ເຟັກບຸກຂອງສາວໄທຄົນໜຶ່ງໂພສຄລິບງານແຕ່ງດອງໃນປະເທດລາວ ພ້ອມຂຽນຄຳອະທິບາຍວ່າ “ຕະລຶງ!!! ພິທີງານແຕ່ງໃນລາວມີແບບນີ້ນຳ” ແລະ ມີການອະທິບາຍໃນຄລິບວ່າ: ພາບທີ່ເຫັນນີ້ແມ່ນທຸກຄົນຢ່າງອອກມາເຕັ້ນເອງ ເປັນການເຕັ້ນສະຫຼອງ ແລະ ຈະມີການລຽນແຖວເປັນລະບຽບຮຽບຮ້ອຍ ເຊິ່ງການເຕັ້ນ ບັດສະລົບ ນີ້ເປັນການເຕັ້ນໃນພິທີງານແຕ່ງຂອງ ສປປ ລາວ ເຊິ່ງໃນ ປະເທດ ໄທ ບໍ່ເຄີຍມີແບບນີ້. ตะลึง!!! พิธีงานแต่งที่ลาวมีแบบนี้ด้วย!! โพสต์โดย Jin Kanansinee Khongmaklum บน 12 มีนาคม 2017 ຂໍຂອບໃຈຄລິບຈາກ: Jin Kanansinee Khongmaklum
Read More »News
ໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ
ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ໄດ້ສ້າງໂຄງການບ້ານມິດຕະພາບ ຊາວໜຸ່ມຊາຍແດນ ລາວ-ຫວຽດນາມ ເຂດໜອງກອກ ຢູ່ທີ່ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອເປັນບ່ອນຝຶກອົບຮົມວິຊາຊີບ, ສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ, ປະຊົນບັນດາເຜົ່າ ໃນບໍລິເວນໃກ້ຄຽງ ກໍຄື ການສົ່ງເສີມວຽກເຮັດງານທຳ ໃຫ້ຊາວໜຸ່ມລາວ ບັນດາເຜົ່າໃນ ຂອບເຂດທົ່ວປະເທດ. ໂຄງການດັ່ງກ່າວ ໄດ້ເລີ່ມກໍ່ສ້າງຕັ້ງແຕ່ເດືອນສິງຫາ ປີ 2012 ມາຮອດວັນທີ 9 ມີນາ 2017 ຈຶ່ງໄດ້ມີພິທີມອບ-ຮັບ ແລະ ເລິ່ມຈັດຕັ້ງປະຕິບັດ ໂຄງການຢ່າງເປັນທາງການ. ໂຄງການດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານ ສສ ຫວຽດນາມ ລວມມູນຄ່າທັງໝົດ 75,2 ຕື້ດົ້ງ, ທຶນສົມທົບຂອງ ລັດຖະບານ ສປປ ລາວ 3 ຕື້ກີບ. …
Read More »ນະໂຍບາຍອຸດໜູນເກີດລູກ-ປິ່ນປົວເດັກນ້ອຍໂດຍບໍ່ເສຍຄ່າ
ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮ່ວມກັບ ສູນແມ່ ແລະ ເດັກ ແລະ ຂະແໜງການກ່ຽວຂ້ອງ ຈັດກອງປະຊຸມປຶກສາຫາລືຊີ້ແຈງການຈັດຕັ້ງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນ ວັນທີ 9 ມີນາ 2017 ທີ່ຜ່ານມາ ເຂົ້າຮ່ວມໂດຍຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນ, ຜູ້ຕາງໜ້າສູນແມ່ ແລະ ເດັກ, ຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ. ທ່ານ ຫົວໜ້າພະແນກສາທາລະນາສຸກນະຄອນຫຼວງວຽງຈັນໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອໃຫ້ພະນັກງານແພດໝໍແຕ່ລະຂັ້ນເຂົ້າໃຈ ແລະ ກໍາໄດ້ການຄຸ້ມຄອງປະຕິບັດນະໂຍບາຍອຸດໜູນເກີດລູກ ແລະ ປິ່ນປົວເດັກນ້ອຍອາຍຸລຸ່ມ 5 ປີ ໂດຍບໍ່ເສຍຄ່າ ໃຫ້ທຸກພາກສ່ວນກໍາໄດ້ການຂຶ້ນແຜນ, ການຄຸ້ມຄອງລະບົບການເງິນ, ເຮັດໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດກໍຄືນະຄອນຫຼວງວຽງຈັນທີ່ມາເກີດລູກ ແລະ ປິ່ນປົວຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ແລະ ໂຮງໝໍສູນກາງໄດ້ຮັບການຍົກເວັ້ນທຸກຄ່າໃຊ້ຈ່າຍທີ່ພົວພັນກັບການເກີດລູກ …
Read More »ມາຮູ້ຈັກກັບບັນດາ ນາງສາວນະຄອນຫຼວງ ປີ 2016 (Miss Vientiane)
ມື້ນີ້ຈະມາແນະນຳໃຫ້ຮູ້ຈັກກັບບັນດາ ສາວງາມນະຄອນຫຼວງວຽງຈັນ ປີ 2016, ມີທັງໝົດ 7 ສາວ ແລະ ແຕ່ລະສາວກໍມີຄວາມງາມ ແລະ ບຸກຂະລິກທີ່ງາມ ໂດດເດັ່ນ ແຖມມີຄວາມສາມາດແຕກຕ່າງກັນໄປ ຈະມີຄວາມງາມສົມກັບທີມງານເຮົາຍ້ອງແທ້ບໍ່ ບໍ່ລໍຊ້າມາຮູ້ຈັກກັບພວກເຂົາກັນເລີຍ: #ຢ່າລືມກົດໄລ້-ກົດແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ນາງ ນະຄະລີ ພາມີສິດ (ແຄັດດີ້), ນາງສາວນະຄອນຫຼວງວຽງຈັນ 2016 2. ນາງ ສຸພາພອນ ສົມວິຈິດ (ນຸ້ຍ), ຮອງອັນດັບ 1 ນາງສາວນະຄອນຫຼວງ 2016 3. ນາງ ຊູລິນດາ ໄຊຍະເພັດ (ເປົ້າ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ຈັນທະລີ ວິໄລ (ນາງ), ຮອງອັນດັບ 2 ນາງສາວນະຄອນຫຼວງ 2016 4. ນາງ ປະທຸມພອນ …
Read More »ແຂ່ງຂັນຮ້ອງເພງຫວຽດນາມ ຊິງລາງວັນ 19 ລ້ານກວ່າກີບ
ການຈັດການແຂ່ງຂັນຮ້ອງເພງ ຫວຽດນາມ ໃນຄັ້ງນີ້ ເປັນຄັ້ງທຳອິດທີ່ຈັດຂຶ້ນຢູ່ ສປປ ລາວ ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 32 ຄົນ ໃນນັ້ນ ຄັດເລືອກເອົາ 16 ຄົນ ເພື່ອຊິງເອົາເງິນລາງວັນ ຈຳນວນ 50 ລ້ານດົງ ຫຼື ປະມານ 19 ລ້ານກວ່າກີບ. ພ້ອມນັ້ນ, ຜູ້ທີ່ໄດ້ເຂົ້າຮອບ 16 ຄົນຈະໄດ້ໄປແຂ່ງຂັນຢູ່ເອີຣົບ ໃນທ້າຍປີນີ້. ສະມາຄົມພັດທະນາ ວັດທະນະທຳ ທຸລະກິດຫວຽດນາມ ຮ່ວມກັບ ສະມາຄົມທຸລະກິດຫວຽດນາມ ແຫ່ງປະເທດໄທ ໄດ້ເປີດພິທີແຂ່ງຂັນຮ້ອງເພງ ຫວຽດນາມ ໃນວັນທີ 13 ມີນາ 2017 ຢູ່ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາຕົວແທນ 16 ຄົນ ຈາກ 10 ປະເທດສະມາຊິກອາຊຽນ ໄປແຂ່ງ ຂັນໃນເອີລົບ ທ້າຍປີນີ້. ພິທີດັ່ງກ່າວ, ໂດຍເປັນປະທານຂອງ …
Read More »