ໃກ້ເຂົ້າມາແລ້ວ!!! ມາຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ສຸດຍອດນາງແບບຕົວແທນຈາກລາວໃນການໄປປະກວດສຸດຍອດນາງແບບໃນເວທີລະດັບໂລກ “Top Model of The World 2017” ທີ່ຈະຈັດຂຶ້ນໃນວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຈະມາເຖິງນີ້ ຢູ່ທີ່ປະເທດ ອີຍິບ (Egypt), ແຟນໆສາມາດເຂົ້າໄປຮ່ວມໂຫວດ ຮ່ວມເຊຍເພື່ອເປັນກຳລັງໃຈໃຫ້ສາວ ເມ ໂດຍການກົດໄລ້ກົດແຊຣຮູບພາບຕົວແທນຈາກລາວເຮົາຄົນນີ້ໄດ້ທີ່ເພສ “Top Model of the World” ໄດ້ເລີຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ສຸດຍອດນາງແບບຈາກລາວ ແລະ ຂໍຊົມເຊີຍໃນຄວາມສາມາດ ຂໍຂອບໃຈຮູບພາບ
Read More »News
ງາມ ແລະ ເຊັກຊີ່ຫຼາຍ! ມາເບິ່ງກິດຈະກຳຍາມວ່າງຂອງບັນດານາງສາວຜູ້ເຂົ້າປະກວດ ມິສແກຣນລາວ
ສະບາຍດີໆ…ແຟນເພສ ຂວັນໃຈ ທຸກໆຄົນເລີ່ມຕົ້ນອາທິດໃໝ່ໃນວັນຈັນ ວັນທີ 10 ກໍລະກົດ 2017 ນີ້ ຊະນີIndy ກໍມີແນວສວຍໆງາມໆມາຝາກແຟນເພສກັນອີກແລ້ວ ເປັນຄວາມງາມ ແລະ ເຊັກຊີ່ຂອງບັນດານາງສາວຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງເວທີການປະກວດສາວງາມ ມິສແກຣນລາວ 2017 ນັ້ນເອງ, ເຊິ່ງໃນວັນອາທິດ ວັນທີ 9 ກໍລະກົດ ທີ່ຜ່ານມາບັນດາສາວໆເຫຼົ່ານີ້ກໍໄດ້ດຳເນີນເຮັດກິດຈະກຳໃນກອງປະກວດກັນຢ່າງຕໍ່ເນື່ອງ ກ່ອນວັນປະກວດສຸດທ້າຍ ທີ່ຈະຈັດຂຶ້ນໃນວັນເສົາ ທີ 15/7/2017, ແລະ ໃນມື້ທີ່ຜ່ານມາສາວໆ ມິສແກຣນລາວ ກໍໄດ້ໄປເຮັດກິດຈະກຳຍາມວ່າງໃນມື້ພັກຜ່ອນໂດຍສວມໃສ່ຊຸດລອຍນໍ້າແບບງາມໆ ແລະ ເຊັກຊີ່ຫຼາຍ, ນອກຈາກນັ້ນສາວໆທັງໝົດກໍໄດ້ມີການຖ່າຍຮູບລວມໝູ່ ແລະ ຫຼິ້ນນໍ້າກັນໃນສະລອຍນໍ້າ ເຫັນແລ້ວເປັນຕາຮັກຕາແພງຫຼາຍໆສຳລັບສາວລາວເຮົາ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບຈາກ: MISS GRAND LAOS ມີສແກຣນລາວ
Read More »ວັນໃໝ່ ມົນຈຳປາ ສາວປະເພດສອງສຸດຮ໋ອດ ສະແດງເອັມວີເພງ “ປ່ຽນ” ເພງໃໝ່ຫຼ້າສຸດຂອງວົງ GB2
ວັນສຸກທ້າຍອາທິດແບບນີ້ ຊະນີIndy ມີເພງສະຕຣິງໃໝ່ຫຼ້າສຸດຂອງວົງ GB2 ມາຝາກແຟນໆ ເຊິ່ງຜົນງານເພງໃໝ່ຫຼ້າສຸດຂອງ 4 ໜຸ່ມນີ້ກໍໄດ້ມີການ featuring ຮ່ວມກັບສາວ ນໍ້າຝົນ ແລະ ໜຸ່ມ ໂຈອີ້ ອີກດ້ວຍ ແລະ ທີ່ເຊີໄພ້ທີ່ສຸດກໍໜ້າຈະເປັນນາງເອກຂອງເອັມວີທີ່ໄດ້ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ມາຮ່ວມສະແດງເປັນນາງເອກໃນເອັມວີຂອງເພງ, ດັ່ງນັ້ນບໍ່ລໍຖ້າຊ້າເດີ້ລອງມາເບິ່ງຜົນງານເພງ “ປ່ຽນ” ນີ້ກັນເລີຍ ຮັບຮອງວ່າຕ້ອງຖືກໃຈແຟນເພສທຸກໆຄົນຢ່າງແນ່ນອນ. #ແຊຣໄປເພື່ອຊ່ວຍສະໜັບສະໜູນເພງລາວ ຄລິບຈາກ ແລະ ຮູບພາບຈາກ: Indee Laos , Wanmai Thammavong
