Breaking News

News

ຄາຣສເບີກ ຈັດແຂ່ງຂັນຟຸດຊໍ ຊິງແຊມ 2016

ກຽມຈັດການແຂ່ງຂັນກິລາເຕະບານ “ຟຸດຊໍ” ໃນຫົວຂໍ້ ” ຊິງແຊມເຕະບານ “ຄາຣສເບີກ” ( Carlsberg Cup 2016 ) ຊິງຂັນລາງວັນຊະນະເລີດ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ. ພິທິຖະແຫລງຂ່າວໄດ້ຈັດຂຶ້ນໃນຕອນແລງວັນທີ 19 ຕຸລາ 2016 ທີ່ເດີນເຕະບານເທບປັນຍາ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ອາລິຍະ ປັນຍາຜົນ ຜູ້ຈັດການຜະລິດຕະພັນ “ຄາຣສເບີກ” ບໍລິສັດເບຍລາວຈໍາກັດ, ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນກິລາເຕະບານນະຄອນຫລວງວຽງຈັນ, ທ່ານ ໄຊຊະນະ ພັນທະວົງ ເລຂາສະຫະພັນເຕະບານນະຄອນຫລວງວຽງຈັນ, ມີບັນດານັກກິລາທີ່ລົງແຂ່ງຂັນເຂົ້າຮ່ວມ. ການແຂ່ງຂັນໃນຄັ້ງນີ້ກໍເພື່ອໃຫ້ນັກກິລາເຕະບານໃນບ້ານເຮົາໃນລະດັບອາຍຸ 20-35 ປີ ໄດ້ມີໂອກາດສະແດງຄວາມສາມາດ, ຄວາມສາມັກຄີກັນເປັນທີມ, ມີນ້ຳໃຈໃນເກມກິລາ ແລະ ເຝິກຝົນໃຫ້ເປັນນັກເຕະບານທີ່ມີທັກສະພັດທະນາໃຫ້ທຽບເທົ່າສາກົນ. ທີມທີ່ສະໝັກເຂົ້າແຂ່ງຂັນທັງໝົດມີ 32 ທີມ ຈະເລີ່ມແຂ່ງຂັນວັນທີ …

Read More »

ສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທໍາອິດ

ກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກຸ່ມວິຊາຊີບຮູບເງົາ ແລະ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທີ່ 1 ຂຶ້ນຢ່າງເປັນທາງການໃນກາງຊ່ວງກາງເດືອນ ຕຸລາ 2016 ເພື່ອເປັນການກະຕຸກຊຸກຍູ້ ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາລາວ ທັງທາງດ້ານປະລິມານ ແລະ ຄຸນະພາບ ຕອບສະນອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທື່ອລະກ້າວ ພ້ອມສ້າງໃຫ້ຮູບເງົາກາຍເປັນຂະແໜງວິຊາຊີບໜຶ່ງທີ່ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາຫັນມາສົນໃຈ ແລະ ສຶກສາຮໍ່າຮຽນວິຊາຮູບເງົາເພີ່ມຂຶ້ນ ເພືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງລາວເຮົາຢ່າງບໍ່ຢຸດຢັ້ງ. ງານດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 3 ມື້ເລີ່ມແຕ່ວັນທີ່ 20-22 ເດືອນ ຕຸລາ 2016 ຢູ່ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ພາຍໃນງານຈະມີຫຼາກຫຼາຍກິດຈະກໍາເຊັ່ນ: ການເສວະນາ (ຮູບເງົາ: ວິຊາຊີບທີ່ຄວນຄ່າແກ່ການສົ່ງເສີມ), ກອງປະຊຸມວິຊາການ (ການຂະຫຍາຍຮູບເງົາສະຖານການສຶກສາ), ການສຳມະນາ (ແນວຄິດໃນການຜະລິດຮູບເງົາ) ແລະ ການຊົມຮູບເງົາເລື່ອງສັ້ນ-ຮູບເງົາເລື່ອງຍາວຈໍານວນ …

Read More »

HUAWEI ມ່ວນຊື່ນບຸນອອກພັນສາ ຈັດໂປຣໂມຊັ້ນພິເສດ ຫຼຸດແລກແຈກແຖມກະໜ່ຳ!

