ ຂະແໜງຕ່າງໆທີ່ຮັບຜິດຊອບວຽກອາຊຽນ, ບັນດາເອກອັກຄະລັດຖະທູດ ແລະ ນັກການທູດປະເທດຕ່າງໆ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳ ສປປ …

Read More »

ຊ໋ອກວົງການບັນເທິງ! VJ ສາວຊື່ດັງເກີດອຸບັດເຫດອາການໜ້າເປັນຫ່ວງ!!!

ເປີດເຟສບຸກມາກໍເກີດເລື່ອງຊ໋ອກວົງການບັນເທິງ!!! ໃນວັນທີ 10 ສິງຫາ 2017 ເວລາ 23:30 ນາທີ ໄດ້ມີລົດໃຫ່ຍຕຳກັບລົດໃຫຍ່ຢ່າງຮຸນແຮງ ຢູ່ບ້ານ ດອນໜູນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໃນເຫດການດັ່ງກ່າວພົບເຫັນສະພາບລົດທັງສອງເປ່ເພເສຍຫາຍຢ່າງໜັກໜ່ວງພ້ອມຍັງພົບເຫັນຜູ້ບາດເຈັບອີກ 1 ຄົນເປັນເພດຍິງເຊິ່ງເປັນຄົນໃນວົງການບັນເທິງ VJ ແຫຼ້ ສຸນັນທາ ອາການສາຫັດ ແລະ ຍັງພົບຕິດຢູ່ພາຍໃນລົດ 2 ຄົນເປັນເພດຍິງ 1 ຄົນໄດ້ເສຍຊີວິດຄາທີ່. ເຫດການດັ່ງກ່າວເຮັດໃຫ້ມີອ້າຍເອື້ອຍນ້ອງໃນວົງການບັນເທິງ ບັນດາໝູ່ເພື່ອນ ແລະແຟນຄລັບຂອງ VJ ແຫຼ້ ສຸນັນທາ  ເຂົ້າໄປໃຫ້ກຳລັງໃຈໂດຍການໂພສຮູບແລະຂຽນໃຫ້ກຳລັງໃຈສາວຄົນນີ້ທີ່ກຳລັງຢູ່ໃນອາການບາດເຈັບສາຫັດກັນຈົນເຕັມໜ້າວໍ VJ Lae Soununthar ເຊິ່ງເປັນເຟສບຸກຂອງ VJ ສາວຄົນດັ່ງກ່າວ. ເວັບໄຊ້ ຂວັນໃຈ ແລະແຟນເພສທຸກໆຄົນກໍຂໍໃຫ້ກຳລັງໃຈ VJ ແຫຼ້ ສຸນັນທາ  ໃຫ້ປອດໄພຈາກເຫດການຄັ້ງນີ້ໄວໆ ແລະຈົ່ງກັບມາສ້າງສັນຜົນງານໃນວົງການບັນເທີງລາວເຮົາໄວໆເດີ້ ສູ້ໆ ແລະກໍຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດໃນເຫດການອຸບັດເຫດໃນຄັ້ງນີ້!!! ຂໍຂອບໃຈຮູບພາບ: VJ Lae Soununthar , ສະມາຄົມອາສາ …

Read More »

ຮູບເງົາ “ນາຄີ ພາກ2” ເປີດກ້ອງແລ້ວ ແຖມໄດ້ພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກ!!!

