ສະບາຍດີ….ແຟນໆຂວັນໃຈທີໜ້່າຮັກໆໆໆ…ທັງຫຼາຍ ໄລຍະນີ້ເປັນລະດູຝົນແລ້ວເນາະ ເວລາແຟນໆໄປໃສມາໃສກໍຄ່ອຍໄປຄ່ອຍມາ ຂັບຂີ່ຢ່າງລະມັດລະວັງແດ່ເດີ້ ເພາະອຸບັດຕິເຫດອາດເກີດຂຶ້ນໄດ້ທຸກເມື່ອ. ມື້ນີ້ແອັດມີນກໍບໍ່ມີຫຍັງຫຼາຍ ແອັດໄດ້ນໍາເອົາຮູບງາມໆຂອງ ສາວນັກສຶກສາສະຖາບັນການທະຄານ ສາວໆແຕ່ລະຄົນທີ່ແອັດເອົາມາຝາກ ມື້ນີ້ມີແຕ່ຄົນງາມໆໜ້າຮັກໜ້າຮັກ ແຕ່ຈະງົດງາມປານໃດນັ້ນໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: Lao cute girls
Read More »News
ເດິ ນິວ ອີຊູຊຸມິວ – ເອັກ ບລູພາວເວີ ຕອບໂຈດຜູ້ໃຊ້ລົດພາຍໃຕ້ແນວຄິດ “ຄືຄໍາຕອບ…ຂອງທຸກຢ່າງ”
ໃນຕອນແລງຂອງວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານເປີດຕົວລົດ ເດິ ນິວ ອີຊູຊຸມິ-ເອັກ ບລູພາວເວີ ຢ່າງເປັນທາງການໃນລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ ແລະ ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) ຜູ້ຈັດການທົ່ວໄປ, ຫ້ອງການຜູ້ຕາງໜ້າ ປະຈໍານະຄອນຫຼວງວຽງຈັນ, ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ, ຜູ້ຈັດຈໍາໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ. ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) …
Read More »ມາຮູ້ຈັກປະຫວັດຫຍໍ້! ຈິນນາລີ ນໍລະສິງ ມິສແກຣນລາວ 2017
ສະບາຍດີ!!! ວັນຈັນ ວັນທີ 17 ກໍລະກົດ 2017 ເລີ່ມຕົ້ນອາທິດແຫ່ງການເຮັດວຽກແບບນີ້ອາກາດກໍຊຸ່ມເຢັນເພາະມີຝົນຕົກປອຍໆ (ເໝາະແກ່ການນອນ555), ເລີ່ມຕົ້ນອາທິດແບບນີ້ ຊະນີIndy ໄດ້ໄປຊອ໋ກແຊ໋ກເລື່ອງລາວໃນວົງການບັນເທິງມາຝາກແຟນເພສທຸກຄົນເປັນເລື່ອງລາວທີ່ເປັນກະແສກັນສຸດໆໃນຊ່ວງນີ້ນັ້ນກໍຄືການປະກວດ MISS GRAND LAOS 2017 ແລະ ເຊື່ອວ່າແຟນໆກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່ານາງສາວຜູ້ທີ່ໄດ້ຄອບຄອງຕຳແໜ່ງອັນຊົງກຽດໄດ້ເປັນ ມິສແກຣນລາວຄົນທຳອິດກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ສາວນ້ອຍລຸກອິນເຕີ ຜູ້ທີ່ມີຄວາມໂດດເດັ່ນທັງບຸກຄະລິກ ແລະຄວາມສາມາດ, ຟ້າໃສ ຈິນນາລີ MISS GRAND LAOS 2017 ຍັງຈະໄດ້ໄປເປັນຕົວແທນປະເທດລາວຄົນທຳອິດໃນການປະກວດ “Miss Grand International 2017” ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017ນີ້. ດັ່ງນັ້ນໃນມື້ນີ້ ຊະນີIndy ຈຶ່ງໄດ້ໄປຊອກຫາປະຫວັດຫຍໍ້ຂອງ ນ້ອງ ຟ້າໃສ ມິສແກຣນລາວຂອງເຮົາມາຝາກທຸກຄົນ…ມາຮູ້ຈັກກັບ ຟ້າໃສ ຈິນນາລີ ມິສແກຣນລາວຄົນທຳອິດກັນເລີຍ!!! ຂໍ້ມູນຫຍໍ້ ມີສແກຣນລາວ 2017: ຈິນນາລີ ນໍລະສິງ ຊື່ຫຼິ້ນ …
Read More »ງາມຢ່າງດຽວບໍ່ພໍຕ້ອງສະຫຼາດແລະພິບໄຫວດີ ມາເບິ່ງການຕອບຄຳຖາມຂອງ ຟ້າໃສ ຈິນນາລີ ມິດແກຣນລາວ 2017
ປະກາດຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດນາງສາວ ມິສແກຣນລາວ (MISS GRAND LAOS 2017) ແລະ ສາວງາມຜູ້ທີ່ຄວ້າມົງກຸດອັນຊົງກຽດໄປໄດ້ກໍຄື ຟ້າໃສ ຈິນນາລີ ນໍລະສິງ ອາຍຸ 18 ປີ ມີລວງສູງ 1,73 cm ເຊິ່ງຖືວ່າ ຟ້າໃສ ກໍເປັນໂຕເກັງຂອງການປະກວດມາຕັ້ງແຕ່ທຳອິດ. ແຕ່ເຖິງຢ່າງໃດກໍຕາມການປະກວດເວທີໃຫ່ຍລະດັບປະເທດສາວງາມຜູ້ເຂົ້າປະກວດຈະງາມແຕ່ພຽງຢ່າງດຽວກໍຄົງຈະບໍ່ພໍ ຕ້ອງເປັນສາວງາມທີ່ມີຄວາມສະຫຼາດ ແລະມີພິບໄຫວໃນການແກ້ໄຂສະຖານະການ ແລະການຕອບຄຳຖາມໄດ້ເປັນຢ່າງດີ ແລະໃນຮອບ Top5 ຫຼືໃນຮອບ 5 ຄົນສຸດທ້າຍຂອງການປະກວດກໍຈະມີການຕອບຄຳຖາມຂອງບັນດາສາວງາມ ແລະຄົນທີ່ຕອບຄຳຖາມໄດ້ດີ ຖືກໃຈກຳມະການ ແລະກອງເຊຍຫຼາຍທີ່ສຸດກໍຄື ຟ້າໃສ ຈິນນາລີ ເພາະຕອບຄຳຖາມໄດ້ຢ່າງຄ່ອງແຄ້ວ ໄດ້ໃຈຄວາມທີ່ດີ ຈົນສາມາດພິຊິດໃຈກຳມະການ ແລະຜູ້ຊົມຈົນສາມາດຄວ້າຕຳແໜ່ງມິສແກຣນລາວຄົນທຳອິດໄດ້ຢ່າງງົດງາມ. ຄຳຖາມທີ່ພິທີກອນຖາມ ຟ້າໃສ ມິສແກຣນລາວ 2017 ກໍຄື: ນ້ອງຄິດແນວໃດກັບການຕັດໄມ້ທຳລາຍປ່າ ແລະຄວນມີວິທີການປົກປັກຮັກສາປ່າໄມ້ແນວໃດ? ຟ້າໃສຕອບວ່າ: “ນ້ອງມີຄວາມຄິດວ່າການຕັດໄມ້ທຳລາຍປ່າສົ່ງຜົນກະທົບຕໍ່ວິຖີຊີວິດຂອງຄົນ ສັດປ່າ ສິ່ງແວດລ້ອມ ແລະການກະສິກຳ, ສຳລັບນ້ອງແລ້ວການຫຼຸດຜ່ອນການຕັດໄມ້ທຳລາຍປ່າທຳອິດເລີຍຕ້ອງເລີ່ມຈາກການປຸກລະດົມຈິດສຳນຶກຂອງຄົນໃຫ້ເຫັນຄວາມສຳຄັນຂອງປ່າໄມ້ໃນປະເທດລາວ ພໍຄົນເຮົາມີຈິດສຳນຶກຫຼືຄວາມຄິດນັ້ນແລ້ວ …
Read More »ຂໍສະແດງຄວາມຍິນດີ! ຈິນນາລີ ນໍລະສິງ (ຟ້າໃສ) ຄວ້າມົງກຸດອັນຊົງກຽດ ໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວ
ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງງາມ Miss Grand Laos 2017 ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2017 ທີ່ຜ່ານມາ, ເຊື່ອວ່າຫຼາຍໆທ່ານຄົງຈະລຸ້ນ ແລະເຊຍບັນດານ້ອງໆນາງສາວງາມຜູ້ເຂົ້າປະກວດກັນຢ່າງໃຈຈົດໃຈຈໍ່ ແລະໃນມື້ນີ້ ຂວັນໃຈ ກໍມີຜົນການປະກວດ Miss Grand Laos 2017 ມາຝາກທຸກໆທ່ານ, ເຊິ່ງສາວງາມຄົນທີ່ເໝາະສົມແລະໄດ້ຮັບມົງກຸດອັນຊົງກຽດໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ໝາຍເລກ MG19 ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນເພາະ ຟ້າໃສ ຈິນນາລີ ຍັງໄດ້ຮັບອີກໜຶ່ງລາງວັນນັ້ນກໍຄື: ລາງວັນນາງສາວຂວັນໃຈມະຫາຊົນ (Miss Popular vote) ຖືວ່າຄວບເຖິງ 2 ຕໍາແໜ່ງກັນເລີຍ ແລະ ຕໍ່ຈາກນີ້ຟ້າໃສຍັງຈະໄດ້ໄປເປັນຕົວແທນປະເທດລາວໃນການປະກວດ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ທີ່ຈະມາເຖິງນີ້. ສ່ວນລາງວັນຮອງອັນດັບມີດັ່ງນີ້: ຮອງອັນດັບ 1: MG13 ພູນຊັບ ພົນໂຍທາ …
Read More »