ນາງເອກພັນລ້ານຂອງລາວ ລູກນໍ້າ ວົງສິຣິ ດັງໄກສະແດງຮູບເງົາຮ່ວມກັບດາລາດັງຂອງປະເທດເພື່ອນບ້ານ, ໃນວັນທີ 6 ກໍລະກົດ ນັບວ່າເປັນຂ່າວດີຂອງວົງການບັນເທິງຂອງລາວເຮົາເພາະ ລູກນໍ້າ ອະດີດນາງງາມ ແລະ ນາງເອກຮູບເງົາພັນລ້ານຈາກເລື່ອງ “ຫົງຫາມເຕົ່າ ຂ້ອຍຕວະເຈົ້າ ເຮົາຮັກກັນ” ໄດ້ໄປຮ່ວມພິທີບວງສວງຮູບເງົາເລື່ອງໃໝ່ “ມັງກອນນາລີປີສາດ” ທີ່ສາວລູກນໍ້າຂອງເຮົາໄດ້ຮ່ວມສະແດງກັບ ດາລາ-ນັກສະແດງ ທີ່ມີຝີມືຫຼາຍທ່ານເຊັ່ນ: ກຣີນ ອັດສະດາພອນ, ພິ້ງກີ້ ສາວິກາ, ໂຕ່ໂນ່ ພາຄິນ ແລະ ຍັງມີນັກສະແດງອະວຸໂສຫຼາກຫຼາຍຝີມືຂອງໄທທີ່ມາຮ່ວມຫຼິ້ນໃນຮູບເງົາເລື່ອງນີ້ອີກດ້ວຍ, ສ່ວນວ່າໃນຮູບເງົາເລື່ອງ “ມັງກອນນາລີປີສາດ” ລູກນໍ້ານາງເອກພັນລ້ານຂອງລາວເຮົານັ້ນຈະສະແດງໃນບົດບາດໃດ…ກະລຸນາຕິດຕາມກັນໄດ້ໄວໆນີ້. #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບຈາກ: Louknum Vongsili
Read More »News
ມາແລ້ວ! ຮູບເງົາສັ້ນ “ພັກຕັບ ເລີກເຫຼົ້າເຂົ້າພັນສາ” (ມີຄລິບ)
“ພັກຕັບ ເລີກເຫຼົ້າເຂົ້າພັນສາ” ເປັນຮູບເງົາສັ້ນເພື່ອຕ້ອງການເຊີນຊວນໃຫ້ທຸກຄົນຫັນມາໃສ່ໃຈສຸຂະພາບໃນໄລຍະເຂົ້າພັນສາທີ່ຈະມາເຖິງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວສ້າງຈາກຝີມືຄົນລາວ ສ້າງຂຶ້ນໂດຍທີມງານ ຕັກກະແຕນ ເຈົ້າຂອງຜົນງານຮູບເງົາສັ້ນເລື່ອງ “ເລືອດແປງເປັດ” ແລະ ເຈົ້າຂອງຄລິບເພງ “ໃສວ່າຊິເຊົາຊື້ເລກເຕົ່າ” ແລະ ອີກຫຼາຍໆຜົນງານ, ດັ່ງນັ້ນລອງມາເບິ່ງກັນເບິ່ງເດີ້ ແລະ ຢ່າລືມແຊຣໄປເພື່ອເຊີນຊວນໃຫ້ຄົນທີ່ເຮົາຮັກມາພັກຕັບໃນຊ່ວງເຂົ້າພັນສານີ້. *ຮູບເງົາສັ້ນໂຄສະນາ* ( ຝາກກົດໄລກົດແຊ ເປັນກຳລັງໃຈໃຫ້ທີມງານແດ່ເດີ )ຢູດ!!!ພັກຕັບເລີກເຫຼົ້າເຂົ້າພັນສາ#ຕັກກະແຕນ โพสต์โดย ຕັກກະແຕນ บน 5 กรกฎาคม 2017 ຂໍຂອບໃຈຂໍ້ມູນຈາກ: ຕັກກະແຕນ