ກັບມາຕາມຄຳຮຽກຮ້ອງຂອງບັນດາແຟນໆລະຄອນ ນາຄີ ເຊິ່ງໃນລະຄອນພາກກ່ອນກໍຮັບບົດຫຼັກໂດຍນາງເອກໃນຕາຫວານ ແຕ້ວ ນະຖະພອນ ແລະ ພະເອກສຸດຫຼໍ່ ເຄນ ພູພູມ ທີ່ໃນພາກກ່ອນກໍສ້າງປະກົດການຮືຮາຖືໄດ້ວ່າເປັນລະຄອນທີ່ມີເລດຕິ້ງດີ ແຟນລະຄອນຕ່າງພາກັນເວົ້າເຖິງແລະຕິດກັນໃນໄລຍະນັ້ນໄປທົ່ວບ້ານທົ່ວເມືອງ. ໃນວັນທີ 9 ສິງຫາ 2017 ທາງຜູ້ກຳກັບຊື່ດັງ ອ໋ອບ ພົງພັດ ກໍໄດ້ລວມຕົວກັບບັນດານັກສະແດງ ແລະທີມງານ ຈັດພິທີບວງສວງ ນາຄີພາກ2 ເຊິ່ງໃນພາກນີ້ຈະມາໃນຮູບແບບຂອງເວີຊັ່ນຮູບເງົາ ແລະຍັງໄດ້ເຊີໄພ້ແຟນໆໂດຍທີ່ໄດ້ທາບທາມເອົາພະນາງຄູ່ຈິ້ນ ນະເດດ-ຢ່າຢ້າ ມາຮັບບົດສະແດງຫຼັກໃນຮູບເງົາເລື່ອງ ນາຄີ2 ນີ້ອີກດ້ວຍ,  ແຕ່ສຳລັບແຟນໆລະຄອນທີ່ເປັນແຟນຄລັບຂອງສາວ ແຕ້ວ ແລະ ໜຸ່ມ ເຄນ ກໍບໍ່ຕ້ອງເສີຍໃຈໄປເພາະຄູ່ພະນາງທັງສອງກໍຍັງຈະສະແດງຢູ່ໃນຮູບເງົາເລື່ອງນີ້ເຊັ່ນເກົ່າ. ຮູບເງົາ ນາຄີ 2 ນີ້ຈະມີເນື້ອເລື່ອງຫຍໍ້ຄື: ເລື່ອງນີ້ຈະມາໃນແນວທີ່ເວົ້າເຖິງຊະຕາກຳຂອງມະນຸດເຮົາ ພົມລິຂິດຂອງແຕ່ລະຄົນ ຈະມີການເວົ້າເຖິງບາບກຳທີ່ຄົນສ້າງຂຶ້ນ ແລະເວົ້າເຖິງເລື່ອງລາວຂອງການແກ້ແຄ້ນ ໂດຍສ້າງຄວາມເສຍຫາຍໃຫ້ເຈົ້າແມ່ນາຄີ ເຊິ່ງຈະມີທັງຕົວລະຄອນໃນອະດີດແລະປັດຈຸບັນ ແລະ ນາຄີ 2 ນັ້ນຈະມີຄວາມມ່ວນ ແລະປະສົບຜົນສຳເລັດຄືກັບລະຄອນໃນພາກກ່ອນບໍ່ ຕ້ອງລໍຖ້າຕິດຕາມໄປພ້ອມໆກັນ!!! …

Read More »

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຕ່າງຊາດ (ມີຄລິບ)

ຊາວເນັດແຫ່ແຊຣ! ພົນລະເມືອງດີຊ່ວຍຈັບໂຈນດຶງກະເປົ໋ານັກທ່ອງທ່ຽວຊາວຕ່າງຊາດ ໃນວັນທີ 9 ສິງຫາ 2017 ທີ່ຜ່ານມາ, ເຫດການດັ່ງກ່າວໄດ້ເກີດຂຶ້ນຢູ່ເຂດບ້ານ ສີຫອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ກໍຂໍຊົມເຊີຍພົນລະເມືອງດີ ອ້າຍ ອາລີ້ ແກ້ວມະນີໄຊ ແລະປະຊາຊົນອີກຫຼາຍໆຄົນທີ່ຍັງຊວ່ຍກັນເປັນຫູເປັນຕາຊ່ວຍຈັບໂຈນໄດ້ຈົນສຳເລັດ, ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ໂດຍຜູ້ໃຊ້ເຟສບຸກລາຍໜຶ່ງໂດຍໄດ້ໂພສແລະຂຽນຄຳອະທິບາຍວ່າ: “ຊົມເຊີຍອາລີ້ ເຈົ້າຂອງຮ້ານນໍ້າເຕົາຮູ້ໃບເຕີຍ (ສີຫອມ)ໄດ້ຊ່ວຍຈັບຄົນຮ້າຍທີ່ດືງກະເປົາຊາວຕ່າງປະເທດ..ສຸດຍອດອາລີ້”  ພໍແຕ່ຄລິບ ແລະຮູບພາບດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີບັນດາສື່ຕ່າງໆ ແລະປະຊາຊົນໃຫ້ຄວາມສົນໃຈຖືກກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ແລະຍັງມີຜູ້ຄົນແຫ່ເຂົ້າໄປຄອມເມັ້ນສະແດງຄວາມຄິດເຫັນບາງຄົນກໍ່ວ່າ: ຍັງດີທີ່ບ້ານເຮົາຍັງມີຄົນດີໆແບບນີ້, ບາງຄົນກໍວ່າຊົມເຊີຍອ້າຍລາວທີ່ໃຈກ້າຈັບໂຈນ, ບາງຄົນກໍຍົກຍ້ອງວ່ານິແຫຼະ Hero ໃນຊີວິດຈິງ ແລະຫຼາຍໆຄວາມຄິດທີ່ເຂົ້າໄປຊື່ນຊົມຈົນເກີດເປັນກະແສສະໝັ່ນໂຊຊ່ຽວພາຍໃນຂ້າມຄືນ. โพสต์โดย OH Bouttavet บน 9 สิงหาคม 2017   ເຖິງຢ່າງໃດກໍຕາມ!!! ການທີ່ສັງຄົມລາວເຮົາຍັງມີຄົນດີໆແບບນີ້ແມ່ນດີຫຼາຍ ແລະກໍຂໍຍົກຍ້ອງຊົມເຊີຍພົນລະເມືອງດີທຸກຄົນທີ່ຊ່ວຍກັນເປັນຫູເປັນຕາ ແລະກຳຈັດກຸ່ມຄົນບໍ່ດີ ໂດຍທີ່ບໍ່ຄິດວ່າມັນເປັນວຽກຂອງໃຜຄົນໃດຄົນໜຶ່ງ ເພາະທຸກໆຄົນກໍຕ້ອງໄດ້ຮ່ວມມືຮ່ວມໃຈກັນ ບ້ານເມືອງເຮົາສັງຄົມເຮົາຈຶ່ງຈະໜ້າຢູ່ຍິ່ງໆຂຶ້ນໄປ. #ຄົນດີໆແບບນີ້ຖ້າຫຍັງຢູ່ແຊຣໄປໆ …

Read More »

ງາມຫຼາຍ! ຊຸບເປີສະຕາຈາກສອງຝັ່ງຂອງ ອໍ້າ ພັດຊະຣາພາ ແລະ ລູກນໍ້າ ທິດາລັດ ຖ່າຍຮູບຮ່ວມກັນ!!!

ເປັນທີ່ຮືຮາເມື່ອ ຊຸບເປີສະຕາໝາຍເລກໜຶ່ງຂອງປະເທດເພື່ອນບ້ານ ອໍ້າ ພັດຊະຣາພາ ໄຊເຊື້ອ ແລະ ນັກສະແດງສາວຊື່ດັງຈາກປະເທດລາວ ລູກນໍ້າ ທິດາລັດ ວົງສິຣິ ໄດ້ຖ່າຍຮູບຮ່ວມກັນໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ໃນວັນທີ 8 ສິງຫາ 2017, ຮູບພາບດັ່ງກ່າວຖືກໂພສຈາກ ລູກນໍ້າ ທິດາລັດ ແລະ ຍັງໄດ້ຂຽນຄຳອະທິບາຍວ່າ: “ດີໃຈນຳເອື້ອຍອໍ້າທີ່ໄດ້ຮັບລາງວັນ” ພໍແຕ່ໂພສຮູບນີ້ອອກໄປກໍເຮັດໃຫ້ມີແຟນຄລັບເຂົ້າໄປກົດໄລ້ ກົດແຊຣກັນສະໜັ່ນຫວັນໄຫວ ແລະຍັງມີແຟນໆເຂົ້າໄປສະແດງຄວາມຄິດເຫັນວ່າ ທັງສອງງາມຫຼາຍ, ບາງຄົນກໍວ່າງາມໜ້າຮັກໝົດທັງສອງຄົນ ແລະອີກຫຼາຍໆຄອມເມັ້ນທີ່ເຂົ້າໄປສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ. ເບິ່ງໄປແລ້ວທັງ ເອື້ອຍ ອໍ້າ ແລະ ນ້ອງ ລູກນໍ້າ ກໍງາມໜ້າຮັກໝົດ 2 ເລີຍ ບໍ່ວ່າຈະເປັນ ສາວລາວ ຫຼື ສາວໄທ ກໍງາມໜ້າຮັກ ມີສະເໜ່ຂອງໃຜລາວ. #ກຳລັງເປັນກະແສແຊຣໄປໆ ຂໍຂອບໃຈຮູບພາບ: aum_patchrapa , Louknum Vongsili

Read More »