Breaking News

News

ໂງ່ຕັ້ງດົນ! ແຊຣເກັບໄວ້ເບິ່ງເລີຍ ວິທີໄປເຮັດ Passport ງ່າຍໆ ມາເບິ່ງວິທີດ່ວນນນ!!!

ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດຈາກການຂຽນລີວິວຈາກຜູ້ໃຊ້ເຟສບຸກລາຍໜຶ່ງມາຝາກ ມາເບິ່ງ ແລະຢ່າລືມແຊຣເກັບໄວ້ເບິ່ງເດີ້!!! ມື້ນີລອງໄປເຮັດ Passport ດ້ວຍຕົວເອງມາ (ຄົນນະຄອນຫລວງ) ເພື່ອຄົນທີ່ຢາກມີພາສປອດ ແນະນຳໄປລອງເຮັດເບີ່ງເດີ້ ເຮັດງ່າຍກະທັດຮັດບໍ່ຫລາຍຂັ້ນຕອນແລ້ວ ແລະສະດວກສະບາຍວ່ອງໄວກວ່າເກົ່າຫລາຍ ມີແຕ່ຂຽນຟອມເຊັນແຕ່ບ້ານໄປຍື່ນເລີຍ ບໍ່ຕ້ອງເຊັນເມືອງ ຕ່າງຈາກແຕ່ກີ້ ???? #ເອກະສານແລະສິ່ງທີ່ຕ້ອງຕຽມຕາມນີ້ເລີຍ – ການແຕ່ງໂຕ ຕ້ອງຜົມດຳ ໃສ່ເສື້ອມີຄໍ ແລະເສື້ອສູດ(ສີດຳຫລືກົມ ບໍ່ແມ່ນສີຂາວ) ຜູ້ຊາຍໃສ່ສົ້ງຂາຍາວ, ຜູ້ຍິງແມ່ນນຸ່ງສິ້ນ – ປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ – ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 …

Read More »

ຢາກຮັກມາຮັກກັນ ນູ່ນີ່-ອ໋ອບມີລຸ້ນ… (ມີຄລິບ)

ເລີ່ມຕົ້ນວັນຈັນ ວັນທີ 7 ສິງຫາ 2017 ດ້ວຍຄວາມຮັກ, ເດີນທາງມາຮອດບົດສະຫຼຸບຂອງລາຍການ “Take me out reality” ເປັນລາຍການທີ່ຕໍ່ຍອດມາຈາກ “Take me out Thailand” ທີ່ຫຼັງຈາກບັນດາຄູ່ໝຸ່ມສາວໄດ້ເທັກກັນອອກມາແລ້ວຈະຕ້ອງໄດ້ໄປອອກເດດກັນໃນໄລຍະໜຶ່ງ ເພື່ອຮຽນຮູ້ເຊິ່ງກັນແລະກັນ ແລະໜຶ່ງໃນນັ້ນກໍມີຄູ່ຂອງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສາວລາວ-ບ່າວໄທ ທີ່ກຳລັງເປັນກະແສ… ແລະກໍມີແຟນຄລັບບໍ່ໜ້ອຍທີ່ລໍຖ້າລຸ້ນ ຖ້າເຊຍ ວ່າບົດສະຫຼຸບຂອງສອງຄົນນີ້ຈະເປັນແນວໃດ? ຈະຄົບກັນຕໍ່ແທ້ບໍ່?, ວັນທີ 6 ສິງຫາ 2017 ລາຍການດັ່ງກ່າວກໍໄດ້ເຜີຍແຜ່ພາບແລ້ວວ່າທັງສອງມີລຸ້ນຄົບກັນຕໍ່ແນ່ນອນ ເພາະໄດ້ມີການມອບຊໍ່ດອກໄມ້ ແລະ ເວົ້າເປີດໃຈແບບໝົດເປືອກ  ງານນີ້ເຮັດເອົາບັນດາແຟນຄລັບທຸກໆຄົນຍິ້ມໄປຕາມໆກັນ. ຈະຫວານເວີ້ຂະໜາດໃດ ຂວັນໃຈ ເຮົາກໍມີຄລິບສ່ວນໜຶ່ງໃນລາຍການມາຝາກແຟນໆນຳເດີ້!!! ຮູບພາບ: Yingyot Aoflaiprang Kanjananiyom , Noony Koumphonphakdee ຄລິບ: Angthika Sirithanachareon

Read More »

ຄວາມຮັກກຳລັງມາແຮງ ສຽວຜິງແລະແຟນ ໝັ່ນໂຊຄວາມຫວານໃຫ້ແຟນຄລັບໄດ້ອິດສາກັນຖ້ວນໜ້າ!!!

