Breaking News

News

ຍາກບໍ່ຖ້າຢາກເປັນ ພິທີກອນມືອາຊີບ ຄືກັບ Touy Overdane ມາເບິ່ງຄໍາແນະນໍາດີໆຈາກໜຸ່ມຄົນນີ້ກັນ!

ຄໍລໍາ: Entertainment Lao ສໍາພາດ ອິນປັນ ບໍລິຫານ ຫຼື Touy Overdane ທີ່ຫຼາຍຄົນຄຸ້ນເຄີຍ ແລະ ຮູ້ຈັກກັນດີໃນຖານະຂອງ MC ຫຼືພິທີກອນ ຊື່ດັງລະດັບແຖວໜ້າຂອງປະເທດລາວເຮົານັ້ນເອງ. ຊຶ່ງໃນວາລະສານຂວັນໃຈຂອງເຮົາສະບັບນີ້ ຕຸ້ຍ ຈະມາໃຫ້ສາລະ ແລະ ຂໍ້ມູນດີໆສໍາລັບຄົນທີ່ມີພອນສະຫວັນ ແລະ ຄວາມຕັ້ງໃຈທີ່ຈະຢາກເປັນພິທີກອນ ຈະຕ້ອງມີການກຽມຕົວ ແລະ ເລີ່ມຕົ້ນແນວໃດແດ່? ຕ້ອງເຮັດແນວໃດຈຶ່ງຈະເປັນພິທີກອນມືອາຊີບແບບ ຕຸ້ຍ ໄດ້. ສໍາລັບຂໍ້ມູນເຕັມ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

ອອມ ສຸຊາ ນັກສະແດງສາວຊື່ດັງຈາກປະເທດໄທ ຫຼົງຮັກແຂວງຫຼວງພະບາງເມືອງມໍລະດົກໂລກ ຈົນເຖິງຂັ້ນບໍ໋ຢາກກັບ!

ໃນຊ່ວງປີໃໝ່ລາວທີ່ຜ່ານມາ ນັກສະແດງສາວ ອອມ ສຸຊາ ດາລາ-ນັກສະແດງຊື່ດັງຈາກປະເທດໄທ ກໍມີໂອກາດໄດ້ມາຢ້ຽມຢາມປະເທດລາວຂອງເຮົາ ໂດຍນັກສະແດງສາວຄົນນີ້ໄດ້ມາພັກຜ່ອນໃນຊ່ວງປີໃໝ່ທີ່ ແຂວງຫຼວງພະບາງ ເຊິ່ງທົ່ວໂລກຮູ້ຈັກກັນໃນນາມ ເມືອງມໍລະດົກໂລກ, ໃນການມາພັກຜ່ອນໃນຄັ້ງນີ້ເຮັດໃຫ້ດາລາສາວຫຼົງຮັກໃນຄວາມງາມຂອງເມືອງມໍລະດົກໂລກຈົນເຖິງຂັ້ນບໍ່ຢາກກັບ ເພາະມັກໃນວັດທະນະທຳ ຮີດຄອງປະເພນີ ມັກໃນຄວາມສະຫງົບ ຄວາມງາມ ວິຖີຊີວິດ ແລະມັກໃນທຳມະຊາດທີ່ຍັງຄົງຄວາມງາມແບບສຸດໆ ແລະ ອອມ ຍັງບອກຜ່ານ ອິນສະຕາແກຼມສ່ວນຕົວອີກວ່າ ນາງຈະກັບມາ ເມືອງມໍລະດົກໂລກ ກໍຄືປະເທດລາວເຮົາອີກຢ່າງແນ່ນອນ, ທີມງານເຮົາກໍບໍ່ພາດທີ່ຈະນຳເອົາຮູບພາບຂອງດາລາສາວຄົນນີ້ມາຝາກ ມາເບິ່ງກັນໄດ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ โอ้ยยยย หลงรักที่นี่!! ????❤️ #หลวงพระบางdestinyday1 A post shared by Sushar M. (@aom_sushar) on Apr 12, 2017 at 2:57am PDT ???? ขอให้ปีใหม่นี้ทุกคนมีความสุขน้าฮ้าบบบ ???? #หลวงพระบางdestinyday2 A …

Read More »

ງານເປີດຮ້ານ WWIL ຮ້ານຂາຍໂມງຍີ່ຫໍ້ດັງຂອງໂລກ

ບໍລິສັດ Watches World International Limited (WWIL)  ໄດ້ຮັບການຈົດທະບຽນສ້າງຕັ້ງຂຶ້ນໃນປີ 2016 ໂດຍບໍລິສັດໄດ້ຮັບ ການມອບສິດຈາກ ບໍລິສັດ  Fossil Group Brands, Movado Group Brands, Luminox, TW Steel ແລະ Christian Paul ໃນການເປັນຕົວແທນຈຳໜ່າຍ ໂມງຍີ່ຫໍ້ຕ່າງໆພາຍໃນເຄື່ອ ແຕ່ພຽງຜູ້ດຽວໃນ ສປປ ລາວ. ການສ້າງຕັ້ງ WWIL ນີ້ຖືວ່າເປັນບາດກ້າວສຳຄັນໃນວົງການ Fashion ລາວ  ເຊິ່ງໂມງແຕ່ລະແບບກໍ່ມີຈຸດເດັ່ນທີ່ແຕກຕ່າງກັນໄປ ເພື່ອບົ່ງບອກເຖິງບຸກຄະລິກ ແລະ ກາລະໂອກາດ ຂອງຜູ້ສວມໃສ່ ແລະ ໃນປັດຈຸບັນນີ້ ຖ້ານັບຈໍານວນໂມງຍີ່ຫໍ້ແລ້ວ WWIL ແມ່ນບໍລິສັດ ຕົວແທນຈໍາໜ່າຍໂມງທີ່ໃຫຍ່ທີ່ສຸດຢູ່ໃນລາວ ເຊິ່ງຈະມີຫຼາຍກວ່າ 35 ຍີ່ຫໍ້ດັງເຊັ່ນ: Fossil, Emporio Armani, …

Read More »

ຊົມເຊີຍຜົນງານ ທີ່ສາມາດຍາດໄດ້ຫຼຽນຄຳໃຫ້ກັບປະເທດລາວ

ຂໍສະແດງຄວາມຊົມເຊີຍ, ຄວາມພາກພູມໃຈ ແລະ ຄວາມຍິນດີກັບນ້ອງ ມະໄລພອນ ເພັດດາວເຮືອງ ທີ່ສາມາດຍາດໄດ້ຫຼຽນຄໍາໃຫ້ກັບປະເທດຊາດລາວ ພາຍໃນງານການແຂ່ງຂັນ Bangkok Young Smart Karate Even ໃນວັນທີ 23 ເມສາ 2017 ນະຄອນຫຼວງບາງກອກ ປະເທດໄທ. ທີ່ມາ  ແລະ ຮູບພາບ: Tonamcha news

Read More »