Breaking News

News

ພິທີກອນສຸດເຈົ້າຊູ້ ຄົນນີ້ແມ່ນໃຜ?

  ສະບາຍດີ ໝູ່ເພື່ອນທຸກຄົນ ຊະນີIndy ມາແລ້ວເດີ້ ຫຼັງຈາກທີ່ໄປປະຕິບັດພາລະກິດເຊັ່ນ: ໄປເກາະຕິດກະແສ Superstar ອໍ້າ ພັດຊະຣາພາ ເພື່ອໄປນຳເອົາຮູບພາບ ແລະ ຄຣິບມາຝາກແຟນໆໃຫ້ໄດ້ເຫັນໂສມໜ້າງາມໆຂອງແມ່ອໍ້າແລ້ວ, ແຕ່ຍັງໆຍັງບໍ່ໝົດເດີ້ເພາະ ຊະນີIndy ໄປສະດຸດຕາກັບພິທີກອນລາວເຮົາ ໜຸ່ມສຸດເຈົ້າຊູ້ດູດີທີ່ຢືນສຳພາດດາລານັກສະແດງເບີໜຶ່ງຂອງປະເທດເພື່ອນບ້ານ ແລະ ເທົ່າທີ່ໄດ້ໄປສືບມາແມ່ນເພິ່ນມີຊື່ວ່າ: ຈັນທະສອນ ທະວີໄຊ (ມ໋ອນ) ໜຸ່ມເຈົ້າຊູ້ຂາວຕີ໋ ຖືກສະຕາສາວໆຫຼາຍໆຄົນ ເຊິ່ງວຽກຫຼັກທີ່ເພິ່ນເຮັດກໍແມ່ນຜູ້ປະກາດຂ່າວທາງສະຖານີໂທລະພາບແຫ່ງຊາດ, ພິທີກອນ, ໂຄສົກວິທະຍຸ, ນັກສະແດງຮູບເງົາຫຼາຍເລື່ອງ ແລະ ຍັງເປັນນາຍແບບອີກເດີ້. ມາເບິ່ງຮູບພາບຂອງໜຸ່ມ ມ໋ອນ ກັນເລີຍວ່າຈະເຈົ້າຊູ້ດູດີຊໍ່າໄດ… #ແຊຣວົນໄປໃຫ້ໂລກຮູ້ວ່າໜຸ່ມລາວເຮົາກໍເຈົ້າຊູ້ແລະມີຄວາມສາມາດ ຂໍຂອບໃຈຮູບພາບຈາກ: mondthavixay ເພື່ອນໆສາມາດຕິດຕາມໜຸ່ມຄົນນີໄດ້ເລີຍ!!!

Read More »

ບັນຫາຂີ້ເຫຍື້ອໃນນະຄອນຫຼວງ

  ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນຍັງບໍ່ສາມາດເຮັດໄດ້ຢ່າງທົ່ວເຖິງ ທ່ານ ພູດອນ ເມກສະຫວັນ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ເປີດເຜີຍວ່າ: ໜ່ວຍ ງານເກັບມ້ຽນຂີ້ເຫຍື້ອມີ 9 ພາກສ່ວນ ໃນນັ້ນ 1 ພາກສ່ວນເປັນຂອງລັດ ໄດ້ບໍລິການເກັບມ້ຽນຂີ້ເຫຍື້ອໃນລາຄາ 10.000 ກີບຕໍ່ເຂັ້ງຢູ່ບັນດາບ້ານໃນ 8 ເມືອງ ແລະ ກຳລັງປຸກລະດົມຢູ່ເມືອງສັງທອງ. ແຕ່ລະເດືອນ ຄບຕ ແລະ 9 ພາກສ່ວນ ໄດ້ປະຊຸມຖອດຖອນບົດຮຽນ ເພື່ອແກ້ໄຂ ແລະ ປັບປຸງບັນດາຂໍ້ຄົງຄ້າງ. ພ້ອມນີ້ ຄບຕ ຍັງໄດ້ ທົດລອງໃຫ້ ປະຊາຊົນພາຍໃນເມືອງ ແລະ ບ້ານ ໃຫ້ແຍກຂີ້ເຫຍື້ອ ເຫັນວ່າໄດ້ຮັບຜົນດີ ແລະ ຈະສືບຕໍ່ຈັດຕັ້ງ ປະຕິບັດຢູ່ແຕ່ລະບ້ານ ໃນທຸກໆ ເມືອງ ເພື່ອເອົາຂີ້ເຫຍື້ອທີ່ຈຳເປັນປະເພດເສດຜັກ, ໝາກໄມ້ ມາຜະລິດເປັນແກັສ. …

Read More »

ຢາກມີຄູ່ຄອງທີ່ດີ!!! ຄວນເຮັດແນວໃດ?

