ລວມຮິດຄວາມໜ້າຮັກ ຄວາມຮາ ຕັ້ງແຕ່ເປັນໂສດຈົນມີແຟນຂອງ ນູ່ນີ່ ກຸມພົນພັກດີ ສາວລາວທີ່ໄປເລືອກຄູ່ໃນລາຍການ “Take Me Out Thailand”, ຫຼ້າສຸດກໍມີຄລິບລວມຮິດຄວາມໜ້າຮັກ ຄວາມຕະຫຼົກເຮຮາຂອງນາງອອກມາແລ້ວ, ຊະນີIndy ເລີຍບໍ່ພາດທີ່ຈະນຳເອົາມາຝາກແຟນເພສ ຂວັນໃຈ ທຸກໆຄົນ. ດັ່ງນັ້ນ ມາເບິ່ງກັນເລີຍເດີ້ຮັບຮອງວ່າໜ້າຮັກ ປົນຮາແນ່ນອນ. #ຢ່າລືມແຊຣເປັນກຳລັງໃຈໃຫ້ສາວນູ່ນີ່ ຂໍຂອບໃຈຄລິບ ແລະ ຮູບພາບຈາກ: TV Thunder Official , Noony Koumphonphakdee
Read More »News
ມາອີກແລ້ວນັກຮຽນເກັ່ງປະເທດລາວເຮົາ
ປັດຈຸບັນນັກຮຽນລາວເຮົານັບມື້ນັບເກັ່ງຂຶ້ນເລື້ອຍໆ ແລະ ຄືດັ່ງທີ່ເຮົາຮູ້ເຮົາເຫັນນັ້ນແຫຼະ ນັກຮຽນລາວເຮົາເຂົ້າຮ່ວມ ການແຂ່ງຂັນລະດັບປະເທດ, ລະດັບໂລກຫຼາຍຂຶ້ນ ບໍ່ວ່າຈະເປັນກິລາ, ສິນລະປະວັນນະຄະດີ…ແລະ ມື້ນີ້ແອັດມີນຈະມາແນະນໍາໃຫ້ ແຟນໆໄດ້ຮູ້ຈັກກັບນັກຮຽນເກັ່ງຂອງລາວອີກຄົນໜຶ່ງນັ້ນກໍຄື ທ້າວ ຈີນູ ບົວປາວ (Chinou Bouapao) ທີ່ກາຍເປັນຜູ້ຊະນະເລີດ ລະດັບປະເທດ ໃນການແຂ່ງຂັນ ທົດສອບທັກສະພາສາອັງກິດ ຊິງແຊມ ຂອງປະເທດໃນງານ TOEFL Junior Challenge 2016 ແລະ ທັງກາຍເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມແຂ່ງຂັນ TOEFL Junior Challenge ລາຍການໃຫຍ່ ທີ່ປະເທດອາເມລິກາ ໃນທ້າຍປີນີ້ອີກດ້ວຍ ( ວ້າວໆໆ…). Cr. Aj. Leepaia
Read More »ນູ່ນີ່ ແລະ ອ໋ອບ ເຄມີເຂົ້າກັນກາຍເປັນຄູ່ຮັກໄອດໍ້ຄູ່ໃໝ່ ແຟນຄລັບແຫ່ກົດໄລ້ຮູບຄູ່!!!
ສະບາຍດີ ວັນຈັນ ວັນແຫ່ງການເຮັດວຽກ ມາເລີ່ມຕົ້ນວັນໃໝ່ຂອງອາທິດດ້ວຍຄວາມໜ້າຮັກຂອງ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງຝັ່ງປະເທດເພື່ອນບ້ານ, ແລະ ໃນ 2-3 ມື້ທີ່ຜ່ານມາປະຕິເສດບໍ່ໄດ້ເລີຍວ່າທັງສອງໄດ້ສ້າງປະກົດການຮືຮາໄປທົ່ວທັງປະເທດລາວແລະໄທ ເພາະເປັນຄູ່ທີ່ໜ້າຮັກ ເຄມີເຂົ້າກັນສຸດໆ ບໍ່ວ່າທັງສອງຈະໂພສຮູບ ຫຼືໂພສສະເຕຕັສຫຍັງກໍຈະມີແຟນຄລັບໃຫ້ຄວາມສົນໃຈ ແລະ ເຂົ້າໄປກົດໄລ້ກົດແຊຣ ສະແດງຄວາມຄິດເຫັນຮູບຄູ່ຂອງ ນູ່ນີ່ ແລະ ອ໋ອບ ເປັນຈຳນວນຫຼວງຫຼາຍ, ຈົນສາມາດເວົ້າໄດ້ເລີຍວ່າທັງສອງກາຍເປັນຄູ່ຮັກໄອດໍ້ຄົນໃໝ່ໄປແລ້ວ, ຊະນີIndy ແລະ ແຟນໆກໍຂໍສະແດງຄວາມຍິນດີນຳຫຼາຍໆເດີ້ ເພາະທັງ 2 ເໝາະສົມກັນດີ ໜ້າຮັກໝົດທັງສອງເລີຍ. #ໃຜເປັນແຟນຄລັບຂອງນູ່ນີ່ແລະອ໋ອບແຊຣໄປໆ ຂໍຂອບໃຈສຳລັບຮູບພາບ
Read More »ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານເຊັກອິນທີ່ປະເທດລາວ
