Breaking News

News

ສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand” (ມີຄຣິບ)

ຮືຮາຂ້າມປະເທດອີກແລ້ວໆໆ!!! ເມື່ອມີສາວລາວຄົນທີສອງໄປເລືອກຄູ່ໃນລາຍການ “Take me out Thailand” ວັນທີ 14 ກຸມພາ   ທີ່ຜ່ານມາເຊິ່ງກົງກັບວັນແຫ່ງຄວາມຮັກຂອງຄົນທົ່ວໂລກ ລາຍການດັງໃນປະເທດເພື່ອນບ້ານ “ເລື່ອງເລົ່າເຊົ້ານີ້” ໄດ້ເຊີນ ສາວໂສດ-ໝຸ່ມໂສດ ຈາກລາຍການ “Take me out Thailand” ໄປເປັນແຂກຮັບເຊີນ  ແລະ ໜຶ່ງໃນນັ້ນກໍມີສາວລາວໜຸ່ມລາວທີ່ໄປເລືອກຄູ່ແລ້ວກ່ອນໜ້ານີ້ ກິຕ້າ ພັດທະສອນ ມະນີດາລັດ,​ຈ່ອນນີ່ ສິຣິວັນ ໄຊຍະສານ ແລະ ທີ່ Surprise ທີ່ສຸດກໍຄືຍັງມີສາວລາວອີກໜຶ່ງຄົນທີ່ສາມາດໄປຮ່ວມກັບລາຍການເລືອກຄູ່ດັງລາຍການນີ້ ເຊິ່ງສາວຄົນນີ້ເທົ່າທີ່ ຊະນີIndy ໄປສືບມານັ້ນມີນາມວ່າ ນູ່ນີ່ ແຕ່ສາວຄົນນີ້ຍັງບໍ່ໄດ້ອອກອາກ່າດໃນລາຍການ “Take me out Thailand” ເທື່ອເດີ້ ຄາດວ່າໜ້າຈະໄວໆນີ້, ແຕ່ນາງໄດ້ມີສ່ວນຮ່ວມໄປເປັນແຂກຮັບເຊີນຮ່ວມກັບ ສາວໂສດ-ໜຸ່ມໂສດ ເທົ່ານັ້ນ, ແຕ່ເທົ່າທີ່ເບິ່ງໃນຄຣິບທີ່ພິທີກອນດັງຈາກຝັ່ງໄທໄດ້ສຳພາດ ນູ່ນີ່ ນັ້ນນາງກໍເວົ້າຈາດີ ເວົ້າທັກທາຍໃນສຳນຽງແບບລາວ ແຖມຍັງນຸ່ງສິ້ນໄໝ ເບິ່ງແລ້ວງາມຫຼາຍ. ສ່ວນວ່າມື້ໃດທີ່ສາວ ນູ່ນີ່ …

Read More »

ເຄບີ ໂຄລາວ ເຊົ່າສິນເຊື່ອ ເລີ່ມດຳເນີນທຸລະກິດຢູ່ໃນ ສປປ ລາວ

ງານເປີດໂຕ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຈຳກັດ ຈັດຂຶ້ນ ໃນວັນທີ 13 ກຸມພາ 2017  ຢູທີ່ຕຶກອາລຸນໃໝ່ ຊັ້ນ 7 ບ້ານໜອງບອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ການເປີດໂຕ ຢ່າງເປັນທາງການ ໃນຕອນຄໍ່າຂອງມື້ດຽວກັນ ຢູ່ທີ ໂຮງແຮມ ແລນມາກມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຍູນກັງຮ່ອນ ທ່ານເອກອັກຄະລັດຖະທູດ ຂອງ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ໂອເຊຢອງ ປະທານກຸ່ມບໍລິສັດໂຄລາວ, ທ່ານ ຢູນຈົງກຽວ …

Read More »

