Breaking News

News

“Rogue One” ຄອງອັນດັບຮູບເງົາສ້າງເງິນຂ້າມປີ!!!

“Rogue One” ຄອງ Champion ຮູບເງົາສ້າງເງິນຂ້າມປີ!!! ຮູບເງົາຟອມຍັກ Rogue One: A Star Wars Story ຮູບແຍກຂອງສົງຄາມອາວະກາດສະຕາວໍເປັນ Champion ຮູບເງົາທີ່ສ້າງເງິນໃນ Box Office ໄດ້ຕິດຕໍ່ກັນເປັນອາທິດທີ່ສາມ ເຊິ່ງເປັນ Champion ຕັ້ງແຕ່ປາຍປີທີ່ຜ່ານມາແລ້ວຕໍ່ເນຶ່ອງມາຮອດປີນີ້ ໂດຍອາທິດທໍາອິດຂອງປີ 2017 ໜັງສ້າງລາຍໄດ້ໄປ 49.5 ລ້ານໂດລາ. ສ່ວນຮູບເງົາສ້າງເງິນອັນດັບ 2 ເປັນຂອງ Animation ແຫ່ງສຽງເພງເລຶ່ອງ “Sing” ດ້ວຍລາຍໄດ້ 42.8 ລ້ານໂດລາ. ອັນດັບ 3 ເປັນຂອງຮູບເງົາເລື່ອງ Passengers ເປັນແນວ Sci-fi ທີ່ໄດ້ນັກສະແດງລະດັບ Top ຄືສາວ Jennifer Lawrence ແລະ ໜຸ່ມ Chris Pratt …

Read More »

ຄັ້ງໜຶ່ງໃນຊີວິດຕ້ອງຊວນໜູ່ສະນິດເຮັດແບບນີ້ເລີຍ!!!

ສາວໆຄົນໃດທີ່ເຂີນອາຍບໍ່ລຶ້ງທີ່ຈະຕ້ອງ Post ທ່າເວລາຖ່າຍຮູບຄົນດຽວ ລອງເອົາເພື່ອນສາວຄົນສະນິດຂອງທ່ານ ຫຼື ຖ່າຍຮູບນໍາກັບເປັນກຸ່ມໄປເລີຍຮັບຮອງງານນີ້ເກີດຍົກແກ໊ງ ເຊິ່ງຮູບທີ່ຖ່າຍອອກມາຈະໃຫ້ຄວາມຮູ້ສຶກເຖິງ...

Read More »

ມາເບິ່ງ Life-style ຫຼູຫຼາໄຮໂຊຂອງຄູ່ຮັກພັນລ້ານ!

ມາເບິ່ງ Life-style ຫຼູຫຼາໄຮໂຊຂອງຄູ່ຮັກພັນລ້ານ! ໂດຍ: “ຊະນີIndy” ເປັນທີ່ຮືຮາສົ່ງທ້າຍປີ 2016 ກັບຄູ່ຮັກ ເພັງ-ອ້າຍ ທີ່ຖືໄດ້ວ່າສ້າງກະແສ ແລະ ເຮັດໃຫ້ສັງຄົມໃຫ້ຄວາມສົນໃຈຂ້າມປີມາຮອດ 2017 ກັນເລີຍ ເພາະທັງສອງໄດ້ແຕ່ງດອງໄປແລ້ວຕັ້ງແຕ່ວັນທີ 26 ທັນວາ 2016 ທີ່ຜ່ານມາຢູ່ ໂຮງແຮມ ແລນມາກ, ແຕ່ກະແສທີ່ເຂົາວ່າລູກເສດຖີກັບລູກເສດຖີແຕ່ງກັນນັ້ນກໍຍັງບໍ່ໝົດໄປ ເພາະການຈັດງານແຕ່ງດອງຂອງທັງສອງຄົນນັ້ນເປັນງານທີ່ໃຫ່ຍ ແລະ ຫຼູຫຼາສຸດໆ ຈົນເຮັດໃຫ້ຫຼາຍຄົນເວົ້າກັນຕ່າງໆນາໆວ່າອາດເປັນການຈັດງານສິ້ນເປືອງເກີນໄປ ຫຼື ບໍ່? ຍັງໆຍັງບໍ່ໝົດເພາະໃນ Facebook ສ່ວນຕົວຂອງສາວເພັງຍັງ Post ຮູບພາບງານແຕ່ງ ແລະ Life-style ການໃຊ້ຊີວິດທີ່ຫຼູຫຼາຂອງເພິ່ນໃຫ້ຂາເມົ້າໄດ້ເຂົ້າມາສະແດງຄວາມຄິດເຫັນກັນເລື້ອຍໆ, ດັ່ງນັ້ນກໍບໍ່ລໍຊ້າ “ຊະນີIndy” ຈຶ່ງໄດ້ລວມເອົາຮູບພາບມາຝາກເບິ່ງກັນໄດ້ເລີຍ!!! ພາບຈາກ: FB@Pheng’s AP

Read More »

ເຄັດລັບຫຸ່ນດີຂອງສາວ ເມ ວາລິດສະລາ ຕັງສຸວັນ!

