Breaking News

News

ທີມທຳອິດໃນລາວ ເຂົ້າຮອບຊິງຊະນະເລີດ Microsoft Imagine Cup 2017

ທີມ BUG5 ເປັນທີມນັກປະດິດໄວໜຸ່ມ 3 ຄົນ ຈາກປະເທດລາວ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນຕົວແທນຂອງປະເທດລາວເພື່ອເຂົ້າຮ່ວມການແຂ່ງຂັນ Microsoft Imagine Cup 2017 ຄັ້ງທີ 15 ເຊິ່ງເປັນ ຮອບຊິງ ຊະນະເລີດປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນໂຄງການເລັ່ງສ້າງວິສາຫະກິດເລີ່ມຕົ້ນເພື່ອເພື່ອການເຕີບໂຕໃນລະດັບ ສາກົນ, ສ້າງຄວາມເຂັ້ມແຂງໃຫ້ນັກສຶກສາວິທະຍາສາດຄອມພິວເຕີລຸ້ນໃຫມ່. ນັກສຶກສາກຸ່ມດັ່ງກ່າວ ຈະສ້າງປະຫວັດສາດ  ເປັນທີມລາວທີມທຳອິດ ທີ່ສາມາດເຂົ້າໄປໃນຮອບຊິງຊະນະເລີດປະຈຳພາກພື້ນໃນການແຂ່ງຂັນ Imagine Cup. ເຊິ່ງ ສາມາດເອົາຊະນະຫຼາຍທີມ ຈາກຫຼາຍປະເທດ ເຊັ່ນ: ມຽນມາ, ກຳປູເຈຍ ແລະ ບຼູໄນ. ທີມດັ່ງກ່າວ ຈະເຂົ້າ ຮ່ວມແຂ່ງຂັນຮອບຊິງຊະນະເລີດທີ່ຈັດຂຶ້ນໃນລະດັບພາກພື້ນ, ເຊິ່ງຈະຈັດຂຶ້ນທີ່ ປະເທດ ຟິລິບປິນ ວັນທີ 23 ເຖິງ 27 ເມສາ. ຜົນງານປະດິດສ້າງຂອງພວກເຂົາ ຈະມີສ່ວນຊ່ວຍແກ້ໄຂບັນຫາສຳລັບຜູ້ພິການທາງສາຍຕາໃຫ້ສາມາດນໍາໃຊ້ ສະມາດໂຟນຄືກັບຄົນທົ່ວໄປໄດ້. ທີມທີ່ໄດ້ອັນດັບສອງ ໄດ້ແກ່ທີມ Arcane …

Read More »

ອາກອນ ພາສີ ຂູດຮີດເງິນ ຖ້າທ່ານພົບເຫັນພຶດຕິກໍາດັ່ງກ່າວ ແຈ້ງໄດ້ທີ່ເບີ 1519

ຖ້າທ່ານພົບເຫັນພຶດຕິກໍາຂອງພະນັກງານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນກະຊວງການເງິນມີພຶດຕິກໍາຂູດຮີດຮຽກເກັບພາສີ-ອາກອນແພງເກີນຄວາມຈິງ, ການສໍ້ລາດບັງຫຼວງ, ຮ່ວມຫົວກັນເອົາເງິນກ້ອງໂຕະຈາກປະຊາຊົນ, ການປະຕິບັດໜ້າທີ່ຂາດຄວາມຮັບຜິດຊອບ, ບໍ່ເຄົາລົບລະບຽບກົດໝາຍ, ບໍ່ເວົ້າຈາບໍ່ມີຄຸນສົມບັດ ແລະ ອື່ນໆ ເຊີນທ່ານໂທຫາເບີ 1519 ເພື່ອລາຍງານ, ຕອບຂໍ້ຂ້ອງໃຈ ແລະ ຮັບຄວາມຮ້ອງທຸກ. ອີງຕາມຫ້ອງການກະຊວງການເງິນ,ຂໍຖືເປັນກຽດແຈ້ງການການເປີດໂທລະສັບສາຍດ່ວນຂອງກະຊວງການເງິນ 1519 ມາຍັງອົງການລັດ, ທຽບເທົ່າກະຊວງ, ຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງ, ບັນດາພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການໃນຂອບເຂດທົ່ວປະເທດຊາບວ່າ: ນັບແຕ່ວັນທີ 7 ເມສາ 2017 ເປັນຕົ້ນໄປກະຊວງການເງິນໄດ້ເປີດນຳໃຊ້ໂທລະສັບສາຍດ່ວນ 1519 ຢ່າງເປັນທາງການ ເພື່ອຮັບເອົາຄໍາຖາມ,ການສະເໜີ, ຂໍ້ຄິດເຫັນ ແລະ ອື່ນໆ…ຈາກອົງການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ອື່ນໆຕໍ່ກັບການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະ ຂອງຂະແໜງການເງິນ ໃນຂອບເຂດທົ່ວປະເທດ. ສ່ວນການຊີ້ແຈ້ງໂທລະສັບສາຍດ່ວນຈະຊີ້ແຈ້ງຜ່ານສື່ຕ່າງໆຄື: ຜ່ານລາຍການ ການເງິນການພັດທະນາ ຊ່ອງໂທລະພາບຂອງກະຊວງປ້ອງກັນຄວາມສະຫງົບ, ເຊິ່ງອອກອາກາດໃນທຸກໆວັນສຸກເວລາ …

