ບັນເທິງຕ່າງປະເທດໃນມື້ນີ້ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ກັບລາຍການສຸດຮິດຂອງປະເທດເພື່ອນບ້ານ ທີ່ກໍາລັງເປັນກະແສແບບສຸດໆ ກັບລາຍການ “The Mask Singer ໜ້າກາກນັກຮ້ອງ” ທີ່ ຊະນີIndy ເຊື່ອວ່າແຟນໆກໍຄົງຈະໄດ້ຕິດຕາມກັນມາແດ່ແລ້ວ ລາຍການກຳລັງດຳເນີນໄປຢ່າງເຂັ້ມຂົ້ນ ເພາະໃນຄໍ່າຄືນຂອງວັນທີ 16 ມີນາ 2017 ທີ່ຜ່ານມາ ມີການແຂ່ງຂັນ ແຊ໋ມ vs ແຊ໋ມ ລະຫວ່າງ ໜ້າກາກຈິງໂຈ້ ແລະ ໜ້າກາກຖົ່ວລຽນ ການແຂ່ງຂັນດຳເນີນໄປຢ່າງດຸເດືອດ ທັງສອງໜ້າກາກກໍງັດເອົາໝັດເດັດ ແລະ ໂຊພະລັງສຽງຂອງຕົນອອກມາຢ່າງສຸດຂີດ ແຕ່ໃນທີ່ສຸດຜົນການຕັດສິນກໍເປັນ ໜ້າກາກຖົ່ວລຽນ ທີ່ເປັນຄົນຊະນະໃນການແຂ່ງຂັນໃນເທື່ອນີ້ ແລະ ຈະກຽມເຂົ້າໄປເຈິກັບ ໜ້າກາກກາດຳ ໃນອາທິດຕໍ່ໄປ, ແລະ ແລ້ວສິ່ງທີ່ທຸກຄົນລໍຖ້າກໍມາເຖິງ ເພາະໃນເມື່ອ ໜ້າກາກຈິງໂຈ້ ບໍ່ສາມາດເອົາຊະນະໃນການແຂ່ງຂັນໃນເທື່ອນີ້ ຈຳເປັນຕ້ອງຖອດໜ້າກາກຈົນເຮັດໃຫ້ຮູ້ວ່າພາຍໃຕ້ໜ້າກາກຂອງ ຈິງໂຈ້ ນັ້ນ ເປັນສີລະປິນຊື່ດັງອີກໜຶ່ງທ່ານນັ້ນກໍຄື ເປັກ ຜະລິດໂຊກ ອາຍນະບຸດ ນັກຮ້ອງຜູ້ມີຄວາມສາມາດຫຼາກຫຼາຍນັ້ນເອງ. ແຟນເພສທ່ານໃດທີ່ພາດບໍ່ທັນໄດ້ເບິ່ງການແຂ່ງຂັນກັນລະຫວ່າງ ໜ້າກາກຈິງໂຈ້ …
Read More »News
ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ
ໃນວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ. ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ …
Read More »ນໍ້າຝົນ ປ່ອຍເພງໃໝ່ “ມືສັງຫານ”
ນໍ້າຝົນ ນັກຮ້ອງສາວສຽງດີ ຈາກຄ່າຍເພງ ອິນດີ້ ເລັກຄອດ ໄດ້ປ່ອຍ Single ເພງໃໝ່ຫຼ້າສຸດໃນບົດເພງທີ່ມີຊື່ວ່າ: “ມືສັງຫານ” ເຊິ່ງເພງນີ້ກໍໄດ້ ອ້າຍ ສັກ ແຫ່ງ ວົງ Cells ນັກຮ້ອງສີລະປິນຊື່ດັງມາເປັນຄົນຂຽນເນື້ອຮ້ອງໃຫ້, ບົດເພງດັ່ງກ່າວເປັນບົດເພງຊຶ້ງກິນໃຈເອົາໃຈຄົນທີ່ຕົກຂຸມຮັກຄົນທີ່ມີເຈົ້າຂອງແລ້ວ. ບົດເພງນີ້ຈະມີຄວາມມ່ວນ ຊຶ້ງ ກິນໃຈພຽງໃດ ລອງມາຟັງຜົນງານເພງທີ່ສ້າງມາຈາກຄົນລາວເຮົາກັນເລີຍ #ຢ່າລືມແຊຣໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດ ຄລິບຈາກ: Indee Laos ຮູບພາບຈາກ: Namfon Indee
Read More »ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການສະເໜີ 4 ບັນຫາ
