Breaking News

News

ລູກນໍ້າ ທິດາລັດ ນັກສະແດງສາວຈາກລາວຮ່ວມງານປະກາດຜົນລາງວັນທີ່ປະເທດໄທ

ລູກນໍ້າ ທິດາຣັດ ວົງສິຣິ ນັກສະແດງສາວຈາກລາວເດີນທາງຮ່ວມເດີນພົມແດງໃນງານປະກາດຜົນລາງວັນ ມາຍາ ມະຫາຊົນ (Maya Awards 2017) ທີ່ປະເທດໄທ ໃນຄໍ່າຄືນວັນທີ 8 ສິງຫາ 2017 ທີ່ຜ່ານມາ, ລູກນໍ້າ ນັກສະແດງສາວຄົນດັງຈາກລາວເຮົາກໍໄດ້ຮ່ວມເສີດສາຍ ໂຊໂຕຢ່າງງົດງາມເທິງພົມແດງໃນງານດຽວກັນກັບສິລະປິນ ແລະ ນັກສະແດງຄົນດັງຈາກປະເທດເພື່ອນບ້ານຫຼາຍຄົນເຊັ່ນ: ອໍ້າ ພັດຊະຣາພາ ໄຊເຊື້ອ, ກົບ ສຸວະນັນ, ໃໝ່ ດາວິກາ ໂຮເນ່, ຍຸ້ຍ ຈີລະນັນ, ເຈມ ຈິຣາຍຸ ແລະຍັງມີສິນລະປິນລະດັບແຖວໜ້າຂອງປະເທດເພື່ອນບ້ານໄປໃນງານນີ້ຢ່າງຫຼວງຫຼາຍ. ສຳລັບ ລູກນໍ້າ ທິດາຣັດ ວົງສິຣິ ກໍເປັນອີກໜຶ່ງນັກສະແດງທີ່ມີຄວາມສາມາດ ແລະ ໃນໄວໆນີ້ ລູກນໍ້າ ກໍກຳລັງຈະມີຜົນງານຮ່ວມສະແດງຮູບເງົາ “ມັງກອນນາລີປີສາດ” ຮ່ວມກັບປະເທດເພື່ອນບ້ານອີກດ້ວຍ. #ແຊຣໄປເປັນກຳລັງໃຈໃຫ້ລູກນໍ້າແດ່ ຮູບພາບ:  Louknum Vongsili

Read More »

ອໍ້າ ພັດຊະຣາພາ ຊຸບເປີສະຕາໂຕແມ່ ຮ່ວມງານປະກາດຜົນລາງວັນ ແຖມຄວ້າລາງວັນກັບບ້ານ!!!

ຄໍ່າຄືນຂອງວັນທີ 8 ສິງຫາ 2017 ເປັນທີ່ຮືຮາຂອງບັນດາແຟນຄລັບ ເພາະວ່າດາລາໝາຍເລກ 1 ອໍ້າ ພັດຊະຣາພາ ໄຊເຊື້ອ ຊຸບເປີສະຕາໂຕແມ່ຂອງວົງການບັນເທິງຂອງປະເທດເພື່ອນບ້ານ ໄດ້ໄປຮ່ວມງານປະກາດຜົນລາງວັນຂອງ ມາຍາແຊນເນວ ແລະຍັງເປັນດາລາຄົນສຸດທ້າຍທີ່ເດີນພົມແດງປິດທ້າຍງານ (Finale) ພາຍໃນງານກໍມີເຫຼົ່າບັນດາແຟນຄລັບຄົນຮັກ ອໍ້າ ພັດຊະຣາພາ ນຳໄປຕາມເຊຍ ຕາມກຣີດໆໆໆ ດາລາໃນດວງໃຈກັນຢ່າງຫຼວງຫຼາຍ, ແຖມງານນີ້ ຊຸບຕາໝາຍເລກ 1 ຍັງບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາມາດຄວ້າລາງວັນ “ດາລານຳຍິງຂວັນໃຈມະຫາຊົນ” ໃນລະຄອນເລື່ອງ ເພີງພະນາງ ທີ່ດາລາສາວຄົນນີ້ໄດ້ຫຼິ້ນໃນຊ່ວງຕົ້ນປີທີ່ຜ່ານມາຫຼັງຈາກທີ່ຫ່າງຫາຍງານທາງດ້ານລະຄອນມາດົນ. ຮູບພາບ: aum_patchrapa

Read More »

