Breaking News

News

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ ໃນຄໍ່າຄືນຂອງວັນທີ 21 ທັນວາ 2016 ທີ່ພັດທະຄານເຟື້ອງຟ້າ ນະຄອນຫຼວງວຽງຈັນ. ຮ້ານຄຳພູວົງໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 33 ປີ ພ້ອມກັບພິທີຈັບສະຫຼາກໂຊກຊັ້ນທີ 3 ລາງວັນໃຫຍ່ ຄໍາໜັກ 33 ບາດເພື່ອຄືນກຳໄລໃຫ້ລູກຄ້າ. ໃຫ້ກຽດຂຶ້ນເປີດງານໂດຍທ່ານ ພູວົງ ພະມີສິດ ປະທານໃຫຍ່ຮ້ານຄໍາ ພູວົງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ ແລະ ບັນດາລູກຄ້າເຂົ້າຮ່ວມຈໍານວນຫຼວງຫຼາຍ. ງານດັ່ງກ່າວ ຮ້ານຄໍາພູວົງຍັງໄດ້ຈັດກິດຈະກໍາການສະແດງແຟຊັ້ນໂຊທີ່ປະດັບດ້ວຍຄໍາຈາກນາງສາວລາວປີ 2016, ນາງສັງຂານນະຄອນຫຼວງ 2016 ແລະ ລາວຊຸບເປີໂມເດວ 2016. ພິເສດສຸດໃນງານ ຍັງໄດ້ຮັບເຊີນຈາກ ກ້ອງ ຫ້ວຍໄຣ່ ສິລະປິນຊື່ດັງຈາກເພື່ອນບ້ານທີ່ມາພ້ອມກັບບົດເພງ ໃສວ່າຊິບໍ່ຖິ້ມກັນ ແລະ ບົດເພງທີ່ກໍາລັງໂດ່ງດັງມີຄົນຟັງຫຼາຍທີ່ສຸດຄື: ຄູ່ຄອງ(ເພງປະກອບລະຄອນເຈົ້າແມ່ນາຄີ) ແລະ ບົດເພງອື່ນໆ ທີ່ມາສ້າງຄວາມມ່ວນຊື່ນຄຶກຄື້ນ ແລະ ຄວາມປະທັບໃຈໃຫ້ກັບຜູ້ທີ່ເຂົ້າຮ່ວມງານ. …

Read More »

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ ໃນວັນທີ 21 ທັນວາ 2017, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານ  “Thank you party” ເພື່ອຂອບໃຈສື່ມວນຊົນ, ໂດຍການເປັນປະທານງານຂອງ ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອຳນວຍການໃຫຍ່ວຽງຈັນເຊັນເຕີ, ພ້ອມດ້ວຍບັນດາຫ້າງຮ້ານ, ແຂກທີ່ມີກຽດ ແລະ ສື່ມ່ວນຊົນຈຳນວນຫຼາຍ. ຈຸດປະສົງຂອງງານນີ້ ແມ່ນຂອບໃຈສື່ມວນຊົນ ທີ່ສະໜັບສະໜູນ ວຽງຈັນເຊັນເຕີ້ ຕະຫຼອດມາ ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຊ່ວຍພັດທະນາໃຫ້ວຽງຈັນເຊັນເຕີ ຢູ່ຮອດຈົນເຖິງປະຈຸບັນ. ພາຍໃນງານມີຫຼາກຫຼາຍລາຍການເຊັ່ນ: ການເຕັ້ນຈາກລາວບັ້ງໄຟ , ການເດີນແບບ ແລະ ຊິມອາຫານຈາກຮ້ານອາຫານຫຼາຍກວ່າ 10 ຮ້ານ, ການຈັບສະຫຼາກເພື່ອຊິງໂຊກ ພ້ອມດຽວກັນນີ້ຍັງມີການມອບລົດຈາກບໍລິສັດ Tang Chung Motor (Nissan) ຈໍານວນ 2 ຄັນ ໃຫ້ກັບ ສູນການຄ້າວຽງຈັນເຊັນເຕີເຊິ່ງເປັນສັນຍາລັກແຫ່ງການຜູກມິດສຳພັນການຄ້າລະຫວ່າງ ບໍລິສັດ Tang …

Read More »

ສາວງາມອາຍຸ 19 ປີ ຈາກປະເທດ PUERTO RICO, ຄວ້າຕຳແໜ່ງ Miss World 2016.