ໂອກາດທີ່ເຮົາປະຊາຊົນຊາວລາວ ຈະໄດ້ນັ່ງລົດໄຟຈາກບ້ານເຮົາ ອອກສູ່ອາຊຽນ ແລະ ປະເທດອື່ນໆໃກ້ຈະເປັນຄວາມຈິງທຸກມື້ແລ້ວ ເພາະເຈົ້າໜ້າທີ່ວິຊາສະເພາະ ແລະ ກໍາມະກອນຈໍານວນຫຼວງຫຼາຍ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ລົງມືເຈາະອຸບມົງ ເສັ້ນທາງລົດໄຟລອດຢ່າງເປັນທາງການແລ້ວ ໃນເດືອນນີ້ຢູ່ເຂດບໍ່ເຕັນ ເມືອງຫຼວງນໍ້າທາ. ໃນວັນທີ 15 ມີນາ 2017 ນີ້ ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຄະນະປະສານງານ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນປະຈໍາແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ວ່າ: ປັດຈຸບັນນີ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະທີ 1 ມີຄວາມຄືບໜ້າໄວເກີນຄາດ ໂດຍນັກວິຊາການ ແລະ ກໍາມະກອນສອງຝ່າຍປະມານ 300 ກວ່າຄົນ ໄດ້ລົງມືເຈາະອຸບມົງ ເສັ້ນທາງລົດໄຟລອດຢ່າງເຄັ່ງຮ້ອນ ເຊິ່ງໂຄງການໄລຍະທີ 1 ນີ້ແມ່ນເລີ່ມຈາກເຂດບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງມີຄວາມຍາວ 50 ກວ່າກິໂລແມັດ ໃນນັ້ນຜ່ານແຂວງຫຼວງນໍ້າທາ 16 ກວ່າກິໂລແມັດ,ມີ 2 ສະຖານີຄື: …
Read More »ວັນໃໝ່ ໄປອອກລາຍການຊື່ດັງຂອງ ປະເທດໄທ (ມີ Clip)
ຫຼັງຈາກທີ່ສ້າງຊື່ສຽງໃຫ້ ປະເທດລາວ ໂດຍສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ ໃນການປະກວດສາວງາມປະເພດສອງ “Miss International Queen 2016” ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຈົນກາຍເປັນກະແສຮືຮາມາແລ້ວ, ຫຼ້າສຸດ ວັນໃໝ່ ກໍໄດ້ໄປອອກລາຍການຊື່ດັງຂອງປະເທດເພື່ອນບ້ານເຮົາ ເປັນລາຍການຊື່ດັງ “ຫຼິ້ນໃຫ່ຍຈັດໃຫ່ຍ” ໂດຍມີພິທີກອນຊື່ດັງຫຼາກຫຼາຍຄວາມສາມາດ ດຣ. ປະນັດດາ ວົງຜູ້ດີ (ບຸມ) ເປັນຄົນດຳເນີນລາຍການ ແລະ ສຳພາດ ວັນໃໝ່. ໃນການສຳພາດພິທິກອນກໍຖາມ ວັນໃໝ່ ເຖິງທີ່ໄປທີ່ມາໃນການມາປະກວດ “Miss International Queen 2016” ໃນເທື່ອນີ້ ແລະ ຍັງຖາມເຖິງການຍອມຮັບຂອງສາວປະເພດສອງໃນສັງຄົມລາວ ແລະ ວັນໃໝ່ກໍຕອບວ່າ: “ການຍອມຮັບຂຶ້ນກັບຄົນທີ່ເລືອກຈະປະຕິບັດຕົນ ຖ້າເປັນແບບຢ່າງທີ່ດີກໍຈະຖືກຍອມຮັບ ກໍຂຶ້ນຢູ່ກັບວ່າການກະທຳຂອງຄົນ” ສຳລັບແຟນໆ ທ່ານໃດທີ່ຍາກຮູ້ທີ່ໄປທີ່ມາຂອງ ນ້ອງ ວັນໃໝ່ ເພີ່ມຕື່ມມື້ນີ້ ຊະນີIndy ກໍບໍ່ເຄີຍພາດທີ່ຈະນຳເອົາຄລິບລາຍການມາຝາກ …
Read More »