ເປັນອີກໜຶ່ງຄູ່ຮັກດາລາທີ່ມີຄວາມໜ້າຮັກ  ເບິ່ງແລ້ວເໝາະສົມກັນດີສຳລັບ ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ຫຼັງຈາກທີ່ ຂວັນໃຈ ເຮົາມີການນຳສະເໜີຂ່າວຂອງທັງສອງມາກ່ອນໜ້ານີ້ແລ້ວວ່າທັງສອງນັ້ນໄດ້ຕົກລົງຄົບຫາເບິ່ງໃຈກັນແບບເປີດເຜີຍ ໂດຍທີ່ບໍ່ໄດ້ປິດບັງຕາມວິຖີຂອງດາລາທົ່ວໄປ, ບໍ່ພຽງແຕ່ຈະຄົບຫາເບິ່ງໃຈກັນແບບເປີດເຜີຍເທົ່້ານັ້ນ ແຖມທັງສອງຍັງໂຊຄວາມຫວານຜ່ານສື່ໃຫ້ເຫຼົ່າແຟນຄລັບໄດ້ເຫັນກັນເລື້ອຍໆ  (ໂອ້ຍ…ງານນີ້ຄົນໂສດບອກເລີຍມີເຄືອງ 555) ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກ. ເບິ່ງແລ້ວກໍມີຄວາມຍິນດີກັນທັງ ສາວ ສຽວຜິງ ແລະ ໜຸ່ມ ຕູ່ ທີ່ມີຄວາມຮັກທີ່ສວຍງາມມອບໃຫ້ກັນແລະກັນ ແຕ່ໃນທາງກົງກັນຂ້າມເຫຼົ່າແຟນຄລັບທີ່ຍັງໂສດກັບເວົ້າເປັນສຽງດຽວກັນວ່າ: ຖ້າຈະຫວານກັນຂະໜາດນີ້ຊ່ວຍດູຕົນຄົນໂສດທີ່ເຂົາບໍ່ມີຄູ່ແດ່ເດີ້ (ເຮີເຮີ). #ເປັນຄູ່ຮັກທີ່ໜ້າຮັກປານນີ້ຖ້າຫຍັງຢູ່ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Siewphing Xyl , Tou Sathaphone  

Read More »

ແພັດ ນະປະພາ ລອດຈາກຄະດີຟອກເງິນ “ຕໍ່ຈາກນີ້ຈະລ້ຽງລູກໃຫ້ດີທີ່ສຸດ ບໍ່ມີຫຍັງຕ້ອງເປັນຫ່ວງແລ້ວ”

