Breaking News

News

5 ນັກສະແດງຊາຍ ຮ໋ອດ ຂອງເກົາຫຼີ ໃນຊຸດຮັນບົກ ຈະມີໃຜແດ່ແລະຈະຮ໋ອດປານໃດນໍ້!!!

ສຳລັບເທດສະການຊູຊອກຂອງເກົາຫຼີ ເປັນທໍາມະດາທີ່ເຮົາຈະເຫັນເຊເລບ ອອກມາພົບແຟນໆ ດ້ວຍຊຸດຮັນບົກ! ຊູດຮັນບົກ ເປັນຊຸດປະຈໍາຊາດຂອງເກົາຫຼີມາແຕ່ດົນນານແລ້ວ ຄວາມງາມຂອງວັດທະນະທໍາຈະຖືກຖ່າຍທອດອອກມາຜ່ານທາງພາບຖ່າຍຜ່ານການແຕ່ງກາຍໃນຊຸດຮັນບົກ ເພື່ອໃຫ້ເຂົ້າກັບເທດສະການ ເຮົາໄປຊົມພາບເຫຼົ່ານັກສະແດງເກົາຫຼີໃນມາດຊຸດຮັນບົກກັນເລີຍ!!!!! ອີມຶນໂຮ ຈາງເຮຍອກ ຄຶມຊູຍອນ ຊອງຈຸງກຶ ອີຈຸນກຶ

Read More »

Air Asia ຈະມອບລາງວັນໃຫ້ນາງສາວມີສະເໜໃນເວທີ Miss lao 2016

ໃນງານຖະແຫຼງຂ່າວ Air Asia ກ່າວວ່າ: ຈະມອບລາງວັນໃຫ້ແກ່ນາງສາວ ທີ່ໄດ້ຕໍາແໜ່ງ ນາງສາວມີສະເໜ ໂດຍຈະໄດ້ຂີ່ຍົນຟຣີກັບແອເອເຊຍ ເປັນເວລາ 1 ປີ ລວມມີສອງນາງສາວທີ່ຈະໄດ້ຮັບລາງວັນນີ້ຄື: ຈະມອບໃຫ້ຜູ້ທີ່ຊະນະເລີດນາງສາວລາວ 2016 ແລະສ່ວນອີກລາງວັນໜຶ່ງ ຈະມອບໃຫ້ຜູ້ທີ່ມີຄຸນສົມບັດທີ່ໄດ້ເປັນ ນາງສາວມີສະເໜ ເຊິ່ງຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວມີສະເໜ ບໍ່ຈຳເປັນຕ້ອງງາມເລີດ ແລະ ງາມທີ່ສຸດ ພຽງແຕ່ ນໍາເອົາຄວາມມີສະເໜນັ້ນ ອອກມາປະກອບໃສ່ໃນກິລິຍາການປາກເວົ້າ, ສີໜ້າ ແລະ ແວວຕາ ໃຫ້ທຸກຢ່າງມີສະເໜໂດດເດັ່ນທີ່ສຸດ.     ເຊິ່ງ Air Asia ກໍອີກເປັນບໍລິສັດໜຶ່ງທີ່ໃຫ້ການສະໜັບສະໜູນຫຼັກໃນໂຄງການປະກວດ ນາງສາວລາວ 2016 (Miss lao 2016) ແລະປີນີ້ກໍເປັນປີທໍາອິດທີ່ Air Asia ໄດ້ໃຫ້ການສະໜັບສະໜູນ ນອກນັ້ນ ໃນໄລຍະຜ່ານມາ Air Asia ກໍໄດ້ໃຫ້ການສະໜັບສະໜູນໃນຫຼາຍໆເວທີທັງພາຍໃນປະເທດໄທ ແລະ ຕ່າງປະເທດ ງານຖະແຫຼງຂ່າວດັ່ງກ່າວ …

Read More »

