Breaking News

News

ແຂ່ງຂັນກ໋ອບການກຸສົນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ

ເນື່ອງໃນໂອກາດຄົບຮອບຄົນພິການແຫ່ງຊາດ ວັນທີ່ 27 ກັນຍາ ແລະ ວັນສາກົນຜູ້ອາຍຸສູງ ວັນທີ 1 ຕຸລາ ປະຈຳປີ 2016 ນີ້ ຄະນະກຳມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີການແຂ່ງຂັນກ໋ອບການກຸສົນ ແລະ ທັງເປັນການສົມທົບທຶນສະໜັບສະໜູນເພື່ອຊ່ວຍເຫຼືອຄົນພິການ ແລະ ອາຍຸສູງ, ໃນຄັ້ງນີ້ຂື້ນທີ່ສະໜາມກ໋ອບ ລອງວຽງຄຮັບ(ທ່າເດື່ອ) ນະຄອນຫຼວງວຽງຈັນ, ການແຂ່ງຂັນໄດ້ເລິ່ມຂື້ນ 6:00 ໃນຕອນເຊົ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍ ທ່ານ ພັນລະຄອນ ສີບຸນເຮືອງ ຜູ້ບໍລິຫານ ບໍລິສັດ ທີເຮັສເອົມລາວ (THM LAO) ຮ່ວມກັນເປັນເຈົ້າພາບໃນການຈັດງານແຂ່ງຂັນ ແລະ …

Read More »

ງານຖະແຫຼງຂ່າວເປີດຕົວ Brand Ambassador ຫົວເຫວີຍລາວ

ບໍລິສັດ ຫົວເຫວີຍໄດ້ມາຢູ່ໃນປະເທດລາວ ຫຼາຍກວ່າ 18 ປີ ລວມມີ 500 ກວ່າຮ້ານທົວປະເທດ ເຊິ່ງທຸລະກິດຫຼັກແມ່ນກ່ຽວກັບ ການສະໜອງເຄື່ອງອຸປະກອນຕ່າງໆຂອງໂທລະຄົມມະນາຄົມ ຫົວເຫວີຍໄດ້ ມີລູກຄ້າຫຼາກຫຼາຍ ບໍວ່າຈະແມ່ນ ລາວໂທລະຄົມ, ອີທີແອວ ບີລາຍ ຢູ່ນີເທວ ນອກນັ້ນຍັງໄດ້ພົວພັນກັບທົວໂລກນໍາອີກ ແລະຫຼ້າສຸດ ທາງບໍລິສັດກໍໄດ້ເປີດຕົວໂທລະສັບ P8&P9 ເພື່ອຕອບສະໜອງໃຫ້ແກ່ລູກຄ້າ ທີ່ຕ້ອງການຊົມໃຊ້ ແລະສິ່ງທີ່ສຳຄັນທີ່ສຸດ ກໍເພື່ອເປັນການເພີ່ມພາບລັກໃຫ້ແບຼນຫົວເຫວີຍໃນທາງທີ່ດີຂຶ້ນ ທາງບໍລິສັດຈິ່ງໄດ້ຊອກຫາ ແບຼນອາບາສາເດີ Brand Ambassador ຂອງຫົວເຫວີຍຂຶ້ນ ເຊິ່ງການເລືອກ Brand Ambassador ນີ້ແມ່ນໄດ້ມີກຳນົດວ່າ: ຕ້ອງແມ່ນສິລະປິນ ເປັນຜູ້ທີ່ມີອິດທິພົນທາງດ້ານຄວາມບັນເທີງ ເປັນຄົນທີ່ມີພິບໄຫວແລະ ຜູ້ຍິງຄົນນັ້ນທີ່ຈະມາເປັນ Brand Ambassador ຂອງຫົວເຫວີຍກໍຄື: ສາວ ແອ່ນນິຕ້າ ແລະ ສາວແອ່ນນິຕ້າ ກໍເປັນຜູ້ໜຶ່ງທີ່ເໝາະສົມທີ່ສຸດ ບໍ່ວ່າຈະເປັນດ້ານຄວາມງາມ, ການຮ້ອງເພງ, ການເຕັ້ນ ເປັນພິທີກອນ …

Read More »