ແພັດ ນະປະພາ ຕັນຕະກູນ ດາລາ-ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ຍິ້ມໄດ້ຫຼັງຈາກທີ່ ໄອຍະການມີຄຳສັ່ງໃຫ້ບໍ່ຟ້ອງໃນຂໍ້ຫາຮ່ວມກັນຟອກເງິນ ເນື່ອງຈາກການສືບສວນທາງຄະດີຕັ້ງແຕ່ຕົ້ນ ກໍບໍ່ພົົບພະຍານຫຼັກຖານທີ່ກ່ຽວຂ້ອງກັບ ແພັດ ນະປະພາ ໄດ້ຄວາມແຕ່ພຽງວ່າ ແພັດ ນະປະພາ ເປັນພັນລະຍາຂອງ ທ້າວ ອັກຄະຣະກິດ ວໍຣະໂລດຈະເລີນ (ເບັ້ນ ເຣດຊິ່ງ) ຜູ້ຕ້ອງຫາທີ່ 2 ໃນຄະດີເທົ່ານັ້ນ ແລະຫຼັກຖານກໍມີພຽງແຕ່ການໂອນເງິນຈາກ ເບັ້ນ ເຣດຊິ່ງ ໄດ້ໂອນໃຫ້ກັບ ແັພດ ນະປະພາ ໃນໄລຍະເດືອນເມສາ 2016 ຮອດເດືອນ ກຸມພາ 2017 ຈຳນວນ 18 ເທື່ອ ແລະ ການໂອນເງິນດັ່ງກ່າວກໍເປັນການໂອນເງິນຜ່ານລະບົບບັນຊີທະນະຄານໃນຍອດເງິນຫຼັກມື່ນ ແລະແສນເທົ່ານັ້ນ ຖືເປັນພຶດຕິກຳການອຸປະກາລະລ້ຽງດູກັນປົກກະຕິລະຫວ່າງສາມີແລະພັນລະຍາ, ສ່ວນບັນຊີຂອງ ແພັດ ນະປະພາ ກໍເປັນບັນຊີທີ່ເປີດໃຊ້ປົກກະຕິມາດົນແລ້ວ ມີເງິນສ່ວນຕົວໃນບັນຊີຈຳນວນຫຼາຍລ້ານບາດ ແລະເງິນທີ່ ເບັ້ນ ເຣດຊິ່ງ ໄດ້ໂອນເຂົ້າມາກໍຍັງຄ້າງໃນບັນຊີບໍ່ໄດ້ມີການເບີກຖອນເຂົ້າອອກຫຼືໝູນວຽນ ແລະຍັງມີຫຼັກຖານອີກວ່າເງິນບາງລາຍການທີ່ໄດ້ໂອນເຂົ້າມາ ເປັນເງິນຄ່າຈ້າງຂອງ …

Read More »

ບໍ່ເຄີຍທຳມະດາ! ຊົມພູ່ ອາຣະຍາ Fashionista ໂຕແມ່ຈັດງານແບບນີ້…ຕ້ອນຮັບລູກແຝດ!!!

ໃກ້ຈະໄດ້ເຫັນທາຍາດຝາແຝດໂຕນ້ອຍໆຂອງແຟຼຊັ່ນນິດຕ້າ (Fashionista) ໂຕແມ່ ຊົມພູ່ ອາຣະຍາ ເອຮາເກັດ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານກັນແລ້ວ ເຮັດໃຫ້ ຊົມພູ່ ແລະບັນດາໝູ່ເພື່ອນຂອງນາງ ເກີດໄອເດຍໂດຍໄດ້ຈັດງານປາຕີ້ Baby Shower ຫຼືງານລ້ຽງຕ້ອນຮັບເບບີ໋ຝາແຝດໂຕນ້ອຍໆທີ່ກຳລັງຈະເກີດມາ ພ້ອມກັບມອບຂອງຂວັນໃຫ້ກັບເດັກນ້ອຍ, ແຕ່ຂຶ້ນຊື່ວ່າເປັນໂຕແມ່ທາງດ້ານແຟຼຊັ່ນທັງທີ ຊົມພູ່ເລີຍຈັດເຕັມແບບອະລັງການງານສ້າງ ເນລະມິດບັນຍາກາດພາຍໃນງານໃຫ້ປຽບດັ່ງຢູ່ສະຫວັນຊັ້ນຟ້າຕາມຄອນເຊັບ #ChomsHeavenSent  ພຸ້ນໄດ໋ ແລະບັນດາໝູ່ເພື່ອນຂອງນາງກໍຈັດເຕັມເຊັ່ນດຽວກັນ ແບບບໍ່ມີໃຜຍອມໃຜ ຂໍສູ້ກັນແບບສຸດກຳລັງໂດຍການຈັດແຟຼຊັ່ນແຕ່ງໂຕຊຸດຄຸມທ້ອງ ພ້ອມເຄື່ອງປະດັບປະດາປະຊັນຄວາມງາມ ຄວາມເລີດມາປະຊັນກັນແບບເຕັມທີ່ ເອີ້ນໄດ້ວ່າເປັນອີກປາຕີ້ໜຶ່ງທີ່ມ່ວນ ແລະອົບອຸ່ນສຸດໆ. ຢ່າງໃດກໍຂໍສຳແດງຄວາມຍິນດີກັບ ຊົມພູ່ ອາຣະຍາ ເອຮາເກັດ ທີ່ກຳລັງຈະໄດ້ເປັນແມ່ຄົນ ແລະກຳລັງຈະໄດ້ເຫັນໜ້າລູກແຝດຊາຍໃນໄວໆນີ້!!! via: chomismaterialgirl

Read More »