Read More »

ຈະຮາໄປໃສ? ມາເບິ່ງວິທີໂທໄປລົມສາວແບບໃໝ່ (ຄລິບ)

ຈະຮາໄປໃສ? ມາເບິ່ງວິທີໂທໄປລົມສາວແບບໃໝ່ ບອກເລີຍຖ້າສາວໆຄົນໃດເຈິແບບນີ້ ເຊື່ອເລີຍຕ້ອງຮີບວາງສາຍໂທລະສັບຢ່າງດ່ວນ 555   https://www.facebook.com/gentlemen.tou/videos/1289321267787988/   ຄລິບຈາກ: Tou Hero

Read More »

ລະຄອນ “ຮັກນີ້ສີບົວ” ຈະເລີ່ມອອກອາກາດກາງເດືອນ ມິຖຸນານີ້

  ເມື່ອວັນທີ 19 ເມສາ 2017 ທີ່ບໍລິສັດ Mind Media ໄດ້ມີການຈັດພິທີເປີດກ້ອງຖ່າຍລະຄອນເລື່ອງ “ຮັກນີ້ສີບົວ” (on your side the series) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາທິດໄຊ ບວນດາວເຮືອງ ຜູ້ອຳນວຍການບໍລິສັດມາຍມີເດຍ, ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບ ພ້ອມດ້ວຍນັກສະແດງ ທັງຍິງ-ຊາຍເຂົ້າຮ່ວມ. ຮັກນີ້ສີບົວ (on your side the series) ເປັນເລື່ອງລາວຊີວິດ ແລະຄວາມຮັກຂອງສາວຈາກຊົນນະບົດ ກໍຄື: ບົວສີ (ນາງເອກ) ຊຶ່ງໄດ້ເດີນທາງມາຮຽນຕໍ່ທີ່ຕົວເມືອງໃຫຍ່ ເຮັດໃຫ້ບົວສີໄດ້ພົບພໍ້ກັບຫຼາຍສິ່ງຫຼາຍຢ່າງທີ່ທ້າທາຍ ທີ່ສຳຄັນໄດ້ເຮັດໃຫ້ນາງຮູ້ຈັກເຖິງຄວາມຮັກ ແລະມິດຕະພາບຈາກຊາຍໜຸ່ມທັງ 4 ຄົນທີ່ພ້ອມຈະຢູ່ຄຽງຂ້າງ ແລະຊ່ວຍເຫຼືອນາງໃຫ້ປະສົບຜົນສຳເລັດໃນສິ່ງທີ່ໄຝ່ຝັນ. ທ່ານ ໄຊສົງຄາມ ອິນດວງຈັນທີ ຜູ້ກຳກັບກ່າວວ່າ: ຮູບເງົາເລື່ອງ “ຮັກນີ້ສີບົວ” …

Read More »

ອຸ້ຍ ໜ້າຮັກ!!! ແອັບເປີ້ນເຮັດໃຈປໍ້າ Surprise ເອື້ອຍດ້ວຍສິ່ງນີ້ (ຄລິບ)

ອຸ້ຍ ໜ້າຮັກ!!! ແອັບເປີ້ນ ສີສະຫງຽນ ສີຫາລາດ ນອກຈາກຈະມີອໍລ້າວ່າທີ່ເຈົ້າສາວຈັບແລ້ວ ນາງຍັງມີຄວາມໜ້າຮັກຈັດ Surprise  ເອື້ອຍສຸດທີ່ Love ຂອງນາງດ້ວຍການຊື້ໄອໂຟນສີແດງ ລຸ້ນໃໝ່ຫຼ້າສຸດ ໂດຍແອັບເປີ້ນໄດ້ໂພສຄລິບໜ້າຮັກໆທີ່ຕົນ ແລະ ແຟນໜຸ່ມ ຟຸກ ຈິຣະ ແລະ ຍັງມີນ້ອງສາວຂອງແອັບເປີ້ນອີກໜຶ່ງຄົນທີ່ໄດ້ພາກັນລວມເງິນຊື້ໄອໂຟນລຸ່ນນີ້ໃຫ້ເອື້ອຍສຸດທີ່ຮັກ. โพสต์โดย Appleple Sihalath บน 19 เมษายน 2017 ຂໍຂອບໃຈຮູບພາບ:Appleple Sihalath

Read More »