ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງອັນດັບ 1 ຂອງປະເທດລາວ ຫຼັງຈາກທີ່ກັບມາຈາກປະເທດ ຝຣັ່ງ ໝາດໆ ກໍໄດ້ເດີນທາງຕໍ່ໄປເຮັດບຸນທີ່ວັດປ່າຄຳສະໂນດ ຈັງຫວັດ ອຸດອນທານີ ປະເທດໄທ, ແລະ ຫຼິງຫຼິງ ຍັງໄດ້ໂພສຮຸບພາບພ້ອມຄຳອະທິບາຍວ່າ: “ພໍກັບມາຮອດກໍຟ້າວມາກາບໄຫ້ວ ປູ່ສີສຸດໂທ ແລະ ຍ່າປະທຸມມາ #ດ້ວຍຮັກແລະສັດທາ #ວັດຄຳຊະໂນດ ສາທຸ ສາທຸ” ພໍແຕ່ໂພສກໍເຮັດໃຫ້ທັງແຟນຄລັບຂອງຫຼິງຫຼິງເຂົ້າມາຂອບໃຈ ແລະຍໍມື ສາທຸ ສາທຸ ກັບການເຮັດບຸນໃນເທື່ອນີ້ຂອງ ຫຼິງຫຼິງ ປິຍາດາ ອີກດ້ວຍ. พอกลับมาฮอดกะฟ้าวมากราบไหว้ปู่ศรีสุทโธและย่าปทุมมา #ด้วยรักและศรัทธา#วัดคำชะโนด🙏🏻🙏🏻🙏🏻 #4ปี โพสต์โดย Pitadar Lingling Inthavong บน 15 กรกฎาคม 2017 ຂໍຂອບໃຈຮູບພາບຈາກ: Pitadar Lingling Inthavong
Read More »News
ດ່ວນ! ເກີດເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ!!! (ມີຄລິບ)
ດ່ວນ! ໃນຕອນແລງວັນທີ 14 ກໍລະກົດ 2017 ໄດ້ເກີດໄຟໃໝ້ທີ່ສູນການຄ້າຊັ່ງຈຽງສາກົນ ຖະໜົນ T2 ນະຄອນຫຼວງວຽງຈັນ, ໄຟໄດ້ລຸກລາມໃໝ້ຢ່າງຮຸນແຮງ ສຳລັບສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດທີ່ແນ່ຊັດ, ຢ່າງໃດກໍຂໍສະແດງຄວາມເສຍໃຈກັບພໍ່ຄ້າຊາວຂາຍ ແລະປະຊາຊົນທີ່ພົບເຫດອັກຄີໄພໃນຄັ້ງນີ້ດ້ວຍ. ຂວັນໃຈ ແລະແຟນເພສຂໍເປັນກຳລັງໃຈໃຫ້ໝົດທຸກຄົນ. ໄຟໄໝ້ຕະຫຼາດໃຫຍ່ຊັງຈຽງວັນທີ່14/07/2017 ປະມາ 5:30-6:00ແລງ โพสต์โดย Koungnang Nednida บน 14 กรกฎาคม 2017 ຂໍຂອບໃຈຄລິບ ແລະຮູບພາບ.