ງານເດີນແບບ ລາວແຟຊັ້ນວີກ 2016 ໃນຮອບປະຖົມມະເລີກ

ງານສະແດງການເດີນແບບ ອາພອນ ຮອບປະຖົມມະເລີກ ຂອງ ລາວແຟຊັ້ນວີກ 2016 ໃນຄໍເລັກຊັ້ນພິເສດ ລະດູບານໃໝ່ ແລະ ລະດູຮ້ອນ ປີ 2017 ໂດຍ ຫ້ອງເສື້ອ ຄັ່ງ(ລາວ), ມິນິດສຕຣີ້ ອອຟ ຊິ້ວ(ລາວ), ວໍຣະວັດ ບາງກອກ(ໄທ) ແລະ ອາມາດ້າ ເອເຊຍ(ຟີລິບປິນ-ກໍາປູເຈຍ) ທີ່ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 13 ກັນຍາ 2016 ທີ່ໂຮງແຮມເສດຖາພລາເຣສ ໂດຍການສະແດງຜົນງານຈາກຮ້ານ ພາຍໃນງານຍັງມີການເປີດຕົວປຶ້ມລວດລາຍການຕໍ່າແຜ່ນແພລາວປະຍຸກ ໂດຍນັກອອກແບບ ທ່ານນາງ ວຽງຄໍາ ນັນທະວົງດວງສີ ຜູ້ສ້າງຕັ້ງຮ້ານ ແພໄໝ ແລະ ຄັ່ງ ເຊິ່ງບັນຍາກາດພາຍໃນງານແມ່ນຄຶກຄື້ນມ່ວນຊື່ນແຕ່ຕົ້ນຕະຫຼອດປາຍ. ງານດັ່ງກ່າວ ຈະໄດ້ຈັດຂຶ້ນເປັນໄລຍະເວລາ 3 ແຕ່ວັນທີ່ 14-16 ທີ່ໂຮງແຮງແລນມາກ

Read More »

Taylor Swift ບໍລິຈາກ 1 ລ້ານຫຼຽນຊ່ວຍນໍ້າຖ້ວມໃນ Louisiana

ນັກຮ້ອງສາວຊື່ດັງ ທັງງາມທັງເກັ່ງ ແລະ ຍັງມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພ ເທເລີ ສະວີດ (Taylor Swift) ຮ່ວມບໍລິຈາກ 1 ລ້ານຫຼຽນ ເພື່ອຊ່ວຍຜູ້ປະສົບໄພນໍ້າຖ້ວມໃນລັດຣຸຍເຊຍນາ Louisiana ເປັນລັດທາງໃຕ້ຂອງ ອາເມຣິກາ ມີລັກສະນະປະສົມປະສານວັດທະນະທໍາຝຣັ່ງ ໃຊ້ພາສາຝຣັ່ງ ແລະ ພາສາອັງກິດເປັນພາສາກາງ ຈາກເຫດການນໍ້າຖ້ວມຄັ້ງໃຫຍ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 11 ສົບ ແລະ ຍັງສ້າງຄວາມເສຍຫາຍໃຫ້ກັບອີກ 40 000 ຄອບຄົວ.

Read More »

ກຽມຮັບຊົມ ການເຕັ້ນ UYD ປະຈໍາປີ 2016

ການແຂ່ງເຕັ້ນປະຈໍາປີທີ່ມີຊື່ວ່າ “ ຊຸມຊົນໄວໜຸ່ມທີ່ຮັກໃນການເຕັ້ນ ” ຫຼື ຮູ້ຈັກກັນໃນນາມ URBAN YOUTH DANCE (UYD) 2016 ເຊິ່ງຈັດຂຶ້ນເປັນຄັ້ງທີ 4 ຂອງບໍລິສັດເຕັ້ນ ຟັງລາວ (Fanglao) ແລະ ຮອບປີ້ນ(Hoppin)  ແລະ ໃນປີນີ້ຈະແຕກຕ່າງກວ່າທຸກປີທີ່ຜ່ານມາ ເພາະໃນປີນີ້ແມ່ນຈະເນັ້ນຄວາມມ່ວນຊື່ນທັງສອງມື້ ເຊິ່ງຈະໄດ້ຈັດຂຶ້ນນັບຕັ້ງແຕ່ວັນ 9 – 10 ກັນຍາ 2016 ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ແລະ ມີຄະນະກໍາມະການຕັດສິນຈາກ 3 ປະເທດເຂົ້າຮ່ວມໃນການຕັດສິນຄັ້ງນີ້ຄື: ໄທ, ຫວຽດນາມ ແລະ ຍີ່ປຸ່ນ . ຈຸດປະສົງໃນການຈັດງານແຂ່ງເຕັ້ນຂຶ້ນກໍເພື່ອເປັນການປຸກລະດົມຊຸກຍູ້ສົ່ງເສີມຊຸມຊົນໄວໜຸ່ມຜູ້ທີ່ມີໃຈຮັກໃນການເຕັ້ນ ເຊິ່ງລາງວັນສໍາລັບຜູ້ທີ່ໄດ້ເຂົ້າຮອບຄື: ລາງວັນທີ 1 ໄດ້ 3.000.000 ກີບ, ລາງວັນທີ 2 ໄດ້ 2.000.000 ກີບ ແລະ ລາງວັນທີ 3 ໄດ້ 1.000.000 ກີບ. …

Read More »