Breaking News

News

ຫວານໄດ້ອີກ!!! ວິນາທີນີ້ຕ້ອງຄູ່ນີ້ເລີຍນູ່ນີ່ ແລະ ອອ໋ບໜ້າຮັກເໝາະສົມກັນດີ!!!

ວິນາທີນີ້ບໍ່ມີຄູ່ໃດແລ້ວທີ່ຈະຫວານກວ່າຄູ່ນີ້ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ຄູ່ຮັກສຸດຮ້ອນແຮງທີ່ກຳລັງເປັນກະແສສຸດໆ ເບິ່ງຢ່າງໃດກໍໜ້າຮັກເໝາະສົມກັນດີ ແຖມທັງສອງຍັງໂຊຄວາມຫວານກັນແບບບໍ່ມີຂາດວັກຂາດຕອນ ໝັ່ນໂພສຮູບຄູ່ໃຫ້ແຟນຄລັບໄດ້ຕິດຕາມກັນເລື້ອຍໆ ແລະ ຫຼ້າສຸດກໍມີຄລິບສຳພາດຈາກລາຍການ ເທັກມີເອົ້າໄທແລນ ອອກມາແລ້ວວ່າທັງສອງນັ້ນກຳລັງຢູ່ໃນຊ່ວງທີ່ກຳລັງເບິ່ງໃຈກັນ ຖ້າຄົບກັນໄປແລ້ວໂອເຄກໍອາດຈະຕົກລົງປົງໃຈກໍເປັນໄດ້ ແລະ ສ່ວນຝ່າຍຊາຍ ອ໋ອບ ລາຍພາງ ກໍຍັງມີຫຍັງຫຼາຍໆຢ່າງທີ່ຕ້ອງພິສູດໃຫ້ສາວ ນູ່ນີ່ ຂອງເຮົາໄດ້ໝັ້ນໃຈ, ຍັງໆຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະໜຸ່ມ ອ໋ອບ ລາຍພາງ ວ່າທີ່ເຂີຍລາວກໍຍັງໄດ້ພາສາວນູ່ນີ່ລົງໃຕ້ (ປະເທດໄທ) ໄປຢ້ຽມຢາມພໍ່ແມ່ຂອງຕົນພ້ອມແນະນຳໃຫ້ພໍ່ແມ່ໄດ້ຮູ້ຈັກກັບສາວ ນູ່ນີ່ ກຸມພົນພັກດີ ອີກດ້ວຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣເລີຍ ຂໍຂອບໃຈຮູບພາບ ແລະ ຄລິບຈາກ: Yingyot Aoflaiprang Kanjananiyom, Noony Koumphonphakdee

Read More »

ຂໍສະແດງຄວາມຍິນດີກັບ!!! ວົງ “Dynamic”ຊະນະເລີດໂຄງການ “Beerlao Band Challenge Season 2”

ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງແລະຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 1: ໄດ້ແກ່ວົງ 06Rock Normalໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ. ຮອງອັນດັບ 2: ໄດ້ແກ່ວົງ 10 N.O.Mໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, …

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ. ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ …

Read More »

Go Inter!!! ວັນໃໝ່ ທຳມະວົງ ດັງໄກຮ່ວມເດີນແບບແຟຼຊັ່ນໂຊລະດັບໂລກທີ່ປະເທດສິງກະໂປ

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດ2 ອັນດັບຕົ້ນໆຂອງລາວເຮົາ Go Inter ແລ້ວເພາະຖືກເຊີນໄປເປັນນາງແບບໃນງານ “ASEAN Fashion Designers Showcase” ຈັດຂຶ້ນທີ່ປະເທດ ສິງກະໂປ ໃນວັນທີ 7 ກໍລະກົດ 2017 ທີ່ຜ່ານມາ, ເຊິ່ງງານ “ASEAN Fashion Designers Showcase” ກໍເປັນງານທີ່ຍິ່ງໃຫ່ຍມີຫ້ອງເສື້ອ, ນັກອອກແບບ (Designers), ນາງແບບ, ຊາຍແບບ ແລະເຫຼົ່າແຟຼຊັ່ນນິດຕ້າຈາກຫຼາຍໆປະເທດເຂົ້າຮ່ວມ. ສຳລັບ ວັນໃໝ່ ມົນຈຳປາ ທຳມະວົງ ກໍເປັນສາວປະເພດສອງຂອງລາວເຮົາທີ່ມີຄວາມສາມາດໃນຫຼາຍໆດ້ານ ເພາະເຄີຍຜ່ານເວທີປະກວດຈາກເວທີ Miss International Queen ເຊິ່ງເປັນເວທີການປະກວດລະດັບໂລກ,  ຜ່ານມາມີຜົນງານມີປະກວດ Miss International Queen 2016 ໄດ້ຮັບລາງວັນຊຸດປະຈໍາຊາດດີເດັ່ນ ແລະ ກ່ອນໜ້າທີ່ໄປປະກວດ ວັນໃໝ່ ກໍມີວຽກດ້ານວົງການບັນເທິງມາກ່ອນກໍຄື ເດີນແບບຢູ່ບ້ານເຮົາ ແລະມີໂອກາດໄດ້ໄປເດີນແບບຢູ່ປະເທດເພື່ອນບ້ານ …

Read More »