Breaking News

News

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການ…

Fashion ຊຸດກີ່ເພົ້າງາມໆ ສໍາລັບເທສະການບຸນປີໃໝ່ຂອງຊາວຈີນ  ຊຸດກີ່ເພົ້າເປັນຊຸດປະຈໍາຊາດຂອງປະເທດຈີນ ແຕ່ໃນປະເທດເຮົາກໍນິຍົມກັນໃສ່ຫຼາຍໃນໄລຍະເທສະການບຸນປີໃໝ່ຂອງຊາວຈີນ (ກຸດຈີນ) ເພາະວ່າໃນປະເທດເຮົາກໍມີຄົນຈີນອາໄສຢູ່ບໍ່ໜ້ອຍກໍເລີຍເຮັດໃຫ້ປະເທດເຮົານິຍົມເອົາມາໃສ່ເພຶ່ອເປັນການສະເຫຼີມສະຫຼອງບຸນປີໃໝ່ຂອງປະເທດຈີນນີ້ ແລ້ວສາວໆແຟນຂວັນໃຈເດ້ມີຊຸດກີ່ເພົ້າທີ່ຕົນເອງມັກແລ້ວບໍ່? ຖ້າຍັງບໍ່ມີມື້ນີ້ BeautyGuru ໄດ້ນໍາເອົາ Fashion ແບບຊຸດກີ່ເພົ້າງາມໆມາຝາກ ຫຼື ສາວໆຄົນໃດທີ່ຍັງບໍ່ເຄີຍໃສ່ກໍສາມາດຊອກຊື້ມາໃສ່ກັນດ່ວນ ດຽວຊິຕົກເທຼນເດີ້!!! By: BeautyGuru ເຄຼດິດຮູບຈາກ: Taobaoshop

Read More »

ຫຼິງຫຼິງ ເລີດຫຼູໄຮໂຊສົມກັບທີ່ໄດ້ສາຍາວ່າສາວປະເພດສອງອັນດັບ 1 ຂອງປະເທດ!

  ເລີດຮ້າຍໆໆ! ຊະນີIndy ຢາກຈະບ້າຕາຍເມື່ອແອບລັກໄປສ່ອງເບິ່ງ Instagram ສ່ວນຕົວຂອງສາວ ຫຼິງຫຼິງ ປິຍະດາ ທີ່ນາງມາໃນມາດຫຼູຫຼາໄຮໂຊຂອງແທ້ ເພາະຫຼ້າສຸດນາງບິນຕົງໄປຮອດ Paris ປະເທດ ຝຣັ່ງ ເພື່ອໄປຮ່ວມງານ Fashion Show ຂອງແບຼນດັງລະດັບໂລກຢ່າງ Ralphan&drosso ພຸ້ນເດີ້ (ຊະນີIndy ຢາກໄປເດ້ແຕ່ຄືຈະໄດ້ແຕ່ຝັນ555) ແລະ ໄດ້ຍິນມາວ່າຊຸດ ເກີບ ກະເປົ໋າ ນາງກໍບໍ່ນ້ອຍໜ້າຕ່າງຊາດເດີ້ເພາະ Everything ທີ່ນາງໃສ່ມາຈາກແບຼນຫຼູ Dior ສ່ວນວ່າລາຄາບໍ່ຢາກຈະເວົ້າເຖິງເພາະກໍຮູ້ໆກັນຢູ່ວ່າມັນແພງຈົນປວດຕັບ (ອືມ..ຫຼືຈະຖຽງ), ໂອ້ຍ…ແຫ່ງເລີດເຂົ້າໄປອີກສົມກັບທີ່ໄດ້ສາຍາວ່າເປັນ ສາວປະເພດສອງອັບດັບ 1 ຂອງປະເທດອີ່ຫຼີ! ຢ່າລືມກົດໄລ້ ກົດແຊຣໃຫ້ຄົນອື່ນຮູ້ແດ່ວ່າສາວສອງບ້ານເຮົາກໍເລີດບໍ່ແພ້ສາວສອງປະເທດອື່ນ…!!! ຂໍຂອບໃຈຮູບພາບຈາກ:  Instagram/lingpiyadar

Read More »

ເກີດເຫດໄຟໃໝ້ທີ່ແຂວງສະຫວັນນະເຂດ

“ລູກຊາວບ້ານ” ມາບອກ ເກີດເຫດໄຟໄໝ້ ເວລາ 15:00 ຂອງວັນທີ 26 ມັງກອນ 2017 ຢູ່ບ້ານ ເວີນໃຕ້, ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ ສາເຫດເກີດຈາກໄຟເຮືອນຄົວ. ເບືອງຕົ້ນພົບວ່າຍັງບໍ່ມີຜູ້ບາດເຈັບ ຫຼື ເສຍຊີວິດ ຂໍ້ມູນຈາກ: dong una ພາບຈາກ: KhamSamer monpadith

Read More »

Fashoin ຊຸຸຸດອ້ຽມສຳລັບສາວໆ…

ສາວໆ ໄວທີນມາທາງນີ້ ສໍາລັບສາວໆຄົນໃດທີ່ມັກການແຕ່ງຕົວ Style ຫວານແບບໜ້າຮັກ ມື້ນີ້ BeautyGru ໄດ້ລວມເອົາ Fashion ຊຸດອ້ຽມງາມໆມາຕ້ອນສາວໆ ການແຕ່ງຕົວ Style ນີ້ເອີ້ນໄດ້ວ່າກໍາລັງ Hit ກັນຫຼາຍໃນບ້ານເຮົາເພາະ ຊຸດອ້ຽມນັ້ນສາມາດໃສ່ກັບເສຶ້ອແບບໃດກໍໄດ້ແລ້ວແຕ່ຄົນມັກ (ຍົກເວັ້ນເສຶ້ອໄໝນ໋ະຈ໋ະຮ່ະຮ່ະຮ່ະ) ການແຕ່ງຕົວ Style ນີ້ຈະເຮັດໃຫ້ເຮົາເບິ່ງສົດໃສ, ໜ້າຮັກແບບເບິ່ງບໍ່ເບຶ່ອນັ້ນເອງສາວໆ ຍິ່ງໄດ້ໃສ່ຊຸ້ມອ້ຽມງາມໆ ກັບ ເສຶ້ອຢືດ ຫຼື ເສື້ອຟອງທີ່ຕົວເອງມັກ ແຖມກະເປົານ້ອຍໆຈັກໜ່ວຍ, ໝວກງາມໆຈັກໃບ (ໃສ່ບໍ່ໃສ່ກະເອົາໄວ້ທໍາທ່າ) ແລະ ເກີບຜ້າໄບນໍາອີກ ສາວໆເອີ໋ຍ!!! ອີ່ຫຍັງຈະລົງຕົວ ແລະ ເປ໋ະຂະໜາດນີ້ ສາວໆລອງແຕ່ງ Style ນີ້ອອກໄປຍ່າງຫຼິ້ນຊິວໆໃນວັນພັກຜ່ອນສະບາຍສະບາຍ BeautyGuru ຮັບປະກັນໄດ້ເລີຍສະເໜບໍ່ມີຕົກ ບໍ່ວ່າບ່າວນ້ອຍບ່າວໃຫຍ່ຕ້ອງເບິ່ງນໍາກົ້ນເປັນແຖວຍາວໆໆເລີຍລະ… By: BeautyGuru By: BeautyGuru ເຄຼດິດຮູບຈາກ: ຊຸດອ້ຽມຢີນ (ພາສາໄທ)

Read More »

ແຈ້ງການ! ຈາກປະທານລາວສະຕາຣ໌

ໄດ້ມີແຈ້ງການຈາກ ທ່ານ ສຸລະເພັດ ແກ້ວວຽງຄຳ ປະທານບໍລິສັດຜູ້ກໍ່ຕັ້ງ ສະຖານີໂທລະພາບລາວສະຕາຣ໌ ກ່ຽວກັບກໍລະນີເລື່ອງ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ທີ່ຮູ້ກັນໃນນາມ “ກູ້ ລາວສະຕາຣ໌” (ເປັນນ້ອງຊາຍ ທ່ານ ສຸລະເພັດ ແກ້ວວຽງຄຳ) ອະດີດ ຮອງອຳນວຍການສະຖານີໂທລະພາບລາວສະຕາຣ໌ ເຊິ່ງປະຈຸບັນເປັນ ຜູ້ອຳນວຍການ ບໍລິສັດ ທີແອນເຄອີນເວສເມັນແອນຄອນເຊົ້າຕັ້ນ ວ່າປະຈຸບັນຜູ້ກ່ຽວບໍ່ໄດ້ປະຕິບັດໜ້າທີ່ຢູ່ “ໂທລະພາບລາວສະຕາຣ໌” ແລ້ວ ແລະ ມີພຽງຊ່ວຍວຽກບາງໂຄງການບາງຄັ້ງຄາວເທົ່ານັ້ນ, ດັ່ງນັ້ນການເຄື່ອນໄຫວທີ່ບໍ່ໄດ້ແຕ່ງຕັ້ງ ແລະ ໄດ້ຮັບອະນຸຍາດຈາກທາງ “ໂທລະພາບລາວສະຕາຣ໌”  ຈະບໍ່ຢູ່ໃນຄວາມຮັບຜິດຊອບຂອງໂທລະພາບລາວສະຕາຣ໌!! ທີ່ມາ ແລະ ຮູບພາບຈາກ: LAO STAR TV

Read More »