ກຣີດໆໆໆ…Superstar ອໍ້າ ພັດຊະຣາພາ ຕິດໃຈໃນຊຸດໄໝລາວຈົນນຸ່ງສິ້ນ ພ້ອມນຳເສື້ອໄໝກັບປະເທດພ້ອມເລີຍ ແລະ ເທົ່າທີ່ດາລາສາວຄົນດັງຂອງປະເທດເພື່ອນບ້ານເຮົາເຄີຍໃຫ້ສຳພາດຕອນທີ່ນາງປະກົດຕົວຢູ່ ຫ້າງວຽງຈັນເຊັນເຕີ້ ໃນວັນທີ 28 ມັງກອນ 2017 ທີ່ວ່ານາງມັກຊຸດໄໝລາວ ຢາກແຕ່ງກາຍແບບແມ່ຍິງລາວ ແລະ ນາງກໍບໍ່ເຮັດໃຫ້ແຟນໆຜິດຫວັງ ນຳກັບປະເທດຈົນໄດ້. https://www.facebook.com/kuanjaimagazine/videos/1571860866162201/ ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ โพสต์โดย Souksavanh Vanh Sisoulath บน 28 มกราคม 2017 โพสต์โดย Souksavanh Vanh Sisoulath บน 29 มกราคม 2017 โพสต์โดย Souksavanh …
Read More »News
ກິຕ້າ ໄດ້ຄູ່ສົມໃຈແລ້ວ! (ມີຄຮິບ)
ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ພັດທະສອນ ມະນີດາລັດ (ກິຕ້າ), ຊະນີIndy ຢາກຈະບອກວ່ານາງໄດ້ຄູ່ເດດສົມໃຈນາງແລ້ວເດີ້ແຖມເປັນ oppa ເກົາຫລີ ຊື່ວ່າ Jae Min Lee, ໂອ້ຍ ອີ່ຫຍັງຈະເລີດເລີເພີເຟັກຫຍັງປານນີ້ ເບິ່ງແລ້ວດູດີເໝາະສົມກັນແບບສຸດໆ ແຖມເຟັກບຸກສ່ວນຕົວຂອງທັງສອງຄົນຍັງດຸໝັ່ນໂພສຮູບຄູ່ຫວານເວີ້ ຈົນມີແຟນໆເຂົ້າໄປກົດໄລ້ແບບລົວໆ. ທ່ານສາມາດເບິ່ງຄຣິບລາຍການໄດ້ເລີຍ ຂໍຂອບໃຈຮູບພາບຈາກ: Jae Min Lee ແລະ Kitar Phatthasone Manydalath
Read More »ກິຕ້າ ສາວລາວມີຄວາມໂດດເດ່ນໃນ “Take me out Thailand”
ທ້າຍອາທິດແບບນີ້ ເປັນມື້ສະບາຍຂອງເພື່ອນໆທຸກຄົນ ແຕ່ນັກຂຽນຢ່າງ ຊະນີIndy ບໍ່ມີມື້ພັກ ເພາະມີພາລະກິດໄປຊອກຂ່າວສານມາອັບເດດໃຫ້ໝູ່ເພື່ອນທຸກໆຄົນໄດ້ເກາະຕິດກະແສ ສ່ວນວ່າມື້ນີ້ຈະພາເພື່ອນໆທຸກຄົນໄປອັບເດດເລື່ອງລາວຂອງສາວ ພັດທະສອນ ມະນີດາລັດ (ກິຕ້າ) ສາວລາວຄົນທໍາອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ຊື່ດັງຂອງປະເທດເພື່ອນບ້ານ “Take me out Thailand” ຈົນກາຍເປັນ “Talk of the town” ໃນເວລາຂ້າມຄືນ ຈົນມີແຟນໆເຂົ້າມາຄອມເມັ້ນ ກົດໄລ້ ກົດແຊຣ ກັນຢ່າງສະໜັ່ນຫວັນໄຫວ ແລະ ສາວຄົນນີ້ກໍໄດ້ຖືກຍົກຍ້ອງຈາກສັງຄົມອອນລາຍທັງພາຍໃນປະເທດລາວເຮົາ ແລະ ປະເທດເພື່ອນບ້ານວ່ານາງມີຄວາມໜ້າຮັກ ແຖມເຊັກຊີ່ຂື້ດື້ ມີຄວາມໂດດເດ່ນ ຈົນເຮັດໃຫ້ນາງກາຍເປັນຄົນດັງໃນຊົ່ວພິບຕາຈົນມີຫຼາຍໆລາຍການເຊີນນາງໄປເປັນແຂກຮັບເຊີນ, ດັ້ງນັ້ນ! ຢ່າຊ້າມາເບິ່ງຮູບພາບຂອງນາງແລ້ວຄອມເມັ້ນບອກແດ່ວ່າສາວກິຕ້າມີຄວາມໜ້າຮັກ ປົນເຊັກຊີ່ຂີ້ດື້ແທ້ບໍ່? ຢ່າລືມ! ກົດໄລ້ ກົດແຊຣເປັນກຳລັງໃຈໃຫ້ສາວກິຕ້າກັນແດ່ເດີ້! ຂໍຂອບໃຈຮູບພາບຈາກ: Kitar Phatthasone Manydalath
Read More »ຍິນດີກັບຄູ່ສ້າງຄອບຄົວໃໝ່…
ອາຍຸເປັນພຽງໂຕເລກ ຂໍພຽງມີໃຈຮັກ ແລະ ເຂົ້າໃຈກັນກໍພຽງພໍແລ້ວ ຖືວ່າເປັນພາບປະທັບໃຈ ແລະ ຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່. ໂດຍ: “ລູກຊາວນາ”
Read More »ສຸດຍອດ! ສາວຄົນນີ້ແມ່ນໃຜນໍ?
ຊະນີIndy ຂີ້ຝອຍມາແລ້ວໆ ມື້ນີ້ຈະມາເວົ້າເລື່ອງສາວງາມຄົນໜຶ່ງທີ່ມັກໂພສຮູບງາມໆ ເຊັກຊີ່ໆ ແລະ ນາງກໍມີແຟນໆຕິດຕາມນາງຫຼາຍພໍສົມຄວນ ເປັນທີ່ສະດຸດຕາເຂົ້າແບບຈັງໆເທົ່າທີ່ ຊະນີIndy ໄດ້ໄປສອດສ່ອງ Profile ຂອງສາວຄົນນີ້ມາເລີຍໄດ້ຮູ້ຊື່ສຽງຮຽງນາມຂອງເພິ່ນມາວ່າຊື່ ນາງ ອະລິວັນດາ ສິຣິພົງ (ອາລີ) ແລະ Life style ຂອງນາງກໍຈະເປັນສາວສາຍ Party ອອກງານຕະຫຼອດ ແຖມນາງຍັງເປັນສາວສາຍມັກສວຍມັກງາມ ແບບວ່າໝໍເກັ່ງໆນາງຈະຮູ້ໝົດ (ມື້ໜ້າແນະນຳ ຊະນີIndy ແດ່), ສ່ວນວ່າໜຸ່ມໆຕ້ອງອົດທົນເດີ້ເພາະວ່າສາວຄົນນີ້ນາງມີຫວານໃຈແລ້ວຈ້າ…ຮີ້ວໆໆໆ ກົດໄລ້ ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມເລີດສຸດໆ…! ຂໍຂອບໃຈທີ່ມາຮູບພາບຈາກ: Alee Alivanhda Siliphong
Read More »