Breaking News

News

ສາວ ຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ

ສາວຫຼິງຫຼິງ ປີຍະດາ ມາໃນຊຸດລາວສຸດອະລັງການ ວ້າວໆໆ…ງາມຫຼາຍໆສຳລັບສາວ ຫຼິງຫຼິງ ປິຍະດາ ທີ່ຫຼ້າສຸດນາງໄດ້ໂພສຮູບທີ່ເຮັດໃຫ້ຕະລຶງໃນຄວາມງາມໄປຕາມໆກັນເຊິ່ງນາງມາໃນ Look ແບບລາວໆ ຊຸດໄໝລາວຈົນເຮັດໃຫ້ລືມໄປເລີຍວ່ານາງເປັນສາວງາມປະເພດສອງ ແລະ ເຊື່ອເລີຍວ່າແມ່ຍິງຫຼາຍໆຄົນຕ້ອງມີຄວາມອິດສາໃນຄວາມເລີດ ຄວາມງາມທີ່ຫາບ່ອນຕິບໍ່ໄດ້ຂອງນາງ ຈະງາມຊໍ່າໃດນັ້ນມາເບິ່ງດ່ວນ! ພາບຈາກ: lingpiyadar

Read More »

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ!

ດາລາສາຍເຮຮາ ແຈ້ງເກີດໄດ້ຍ້ອນຄວາມຕະຫຼົກ! ໂດຍ: “ຊະນີIndy” ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ກັບດາລາຍິງສາຍເຮຮາຄົນນີ້ ອາມມີ່ ໄຊຊະນະວົງເພັດ ເພາະນາງກໍມີຜົນງານຫຼາກຫຼາຍ ແຕ່ນັ້ນບໍ່ແມ່ນປະເດັນທີ່ຈະມາພັນລະນາຜົນງານຂອງນາງແຕ່ຢ່າງໃດເພາະ “ຊະນີIndy” ໄດ້ມັກສັງເກດເຫັນນາງມັກໂພສຮູບພ້ອມກັບແຄັບຊັ່ນ (Captoin) ແນວຕະຫຼົກ ເຮຮາເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ (share) ຮູບຂອງນາງຢ່າງຫຼວງຫຼາຍ ດັ່ງນັ້ນ ສາເຫດທີ່ເຮັດໃຫ້ນາງສາມາດແຈ້ງເກີດ ນອກຈາກຄວາມສາມາດແລ້ວ ກໍແມ່ນຄວາມໂດດເດັ່ນແນວຕະຫຼົກເຮຮາຂອງນາງນັ້ນເອງ ບາງເທື່ອ “ຊະນີIndy” ວ່າຈະເປັນດາລາ ຫຼື ເປັນຄົນທຳມະດາກໍບໍ່ຈຳເປັນທີ່ຈະຕ້ອງໜ້າຕາດີຢ່າງດຽວ ຂໍແຕ່ກ້າເປັນຕົວເອງ ໝັ້ນໃຈໃນທາງທີ່ດີ ມີແນວຄິດສ້າງສັນ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອ້ອມຂ້າງ ພຽງເທົ່ານີ້ໂອກາດດີໆກໍອາດຈະມາຫາເຮົາເອງໂດຍທີ່ບໍ່ຕ້ອງສະແຫວງຫາ.   “ປີນຂືນໄປເພືອຫມາກກະທັນໂດຍສະເພາະ” “ຄິດຮອດຕົ້ມເປັດຢູ່ບ້ານ..,,ໃຜໃຈສີຕົ້ມໃຫ້ກີນອີກນໍ” “ຄັ້ງທຳອີດທີ່ໄດ້ຂີ້ຊ້າງ ຕື່ນເຕັ້ນຫລາຍ” “ເຮັດສວນຢູ່ນິແຕ່ນອ້ຍຈົນໃຫ່ຍ .ຜັກປອດສານພິດ” “ກີນກະແລ໋ມ..ທ້າລົມຫນາວ ກະແລ໋ມໂຄດຫນ້າຮັກຈົນສີບໍ່ກ້າກີນ” “ຂະຫນາດຄຳແກ້ວເປັນງູ ທົດສະພົນກະຍັງຮັກ ຂອ້ຍເປັນຄົນຄັກຄັກຄືບໍ່ມີໃຜມາຮັກຂອ້ຍແດ” ຮູບພາບຈາກ: Armmy Saysanavongphet

Read More »

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ລວມດາລາດັງໆໄວ້ພ້ຽບ!!!

