Breaking News

News

ຖະແຫລງ ການຈັບກຸມ ແລະ ມ້າງກຸ່ມຄ້າຂາຍຢາເສບຕິດ-ອາວຸດເສິກລາຍໃຫຍ່

ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການດຳເນີນວຽກງານວິຊາສະເພາະຂອງຕົນ ເພື່ອເກັບກຳຂໍ້ມູນຢ່າງເປັນລະບົບ, ຈາກນັ້ນ ໄດ້ປະສານສົມທົບລະຫວ່າງ ເຈົ້າໜ້າທີ່ຕຳຫລວດຢູ່ສູນກາງ ກັບທ້ອງຖິ່ນບັນດາແຂວງ ໃນທົ່ວປະເທດ, ພ້ອມກັບອົງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກຂັ້ນ ຈຶ່ງໄດ້ດຳເນີນການແກ້ໄຂ ເຄື່ອຂ່າຍກຸ່ມເປົ້າໝາຍຊື້-ຂາຍ ຢາເສບຕິດ ແລະ ຕິດພັນກັບອາວຸດເສີກ, ແຕ່ພາກເໜືອ ລົງຮອດ ພາກໃຕ້ ແລະ ສາມາດຈັບຕົວຜູ້ຖືກຫາທັງໝົດ ໄດ້ 33 ຄົນ, ຍິງ 11 ຄົນ. ທ່ານ ທອງເຫລັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ຖະແຫລງ ກ່ຽວກັບເຫດການດັ່ງກ່າວ ໃນວັນທີ 16 ກັນຍາ 2016 ເຖິງ ວັນທີ 24 ມັງກອນ 2017 ທີ່ຜ່ານມາວ່າ: ກຸ່ມທີ 1: …

Read More »

ສັງຄົມສ່ວນຫຼາຍ ສະໜັບສະໜູນ ແນວທາງຂອງລັດຖະບານ

ຖ້າພວກເຮົາຕິດຕາມຫາງສຽງໃນສື່ອອນລາຍເຫັນວ່າ ສັງຄົມ ສ່ວນຫຼາຍໄດ້ ສະໜັບສະໜູນແນວທາງນະໂຍບາຍຂອງພັກ-ລັດຖະບານໃນການສ້າງຄວາມເປັນແບບຢ່າງນຳໜ້າໃຫ້ແກ່ສັງຄົມໃນການຕ້ານການຟຸມເຟືອຍ ຊຶ່ງເປັນການສ້າງລາຍຮັບໃຫ້ແກ່ງົບປະມານຂອງຊາດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມໝັ້ນຄົງກ້າວໜ້າຢ່າງຕໍ່ເນື່ອງ. ປັດຈຸບັນ, ແນວທາງຂອງພັກ-ລັດຖະບານໃນການຕ້າການຟຸມເຟືອຍປາກົດວ່າ ສັງຄົມສ່ວນຫຼາຍ ຕ່າງພາກັນຊື່ນຊົມ, ຍ້ອງຍໍ, ຍິນດີທີ່ລັດຖະບານເອົາໃຈໃສ່ແກ້ໄຂບັນຫາເສດຖະກິດຂອງຊາດເຮົາໃຫ້ດີຂຶ້ນ ໂດຍສະເພາະ ເລື່ອງທີ່ທ່ານນາຍົກ ທ່ານ ທອງລຸນ ໄດ້ອອກດຳລັດເລກທີ 15 ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຕໍາແໜງຂອງພະນັກງານຂອງພະນັກງານການນໍາຂັ້ນສູງໃນວັນທີ 5 ມັງກອນ 2017  ນີ້ກໍແມ່ນ ວຽກງານໜຶ່ງທີ່ສຳຄັນກ່ຽວກັບການຈັດຕັ້ງປະຕິບັດນະໂຍບາການປະຢັດ ແລະ ຕ້ານການຟຸມເຟືອຍຂອງພັກ ແລະ ລັດ. ແນ່ໃສ່ປະກອບລົດປະຈຳຕໍາແໜງພະນັກງານການນຳຂັ້ນສູງປະເພດຕ່າງໃຫ້ສອດຄ່ອງ ກັບສະພາບຕົວຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ, ສະກັດກັ້ນ ແລະ ຕ້ານການຟຸມເຟືອຍໃນການນຳໃຊ້ງົບປະມານຂອງລັດສ້າງຄວາມເປັນແບບຢ່າງນຳໜ້າໃຫ້ສັງຄົມ. ດັ່ງນັ້ນ, ຈຶ່ງຢາກຮຽກຮ້ອງໃຫ້ພາກສ່ວນຕ່າງໆທັງອົງການລັດ, ເອກະຊົນ ລວມເຖິງພໍ່ແມ່ປະຊາຊົນ ກໍຕ້ອງມີມາດຕະການໃດໜຶ່ງຂອງຕົນເອງທີ່ຈະອອກມາຕ້ານການຟຸມເຟືອຍເພາະດຽວນີ້ ການນຳເພິນກໍໄດ້ເປັນແບບຢ່າງໃຫ້ພວກເຮົາແລ້ວ ສະນັ້ນ, ພວກເຮົາທຸກຄົນກໍຕ້ອງມີການປະຕິບັດພ້ອມໆກັນ.

Read More »

ງານປະກວດໝາແສນຮູ້!

