Breaking News

News

ງານ Vientiane WOW Fashion Week 2017

  ໃນການສະເຫຼີມສະຫຼອງຄົບຮອບ 5 ປີ ກ້າວສູ່ປີທີ 6 ຂອງວາລສານ ວ້າວ (wow Magazine) ເມື່ອວັນເສົາ ທີ 18 ມີນາ 2017 ທີຜ່ານມາ ທີ່ໂຮງແຮມແລນມາກ ວາລະສານ ວ້າວ ໄດ້ຈັດ ກິດຈະກໍາການສະແດງ Fashion ສຸດພິເສດແຫ່ງປີ ໂດຍມີຊື່ວ່າ: “Vientiane WOW Fashion Week 2017” ຂຶ້ນຢ່າງຍິ່ງໃຫຍ່. ງານ “Vientiane WOW Fashion Week 2017” ເປັນກິດຈະກໍາການສະແດງ Fashion ຈາກນັກອອກແບບລະດັບ ແຖວໜ້າ ຂອງ 2 ປະເທດ ສປປ ລາວ-ໄທ ຊຶ່ງມາໃນເຄື່ອງແຕ່ງກາຍທີ່ຫຼູຫຼາ ໂດຍ Collection ຕ້ອນຮັບ Summer …

Read More »

ເລັ່ງປັບປຸງ ການບໍລິການ ລົດເມ ສາທາລະນະ

​ທ່ານ ຄໍ​າພູນ ​ເຕ​ເມຣາດ ອໍາ​ນວຍ​ການ​ ລັດ​ວິ​ສາ​ຫະກິດ​ລົດ​ເມ​ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຖະ​ແຫຼງຂ່າວ ໃນທ້າຍອາທິດທີ່ຜ່ານມາວ່າ: ​ເພື່ອແນ່ໃສ່ປັບປຸງການ​ຂົນ​ສົ່ງ​ ສາທາລະນະ​ ໃນ​ນະຄອນຫຼວງ​ວຽງ​ຈັນ​ ພ້ອມ​ທັງ​ປັບປຸງລະບົບ ​ການ​ຄຸ້ມ​ຄອງ​ຂອງ​ລັດ​ວິ​ສາ​ຫະກິດ ​ລົດ​ເມ​ ຄືນ​ໃໝ່ ​ເພື່ອ​ເຮັດ​ໃຫ້ການ ​ບໍລິການ​ມວນ​ຊົນ​ ດີ​ຂຶ້ນ​ ແນ່​ໃສ່​ເຮັດ​ໃຫ້​ມວນ​ຊົນ ຫຼຸ​ດ​ຜ່ອນ​ການ​ນໍາ​ໃຊ້​ລົດ​ສ່ວນຕົວ ຫັນ​ມາ​ນໍາ​ໃຊ້​ລົດ​ສາທາລະນະ ​ໃຫ້​ຫຼາຍ​ຂຶ້ນ.  ​​ໂດຍໄດ້ສືບ​ຕໍ່​ໂຄງການ​ ປັບປຸງ​ໄລຍະ II ​ໃຫ້​ບໍລິການ​ສັງຄົມ ​​ມີ​ຄວາມ​ວ່ອງ​ໄວ, ປອດ​​ໄພ, ລາຄາ​ປະ​ຢັດ ​ແລະ ຂະຫຍາຍ​ເສັ້ນທາງ​ບໍລິການ ​ໃຫ້​ກວ້າງຂວາງ ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ບັນຫາ ​ການ​ສັນຈອນ​ແອ​ອັດ ​ໃນ​ຕົວ​ເມືອງ ​ແລະ ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນ ​ໃຫ້​ຫຼຸດລົງ​ເທື່ອ​ລະ​ກ້າວ. ພາຍ​ໃຕ້ອົງການ JICA ປະ​ເທດ​ຍີ່ປຸ່ນ​ ແຕ່​ປີ 2016-2018, ​ເຊິ່ງລັດ​ວິ​ສາ​ຫະກິດ​ລົດ​ເມ ຈະ​ນໍ​າ​ໃຊ້​ລົດ​ເມ​ໃໝ່ ​ຈໍານວນ 34 ຄັນ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ຈາກ​ນະຄອນ​ຫຼວງກຽວ​ໂຕ ປະ​ເທດ​ຍີ່​ປຸ່ນ.  …

Read More »

ມ່ວນຫຼາຍ!!! Joss Stone ສິລະປິນສາວຊື່ດັງລະດັບໂລກ Cover ເພງ “ຈໍາປາເມືອງລາວ” (ມີ Clip)

