Breaking News

News

ອີຢູ ໄດ້ສະໜອງທຶນການສຶກສາຈໍານວນຫຼາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາວ

ສະຫະພາບເອີຣົບ ແລະ ສປປລາວ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ ສະຫະພາບເອີຣົບ (European Union) ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມຮ່ວມມືດ້ານການສຶກສາຊັ້ນສູງ ລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຄັ້ງທີ 2, ໃນວັນທີ 15 ພະຈິກ 2016 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມເປັນກຽດໂດຍ ທ່ານ ສຈ ປອ ສົມສີ ຍໍພັນໄຊ ຮັກສາການ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພະນະທ່ານ ແສງເດືອນ ຫຼ້າຈັນທະບູນ ລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳລາວ. …

Read More »

Mansion ຫຼູຫຼາ ຕົກແຕ່ງດ້ວຍຄໍາ ທົ່ວຫ້ອງລວມມູນຄ່າຫຼາຍກວ່າ 100 ລ້ານໂດລາ

ມາສ່ອງ ແມນຊັ້ນ (Mansion) ຫຼູຫຼາຂອງ Donald – Melania Trump ປະທານາທິບໍດີ ແລະ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ  ທີ່ຕົກແຕ່ງດ້ວຍຄໍາ ແລະ ຫີນອ່ອນ ລວມມູນຄ່າຫຼາຍກວ່າ 100 ລ້ານໂດລາສະຫະລັດ. ຕັ້ງຢູ່ຊັ້ນດາດຟ້າຂອງຕືກ ທຣັມປ໌ (Trump Tower) ໃນນະຄອນຫຼວງນິວຍອກ ທີ່ເນັ້ນການໃຊ້ເຄື່ອງເຮືອນທີ່ຫຼູຫຼາ. ດ້ວຍຄໍາ 24K ແລະ ຫີນອ່ອນເພື່ອຕົກແຕ່ງພາຍໃນຫ້ອງທັງໝົດ ນອກຈາກນັ້ນ ຍັງມີເຄື່ອງຕົກແຕ່ງທີ່ມີລາຄາແພງທີ່ສຸດເຊັ່ນດຽວກັນເຊັ່ນ: ໂຄມໄຟ, ເພດານ, ຝາຫ້ອງ, ເຟີນີເຈີ, ໃບໄມ້ຄໍາ ແລະ ອື່ນໆ… ພາຍໃນຫ້ອງຈະຕົກແຕ່ງໂດຍການອອກແບບຂອງ Angelo Donghia ນັກຕົກແຕ່ງພາຍໃນຊື່ດັ່ງຂອງອາເມຣິກາ ອອກແບບການຕົກແຕ່ງໃຫ້ດ້ວຍສິລະປະລຸຍທີ່ 14 (Louis XIV Style)  

Read More »

ມາຮູ້ຈັກ Melania Trump ສຸພາບສະຕີໝາຍເລກ1

  ຜ່ານໄປເປັນທີ່ຮຽບຮ້ອຍແລ້ວ ກັບການເລືອກຕັ້ງ ປະທານາທິບໍດີສະຫະລັດອາຣິກາ ໂດຍ ໂດນັລດ໌ ທຣັມປ໌ Donald Trump ໄດ້ເປັນປະທານາທິບໍດີ ຄົນທີ່ 45 ສຳລັບມື້ນີ້ ຂັວນໃຈ ຈະພາທ່ານໄປຮູ້ຈັກກັບຜູ້ຍິງທີ່ດັງທີ່ສຸດໃນໂລກເວລານີ້ ເແມ່ນ ເມລາເນຍ ທຣັມປ໌ Melania Trump ຈາກສາວນ້ອຍ ສໂລວິເນຍ ກາຍມາເປັນ ສຸພາບສະຕີໝາຍເລກ 1 ແຫ່ງສະຫະລັດອາເມຣິກາ ຈະງາມ ແລະ ເກັ່ງພຽງໃດນັ້ນ ລອງອ່ານເບິ່ງແລ້ວທ່ານຈະຮູ້… ເມລາເນຍ ທຣັມປ໌ Melania Trump ເກີດວັນທີ 26 ເມສາ 1970 ທີ່ເມືອງ ສໂລວິເນຍພໍ່ຂອງລາວເປັນຕົວແທນຂາຍລົດ ແລະແມ່ຂອງລາວເຮັດວຽກໃນວົງການຕັດຍິບເຄື່ອງນຸ່ງເດັກນ້ອຍ ສາວງາມຄົນນີ້ ໄດ້ສຶກສາດ້ານການອອກແບບ ແລະ ສະຖາປັດຕະຍະກໍາທີ່ມະຫາວິທະຍາໄລ ໂລວິເນຍ ແລະ ເລີ່ມຕົ້ນໃນການເຮັດວຽກແຕ່ອາຍຸ 16 ປີ …