ເຄັດລັບຫຸ່ນດີຂອງສາວ ເມ ວາລິດສະລາ ຕັງສຸວັນ!!! ສາວ ເມ ວາລິດສະລາ ຕັງສຸວັນ ສາວງາມທີ່ເປັນໂຕແທນຈາກປະເທດລາວໄປແຂ່ງຂັນໃນເວທີລະດັບໂລກ  MISS TOURISM QUEEN OF THE YEAR INTERNATIONAL 2016 ເຊິ່ງເພິ່ນກໍສາມາດຄວ້າຕຳແໜ່ງ ສາວງາມມິດຕະພາບ ມາຝາກຄົນລາວເຮົາທຸກຄົນໄດ້ສຳເລັດ ແລະ ໃນມື້ນີ້ທາງທີມງານເຮົາຈະພາໄປອັບເດດສອດສ່ອງກິດຈະກຳຍາມຫວ່າງຂອງສາວເມວ່ານາງມັກເຮັດຫຍັງນໍນາງຈຶ່ງງາມ ແລະ ຫຸ່ນດີໆມາເບິ່ງພ້ອມໆກັນເລີຍ!!!   ຮູບພາບຈາກ: FB@Varissara May Tangsouvanh  

Read More »

ຜູ້ຊາຍຄົນນີ້ພັບເງິນເປັນເວລາ 4 ປີ!!!

ພັບເງິນໃຫ້ 4 ປີ ສຸດທ້າຍຖືກຜູ້ສາວຖິ້ມຈ້ອຍ!!! ໂດຍ:  “ຊະນີIndy” ໂອ້ຍ ຊ່າງມາດູຕົນອ້າຍບ່າວຜູ້ນີ້ແທ້!!! “ຊະນີIndy” ບໍ່ເຄີຍຄິດເລີຍວ່າຈະມີຜູ້ຊາຍແບບນີ້ເຫຼືອຢູ່ ໃນວັນທີ 28 ທັນວາ 2016 ທີ່ຜ່ານມາມີຜູ້ຊາຍຄົນໜຶ່ງ Post Facebook ສ່ວນຕົວທີ່ມີຊື່ວ່າ: Honley Phoneketkeo Tavingnan ແລະ ໄດ້ເລົ່າເລື່ອງລາວສ່ວນຕົວຂອງເພິ່ນທີ່ຖືກຜູ້ສາວຖີ້ມ ເຊິ່ງໃຈຄວາມກໍຄື ເພິ່ນມີຄວາມເສຍ ໃຈແຮງ ແລະ ກໍໄດ້ໃຊ້ເວລາພັບເງິນເປັນເວລາ 4 ປີ ແລ້ວເອົາໄປໃຫ້ຜູ້ສາວຮັກສາໄວ້ ແຕ່ຫຼ້າສຸດເລີກກັນແລ້ວ. “ຂ້ອຍໃຊ້ເວລາທັງຊີວິດຕາມຫາຄົນທີ່ຄິດວ່າແມ່ນພັບເງິນພວກນີ້ດ້ວຍຫົວໃຈມື້ລະໃບ, ເອົາໄປໃຫ້ທຸກມື້ໄລຍະເວລາ 3~4 ປີ ແລ້ວເອົາໄປໃຫ້ແຟນເກົ່າຂ້ອຍຜູ້ນັ້ນບອກໃຫ້ລາວຮັກສາໄວ້, ເງິນພວກນີ້ບໍ່ຫຼວງຫລາຍແຕ່ຄວາມຮູ້ສຶກທີ່ຢູ່ໃນແຕ່ລະໃບມັນມີຄ່າເກີນກ່ວານັ້ນຂ້ອຍຄົບກັບລາວ 7 ປີສຸດທ້າຍໄດ້ເລີກກັນ ແລະ ທຸກເທື່ອທີ່ມີຮັກ  ໃໝ່ຂ້ອຍກໍ່ບໍ່ເຄີຍຮັກສາມັນໄວ້ໄດ້ເລີຍ, ຂ້ອຍຂໍໂທດທຸກຄົນທີ່ຜ່ານມາໃນຊີວິດຂ້ອຍຕັ້ງແຕ່ນີ້ໄປຂ້ອຍຈະບໍ່ນຳຫາມັນຂ້ອຍຈະປ່ອຍໃຫ້ໂຊກຊະຕາກຳນົດດ້ວຍໂຕມັນເອງ” ໂອໆໆໆ…ບໍ່ຕ້ອງເສຍໃຈເດີ້ອ້າຍ ແມ່ຍິງດີໆກໍມີຫຼາຍ ຖ້າບໍ່ມີໃຜເອົາແທ້ໆໃຫ້ມາທາງນີ້ເດີ້ “ຊະນີIndy” ຍິນດີຕ້ອນຮັບຢູ່ເດີ້555!!!  

Read More »