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ

ເມນູ ສຸດພິເສດຕ້ອງຮັບວັນແຫ່ງຄວາມຮັກ ມາຮູ້ຈັກກັບເມນູສຸດພິເສດ ແລະ ສຸດແປກຕ້ອນຮັບ “Valentine’s day” ບາແຫ່ງໜຶ່ງໃນໃຈກາງເມືອງໂຕກຽວ ຈັດກິດຈະກໍາແບບພິເສດໆ ສະຫຼອງວັນແຫ່ງຄວາມຮັກດ້ວຍເມນູຂອງຫວານ ຄີມເຄັກ ແລະ cocktail ທີ່ເສີບມາພ້ອມກັບແມງໄມ້ ໂດຍຜູ້ຈັດກິດຈະກໍາບອກວ່າ: ເມນູດັ່ງກ່າວດຶງດູດລູກຄ້າເຂົ້າຮ້ານໄດ້ເກືອບຮ້ອຍຄົນ ແລະ ລູກຄ້າຍັງບອກອີກວ່າ: ກິດຈະກໍານີ້ຊ່ວຍໃຫ້ຜູ້ທີ່ຍ້ານແມງໄມ້ ບໍ່ຍ້ານອີກຕໍ່ໄປ.   ສ່ວນເມນູທີ່ໄດ້ຮັບຄວາມນິຍົມຄື: Cocktail Cranberry ທີ່ປະສົມແມງດາ ແລະ ເພີ່ມລົດຊາດຄ້າຍຄືກັບ ຄາຣາເມວດ້ວຍດ້ວງກັບ Walnuts ຊຶ່ງມີລາຄາ 800-1.000 ເຍນ ຫຼື ປະມານ 75.000 ກີບຕໍ່ແກ້ວ .

Read More »

ບ໋ອບ ຟີແມນ ປ່ອຍຄຣິບສຸດຮາຕ້ອນຮັບວັນ “ວາເລັນທາຍ”

  ຕ້ອນຮັບວັນທີ 14 ກຸມພາ 2017  ວັນແຫ່ງຄວາມຮັກ (Valentine’s Day) ບ໋ອບ ຟີແມນ ໄດ້ປ່ອຍຄຣິບສຸດຮາເຖິງ 2 ຄຣິບ ແຕ່ລະຄຣິບໄດ້ສ້າງຄວາມຮືຮາໃຫ້ແຟນໆຈົນເຮັດໃຫ້ມີຍອດໄລ້ ຍອດແຊຣກັນຢ່າງຫຼວງຫຼາຍ ຈະຮາຊໍ່າໃດມາເບິ່ງກັນເລີຍ: Happy ວາເລັນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ   Happy ວາເລນທາຍ #ສາຍສຽບ #ສາຍhurt #ສາຍເຫງົາ #ສາຍໂສດ โพสต์โดย Bob Freeman บน 13 กุมภาพันธ์ 2017   Catty doggy ວາເລັນທາຍນີ້ .. ເເຫງຫີ້ #ສຸກສັນວັນເເຫ່ງຄວາມຮັກ #ເບິ່ງຄັກໆ #ເເມ່ນວັນເສຍໂຕ   Catty doggy ວາເລັນທາຍນີ້ .. …

Read More »

ຂ່າວດີ! ສຳລັບຜູ້ພິການ ແຕ່ກຳເນີດ

​ເລີ່​ມແຕ່ວັນທີ 07-20 ກຸມພາ 2017 ເປັນເວລາ 2 ອາທິດ. ຄະ​ນະ​ທີມ​ແພດອາສາສະໝັກຈາກອົງການ ການ​ແພດ Interplast ຈາກ​ປະ​ເທດ ອົດສະຕາລີ ແລະ ນິວຊີແລນ ໄດ້ເດີນທາງມາເຖິງໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ເພື່ອດຳເນີນໂຄງການໃຫ້ຄຳປຶກສາ ແລະ ການຜ່າຕັດ ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່ ຜູ້ທີ່ມີອາການ​ດ້ານ​ຄວາມພິການແຕ່ກຳເນີດ ແລະ ຈາກການຈະເລີນເຕີບໂຕ. ໂຄງການດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ບໍລິສັດ ພູເບັ້ຍ ມາຍນິງ (PBM) ແລະ ກຸ່ມແມ່ຍິງສາກົນ (WIG) ເຊິ່ງ​ເປັນ​ການສືບຕໍ່ ການຈັດຕັ້ງໂຄງການທີ່​ທາງ ບໍ​ລິ​ສັດ ໄດ້ຮ່ວມທຶນ​ຮອນ​ກັບ Interplast​ ນັບແຕ່ປີ 2012. ທີມອາສາສະໝັກຂອງ Interplast ທີ່ປະກອບດ້ວຍແຜນຜ່າຕັດ​ໃສຍະກຳ ແລະ ຕົບແຕ່ງ, ແພດວາງຢາສະລົບ ແລະ ພະຍາບານ ໄດ້ດຳເນີນການປະເມີນກ່ອນຜ່າຕັດ ​ເຊິ່ງຈະປະຕິບັດວຽກຮ່ວມ …

Read More »