Breaking News

News

ມາລີຍາ ພູນເລີດລາບ Miss Universe Thailand 2017

ລາຍງານຂ່າວຄວາມເຄື່ອນໄຫວຂອງວົງການນາງງາມຕ່າງປະເທດກັນແດ່!!! ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດ Miss Universe Thailand 2017 ຊຶ່ງສາວງາມທີ່ສາມາດຄວ້າຕຳແໜ່ງໄປໄດ້ກໍຄື ມາລີຍາ ພູນເລີດລາບ ອາຍຸ 25 ປີ ລູກຊອດໄທ-ສະວີເັດນ ເຈົ້າຂອງຄວາມສູງ 184 ຊັງຕີແມັດ ເຊິ່ງ ມາລີຍາ ເອງກໍເປັນໜຶ່ງໃນສາວງາມທີ່ເປັນໂຕເກັງມາຕັ້ງແຕ່ທຳອິດ ແລະ ມາລີຍາ ຍັງຈະໄດ້ໄປເປັນຕົວແທນຂອງປະເທດໄທເພື່ອໄປປະກວດ Miss Universe 2017 ທີ່ປະເທດ ອາເມລິກາ ອີກດ້ວຍ ມາລີຍາ ພູນເລີດລາບ ຫຼື (ມາເລຍ) ມີດີກຼີເປັນເຖິງນາງແບບ ນັກຮ້ອງ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາການຕະຫຼາດ ຈາກປະເທດ ສະວີເດັນ ເປັນລູກສາວຫຼ້າ ມີອ້າຍຝາແຝດ 2 ຄົນ, ມາລີຍາ ເກີດທີ່ປະເທດໄທ ກ່ອນທີ່ຈະຍ້າຍໄປຢູ່ປະເທດ ຫວຽດນາມ ຕອນອາຍຸ 2 ປີ ເພາະພໍ່ຂອງນາງມີອາຊີບເປັນ ວິສະວະກອນຕ້ອງໄປຄວບຄຸມການກໍ່ສ້າງໂຮງງານຜະລິດໄຟຟ້າຢູ່ທີ່ນັ້ນ ກ່ອນທີ່ຈະຍ້າຍກັບມາປະເທດໄທຕອນອາຍຸ …

Read More »

ຫວານເວີ້! ນູ່ນີ່-ອ໋ອບ ໂຊຄວາມຫວານ ເຮັດເອົາແຟນຄລັບເຊຍສຸດໃຈ!!!

ໂຊຄວາມຫວານກັນເລື້ອຍໆເລີຍສຳລັບຄູ່ຮັກທີ່ກຳລັງເປັນກະແສຮ້ອນແຮງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເຊິ່ງເປັນຄູ່ຮັກທີ່ຈັບມືກັນອອກມາຈາກລາຍການເລືອກຄູ່ຊື່ດັງ Take Me Out Thailand, ຫຼ້າສຸດສາວ ນູ່ນີ່ ກໍໄດ້ໂພສຮູບພາບພ້ອມຂຽນຄຳອະທິບາຍວ່າ: “ງານແຕ່ງຢູ່ໃສ ເປັນໄດ້ແຕ່ແຂກຮັບເຊີນ….. “ ແຕ່ຍັງບໍ່ຈົບເພາະເຮັດໃຫ້ໜຸ່ມ ອ໋ອບ ວ່າທີ່ເຂີຍລາວຂອງເຮົາເຂົ້າໄປຄອມເມັ້ນຮູບຂອງສາວນູ່ນີ່ວ່າ: “ຖ້າອ້າຍກ່ອນເດີ້ ກຳລັງເກັບເງິນຄ່າດອງ” ເຮັດເອົາສາວນູ່ນີ່ເຖິງຂັ້ນເຂີນແຮງ… ສ່ວນບັນດາເຫຼົ່າແຟນຄລັບຂອງທັງສອງກໍຍິ່ງປື້ມ ແລະເຊຍຄູ່ນີ້ຢາກໃຫ້ທັງສອງມີຂ່າວດີກັນໄວໆອີກດ້ວຍ. ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ກໍເປັນອີກໜຶ່ງຄູ່ຮັກທີ່ມີຄວາມໜ້າຮັກ ແລະກຳລັງເປັນກະແສ ບໍ່ວ່າທັງສອງຈະເຮັດຫຍັງກໍຈະມີເຫຼົ່າແຟນໆລໍຖ້າເບິ່ງ ຕິດຕາມ ແລະລໍຖ້າໃຫ້ກຳລັງໃຈຢູ່ສະເໝີ. #ແຊຣໄປເປັນກຳລັງໃຈໃຫ້ຄູ່ນີ້ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee , Yingyot Aoflaiprang Kanjananiyom  

Read More »

ພິທີຖະແຫຼງຂ່າວ ງານວາງສະແດງລົດນາໆຊາດ ວຽງຈັນ 2017.

