Breaking News

News

ເຕືອນໄພລົມພາຍຸລະດູຮ້ອນ 25-27 ມີນາ 2017

  ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໃນມື້ນີ້ (23 ມີນາ) ວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ຈະເພີ່ມກຳລັງແຮງຂຶ້ນຕື່ມອີກເທື່ອໃໝ່ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວສົມທົບກັບ 2 ກະແສລົມຕາເວັນອອກສຽງໃຕ້ ແລະ ລົມຕາເວັນຕົກ-ຕາເວັນຕົກສຽງໃຕ້ ພັດປົກຄຸມໃນໄລຍະ ວັນທີ 25-27 ມີນາ 2017 ເຮັດໃຫ້ເກີດມີແລວປະທະຂອງມວນອາກາດຮ້ອນ ແລະ ອາກາດເຢັນ. ເຊິ່ງຈະເຮັດໃຫ້ມີລົມພາຍຸລະດູຮ້ອນເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ໃນໄລຍະດັ່ງກ່າວ.   ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ແຂວງຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ,​ ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ຈໍາປາສັກ ຈົ່ງມີສະຕິກຽມພ້ອມຮັບມື້ກັບສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ລົມພັດແຮງທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ …

Read More »

ນາງແບບ-ນາຍແບບ ຈາກລາວຮ່ວມເດີນແບບທີ່ປະເທດໄທ

ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ  ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ  ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ. #ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ       ຂໍຂອບໃຈຮູບພາບຈາກ: Firstmodelinglao

Read More »

ສຸດຍອດ! ລີລາສາວຄູສອນນັກຮຽນເລົ່າບັ້ງສູດ!!!

  ກຳລັງຮືຮາໃນໂລກອອນລາຍເມື່ອມີເພສດັງ ໄດ້ໂພສຄລິບສາວຄູ ຄາດວ່າຈະເປັນສາວຄູຂອງປະເທດເພື່ອນບ້ານ ກຳລັງສອນນັກຮຽນເລົ່າບັ້ງສູດຢ່າງມ່ວນຊື່ນ ສາວຄູທ່ານນີ້ໄດ້ເຕັ້ນປະກອບໄປນຳດ້ວຍລີລາທ່າທາງທີ່ເບິ່ງແລ້ວບອກເລີຍວ່າ ສຸດຍອດ!!! ໃນຂະນະທີ່ນ້ອງໆນັກຮຽນເອງກໍ່ເລົ່າບັ້ງສູດໄປດ້ວຍຄວາມຕັ້ງອົກຕັ້ງໃຈ ພໍແຕ່ຄລິບນີ້ໄດ້ໂພສລົງໄປໃນເວລາບໍ່ເທົ່າໃດ ກໍເຮັດໃຫ້ມີຄົນກົດໄລ້ກົດແຊຣກັນສະໜັ່ນຫວັນໄຫວ.   https://www.facebook.com/clipsak/videos/1666006033695552/   ຄລິບຈາກ: คลิปเด็ด คลิปดัง เฟสบุ๊ค

Read More »

ຜົນສໍາຫຼວດ 10 ເມືອງທີ່ມີຄ່າຄອງຊີບແພງສຸດ-ຖືກສຸດໃນໂລກ 2017

  ຈາກການຈັດອັນດັບຂອງ Economics Intelligent Unit (EIU) ຊຶ່ງເປັນໜ່ວຍງານວິເຄາະເສດຖະກິດຊັ້ນນໍາຂອງໂລກ ໄດ້ເປີດເຜີຍວ່າ: 10 ເມືອງຄ່າຄອງຊີບແພງສຸດ-ຖືກສຸດໃນໂລກປະຈໍາປີ 2017 ມີດັ່ງນີ້: ເມືອງຄ່າຄອງຊີບແພງສຸດໃນໂລກ 1 ສິງກະໂປ 2 ຮ່ອງກົງ 3 ເມືອງຊູຣິດ ໃນສະວິດເຊີແລນ 4 ໂຕກຽວ ຍີ່ປຸ່ນ 5 ໂອຊາກາ ຍີ່ປຸ່ນ 6 ໂຊລ ສ. ເກົາຫລີ 7 ເມືອງເຈນີວາ ສະວິດເຊີແລນ 8 ປາຣີ ຝຣັ່ງ 9 ນິວຢອກ ສະຫະລັດ ອາເມຣິກາ 10 ໂຄເປັນເຮເກນ ເດມາກ ເມືອງຄ່າຄອງຊີບຖືກສຸດໃນໂລກ 1 ອັລມາຕີ ຄາຊັດສະຖານ 2 ລາກອສ ໄນຈີເລຍ …

Read More »

ນາງສາວນະຄອນຫຼວງວຽງຈັນ 2017 ປີນີ້ຈະແມ່ນໃຜ?

  ໃກ້ເຂົ້າມາແລ້ວສຳລັບການປະກວດ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2017 ເຊິ່ງຈະມີການຕັດສິນໃນວັນທີ 8 ເມສາ 2017 ນີ້, ເຊິ່ງທາງກອງປະກວດນາງສາວນະຄອນຫຼວງກໍໄດ້ເປີດໂຕ 20 ນ້ອງນາງສາວງາມຜູ້ຜ່ານເຂົ້າຮອບມາແລ້ວ ແລະ ມື້ນີ້ ຊະນີIndy ກໍໄດ້ໄປຊອກເອົາຮູບພາບຂອງນາງສາວງາມນະຄອນຫຼວງມາຝາກແຟນໆ ລອງມາເບິ່ງວ່າໃຜຈະງາມ ແລະ ມີຄວາມເໝາະສົມທີ່ຈະເປັນ ນາງສາວນະຄອນຫຼວງ ໃນປີນີ້. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ MVTO1 ນາງ ນໍ້າເຜິ້ງ ຈັນທຸມມີ 2. MVTO2 ນາງ ພຸດທະວີນັນ ຫຼວງລາດ 3. MVTO3 ນາງ ດວງພະໄທ ເມກສີທອງ 4. MVTO4 ນາງ ຫຍິງງາມ ໜໍ່ຄຳ 5. MVTO5 ນາງ ສຸດາລັດ ສີນະລາດ 6. MVTO6 ນາງ ມະນິດາ ເອ້ກັນຫາ 7. MVTO7 ນາງ ວິນັດ …

Read More »