Read More »ບໍລິສັດ ໄຟຟ້ານໍ້າເທີນ 2 ມອບທຶນການສຶກໄປຮຽນຢູ່ຝຣັ່ງ ໃຫ້ນັກຮຽນ 3 ຄົນຄົນ
ບໍລິສັດໄຟຟ້ານໍ້າເທີນ 2 ໄດ້ລົງນາມເຊັນສັນຍາຮ່ວມມືກັບ ສະຖານທູດຝຣັ່ງປະຈໍາລາວ ເພື່ອໃຫ້ທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ຈໍານວນ 3 ທຶນສໍາລັບປີ 2017 ເພື່ອໄປຮຽນຕໍ່ທີ່ປະເທດຝຣັ່ງເປັນເວລາ 2 ປີ ໂດຍການຄັດເລືອກເອົານັກຮຽນທີ່ເວົ້າພາສາຝຣັ່ງໄດ້ນັ້ນເອງ ຈຸດປະສົງກະເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ແລະ ຕອບສະໜອງຕາມຄວາມຕ້ອງການຂອງອຸດສາຫະກໍາພະລັງງານ ໂຄງການໃຫ້ທຶນການສຶກສາ ນີ້ແມ່ນເລີ່ມຈັດຕັ້ງມາແຕ່ປີ 2015 ຈົນຮອດປັດຈຸບັນ ເຊິ່ງຜ່ານການຄັດເລືອກມີນັກຮຽນທີ່ໄດ້ຮັບທຶນດັ່ງກ່າວ 3 ຄົນຄື: ທ້າວ ເພັດທະສອນ ມານີປະກອນ ຈາກໂຮງຮຽນມັດທະຍົມຝຣັ່ງ, ທ້າວ ອາລິຍະເດດ ທໍາມະວົງ ແລະ ນາງ ດາຣານີ ສໍລາງກຸນ ຈາກໂຮງຮຽນມັດທະຍົມສົມບູນວຽງຈັນ. ນ້ອງນັກຮຽນທັງ 3 ຄົນນີ້ຈະໄດ້ໄປສຶກສາທີ່ມະຫາວິທະຍາໄລ ດ້ານເຕັກໂນໂລຊີ ທີ່ມີຊື່ສຽງຕັ້ງພາກຕາເວັນອອກສຽງໃຕ້ຂອງປະເທດຝຣັ່ງ ແລະ ນ້ອງນັກຮຽນທັງ 3 ຈະເດີນທາງໃນວັນທີ 21 ກໍລະກົດ ນີ້. ຫຼັງຈາກທີ່ນ້ອງສໍາເລັດການສຶກສາແລ້ວ ກໍຈະກັບຄືນມາບ້ານເກີດ ເພື່ອຈະເລີ່ມຕົ້ນເຮັດວຽກຢູ່ທີ …
Read More »ນັກສຶກສາລາວ ໄດ້ຮັບໃບປະກາດສະນີຍະບັດກຽດນິຍົມອັນດັບໜຶ່ງທີ່ປັກກິ່ງ
ມີມາອີກແລ້ວນັກສຶກສາລາວເຮົາ ທີ່ໄປຮຽນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ນາງຫອມມະນີ ໄຊຍະເລີດ ນັກສຶກສາລາວຮຽນຢູ່ ຄະນະການເງິນ ແລະ ການທະນາຄານ ມະຫາວິທະຍາໄລ ເສດຖະກິດການຄ້າສາກົນ ທີີ່ນະຄອນຫຼວງປັກກິ່ງ ສປ ຈີນເປັນເວລາ 5 ປີຈຶ່ງໄດ້ສຳເລັດການສຶກສາ ລະດັບປະລິນຍາຕີ ໃນສົກປີ 2016-2017 ແລະ ເປັນໜຶ່ງດຽວຂອງນັກສຶກສາລາວ ໃນສົກຮຽນນີ້ທີ່ໄດ້ຮັບໃບປະກາດສະນິຍະບັດກຽດນິຍົມອັນດັບໜຶ່ງ ໃນຈຳນວນນັກສຶກສາຕ່າງປະເທດທັງໝົດ 54 ຄົນ, ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກຄູອາຈານ, ພໍ່ແມ່ນຍາດຕິພີ່ນ້ອງກໍຄືໝູ່ເພື່ອນນັກສຶກສາລາວ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ໃນສົກຮຽນໜ້ານີ້ ສາວຫອມມະນີ ກໍ່ຈະສືບຕໍ່ສຶກສາຮໍ່າຮຽນ ໃນລະດັບປະລິນຍາໂທ ສາຂາການເງິນທີ່ ມະຫາວິທະຍາໄລ ເສດຖະກິດການຄ້າສາກົນ ນະຄອນຫຼວງປັກກິ່ງຕື່ມອີກ. ທີ່ມາ: CRI
Read More »