ພູມໃຈ! ບໍລິສັດຕົວແທນຈາກລາວ ໄດ້ຮັບລາງວັນຊຶ່ງເປັນທີ່ຍອມຮັບໃນລະດັບສາກົນ

Havas Riverorchid Laos ໄດ້ຮັບ 3 ລາງວັນສໍາລັບຜົນງານໂຄສະນານໍ້າດື່ມຫົວເສືອ ໃນງານ The Communitor Awards ປະຈໍາປີ ຄັ້ງທີ 23 ທີ່ປະເທດສະຫະລັດອາເມລິກາ. The Communitor Awards ແມ່ນລາງວັນລະດັບສາກົນທີ່ຍອມຮັບເຖິງຄວາມຄິດທີ່ຍິ່ງໃຫຍ່ໃນດ້ານການຕະຫຼາດ ແລະ ການສື່ສານ ເຊິ່ງໄດ້ກໍ່ຕັ້ງຂຶ້ນມາຫຼາຍກວ່າສອງທົດສະວັດແລ້ວ, ໂດຍໃນແຕ່ລະຄັ້ງ ຈະຮັບຜົນງານຫຼາຍກວ່າ 6,000 ລາຍການ ຈາກຫຼາຍໜ່ວຍງານໃນທົ່ວໂລກ, ເຮັດໃຫ້ລາງວັນດັ່ງກ່າວນີ້ ເປັນໜຶ່ງໃນລາງວັນທີ່ໃຫຍ່ທີ່ສຸດໃນໂລກ. Havas Riverorchid Laos ໄດ້ຮັບ 3 ລາງວັນ Silver ສໍາລັບຜົນງານໂທລະທັດກັບຜະລິດຕະພັນ ນໍ້າດື່ມຫົວເສືອ. ລາງວັນຊະນະເລີດ ໄດ້ແກ່ປະເພດ Health and Wellness ລວມໄປເຖິງໃນປະເພດ Craft ສໍາລັບຜົນງານຖ່າຍວິດີໂອໂຄສະນາດີເດັ່ນ ແລະມີເຕັກນິກພິເສດໃນການຖ່າຍວິດີໂອ. ຄວາມພະຍາຍາມໃນການສ້າງສັນຂຶ້ນ ແມ່ນພາຍໃຕ້ແນວຄວາມຄິດ “ພູມໃຈໃນຄວາມເປັນລາວ”. The …

Read More »

ສາວງາມຄີງບາງຮ່າງນ້ອຍ! ຈິດສະດາ ວົງໄຊສະຫວາດ (ມຸກ) ຮອງອັນດັບ 2 ມິດແກຣນລາວ

ມາຮູ້ຈັກກັບອີກໜຶ່ງສາວຕຳແໜ່ງຮອງອັນດັບ 2 ມິດແກຣນລາວ 2017 ນັ້ນກໍຄື ຈິດສະດາ ວົງໄຊສະຫວາດ (ມຸກ) ອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ວິທະຍາໄລ ຣັດຕະນະ ບໍລິຫານທຸລະກິດ ຊັ້ນປີທີ 2, ມຸກ ຈິດສະດາເປັນສາວງາມທີ່ມີສະເໜ່ ເຈົ້າຂອງຄວາມສູງ 1.75 ຊັງຕີແມັດ ແຖມມີຮູບຮ່າງດີ ຄີງບາງຮ່າງນ້ອຍ ມີຮອຍຍິ້ມທີ່ງາມ ທີ່ສຳຄັນມີຄວາມສາມາດ ເປັນສາວໜັ້ນທີ່ມີຄວາມກ້າຄິດກ້າສະແດງອອກ. ຮູ້ບໍ່ວ່າ? ກ່ອນທີ່ ມຸກ ຈິດສະດາ ຈະໄດ້ຕຳແໜ່ງຮອງອັນດັບ 2 ມິສແກຣນລາວ ສາວຄົນນີ້ເຄີຍຜ່ານເວທີການປະກວດ ແລະວຽກໃນວົງການບັນເທີງມາແລ້ວເຊັ່ນ: ມຸກ ເລີ່ມເຂົ້າວົງການບັນເທີງມາຕັ້ງແຕ່ອາຍຸ 16 ປີ ໂດຍການເຂົ້າປະກວດນາງສັງຂານນະຄອນຫຼວງວຽງຈັນ ປີ 2013 ຕິດຮອບ 7 ຄົນສຸດທ້າຍ ແລະເປັນໜຶ່ງໃນຂະບວນແຫ່ນາງສັງຂານ ເປັນໜື່ງໃນລູກສາວຂອງ ພະຍາກະບິນລະພົມ. ຈາກນັ້ນກໍເລີ່ມມີຄົນຮູ້ຈັກ ແລະ ເລີ່ມຮັບງານໃນວົງການບັນເທີງມາເລື້ອຍໆເດັ່ນໆກໍຈະເປັນງານເດີນແບບ, …

Read More »

ງາມໃສໆໃນແບບຂອງສາວນັກສຶກສາ!!!

ກັບມາພົບກັນອີກແລ້ວແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ…ໃນໄລຍະນີ້ຫຼາຍໆວິທະຍາໄລ ຫຼື ມະຫາວິທະຍາໄລ ກໍກະກຽມຈັດງານພິທີມອບໃບປະກາສະນີຍະບັດໃຫ້ແກ່ບັນດິດທີ່ຮຽນຈົບໃໝ່…ແຕ່ບາງວິທະຍາໄລກໍໄດ້ສໍາເລັດໄປທີ່ຮຽບຮ້ອຍແລ້ວ…ມື້ນີ້ແອັດກໍບໍ່ມີຫຍັງຫຼາຍ ເວລາຫວ່າງໆແອັດກໍໄດ້ໄປສອດສ່ອງຕາມ ໄອຈີ, ເຟສບຸກ…ແອັດກໍເລີຍຮວບຮວມເອົາຮູບພາບງາມໆຂອງສາວໆຈາກ ວິທະຍາໄລ ຣັຕະນະ ບໍລິຫານທຸລະກິດ ມາໃຫ້ແຟນໆໄດ້ເບິ່ງຄວາມງົດງາມ, ຄວາມໜ້າຮັກ, ຄວາມມີເໜ່…ໃນແບບຂອງໃຜຂອງລາວ ຈະງົດງາມສົມກັບຄໍາແອັດເວົ້າຫຼືບໍ ຖ້າຢາກເຫັນແລ້ວໄປເບິ່ງພ້ອມໆກັນເລີຍ!!!!

Read More »