ໃນຕອນແລງຂອງວັນທີ 28 ກໍລະກົດ 2017 ຢູ່ທີ່ສະມາາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ມີພິທີຖະແຫຼງຂ່າວ ງານວາງສະແດງລົດນາໆຊາດ ວຽງຈັນ 2017 ຂຶ້ນໂດຍການເປັນກຽດເຂົ້າຮ່ວມໂດຍທ່ານ ພອນຈັນ ເພັງສຸວັນ ປະທານບໍລິສັດ ພີພີໄຊໂຍ ເອັນຕະເທັນເມັນ, ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ສື່ມວນຊົນ. ງານວາງສະແດງລົດນາໆຊາດ ວຽງຈັນ ຄັ້ງທີ II ແມ່ນຈະໄດ້ຈັດຂຶ້ນເປັນຄັ້ງທີ 2 ໂດຍພາຍໃຕ້ແນວຄວາມຄິດທີ່ວ່າ: ການປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ( Green and Efficiency ) ໃນລະຫວ່າງວັນທີ 10-18 ພະຈິກ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ ( ຕຶກເກົ່າ ). ງານວາງສະແດງລົດນາໆຊາດ ວຽງຈັນ ຄັ້ງທີ II …

Read More »

ກອງປະຊຸມແນະນໍາວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ

ເພື່ອເປັນການກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ ໃນການລ້ຽງລູກດ້ວຍນົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ຈະມີການສະເຫຼີມສະຫຼອງຂຶ້ນໃນທຸກໆປີ. ດ້ວຍການຈັດກິດຈະກໍາຕ່າງໆເພື່ອເປັນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ດ້ວຍຫຼາຍໆຮູບແບບ ເຊິ່ງໃນນັ້ນການອອກຂ່າວໂຄສະນາ ກໍ່ແມ່ນກິດຈະກໍາໜຶ່ງເພື່ອປົກປ້ອງຊຸກຍູ້ສົ່ງເສົມ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ເປັນຂະບວນຟົດຟື້ນ ເຊິ່ງປີນີ້ອົງການພັນທະມິດ ສາກົນ ການລ້ຽງລູກດ້ວຍນົມແມ່ ( WABA ) ໄດ້ເນັ້ນໜັກໃນຫົວຂໍ້ “ ຮ່ວມແຮງຮ່ວມໃຈເຮັດໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ຍືນຍົງ ” ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນການຄົບຮອບ ສັບປະດາຂອງການລ້ຽງລູກດ້ວຍນໍ້ານົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ນີ້, ອົງການ ຢູນິເຊບ ໄດ້ຮ່ວມມືກັບເພື່ອນຮ່ວມງານໃນກຸ່ມການລ້ຽງລູກດ້ວຍນົມແມ່ຂອງໂລກ ເພື່ອຍົກໃຫ້ເຫັນຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່ ສໍາລັບເດັກນ້ອຍ ແລະ ສໍາລັບປະເທດຊາດ. ຮ່ວມມືກັບເພື່ອນຮ່ວມງານ ທັງພາກສະຖາບັນ, ໜ່ວຍງານທີ່ບໍ່ແມ່ນລັດຖະບານ ແລະ ຜູ້ໃຫ້ທຶນ ພາຍໃຕ້ການເປັນຜູ້ນໍາຮ່ວມກັບອົງການອະນາໄມໂລກ ກຸ່ມສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ນີ້ສ້າງຂຶ້ນມາເພື່ອຊຸກຍູ້ ແລະ …

Read More »

ມາເບິ່ງ! ຄວາມຫຼໍ່ເຂັ້ມ ແຖມຮອຍຍິ້ມຫວານມີສະເໜ່ຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ!!!

ເອີ່ຍເຖິງຄູ່ຮັກ Hot and Hit ຄົງຈະໜີບໍ່ພົ້ນ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ທີ່ທັງສອງກາຍເປັນຄູ່ຮັກໄອດໍ້ (Idol) ທີ່ກຳລັງເປັນກະແສທີ່ສຸດໃນຕອນນີ້ ແລະ ທັງສອງຍັງມີຖານແຟນຄລັບທີ່ໜາແໝ້ນສຸດໆ ບໍ່ວ່າທັງສອງຈະເຮັດຫຍັງ ຈະໄປໃສ ຫຼືແມ້ແຕ່ອັບຮູບລົງເຟສບຸກກໍຈະມີແຟນຄລັບນຳໄປໃຫ້ກຳລັງໃຈ ແລະກົດໄລ້ ກົດແຊຣ ກັນແບບກະໜໍ່າ ແລະ ໃນມື້ນີ້ ຊະນີIndy ໄດ້ນຳເອົາຄວາມຫຼໍ່ເຂັ້ມ ຮອຍຍິ້ມຫວານມີສະເໜ່ ແຖມເປັນສຸພາບບູລຸດລູກຜູ້ຊາຍຂອງ ອ໋ອບ ລາຍພາງ ຫວານໃຈ ນູ່ນີ່ ກຸມພົນພັກດີ ມາຝາກແຟນເພສທຸກໆຄົນ. #ສາວໆຄົນໃດຢາກເຈິຜູ້ຊາຍແບບນີ້ແຊຣໄປໆ ຂໍຂອບໃຈຮູບພາບຈາກ: Yingyot Aoflaiprang Kanjananiyom

Read More »