ເດີນແບບ Hair fashion show ສະຫຼອງເປີດຮ້ານເສີມຄວາມງາມ

ຮ້ານເສີມຄວາມງາມ ຊາຍນິງ ສະຕາຣ ໂດຍ ສະວາສຄອບ ໂປເຟເຊີນໍ້ (Shining star beauty by Schwarzkopf Professional) ແມ່ນຮ້ານເສີມຄວາມງາມທີ່ທັນສະໄໝ ບໍລິການຄວາມງາມຄົບວົງຈອນ ໃສ່ໃຈເລື່ອງຜົມຈົນຮອດປາຍເລັບ ໂດຍທີມງານມືອາຊີບ ແລະ ຜະລິດຕະພັນທີ່ມີຄຸນນະພາບ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 25 ກັນຍາ 2016 ທີ່ ໂຮງແຮມ ລາວພລາຊາ ໂດຍທ່ານນາງ ແສງດວງດາວ ສີພະໄຊ ເຈົ້າຂອງຮ້ານ ໄດ້ນໍາສະເໜີ ຊາລອນ ແນວໃໝ່ທີ່ທັນສະໄໝ ເນລະມິດໃຫ້ງາມທຸກສ່ວນໃນຮ່າງກາຍຂອງ ທ່ານຍິງ ແລະ ທ່ານຊາຍ ພ້ອມໃຫ້ຄໍາປຶກສາແກ່ລູກຄ້າທຸກຄົນ.   ພ້ອມກັນນັ້ນ ທ່ານ ສິລະສັກ ໄຕຣທິບ ຜູ້ບໍລິຫານ Beauty care professiona ຈາກປະເທດໄທກໍໄດ້ມາຢັ້ງຢືນເຖິງຄຸນນະພາບດ້ວຍຜະລິດຕະພັນບໍາລຸງເສັ້ນຜົມ Schwarkopf professional. ນອກນັ້ນ, ຍັງມີບັນດາແຂກທີ່ຖືກເຊີນ, …

Read More »

ແຂ່ງຂັນຮ້ອງເພງສຳລັບເດັກນ້ອຍ Vientiane Center kid young blood 2016

ແຂ່ງຂັນຮ້ອງເພງສຳລັບເດັກນ້ອຍ Vientiane Center kid young blood 2016 ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ເດັກນ້ອຍທີ່ມັກໃນການຮ້ອງເພງ, ກ້າສະແດງອອກ ສະແດງເຖິງຄວາມສາມາດໃນການຮ້ອງເພງ ໂດຍຜູ້ເຂົ້າແຂ່ງຂັ້ນທັງໝົດມີ 15 ຄົນ ເພື່ອຊິງຊະນະເລີດ. ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ່ 24 ກັນຍາ 2016  ຜູ້ຊະນະເລີດໄດ້ແກ່ນາງ ອາລິຕະ ອາລຸນສະຫວາດ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ລາງວັນອື່ນໆ ຮ້ອງອັນດັບ 1 ໄດ້ແກ່ ນາງ ວິມົນມະນີ ກິຕິຄໍາມູນ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ແລະ ລາງວັນອື່ນໆ ຮ້ອງອັນດັບສອງ ໄດ້ແກ່ ນາງ ມາລາສະຫວັນ ພອນສິຣິຍະວົງ 1 ລ້ານກີບ ແລະລາງວັນອື່ນໆ ນອກນັ້ນຍັງມີ ລາງວັນ ຂວັນໃຈມວນຊົນ ຫຼື popular …

Read More »

ເພງ: ແທງ ສິລະປິນ: ຕ່າຍ ອາກາດ ເພງໃໝ່ ໃນປີ 2016

ຄ້າຍເພງ ອິນດີ້ ເລັກຄອດ ໄດ້ຈັດສ້າງຜົນງານໃໝ່ໆຂອງ ສິລະປິນທາງຄ້າຍອອກມາເລື້ອຍໆ ເຊິ່ງຫຼ້າສຸດກໍໄດ້ອຳນວຍການສ້າງ ເພງ: ແທງ ຂອງສິລະປຶນ: ຕ່າຍ ອາກາດ ເປັນບົດເພງໃໝ່ ໃນປີ 2016 ຂອບໃຈຂໍ້ມູນຈາກ: Taiy Singer

Read More »