Read More »ງາມຫຼາຍ! ບັນດານາງສາວ ມິສແກຣນລາວ ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ
ວ້າວໆໆ…ງາມຫຼາຍ! ກັບບັນດານາງສາວຜູ້ເຂົ້າປະກວດ ມິສແກຣນລາວ 2017 ທີ່ໄດ້ລົງເຮັດກິດຈະກຳຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ໃນວັນທີ 5 ກໍລະກົດ 2017, ເຊິ່ງກິດຈະກຳດັ່ງກ່າວ ເປັນກິດຈະກຳທີ່ອະນຸລັກຄວາມເປັນລາວຂອງບັນດາຜູ້ເຂົ້າປະກວດ ມິສແກຣນລາວ 2017 ແລະ ບັນດານາງສາວງາມຜູ້ເຂົ້າປະກວດທັງໝົດຍັງໄດ້ຮຽນຮູ້ການຕໍ່າທໍຜ້າໄໝລາວແບບດັ້ງເດີມ ຢູ່ທີ່ ພິພິຕະພັນຜ້າໄໝບູຮານ ຫ້ວຍຫົງ ແລະ ຍັງໄດ້ນຸ່ງຜະລິດຕະພັນຜ້າໄໝລາວຢ່າງງົດງາມອີກດ້ວຍ. #ແຊຣໄປໃຫ້ໂລກຮູ້ນີ້ແຫຼະແມ່ຍິງລາວ ຂໍຂອບໃຈຮູບພາບ: MISS GRAND LAOS ມີສແກຣນລາວ
Read More »ແດງ ລັດຕະນາ ນາງແບບໜ້າໃໝ່ຈາກແດນໃຕ້ ດາວເດັ່ນໃນການປະກວດ “Lao Super Model 2017”
ສະບາຍດີແຟນເພສ ຂວັນໃຈ ທີ່ໜ້າຮັກທຸກໆຄົນ ມື້ນີ້ ຊະນີIndy ມີນາງແບບໜ້າໃໝ່ຢາກມາແນະນຳໃຫ້ທຸກໆຄົນໄດ້ຮູ້ຈັກເປັນສາວງາມທີ່ມີຄວາມໝັ້ນໃຈສູງ ເປັນສາວລາວລຸກອິນເຕີເພາະນາງມີຜິວສີນໍ້າເຜິ້ງ (ຜິວແທນ) ມາຈາກແຂວງ ສາລະວັນ ນັ້ນກໍຄື: ລັດຕະນາ ໝັ້ນວິໄລ (ແດງ) ລອງມາຟັງບົດສຳພາດສາວຄົນນີ້ກັນລອງເບິ່ງເດີ້ ແລ້ວແຟນໆຈະຫຼົງຮັກໃນຄວາມໜ້າຮັກ ແລະ ນໍ້າສຽງທີ່ມີເອກະລັກຂອງນາງ… ຂວັນໃຈ: ແນະນຳຕົວເອງໃຫ້ແຟນໆໄດ້ຮູ້ຈັກແດ່… ແດງ: ສະບາຍດີນ້ອງຊື່ ລັດຕະນາ ໝັ້ນວິໄລ (ແດງ) ອາຍຸ 23 ປີ ຕອນນີ້ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳ ປີທີ 5 ຢູ່ທີ່ສະຖາປັດມີພາກວິຊາໜຶ່ງທີ່ຕ້ອງຮຽນຫຼັກສູດ 5 ປີ ກໍຄືພາກວິຊາສະຖາປັດຕະຍະກຳ ເປັນສາວໃຕ້ໃຈດີເດີ້ ມາຈາກແຂວງສາລະວັນ ປັດຈຸບັນຢູ່ບ້ານດົງໂດກ ຍິນດີທີ່ໄດ້ຮູ້ຈັກທຸກຄົນເດີ້.. ຂວັນໃຈ: ໂອ…ເປັນສາວໃຕ້ ຍ້ອນຫຍັງນໍຈຶ່ງຂຶ້ນມາຢູ່ນະຄອນຫຼວງວຽງຈັນ? ແດງ: ໂດຍ…ແດງມາຢູ່ນະຄອນຫຼວງວຽງຈັນຕັ້ງແຕ່ຢູ່ມັດທະຍົມປາຍ ຮຽນ ມ4 ຕອນນັ້ນແດງຮຽນຢູ່ທີ່ ມສ ວຽງຈັນ …
Read More »ອ໋ອບປະກາດແບບລູກຜູ້ຊາຍຕັ້ງໃຈມາເລືອກນູ່ນີ່ໃນລາຍການ “TAKE ME OUT THAILAND” (ມີຄລິບ)
ຕອນແລງວັນທີ 5 ກໍລະກົດ ທີ່ຜ່ານມາທາງເພສລາຍການ “TAKE ME OUT THAILAND” ໄດ້ເປີດໂອກາດໃຫ້ຄູ່ຮັກທີ່ກຳລັງເປັນກະແສຮືຮາກັນທີ່ສຸດໃນຕອນນີ້ຈະເປັນໃຜບໍ່ໄດ້ເລີຍນັ້ນກໍຄື ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ໄດ້ມີໂອກາດມາ Live ສົດເພື່ອເປີດໃຈ ແລະ ຕອບຄຳຖາມຂອງເຫຼົ່າບັນດາແຟນຄລັບ, ການ Live ສົດຂອງທັງສອງໃນເທື່ອນີ້ເຕັມໄປດ້ວຍຄວາມຫວານ Live ໄປຍິ້ມໄປ ເບິ່ງຕາກັນໄປ…ຍິ່ງເຮັດໃຫ້ແຟນຄລັບເຂົ້າໄປຕິດຕາມ ແລະ ກົດໄລ້ກົດແຊຣກັນ, ແລະ ທີ່ເຮັດໃຫ້ຖືກໃຈແຟນຄລັບຫຼາຍທີ່ສຸດນັ້ນກໍຄື ໜຸ່ມ ອ໋ອບ ຫວານໃຈນູ່ນີ່ໄດ້ປະກາດອອກທາງ Live ສົດໃນຄັ້ງນີ້ເລີຍວ່າຕົນເອງນັ້ນຂໍເວົ້າ ແລະ ຍືດເອິກຮັບແບບລູກຜູ້ຊາຍເລີຍວ່າທີ່ຕົນມາໃນລາຍການໃນເທື່ອນີ້ແມ່ນຕ້ອງການມາເລືອກນູ່ນີ່ ແລະ ກໍໂຊກດີທີ່ນູ່ນີ່ນັ້ນຍັງເປີດໄຟຈົນເຮັດໃຫ້ມີໂອກາດໄດ້ໄປເດດກັນ ແລະ ເລີ່ມຕົ້ນສຳພັນທີ່ດີ (ສົມກັບເປັນລູກຜູ້ຊາຍແທ້ໆ…ສຸດຍອດ) ແລະ ນອກຈາກນີ້ທັງ ນູ່ນີ່ ແລະ ອ໋ອບ ຍັງໄດ້ຕອບບັນຫາຄາໃຈຂອງແຟນໆຫຼາຍຢ່າງບໍ່ວ່າຈະເປັນຂ່າວເລື່ອງທີ່ນູ່ນີ່ສັນຍະກຳ, ບອກແຟນໆເຖິງເລື່ອງລາຍການເທັກມີເອົ້າວ່າບໍ່ໄດ້ມີສະຄລິບຄືທີ່ທຸກຄົນຄິດ ແລະ ສຸດທ້າຍທັງສອງກໍຍັງຂອບໃຈແຟນຄລັບທຸກຄົນທີ່ຕິດຕາມອີກດ້ວຍ. ມີຄລິບມາຝາກ: มาคุยกันต่อ #Takemeoutthailand #นุนี …
Read More »