ຄົນຮັກໝາພາກັນນໍາໝາທີ່ລ້ຽງ ແລະ ໜ້າຮັກ, ແສນຮູ້ຂອງຕົນເກືອບ 3.000 ໂຕເຂົ້າຮ່ວມງານສະແດງ ໃນຄັ້ງທີ 141 ທີ່ມະຫານະຄອນນິວຍອກ. ຊຶ່ງງານນີ້ຈັດຂຶ້ນໃນວັນທີ 13-14 ກຸມພາ ໂດຍມື້ທໍາອິດຂອງງານແມ່ນການປະກວດໂຕໝາທີ່ແຕ່ງຕົວສວຍງາມ ຊຶ່ງຂະນະກໍາມະການຕ້ອງເລືອກໝາພັນລະ 1 ໂຕ ຈາກທັງໝົດເກືອບ 200 ພັນເພື່ອໄປປະກວດຕໍ່ທີ່ ເມດີສັນ ສະແຄ ກາເດັ່ນ. ແລະ ງານໃນປີນີ້ມີໝາເຂົ້າຮ່ວມເກືອບ 2.800 ໂຕ ມາຈາກ 49 ລັດ ແລະ ອີກ 16 ປະເທດ.

Read More »

ງາມຫຼາຍ! ສາວລາວຄົນທີສອງໃນ “Take me out Thailand”

ຊະນີIndy ມາແລ້ວໆໆໆ ມື້ນີ້ຈະມາຊອ໋ກແຊກມາເວົ້າມາຝອຍເລື່ອງໃນວົງການບັນເທິງບ້ານເຮົາ ໃນວັນທີ 14 ກຸມພາ 2017 ທີ່ຜ່ານມາໄດ້ເກີດກະແສທີ່ບັນດາ ສາວລາວ-ບ່າວລາວ ໄປອອກລາຍການດັງເຖິງປະເທດເພື່ອນບ້ານລາຍການນັ້ນກໍຄື “ເລື່ອງເລົ່າເຊົ້ານີ້” ເຊິ່ງບ່າວລາວ-ສາວລາວ ທີ່ວ່ານີ້ພວກເຂົາກໍໄປໃນນາມລາຍການເລືອກຄູ່ຊື່ດັງ “Take me out Thailand” ນັ້ນເອງ ແລະ ມື້ນີ້ ຊະນີIndy ຈະບໍ່ຝອຍຍາວເດີ້ເພາະຈະນຳເອົາຮູບພາບງາມໆຂອງສາວລາວອີກໜຶ່ງທ່ານທີ່ສາມາດໄປຮ່ວມເລືອກຄູ່ໃນລາຍການດັ່ງກ່າວນັ້ນກໍຄື Noony Koumphonphakdee ເຊິ່ງທາງທີມງານເຮົາເອງກໍໄດ້ໄປຄົ້ນຫານາງແລ້ວກໍພົບວ່າສາວຄົນນີ້ມີດີກຼີເປັນເຖິງນາງແບບ ຜົນງານຂອງເພິ່ນກໍແມ່ນຖ່າຍແບບປະຕິທິນຕ່າງໆ ແຖມຈະເບິ່ງນາງມຸມໃດກໍງາມຫຼາຍ ແລະ ເຮົາກໍບໍ່ໄດ້ໄປເບິ່ງລ້າໆໃດ ແຕ່ຍັງໄດ້ນຳເອົາຮູບພາບງາມໆຂອງສາວ ນູ່ນີ່ ມາຝາກນຳ ຈະມີຄວາມງາມຢາດຍ້ອຍພຽງໃດມາເບິ່ງໃຫ້ເຫັນຢ່າງຈະແຈ້ງກັນເລີຍ! #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ   ຂໍຂອບໃຈຮູບພາບງາມໆຈາກ: Noony Koumphonphakdee

Read More »

ຄຳພູວົງ ແຈກຄຳຫຼາຍລາງວັນ!

ໃນວັນທີ 14 ກຸມພາ 2017 ຜ່ານມາ ທີ່ຕະຫຼາດເຊົ້າມໍຊັ້ນ 1 ໄດ້ມີພິທີຖະແຫຼງຂ່າວເປີດ “ໂຄງການ ຄຳພູວົງ ລຸ້ນໂຊກຕະຫຼອດປີ 2017” ໃຫ້ກຽດເປີດພິທີໂດຍ ທ່ານ ພູວົງ ພະມີສິດ ແລະ ແຂກທີ່ມີກຽດ ພ້ອມກັບສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ພາຍໃນງານນອກຈາກການຖະແຫຼງຂ່າວແລ້ວຍັງມີການຮ້ອງເພງຈາກສີລະປິນ ນວນ ນໍ້າເຕົ້າ ແລະ ການເຕັ້ນໂຊເພື່ອເປີດງານໃນເທື່ອນີ້ອີກດ້ວຍ. ເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ທີ່ສະເຫຼີມສະຫຼອງ ຮ້ານຄໍາພູວົງ ຄົບຮອບ 33 ປີ, ບວກກັບຄວາມສໍາເລັດທີ່ຜ່ານມາ ຮ້ານ ຄໍາພູວົງ ຈຶ່ງໄດ້ສືບຕໍ່ຈັດກິດຈະກໍາ ຄໍາພູວົງລຸ້ນໂຊກປີ 2 ຂຶ້ນ ກັບກິດຈະກໍາທີ່ມີຊື່ວ່າ: “ຄໍາພູວົງ ລຸ້ນໂຊກຕະຫຼອດປີ 2017” ແລະ ຍັງເປັນປີທີ 34 ຂອງຮ້ານ ລາງວັນໃຫຍ່ປະຈໍາປີນີ້ ແມ່ນຊຸດຄໍາອອກງານຍິງ-ຊາຍ ນໍ້າໜັກ 34 ບາດ …

Read More »