ສິລະປິນສາວສັນຊາດ ອັງກິດ Joss Stone ນັກຮ້ອງ-ສິລະປິນລະດັບໂລກ Cover ເພງ “ຈຳປາເມືອງລາວ” ຮ່ວມກັບ ໂຈ ພູມະໂນ ສິລະປິນໜຸ່ມລາວ, ເຊິ່ງບົດເພງ “ຈຳປາເມືອງລາວ”  ເປັນບົດເພງປະຈຳຊາດຂອງລາວເຮົາ ແລະ  ເປັນອີກບົດເພງໜຶ່ງທີ່ມ່ວນຫຼາຍຈົນເຮັດໃຫ້  Joss ມີຄວາມສົນໃຈໃນບົດເພງນີ້ ແລະ Cover ບົດເພງ “ຈຳປາເມືອງລາວ” ແລ້ວປ່ອຍລົງໃນ YouTube ເພື່ອໃຫ້ຜູ້ຄົນໄດ້ເຫັນກັນທົ່ວໂລກ. Joss Stone ເປັນນັກຮ້ອງສິລະປິນຍິງທີ່ມີພະລັງສຽງຊົງພະລັງ ແລະ ມີຊື່ສຽງລະດັບໂລກ ໂດຍເພງຮິດຂອງສາວຄົນນີ້ກໍມີຫຼາຍບົດເພງເຊັ່ນ: Stuck On You, The Love We Had, You Had Me, It’s a Man’s World ແລະ ຍັງມີອີກຫຼາຍຫຼາຍບົດເພງທີ່ມ່ວນ, ຫຼ້າສຸດນັກຮ້ອງສາວ Joss Stone …

Read More »

ຍອດທະບຽນລົດໃໝ່ເພີ່ມຂຶ້ນ

  ອີງຕາມຂໍ້ມູນຈາກການຄຸ້ມຄອງພາຫະນະ ແລະ ຂັບຂີ່ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 2 ເດືອນ ມັງກອນ-ກຸມພາ ປີ 2017 ມີລົດໃໝ່ມາ ຂຶ້ນທະບຽນທັງໝົດແລ້ວ 8.972 ຄັນ. ຈາກການເພີ່ມຂຶ້ນຂອງລົດດັ່ງກ່າວ ໄດ້ເຮັດໃຫ້ເວລານີ້ລົດຢູ່ນະຄອນຫຼວງວຽງຈັນແຕ່ປີ 2000 ມາຮອດປັດຈຸບັນມີລົດ ຂຶ້ນທະບຽນແລ້ວ 807.991 ຄັນ. ໃນນີ້ ສະເພາະປີ 2000 ມີລົດຂຶ້ນທະບຽນ 11,29 ພັນຄັນ, ປີ 2001 ມີ 52,59 ພັນຄັນ, 2002 ມີ 39 ພັນຄັນ, 2003 ມີ 40 ພັນກວ່າຄັນ, 2004​ ມີ 30 ກວ່າຄັນ, ປີ 2005 ມີ …

Read More »

ເພງສາກົນ”Shape Of You” ຂອງ Ed Sheeran ຄອງຕໍາແໜ່ງເພງຍອດຮິດໃນ Billboard

  ເພງຂອງນັກຮ້ອງຊື່ດັງ Ed Sheeran ນັກຮ້ອງໜຸ່ມຈາກເມືອງຜູ້ດີຈາກ ປະເທດ ອັງກິດ ເພງນັ້ນກໍຄື “Shape Of You” ຂຶ້ນຄອງຕຳແໜ່ງເພງຍອດຮິດໃນ www.billboard.com hot 100 ມາແລ້ວເຖິງ 8 ອາທິດຕິດຕໍ່ກັນ ແລະ ຍັງບໍ່ມີທີທ່າວ່າເພງນີ້ຈະລົງຈາກ Chart Billboard  ງ່າຍໆ ເພາະເປັນເພງທີ່ກຳລັງໄດ້ຮັບຄວາມນິຍົມ ຈົນເຮັດໃຫ້ມີຄົນນຳເພງນີ້ໄປ Cover ເປັນຈຳນວນຫຼວງຫຼາຍ, ສຳລັບໜຸ່ມຄົນນີ້ມີຜົນງານມາແລ້ວຢ່າງຫຼາກຫຼາຍເຊັ່ນເພງ: Thinking Out Loud, Photograph, Castle On The Hill ແລະ ຍັງມີອີກຫຼາຍໆບົດເພງຂອງໜຸ່ມຄົນນີ້. ດັ່ງນັ້ນລອງມາຟັງກັນເບິ່ງ ແລະ ຮັບຮອງເພງນີ້ມ່ວນແນ່ນອນ… via: Ed Sheeran

Read More »