HUAWEI  ມ່ວນຊື່ນບຸນອອກພັນສາ ຈັດໂປຣໂມຊັ້ນພິເສດ ຫຼຸດແລກແຈກແຖມກະໜ່ຳ! ຫົວເຫວີຍຂົນຄວາມສຸກໄປເສີບໃຫ້ແກ່ມວນຊົນທີ່ບຸນອອກພັນສາປະວໍລະນາ ຫຼືບຸນຊ່ວງເຮືອປະຈຳປີ 2016 ໃນລະຫວ່າງວັນທີ 14-18 ຕຸລາ ທີ່ທ່າວັດຈັນ, ນະຄອນຫຼວງວຽງຈັນ ໂດຍມີການຈັດກິດຈະກໍາຮ່ວມມ່ວນຊື່ນ ແຈກລາງວັນ ແລະ ມອບໂປຣໂມຊັ້ນສຸດພິເສດໃຫ້ກັບລູກຄ້າທີ່ຊື້ສະມາດໂຟນຂອງຫົວເຫວີຍທຸກຮຸ່ນ. ພາຍໃນບູດຂອງຫົວເຫວີຍ ນອກຈາກຈະມີການຍົກຂະບວນສະມາດໂຟນ ຫຼາຍຮຸ່ນທີ່ມີຄຸນນະພາບມານຳສະເໜີ ແລະ ໃຫ້ລູກຄ້າທົດລອງສຳຜັດແລ້ວ ທີມງານກໍໄດ້ມີການຈັດກິດຈະກຳເພື່ອຮ່ວມມ່ວນຊື່ນກັບພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ກໍຄືຊາວຕ່າງແຂວງທີ່ມາທ່ຽວບຸນຄັ້ງນີ້ ບໍ່ວ່າຈະເປັນ ການຫຼິ້ນເກມລຸ້ນຮັບລາງວັນສຸດພິເສດ, ການແຈກຂອງທີ່ລະນຶກຢ່າງຫຼວງຫຼາຍ ເຊິ່ງກໍໄດ້ຮັບຄວາມສົນໃຈ  ແລະ ກະແສຕອບຮັບຈາກມວນຊົນຢ່າງລົ້ນເຫຼືອ ເຮັດໃຫ້ຍອດຂາຍໂທລະສັບມືຖືພາຍໃຕ້ແບຣນຫົວເຫວີຍທະລຸເປົ້າເກີນຄາດໝາຍ. ຫົວເຫວີຍມີຄວາມຍິນດີເປັນຢ່າງຍິ່ງທີ່ຮ່ວມເປັນສ່ວນໜຶ່ງໃນເທດສະການ ແຫ່ງຄວາມສຸກ ແລະ ໄດ້ສົ່ງມອບຮອຍຍິ້ມໃຫ້ກັບປະຊາຊົນ. ຂອບໃຈລູກຄ້າ ທຸກທ່ານທີ່ໄວ້ວາງໃຈໃນຜະລິດຕະພັນຂອງຫົວເຫວີຍທຸກຮຸ່ນ ແລະ ກິດຈະກຳ ແຫ່ງຄວາມສຸກຂອງພວກເຮົາຍັງບໍ່ໝົດພຽງເທົ່ານີ້ທ່ານຍັງສາມາດສຳຜັດໂປຣໂມຊັ້ນພິເສດໄດ້ທີ່ຕົວແທນຈຳໜ່າຍຫົວເຫວີຍທຸກສາຂາໃນທົ່ວປະເທດ.

Read More »