ເຈ້ຍ ປາສິຟິກ ເປີດກ້ອງຮູບເງົາເລື່ອງໃໝ່ ລວມດາລາດັງໆໄວ້ພ້ຽບ!!! ໂດຍ:  “ຊະນີIndy” ຜ່ານໄປແບບສົດໆຮ້ອນໆກັນເລີຍກັບພິທີໄຫ້ວຄູຂອງຮູບເງົາເລື່ອງ “ຫົງຫາມເຕົ່າ” ໃນວັນ 8 ມັງກອນ 2017 ທີ່ຜ່ານມາ, ເຊິ່ງມີນັກສະແດງ ແລະ ທີມງານເຂົ້າຮ່ວມເປັນຈຳນວນຫຼວງຫຼາຍນຳທີມໂດຍ ເຈ້ຍ ປາສິຟິກ, ລູກນ້ຳ ທິດາລັດ, ເບບີ້ ປິຍາມາດ, ອາມມີ່ ແລະ ອີກຈຳນວນຫຼາຍ, ເຊິ່ງໄດ້ຍິນມາວ່າເລື່ອງນີ້ນັກຮ້ອງສາຍຕະຫຼົກ ເຈ້ຍ ປາຊີຟິກ ເປັນທັງຄົນກຳກັບ ແລະ ຂຽນບົດເອງ ສ່ວນວ່າຮູບເງົາເລື່ອງນີ້ຈະອອກມາໃນແນວທາງໃດນັ້ນຈົ່ງລໍຖ້າຕໍ່ໄປເພາະເພິ່ນກຳລັງຢູ່ໃນຊ່ວງຖ່າຍທຳນັ້ນເອງ. “ຊະນີIndy” ບໍ່ໄດ້ມາອັບເດດສູ່ຟັງລ້າໆໃດແຕ່ຍັງນຳເອົາພາບບັນຍາກາດມາໃຫ້ເພື່ອນໆໄດ້ເບິ່ງນຳ ລໍຖ້າຢູ່ເຮັດຫຍັງມາເບິ່ງເລີຍ…! ພາບຈາກ: Jear Pacific, B’Bie Piyamarth

Read More »

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ

ຊອກເບິ່ງໄດ້ຍາກ! ຮູບສາວ ແຕ້ວ ນັດຖະພອນ ຫຼື ເຈົ້າແມ່ນາຄີຕອນຍັງນ້ອຍ ຖືວ່າເປັນນາງເອກທີ່ມາແຮງທີ່ສຸດແຫ່ງປີ!!! ສໍາລັບສາວ ແຕ້ວ ນັດຖະພອນ ນາງເອກຈາກລະຄອນເລື່ອງ “ນາຄີ” ຫຼື ທີ່ຮູ້ກັນຄື “ເຈົ້າແມ່ນາຄີ” ຫຼ້າສຸດມີການ Share ຮູບນາງເອກສາວສະໄໝຍັງນ້ອຍຕອນຮຽນປະຖົມຜົມສັ້ນພຽງຫູ ແລະ ສະໄໝຮຽນມັດທະຍົມຂໍບອກເລີຍວ່າສາວແຕ້ວງາມມາແຕ່ນ້ອຍແທ້ໆ.  

Read More »

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະລັງການ (ມີຄຣິບ)

ກັບມາປ່ວນຫູອີກຮອບ PPAP ຈັດເຕັມພ້ອມວົງ Orchestra ສຸດອະອັງການ (ມີຄຣິບ) ກາຍເປັນເພງ Hot Hit ຕິດຫູເມື່ອປີກາຍມາແລ້ວໃນເພງ “Pen-Pineapple-Apple-pen” ຫຼື PPAP ເຊິ່ງທັງໝົດເພງມີພຽງບໍ່ຈັກປະໂຫຍກຊໍ້າໄປຊໍ້າມາ ແຕ່ເມື່ອຟັງແລ້ວພັດຕິດຫູຢ່າງແຮງ ຫຼ້າສຸດໃນໄລຍະປີໃໝ່ PIKOTAR ເຈົ້າຂອງສຽງເພງກັບມາອີກຄັ້ງພ້ອມດ້ວຍຄວາມຍິ່ງໃຫຍ່ອະລັງການ. ໃນງານ Japan Record Awards 2016  ລາວໄດ້ຮັບເຊີນໃຫ້ໄປຂຶ້ນສະແດງໃນເພງ PPAP ຮ່ວມກັບວົງ Orchestra ແບບ Full band ຈາກເພງໃນໂລກອອນລາຍຕະຫຼົກໆກາຍເປັນ ງານໃຫ່ຍລະດັບປະເທດ ເມື່ອເບິ່ງການສະແດງແລ້ວຈະຮູ້ສຶກໄດ້ເລີຍເຖິງຄວາມຍິ່ງໃຫ່ຍອະລັງການ ແຖມລາວຍັງຮ້ອງເພງນີ້ໃນແບບເຕັມເພງອີກດ້ວຍ. ຈະມີຄວາມຍິ່ງໃຫ່ຍຊໍ່າໃດນັ້ນສາມາດຊົມຄຣິບໄດ້ເລີຍ!!!

Read More »