ເກສ ການເກົ້າ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານໄດ້ເຊັກອິນທີ່ປະເທດລາວເຮົາໃນວັນອາທິດ ວັນທີ 2 ກໍລະກົດ ທີ່ຜ່ານມາ ເຊິ່ງດາລາຄົນດັງໄດ້ແວ່ໄປຖ່າຍຮູບເຊັກອິນທີ່ ປະຕູໄຊ ເຊິ່ງເປັນສະຖານທີ່ແລນມາກຂອງລາວເຮົາ, ແລະ ເກສ ເອງກໍໄດ້ຖ່າຍຮູບຢູູ່ທີ່ນັ້ນດ້ວຍຄວາມ Happy ແລະ ມີໜ້າຕາທີ່ຍິ້ມແຍ້ມແຈ່ມໃສ ແຖມຍັງໂພສຮູບໃນອິນສະຕາແກຼມ ແລະ ຂຽນຄຳອະທິບາຍວ່າ: “ມາເຮັດວຽກຢູ່ນີ້ Happy ທຸກໆເທື່ອ ແຟນໆທີ່ນີ້ໜ້າຮັກ ແລະ ໃຫ້ການຕອບຮັບເປັນຢ່າງດີ ຂໍຂອບໃຈແຟນໆທຸກຄົນຫຼາຍໆ” , ສຳລັບດາລາສາວ ເກສ ການເກົ້າ ການເດີນທາງມາລາວເຮົາໃນເທື່ອນີ້ບໍ່ໄດ້ເປັນເທື່ອທຳອິດ ເພາະກ່ອນໜ້ານີ້ແຟນໆຈື່ໄດ້ບໍ່ເພາະນາງກໍເຄີຍມາແລ້ວກັບດາລານັກສະແດງຊື່ດັງອີກຫຼາຍຄົນເຊັ່ນ: ແພນເຄັກ, ຢາດ ຢາດທິບ, ໜູແຫວນ ໃນຊ່ວງເດືອນ ພຶດສະພາ ທີ່ຜ່ານມາ. #ແຊຣໄປໃຫ້ໂລກຮູ້ປະເທດລາວໃຜໆກໍຢາກມາ @invvhiteofficial ขาวท้าแดดได้ข้ามประเทศ ไม่กลัวดำ!! ?thank you #karenwalkerthailand @marvel_vision naka me love it! มาทำงานที่นี่ …
Read More »ໜ້າຮັກໄດ້ອີກ! ມາເບິ່ງເດດທຳອິດຂອງນູ່ນີ່ ແລະ ອ໋ອບ ຄືການພາກັນເຂົ້າວັດເຮັດບຸນ!!!
ອຸ່ຍ…ໜ້າຮັກໄດ້ອີກສຳລັບຄູ່ຮັກສາວລາວ-ບ່າວໄທ ນູ່ນີ່ ແລະ ອ໋ອບ ຄູ່ຮັກສົດໆໃໝ່ໆຈາກລາຍການເລືອກຄູ່ຊື່ດັງ Take me out Thailand ທີ່ພວກເຂົາທັງສອງຫາກໍ່ສ້າງປະກົດການຮືຮາໄປທົ່ວທັງປະເທດ ລາວ ແລະ ໄທ ເພາະຫຼັງຈາກທີ່ສາວ ນູ່ນີ່ ກຸມພົນພັກດີ ໄດ້ໄປເລືອກຄູ່ໃນລາຍການດັ່ງກ່າວກໍເປັນຫຼາຍອາທິດຫຼາຍເດືອນເຂົ້າແລ້ວແຕ່ຜ່ານມາກໍຍັງບໍ່ເຫັນນູ່ນີ່ເປີດໄຟໃຫ້ກັບໜຸ່ມຄົນໃດ ແຕ່ຫຼ້າສຸດໃນວັນເສົາທີ່ຜ່ານມາຄວາມຝັນກໍເປັນຈິງ ເພາະນູ່ນີ່ໄດ້ໜຸ່ມອ໋ອບໜຸ່ມໃຕ້ຄົມເຂັ້ມ ເປັນໜຸ່ມທີ່ມີຮອຍຍິ້ມມີສະເໜ່ ເຈົ້າຊູ້ເໝາະສົມກັບສາວນູ່ນີ່ທຸກຢ່າງ. ແລະ ຍັງບໍ່ພໍແຕ່ເທົ່ານັ້ນເພາະທັງສອງຍັງໄດ້ເຕີມຄວາມຫວານໃຫ້ກັນໂດຍພາກັນເຂົ້າວັດເຮັດບຸນເພື່ອຂໍພອນ ແລະ ສາວນູ່ນີ່ສາວລາວຂອງເຮົາກໍຍັງໄດ້ໂພສຜ່ານເຟສບຸກວ່າການພາກັນມາເຮັດບຸນດັ່ງກ່າວແມ່ນເປັນການພາກັນມາເດດເປັນເທື່ອທຳອິດຂອງທັງສອງອີກດ້ວຍ, ຢ່າງໃດກໍຂໍສະແດງຄວາມຍິນດີກັບທັງສາວ ນູ່ນີ່ ແລະ ວ່າທີ່ເຂີຍລາວ ໜຸ່ມ ອ໋ອບນຳເດີ້ຂໍໃຫ້ຮັກກັນດົນໆ ແລະ ຄົງຈະໄດ້ເຫັນຂ່າວດີໄວໆເດີ້!!!! #ແຊຣໄປໃຫ້ກຳລັງໃຈນູ່ນີ່ແລະອ໋ອບ ຂໍຂອບໃຈຮູບພາບຈາກ: Noony Koumphonphakdee
Read More »