Read More »ດຣ່າມ່າ! ກິຕ້າ ເຖິງຂັ້ນຕ້ອງອອກມາເຄຍບັນຫາໂລກແຕກກ່ຽວກັບກະແສສັງຄົມລາວທີ່ບໍ່ຍອມຮັບຕົນເວົ້າພາສາໄທອອກສື່!!! (ມີຄລິບ)
ກາຍເປັນຂ່າວທີ່ຮ້ອນແຮງ Talk of the town ກັນເລີຍ ສຳລັບສາວລາວຄົນງາມ ກິຕ້າ ພັດທະສອນ ມະນີດາລັດ ອາຍຸ 25ປີ ສາວລາວຄົນທຳອິດທີ່ໄປອອກລາຍການເລືອກຄຸ່ຊື່ດັງ Take me out Thailand ຈົນສາມາດແຈ້ງເກີດໂດ່ງດັງກັນມາຮອດທຸກມື້ນີ້, ແລະຫຼ້າສຸດ ກິຕ້າ ກໍໄດ້ຖືກເຊີນໄປອອກລາຍການຂອງຝັ່ງປະເທດເພື່ອນບ້ານລາຍການໜຶ່ງ ແລະ ລາຍການດັ່ງກ່າວກໍຂໍໃຫ້ ກິຕ້າ ເວົ້າພາສາໄທເພື່ອໃຫ້ພວກເຂົາເຂົ້າໃຈ ສາວ ກິຕ້າ ຂອງເຮົາກໍເລີຍເຮັດຕາມທີ່ລາຍການຕ້ອງການເວົ້າພາສາໄທໄປໜ້ອຍໜຶ່ງ ພຽງແຕ່ເທົ່ານັ້ນກໍເກີດກະແສ ດຣ່າມ່າຈາກແຟນໆຊາວລາວທີ່ວ່າສາວກິຕ້າເປັນຄົນລາວບໍ່ຄວນໄປເວົ້າພາສາເພື່ອນບ້ານອອກສື່ແບບນັ້ນ ງານນີ້ ກິຕ້າ ກໍບໍ່ໄດ້ນິ່ງນອນໃຈເລີຍອອກມາເຄຍໃຈໝົດເປືອກໂດຍການ Live ສົດທາງເຟສບຸກຂອງຕົວເອງຕອບບັນຫາຄາໃຈຂອງທຸກໆຄົນຢ່າງດຸເດັດເຜັດເດືອດ ໂດຍສາວ ກິຕ້າ ກໍໄດ້ອອກມາເປີດໃຈດັ່ງນີ້: “ມັນຄືບັນຫາໂລກແຕກທີ່ຫຼາຍໆຄົນຍັງບໍ່ເປີດໃຈ ຕອນນີ້ໂລກມັນໄປໄກແລ້ວ ມັນເປັນປີ 2017 ແລ້ວ ການຮັກສາວັດທະນະທຳຂອງລາວເຮົາກໍຍັງຄືເກົ່າ ການຮັກສາວັດທະນະທຳມັນບໍ່ໄດ້ໝາຍຄວາມວ່າເຮົາຈະເວົ້າພາສາອື່ນບໍ່ໄດ້ ເປັນປະເດັນທີ່ບໍ່ຈົບບໍ່ສິ້ນຈັກເທື່ອ ເປັນປະເດັນທີ່ວ່າເຮົາໄປເວົ້າພາສາໄທ ແລະເວລາຄົນລາວເວົ້າພາສາໄທຈະກາຍເປັນປະເດັນທັນທີ ແຕ່ພໍຄົນລາວເວົ້າພາສາອັງກິດ ພາສາອິນເດຍ …
Read More »ປະທານ ສຸພານຸວົງ ປະທານປະເທດຄົນທຳອິດ ຂອງປະເທດລາວເຮົາ
ເພື່ອລະນຶກວັນຄ້າຍວັນເກີດ ປະທານສຸພານຸວົງ ຄົບຮອບ 108 ປີ 13 ກໍລະກົດ 1909 ມື້ໃຫ້ກຳເນີດວີລະບູລຸດແຫ່ງຊາດລາວສາຍານາມ ບຸລຸດເຫຼັກ ຫຼື ເປັນ” ເຈົ້າຊາຍແດງ ” ແຫ່ງເຊື້ອແນວກະສັດລາວ, ເປັນສັນຍາລັກແຫ່ງການຕໍ່ສູ້ປອງດອງຊາດ. ຕະຫຼອດຊີວິດແມ່ນອຸທິດແກ່ພາລະກິດປະຕິວັດ ເພື່ອຄວາມເອກະລາດຂອງຊາດ. ມື້ນີ້ 13 ກໍລະກົດ 2017 