ຊູຊີ ນາງເອກ ສາວ Sexy ສະຫຼະໂສດແລ້ວຫຼັງຄົບກັນມາ 4 ປີ

ຊູຊີ  Shu Qi ນາງເອກ ໄຕ້ຫວັນ ຕົກລົງເຂົ້າພິທີແຕ່ງດອງກັບ ສຕີເຟັນ ເຟີງ Stephen Fung ນັກສະແດງ ແລະ ຜູ້ກໍາກັບຮູບເງົາ ຮອງກົງ ຫຼັງຈາກຄົບຫາຮຽນຮູ້ໃຈກັນເປັນເວລາຫຼາຍປີພໍສົມຄວນ. ທັງສອງໄດ້ຈັດງານແຕ່ງທີ່ນະຄອນຫຼວງປາກ ປະເທດສາທາລະນະລັດເຊັກ ເຊິ່ງເປັນສະຖານທີຝ່າຍຊາຍກໍາກັບຝ່າຍຍິງໃນຮູບເງົາເລື່ອງ: ລ້າສົມບັດ (The Adventurers) ພາຍໃນງານຈະບໍ່ມີການຈັດງານລ້ຽງສະຫຼອງແຕ່ງດອງ ລວມທັງບອກຕື່ມອີກວ່າ: ບໍ່ໄດ້ມີລູກກ່ອນແຕ່ງ. ຕາມການຖະແຫຼງຂ່າວໃຫ້ຮູ້ວ່າ: ທັງສອງໄດ້ຮູ້ຈັກກັນມາເປັນເວລາ 20 ກວ່າປີ ແລະ ຮັກກັນມາດົນກວ່າ 4 ປີແລ້ວ ຊູຊີເກີດທີ ໄຕຫວັນ ເລີ່ມຕົ້ນຈາກອາຊີບນາງແບບ ແລະ ຍ້າຍມາຢູ່ຮອງກົງເພື່ອເປັນນັກສະແດງ ສ່ວນຝົງ ເຕີຫຼຸນ ເລີ່ມຕົ້ນຈາກການເປັນນັກສະແດງ ແລະ ນັກຮ້ອງໃນຮອງກົງ ປະສົບຄວາມສຳເລັດພໍສົມຄວນ ກ່ອນທີ່ຈະປ່ຽນມາເຮັດງານເບື້ອງຫຼັງ ເປັນຜູ້ກໍາກັບຜົນງານຮູບເງົາເລື່ອງ ໄທເກັກ ຫມັດນ້ອຍ ເລັກຕັນໃນປີ 2012 ແລະພາກຕໍ່ນໍາອີກ ຊູຊີພົບຝົງ …

Read More »

ບໍລິສັດຊຳຊຸງ ໄດ້ຢຸດເຊົາການຜະລິດ Galaxy Note 7 ທີ່ມີບັນຫາແລ້ວ

ໃນບໍໍ່ພໍເທົ່າໃດຊົ່ວໂມງທີ່ຜ່ານມານີ້ ບໍລິສັດ Sumsung ໄດ້ມີການຢຸດເຊົາ ການຜະລິດອຸປະກອນຕ່າງໆທີ່ກ່ຽວກັບສະມາດໂຟນ Galaxy Note 7. ເນື່ອງຈາກ, ມີຄວາມກັງວົນກ່ຽວກັບ ການແຜ່ກະຈາຍຂອງລຸ້ນ ທີ່ໄດ້ເອົາໄປ ປ່ຽນແທນນັ້ນ ອາດເຮັດໃຫ້ສາມາດເກີດລະເບີດລຸກເປັນໄຟໄດ້. ອີງຕາມຜູ້ຊ່ຽວຊານໃນເລື່ອງນີ້ ໄດ້ລາຍງານໃຫ້ແກ່ສຳນັກຂ່າວ CNN ໃນວັນ ຈັນທີ່ຜ່ານມາວ່າ: ໄດ້ມີການລະງັບ, ຢຸດເຊົາການຜະລິດສະມາດໂຟນ ລຸ້ນນີ້ ໄວ້ຊົ່ວຄາວ. ສຳລັບສະມາດໂຟນ ລຸ້ນ Galaxy Note 7 ໜຶ່ງໃນລຸ້ນທີ່ເປັນສິນຄ້າຫຼັກຂອງ ບໍລິສັດ. ມັນເກີດຂື້ນພາຍຫຼັງທີ່ ຜູ້ໃຫ້ບໍລິການໂທລະສັບ ທີ່ ປະເທດສະຫະລັດ ອາເມລິກາ ແລະ ປະເທດ ອົດສະຕາລີ, ໄດ້ອອກມາກ່າວວ່າ: ພວກເຂົາຈະຢຸດຕິການນຳສະເໜີການປ່ຽນ ສະມາດໂຟນລຸ້ນ Note 7 ຄືນ, ຍ້ອນສາເຫດທີ່ວ່າ: ພວກເຂົາມີຄວາມກັງວົນ ກ່ຽວກັບສະມາດໂຟນລຸ້ນນີ້ ມັນບໍ່ມີຄວາມປອດໄພ ຈາກຄວາມສ່ຽງໃນການເກີດໄຟໄໝ້. ວ່າງມໍ່ໆທີ່ຜ່ານມານີ້ …

Read More »