  ຄຳວ່າ: “ຄູ່ຄອງ” ຟັງແນວຮູ້ສຶກມີຄວາມໝາຍຫຼາຍແມ່ນບໍ່ສາວໆ ແລະ ເຊຶ່ອວ່າຫຼາຍຄົນກໍຄົງໄຟ່ຝັນຢາກຈະມີ ແຕ່ສາວໆຮູ້ບໍ່ວ່າການທີ່ເຮົາມີຄູ່ນັ້ນບໍ່ແມ່ນວ່າເຮົາຈະມີຄວາມສຸກ, ສົມຫວັງໄປໝົດທຸກຢ່າງ ການທີ່ສອງຄົນຕ້ອງມາຢູ່ຮ່ວມກັນໂດຍທີ່ຕ່າງຄົນຕ່າງພໍ່ຕ່າງແມ່ ບາງຄົນກໍຕ່າງສະຖານທີ່, ຕ່າງຫຼາຍໆຢ່າງເວລາຢູ່ຮ່ວມກັນຈຶ່ງອາດຈະເຮັດໃຫ້ມີການກະທົບກັນ ແລະ ມີບັນຫາບໍ່ລົງຕົວກັນໃນບາງເລຶ່ອງ, ບາງຄູ່ເຖິງຂັ້ນໄປກັນບໍ່ໄດ້ຕ້ອງປະຕ້ອງຮ້າງກັນກໍມີຫຼາຍ ແຕ່ຖ້າສາວໆຄິດຈະມີຄູ່ຄອງແລ້ວຄອງຮັກກັນຢ່າງມີຄວາມສຸກເຈົ້າຕ້ອງໄດ້ຮູ້ຈັກກັບປະໂຫຍກນີ້: “ຄຸນສົມບັດຂອງຄູ່ຄອງທີ່ດີ” ທີ່ BeautyGuru ໄດ້ຮິບໂຮມມາຕ້ອນສາວໆກັນໃນມື້ນີ້: – ຊື່ສັດສຸຈະລິດ – ບໍ່ປົກປິດຄວາມລັບ – ຮູ້ລະງັບອາລົມ – ຊື່ນຊົມໃຫ້ກໍາລັງໃຈ – ໂປ່ງໃສທຸກສະຖານະການ – ບໍ່ກຽດຄ້ານໃນໜ້າທີ່ – ມີມານະອົດທົນ – ສູ້ຊົນໄປພ້ອມກັນ – ຝ່າຟັນອຸປະສັກ – ຮັກດຽວໃຈດຽວ – ກົມກຽວເລື່ອງຄວາມຄິດ – ບໍ່ເກາະຜິດຈັບຖຽງ – ສຸກທຸກຮ່ວມຄຽງ – ບໍ່ຂຶ້ນສຽງຍາມຈາ – ໄປມາບອກຄອບ – …

Read More »

ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ (ມີຄຣິບ)

  ດ່ວນໆ…ເກີດເຫດໄຟໃໝ້ລົດຢູ່ໜ້າຕະຫຼາດທົ່ງຂັນຄຳ ນັກຂ່າວສັນຈອນ ໄດ້ລາຍງານວ່າມີເຫດໄຟໃໝ້ລົດ ຮຸນໄດ ຢູ່ຕໍ່ໜ້າຕະຫຼາດທົ່ງຂັນຄຳ ຕຶກສ້າງໃໝ່ ໃນເວລາ 13:44 ນາທີ ຈາກເຫດການດັ່ງກ່າວໄດ້ເຮັດໃຫ້ມີປະຊາຊົນແຕກຕື່ນເປັນຈຳນວນຫຼາຍ, ແຕ່ຍັງດີທີ່ລົດນ້ຳປະຈຳອາຄານຕະຫຼາດສາມາດດັບໄຟໄດ້ທັນ ແລະ ບໍ່ເຮັດໃຫ້ມີຜົນເສຍຫາຍຫຼາຍປານໃດ. ທ່ານສາມາດເບິ່ງຄຣິບ.     ຂໍຂອບໃຈຄຣິບຂ່າວຈາກນັກຂ່າວສັນຈອນ

Read More »

ຂະບວນແຫ່ເຂີຍທີ່ບໍ່ເຄີຍເຫັນມາກ່ອນ…!

  “ລູກຊາວບ້ານ” ຈະພາທ່ານ ຜູ້ອ່ານເວັບໄຊ ຂວັນໃຈທຸກທີ່ໜ້າຮັກທຸກທ່ານ ມາເບິ່ງພິທີການແຫ່ເຂີຍ ທີ່ບໍ່ເຄີຍເຫັນມາກ່ອນ ເປັນຂະບວນແຫ່ທີ່ປະສົມປະສານ ສິລະປະມວຍລາວທີ່ຫາເບິ່ງໄດ້ຍາກ ໃນງານແຕ່ງດອງຂອງ ທ້າວ ຄໍາພາວັນ ອິນທະວົງ ແລະ ນາງ ສະແວ່ນຕ້າ ທີ່ບ້ານໄຜ່ລ້ອມ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ແນວໃດກໍຂໍສະແດງຄວາມຍິນດີນໍາຄູ່ສ້າງຄອບຄົວໃໝ່ນໍາເດີ! ນັກຟ້ອນລາຍລາວແມ່ນມາຈາກ ໂຮງຮຽນ ສ້າງຄູພະລະສຶກສາ ທົ່ງປົ່ງ…! ທ່ານສາມາດເບິ່ງຄຣິບ:    ຂໍ້ມູນຈາກ khampilavan Inthavong

Read More »