Read More »

ອິນໂດເນເຊຍ ຄວ້າ Miss Grand International 2016

“ເອຣິກ້າ ບຸກຣີ ເພີທຕິວີ” Miss Grand ຈາກອິນໂດເນເຊຍ ຄວ້າຕໍາແໜ່ງ Miss Grand International 2016 ຄົນທີ່ 4 ຂອງໂລກໄປຄອງ ຍ້ອນຄວາມງາມ ພ້ອມດ້ວຍຄວາມສາມາດໃນການຕອບຄໍາຖາມດັ່ງລຸ່ມນີ້ ທ່າມກາງການຊົມເຊຍຂອງຫຼາຍຄົນ ຈົນເຖິງວິນາທີສຸດທ້າຍ ຈາກ ລາສເວກັດ ລັດເນວາດາ ສະຫະລັດອາເມຣິກາ ສຳລັບເວທີປະກວດ Miss Grand International 2016 ໃນຮອບຕັດສິນຂອງຄໍ່າຄືນວັນທີ່ 26 ຕຸລາ ທີ່ຜ່ານມາ ລາງວັນຊຸດລອຍນໍ້າຍອດຍ້ຽມໄດ້ແກ່ Miss Grand “ເຊວິນິດ ໄຣ້ທ” ປະເທດ ບາຮາມາສ ລາງວັນ Miss Grand ໂຊຊຽວມີເດຍ ໄດ້ແກ່ “ໄດແອນ ໂອ ບຣາວ” ປະເທດ ຈາໄມກ້າ ແລະ ຕໍາແໜ່ງ ຊຸດລາຕຼີຍອດຍ້ຽມ …

Read More »

ເປີດຕົວ iphone 7 ແລະ iphone 7 Plus ຢ່າງເປັນທາງການ

ໃນວັນທີ່ 28 ຕຸລາ 2016 ທີ່ສູນ LTH ໄດ້ຈັດງານເປີດຕົວຂາຍ iphone 7 ແລະ iphone 7 Plus ຫຼັງຈາກທີ່ໄດ້ເປີດຕົວຢູ່ໄທ ໃນວັນທີ່ 21 ຕຸລານີ້ທາງສູບ  LTH ໃນລາວກໍໄດ້ມີການເປີດຂາຍ ໂດຍມີລູກຄ້າສັ່ງຈອງແຕ່ວັນທີ່ 21-27 ລວມປະມານ 30 ທ່ານທີ່ໄດ້ສັ່ງຈອງ iphone 7 ແລະ iphone 7 Plus ລວມທັງໝົດມີ 5 ສີ ມີ ດໍາດ້ານ, ດໍາເຫຼືອມ, ສີຄໍາ, ສີຂ່າວ ແລະ ສີບົວ ຖ້າຫາກໃຜຢາກໄດ້ສີດຳ ແລະ ດໍາດ້ານແມ່ນຕ້ອງໄດ້ສັ່ງຈອງກ່ອນ 1 ອາທິດ ຖ້າຫາກໃດຕ້ອງການຊື້ດ້ວຍເງິນສົດແມ່ນບໍ່ສາມາດເລືອກສີໄດ້ ໂດຍຈະໄດ້ສີທີ່ທາງຮ້ານມີ ເຊັ່ນ: ສີຂາວ, ສີບົວ ແລະອື່ນໆ …

Read More »