ສາວງາມອາຍຸ 19 ປີ ຈາກປະເທດ ເປີໂຕຣິໂກ (PUERTO RICO) ຄວ້າຕຳແໜ່ງ Miss World 2016.      ຕັດສິນກັນໄປຮຽບຮ້ອຍແລ້ວສໍາລັບເວທີປະກວດ Miss World 2016 ໃນຕອນເຊົ້າຂອງວັນທີ 19 ທັນວາ 2016 ນີ້ ຢູ່ທີ່ ປະເທດ ສະຫະລັດອາເມຣິກາ ໂດຍມີສາວງາມຈາກ 117 ປະເທດເຂົ້າຮ່ວມເຊິ່ງຜົນປາກົດວ່າຜູ້ທີ່ຄວ້າມຸງກຸດ Miss World 2016 ໄປຄອງໄດ້ແກ່ ສະເຕຟານີ່ ເດລ ເຟລເລ (Stephanie DEL VALLE) ອາຍຸ 19 ປີ ສາວງາມຈາກປະເທດ ເປີໂຕຣິໂກ. ຮອງອັນດັບ 1: ໄດ້ແກ່ ຍາຣິສຊາ ມິກູລີນາ ເຣເຍສ ຣາມິເຣດ ສາວງາມຈາກ …

Read More »

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!!

ສຸນາລີ ຣາດສະສີມາ ແຕ່ງດອງກັບ ວາວເຕີ ຮັກນີ້ຫ່າງກັນ 20 ກໍບໍ່ມີບັນຫາ!!! ສຸນາລີ ຣາດສະສີມາ ຄວງສາມີ ຮຸ່ນນ້ອງ ວາວເຕີ ເຂົ້າພິທີແຕ່ງດອງແບບລຽບງ່າຍ ເຖິງອາຍຸຈະຕ່າງກັນແຕ່ກໍບໍ່ມີບັນຫາ. ເປັນອີກໜຶ່ງເລຶ່ອງດີໆ  ຂອງວົງການບັນເທິງປະເທດເພື່ອນບ້ານ ເມື່ອນັກຮ້ອງລູກທົ່ງຊື່ດັງ ອາຍຸ 48 ປີ ສຸນາລີ ຣາດສະສີມາ ກັບແຟນນາມວ່າ ວາວເຕີ ອາຍຸ 29 ປີ ໄດ້ເຂົ້າພິທີແຕ່ງດອງກັນເປັນທີ່ຮຽບຮ້ອຍແລ້ວ, ໂດຍ ໃນວັນທີ 18 ທັນວາ 2016 ສຸນາລີ ຣາດສະສີມາ ກໍໄດ້ໂພດສ໌ູບພາບແຕ່ງດອງລົງໃນເຟກບຸກສ່ວນຕົວຂອງນາງເອງ (Sunaree Ratchasima) ແລະ ພ້ອມຂຽນເຄບຊັ່ນຊື້ງໆທີ່ວ່າ: “ເປັນອີກໜຶ່ງມື້ທີ່ມີຄວາມສຸກ ຂອບໃຈິດຕະພາບທີ່ດີຸກຄົນ” ຄວາມຮັກເປັນສິ່ງທີ່ງົດງາມ ພວກເຮົາຂໍເປັນກຳລັງໃຈໃຫ້ເດີ້!!!      

Read More »