Breaking News

News

ສາວໜ້າງາມທີ່ສຸດໃນໂລກ ແຫ່ງປີ 2016!

ສາວໜ້າງາມທີ່ສຸດໃນໂລກ ແຫ່ງປີ 2016!!! ຮູບພາບຂອງສາວ Jourdan Dunn ນາງແບບສາວສັນຊາດ ອັງກິດ ທີ່ຖືກໂຫວດໃຫ້ເປັນສາວໜ້າງາມທີ່ສຸດໃນໂລກປີ 2016 ຈາກເວັບໄຊ TC Candler ເຊິ່ງການໂຫວດແມ່ນມາຈາກທັງວົງການບັນເທີງ ແລະ ວົງການສັງຄົມຕ່າງໆທົ່ວໂລກ, ມາເບິ່ງຮູບພາບກັນເລີຍວ່າຈະງາມສົມກັບທີ່ນາງຖືກໂຫວດຫຼືບໍ່?  

Read More »

ລັກສະນະຮີມສົບທວາຍນິດໄສ…!!!

ຖ້າທ່ານເປັນຄົນທີ່ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ ໝາຍຄວາມວ່າທ່ານເປັນຄົນເວົ້າກົງໄປກົງມາມີຄວາມຊື່ສັດ ບໍ່ມັກຕົວະກັບຄົນທີ່ທ່ານຮັກ ແລະ ທ່ານກໍບໍ່ມັກໃຫ້ຄົນອື່ນມາເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກັບທ່ານເຊັ່ນກັນ...

Read More »

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່!!!

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່ ທ່ານ ມະເຫດ ສະວານີ ມາຫາເສດຖີເຈົ້າຂອງທຸລະກິດເຈຍລະໄນເພັດ-ພອຍຄົນອິນເດຍ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໃຫ້ແກ່ເຈົ້າສາວທີ່ກໍາພ້າພໍ່ 236 ຄູ່ ທີ່ລັດ ກູຊະຣາດ (Gujarat). ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ທ່ານ ມະເຫດ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໝູ່ໃຫ້ເຈົ້າສາວກໍາພ້າພໍ່ມາແລ້ວກວ່າ 700 ຄູ່. ສໍາລັບພິທີງານແຕ່ງດອງຫຼ້າສຸດ ທ່ານ ມະເຫດ ໄດ້ຊື້ຄຳ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມເປັນມູນຄ່າ 5 ແສນຣູປີ ໃຫ້ເຈົ້າສາວແຕ່ລະຄົນ. ໂດຍປົກກະຕິແລ້ວຄົນອິນເດຍຈະມີພິທີແຕ່ງດອງທີ່ເອີ້ນວ່າ: “ກັນຍາດານ” ໂດຍຜູ້ເປັນພໍ່ຂອງຝ່າຍຍິງ ຈະກຽມສິນສອດໄປສູ່ຂໍຝ່າຍຊາຍ ແລະ ທ່ານ ມະເຫດ ໄດ້ຮັບໜ້າທີ່ເປັນພໍ່ລ້ຽງໃຫ້ແກ່ເຈົ້າສາວທີ່ບໍ່ມີພໍ່ເຫຼົ່ານີ້. ທ່ານ ມະເຫດ ມະຫາເສດຖີມີລູກຊາຍ 2 ຄົນ ແລະ ຮ່ວມພິທີແຕ່ງດອງ ທີ່ຈັດຂຶ້ນໃນວັນທີ 26 ທັນວາທີ່ຜ່ານມາ …

Read More »

ອະລັງການງານແຕ່ງດອງລູກເສດຖີ!!!

ອະລັງການກະດໍ້!!! ງານດອງທີ່ເຂົາວ່າເປັນລູກເສດຖີລີສອດດັງໃນເມືອງ ວັງວຽງ  ທີ່ສັງຄົມອອນລາຍກຳລັງເວົ້າເຖິງຫຼາຍທີ່ສຸດໃນຕອນນີ້, ໄດ້ຍິນວ່າເພິ່ນຈັດຢູ່ໂຮງແຮມຫຼູ Landmark riverside ໃນວັນທີ 26 ທັນວາ 2016 ທີ່ຜ່ານມາ, ເຊິ່ງເງິນ ຄຳ ເຄື່ອງເພັດ ທີ່ເປັນຄ່າສິນສອດກໍບໍ່ທຳມະດາມີເທົ່າໃດກໍຂົນມາໜົດພຸ້ນລະ ແລະ ຍັງໄດ້ຍິນມາວ່າລວມໆກໍປະມານ 1 ຕື້ກີບ , ລົດທີ່ເພິ່ນໃຊ້ກໍແມ່ນລົດ ແລ໋ມໂບກິນີ້ (Lamborghini)ພຸ້ນຕົວ, ປາດຕິໂທ້!!! ແອດມິນກໍຢາກມີໂມເມ້ນແບບນີ້ເດ້ 555 ເອົ້າ…ບໍ່ຕ້ອງຝັນໄປມາເບິ່ງຮູບພາບແລ້ວຄອມເມ້ນໃຫ້ຟັງແດ່ຄິດຢ່າງໃດກັບງານດອງທີ່ເຂົາວ່າເປັນງານດອງທີ່ເລີດ…ສົ່ງທ້າຍປີ 2016 ນີ້.  

Read More »

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!!

ຄັ້ງທຳອິດໃນປະຫວັດສາດ ສາວງາມຕົວແທນປະເທດລາວໄດ້ຮັບລາງວັນຈາກເວທີສາກົນ!!! ນາງ. ວາລິສະລາ ຕັງສຸວັນ ຕົວແທນຈາກປະເທດລາວໄດ້ຮັບລາງວັນ ນາງງາມມິດຕະພາບ MISS. FRIENDSHIP ຈາກເວທີປະກວດ MISS TOURISM QUEEN OF THE YEAR INTERNATIONAL 2016 ໃນວັນອາທິດ, ວັນທີ 18 ທັນວາ 2016 ທີ່ຜ່ານມາຢູ່ Happy Valley OCT Grand Theater ນະຄອນຫຼວງຊຽງໄຮ້, ປະເທດຈີນ. ງານດັ່ງກ່າວ ມີສາວງາມຈາກທົ່ວໂລກຈຳນວນ 55 ປະເທດເຂົ້າຮ່ວມປະກວດ. ໃນມື້ຮອບຕັດສິນວັນທີ 18 ທັນວາ 2016 ຍັງມີການຖ່າຍທອດສົດທາງໂທລະພາບ Shanghai TV, ເຊິ່ງສາວງາມຈາກປະເທດລາວເຮົາໄດ້ສວມໃສ່ຊຸດງາມທັງຊຸດລາວປະເພນີ ແລະ ສາກົນ ຈົນເຮັດໃຫ້ຕ້ອງຕາຕ້ອງໃຈຄະນະກໍາມະການ ແລະ ຜູ້ຊົມທົ່ວໂລກ. ປະເທດລາວເຮົາເປັນຄັ້ງທຳອິດໃນປະຫວັດສາດທີ່ໄດ້ຮັບລາງວັນໃນເວທີລະດັບສາກົນ ກໍຄືລາງວັນ …

Read More »