Breaking News

News

ງາມຫຼາຍ! ກິຕ້າ ແລະ ນູ່ນີ່ ສາວລາວຮ່ວມຖ່າຍຮູບພາບສົງການສານສຳພັນລາວ-ໄທ

  ເປັນຮູບພາບທີ່ງົດງາມຫຼາຍ ສຳລັບຮູບພາບທີ່ສອງສາວລາວ ກິຕ້າ ພັດທະສອນ ມະນີດາລັດ ແລະ ນູ່ນີ່ ກຸມພົນພັກດີ ສາວລາວທີ່ແຈ້ງເກີດຈາກລາຍການ “Take Me Out Thailand” ຈົນມີຊື່ສຽງໂດ່ງດັງເປັນທີ່ຮູ້ຈັກຂອງຫຼາຍໆຄົນ ແລະ ຫຼ້າສຸດມີຊ່າງພາບຝີມືດີປ່ອຍຮູບພາບໃນຫົວຂໍ້ ສົງການສານສຳພັນລາວ-ໄທ ເຊິ່ງບອກເລີຍວ່າຮູບພາບເຫຼົ່ານັ້ນງົດງາມຫຼາຍ ເປັນການນຳສະເໝີເອກະລັກປະເພນີຂອງສົງການລະຫວ່າງ ລາວ ແລະ ໄທ ໂດຍການໃຫ້ບັນດານາງສາວສວມໃສ່ຊຸດປະຈຳຊາດຂອງຕົນ ແລະ ຍັງມີການແລກປ່ຽນສວມໃສ່ຊຸດປະຈຳຊາດຂອງປະເທດເພື່ອນບ້ານ , ດັ່ງນັ້ນບໍ່ລໍຊ້າລອງມາເບິ່ງຮູບພາບທີ່ແສນງົດງາມ ແສນອ່ອນຊ້ອຍ ຂອງສາວໆຈາກປະເທດລາວເຮົາ ແລະ ປະເທດເພື່ອນບ້ານກັນເລີຍ #ແຊຣໄປໃຫ້ໂລກຮູ້ວ່າເອກະລັກປະເພນີຂອງຊາດລາວເຮົາບໍ່ດ້ອຍຊາດໄດໃນໂລກ ຂໍຂອບໃຈຮູບພາບຈາກ: Pramote Polyamate

Read More »

The Anniversary “ວັນຄົບຮອບ”

ໃນຕອນແລງ ຂອງວັນ 27 ມີນາ 2017 ທີ່ສູນການຄ້າວຽງຈັນເຊັເຕີ ໄດ້ມີພິທີເປີດຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການສາຍຮູບເງົາເລື່ອງ “ວັນຄົບຮອບ” (The Anniversary) ຈາກຝີມືການກໍາກັບຂອງຄົນລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິທູນ ສູນດາລາ ວ່າການຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ຜູ້ກໍາກັບຮູບເງົາ ວັນຄົບຮອບ, ທ່ານສົມບັດ ສິລິພອນວິທະຍາ ອໍານວຍການສູນການຄ້າວຽງຈັນ ເຊັນເຕີ ພ້ອມດ້ວຍ ພະເອກ-ນາງເອກ, ແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ຮູບເງົາເລື່ອງ “ວັນຄົບຮອບ” ເປັນຮູບເງົາຄຸນນະພາບຈາກຝີມືການກໍາກັບຂອງຄົນລາວ 100% ແລະ ເປັນເລື່ອງທໍາອິດຂອງ ທ່ານ ຈິລະສັກ ສາຍສະໜິດ (Jojo Miracle) ທີ່ວາງໄມມາກໍາກັບຮູບເງົາ ເຊີ່ງເລື່ອງດັ່ງກ່າວນີ້ …

Read More »

ຄົນບັນເທິງຮ່ວມງານເປີດໂຕຮູບເງົາ “ວັນຄົບຮອບ” ໃນຮອບສື່ມວນຊົນຢ່າງຫຼວງຫຼາຍ!!!

ເປີດໂຕຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວສຳລັບຮູບເງົາເລື່ອງ “ວັນຄົບຮອບ” ເຊິ່ງກຳກັບໂດຍຜູ້ກຳກັບຄົນເກັ່ງຄື JoJo Miracle ແລະ ຍັງມີບັນດາຄົນວົງການບັນເທິງຂອງລາວເຮົາ ເຂົ້າຮ່ວມຈຳນວນຫຼວງຫຼາຍເຊັ່ນ: ໄກ່ ໂອເວີ້ແດ໋ນ, ເຈ້ຍ ປາຊີຟິກ, ລູກນໍ້າ ທິດາລັດ, ຕ້າ Apacts, ນຸຖາ ລາດສະວົງເລົາ, ໂອລ່າ ຄຳປະສົງ, ແອນນິຕ້າ,  ອະເລັກ LOG, ປ໋ອກ ແສງມະນີ, Dj ອາມມີ່, ຄຣິດຕິນ້າ, ແລະ ຍັງມີອີກຫຼາຍໆທ່ານທີ່ເຂົ້າຮ່ວມງານໃນຄັ້ງນີ້, ສ່ວນບັນຍາກາດພາຍໃນງານຈະເປັນຢ່າງໃດ ລອງໄປເບິ່ງຮູບພາບທີ່ທາງທີມງານເຮົາໄດ້ລວບລວມມາຝາກແຟນໆກັນເລີຍ. ຂໍຂອບໃຈຮູບພາບຈາກ: Tar Apacts Thavixay, Kai Overdance, Annita Chanthrasomboune, Khampasong Thirasack, Maminé Pockyy, Jear Pacific,  Pj Nutha, Aleqs Log

Read More »

ຜູ້ຖືກບາດເຈັບຈາກເຫດການລະເບີດແຕກໄດ້ຮັບຄວາມຊ່ວຍເຫຼືອ

ອົງການເວີລດ໌ເອດຢູເຄຊັນ (World Education Lao) ແລະ ສະມາຄົມຟື້ນຟູຄຸນນະພາບຊີວິດ ໄດ້ໃຫ້ການຊ່ວຍເຫຼືອ ຜູ້ຖືກເຄາະຖືກເຄາະຮ້າຍຈາກເຫດລະເບີດແຕກ ເມື່ອວັນທີ 21 ມີນາ 2017 ທີ່ຜ່ານມາ ຢູ່ທີ່ບ້ານຍອດງື່ມ (ໜອງເປັດ) ເມືອງແປກ, ແຂວງ ຊຶ່ງນາງ ຫຼາບ ລີ (ອາຍຸ 10 ປີ) ໄດ້ເສຍຊີວິດ ແລະ ບາດເຈັບອີກ 12 ຄົນ. ໂດຍການໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ຜູ້ຖືກເຄາະຮ້າຍ ແລະ ຄອບຄົວ, ຜູ້ລອດຊີວິດ ຈະໄດ້ຮັບການຊ່ວຍເຫຼືອຈ່າຍຄ່າປິ່ນປົວ ຕາມຄວາມສາມາດທີ່ເປັນໄປໄດ້ ແລະ ໃຫ້ການຊ່ວຍເຫຼືອສໍາລັບພິທີງານສົບໃຫ້ກັບຄອບຄົວນາງ ຫຼາບ ລີ ນອກນີ້, ພ້ອມທີ່ຈະອໍານວຍຄວາມສະດວກໃນການຊ່ວຍເຫຼືອໂດຍຜ່ານກອງທຶນປິ່ນປົວສຳລັບຜູ້ເຄາະຮ້າຍຈາກ ລບຕ,   ຂໍຂອບໃຈຂໍ້ມູນ ແລະ ຮູບຈາກ: World Education Laos ເວີລດ໌ເອດຢູເຄຊັນ …

Read More »

ມີໂຄງການດີໆມາບອກໝູ່ເພື່ອນ ເປີດຮັບສະໝັກນັກສຶກສາໄປຮຽນຕໍ່ USA

  ທ່ານສົນໃຈຢາກໄປຮຽນແລກປ່ຽນທີ່ສະຫະລັດອາເມລິກາບໍ່? ໂຄງການ YSEALI Professional Fellow 2017 ເປີດຮັບສະຫມັກແລ້ວ! ຢ່າລືມກົດໄລ້ ກົດແຊຣ ໃຫ້ໝູ່ເພື່ອນໄດ້ຮູ້ນຳກັນເດີ້! ຖ້າໝູ່ເພື່ອນທ່ານໃດມີອາຍຸລະຫວ່າງ 25-35 ປີ, ສະໝັກເລີຍເພື່ອຮຽນຮູ້ ແລະ ສຶກສາໃນຂົງເຂດເສດຖະກິດ ຢູ່ທີ່ສະຫະລັດອາເມລິກາ ເປັນໄລຍະເວລາ 5 ອາທິດ ໃນວັນທີ່ 10 ຕຸລາ ຫາ ວັນທີ່ 17 ພະຈິກ. ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່  https://goo.gl/XdCQMY ແລະ ສາມາດສະໝັກອອກລາຍໄດ້ຕາມລິ້ງນີ້ເລີຍ https://ais.americancouncils.org/pfp. ຢ່າພາດໂອກາດດີໆແບບນີ້ເດີ້! ປິດຮັບສະຫມັກວັນທີ່ 7 ເມສາ 2017 ນີ້! ຂໍຂອບໃຈຂໍ້ມູນ ແລະ ຮູບພາບຈາກ: U.S. Embassy Vientiane

Read More »