ໄດ້ໝູນວຽນມາບັນຈົບອີກວາລະໜຶ່ງ ປະທານສຸພານຸວົງ ປະທານປະເທດຜູ້ທຳອິດ ແຫ່ງ ສປປ ລາວ ຈະຍືນຍົງຢູ່ໃນຄວາມຊົງຈຳຂອງປະຊາຊົນລາວ ຊົ່ວກາລະນານ! ມື້ນີ້! ເຮົາເລີຍນໍາຮູບພາບ ຂອງທ່ານ ປະທານ ສຸພານຸວົງ ມາໃຫ້ເບິ່ງກັນ ເພື່ອລະນຶກເຖິງທ່ານ. ແຫຼ່ງ: ປະຫວັດສາດລາວ ແຕ່ອາດີດເຖິງປະຈຸບັນ (ດຣ. ພູທອງ ແສງອາຄົມ) ຫໍສະໝຸດແຫ່ງຊາດ ຮູບ: ເຟສ ບຸກ ປະທານ ສຸພານຸວົງ
Read More »ອ໋ອບ ລາຍພາງ ປະສົບອຸບັດເຫດໃນຂະນະແຂ່ງລົດ ນູ່ນີ່ນຳໃຫ້ກຳລັງໃຈຢ່າງໃກ້ຊິດ ປັດຈຸບັນປອດໄພແລ້ວ!!! (ມິຄລິບ)
ເປັນທີ່ໜ້າຕົກໃຈກັນສຸດໆເລີຍ ເມື່ອໄດ້ຍິນຂ່າວວ່າ ໜຸ່ມ ອ໋ອບ ຍິ່ງຍົດ ຫຼື ອ໋ອບ ລາຍພາງ ຫວານໃຈຂອງສາວ ນູ່ນີ່ ກຸມພົນພັກດີ (ທັງສອງເປັນຄູ່ຮັກທີ່ມາຈາກລາຍການ Take me out Thailand) ໄດ້ປະສົບອຸບັດເຫດໃນຂະນະທີ່ແຂ່ງລົດໃນສະໜາມຢ່າງຮຸນແຮງ ຈົນເຮັດໃຫ້ມີຮູບພາບແຊຣກັນໃນສື່ອອນລາຍກັນຢ່າງຫຼວງຫຼາຍໃນຄໍ່າຄືນທີ່ຜ່ານມາ, ໃນຮູບພາບກໍຍັງພົບກັບສາວ ນູ່ນີ່ ທີ່ລໍຖ້າ ແລະຶ ຕິດຕາມອາການຂອງໜຸ່ມອ໋ອບຢ່າງໃກ້ຊິດ ເບິ່ງແລ້ວຄູ່ນີ້ຍິ່ງໄດ້ໃຈແຟນຄລັບໄປແບບເຕັມໆ ເພາະເປັນຄູ່ຮັກທີ່ໜ້າຮັກຫຼາຍ ເອົາໃຈໃສ່ກັນບໍ່ຫ່າງ ແລະ ນອກຈາກນັ້ນ ນູ່ນີ່ ຍັງກອດເພື່ອໃຫ້ກຳລັງໃຈໜຸ່ມ ອ໋ອບ ອີກດ້ວຍ. ປັດຈຸບັນ ໜຸ່ມ ອ໋ອບ ລາຍພາງ ເພິ່ນກໍໄດ້ອອກມາໂພສທາງເຟສບຸກສ່ວນຕົວເພື່ອບອກແຟນຄລັບແລ້ວວ່າ ຕົນໄດ້ປອດໄພດີ ແລະ ຂໍຂອບໃຈແຟນໆທຸກຄົນທີ່ເຂົ້າມາໃຫ້ກຳລັງໃຈກັນຢ່າງເຫຼືອຫຼາຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ນູ່ນີ່ແລະອ໋ອບ ມີຄລິບຕອນທີ່ໜຸ່ມ ອ໋ອບ ລາຍພາງ ໄດ້ປະສົບອຸບັດເຫດໃນຂະນະແຂ່ງລົດ: " การแข่งขันย่อมมีแพ้..มีชนะใช้ชีวิตจงมีสติ..อย่าอยู่ในความไม่ประมาท "การแข่งขันสนามนี้ ?อ๊อฟต้องขอกล่าวคำขอบคุณ+ ขอบคุณเจ้าหน้าที่สนามช้างที่เข้ามาข่วยเหลือด้วยความรวดเร็วและเป็นมืออาชีพมาก+ ขอบคุณรถพยาบาลเคลื่อนที่ไว..และพี่ๆทีมงานปฐมพยาบาลในห้องทุกท่านที่ให้การดูแลเป็นอย่างดีครับ …
Read More »