Breaking News

News

ການຖືກແບ່ງແຍກຂອງເພດທີສາມຢູ່ໃນສັງຄົມລາວ (ມີຄຣິບ)

  ຄຣິບສະທ້ອນໃຫ້ເຫັນເຖິງການຖືກແບ່ງແຍກຂອງເພດທີສາມ ຢູ່ໃນສັງຄົມລາວປັດຈຸບັນ ແລະ ພວກເຂົາເຫຼົ່ານັ້ນຖືກຍອມຮັບຢ່າງແທ້ຈິງແລ້ວ ຫຼື ບໍ່?  

Read More »

ຊົມເຊີຍ! ສາວລາວມີນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພເຫດໄຟໄໝ້ທີ່ ເມືອງຮຸນ!

ຄົນລາວຄົນມີນໍ້າໃຈ ບໍ່ວ່າຍາມຕົກທຸກໄດ້ຍາກ ຫຼື ຈະລຳບາກພຽງໃດເຮົາກໍຍັງບໍ່ຖິ້ມກັນ, ໃນສັງຄົມໂຊຊ່ຽວທີ່ຜ່ານມາມີສາວງາມຈາກ ແຂວງ ອຸດົມໄຊ ໄດ້ໂພສຮູບພາບໃນວັນທີ 14 ກຸມພາ 2017 ທີ່ຜ່ານມາພ້ອມຂຽນຄຳອະທິບາຍເທິງຮູບທີ່ວ່າ: “ມາບໍລິຈາກເຄື່ອງໄຫ້ກັບຄອບຄົວທີ່ຖືກໄຟໄໝ້ ຢູ່ເມືອງຮຸນ ຂໍເຊີນຊວນພໍ່ແມ່ອ້າຍເອື້ອຍນ້ອງ ແລະ ໝູ່ເພືອນທຸກຄົນຜູ້ມີໃຈສັດທາຊ່ວຍເຫລືອທາງຄອບຄົວຜູ້ຖືອັກຄີໄພໄຟໄໝ້ ທີ່ບ້ານ ດອນຄຳ, ເມືອງຮຸນ, ເເຂວງອຸດົມໄຊ. ຈຳນວນ 26 ຄອບຄົວ ແມ່ນໄດ້ຮັບຜົນກະທົບຢ່າງໜັກ ດັ່ງນັ້ນຈຶງຂໍເຊີນຊວນພໍ່ແມ່ປະຊາຊົນ ແລະ ໝູ່ຄູ່ທັງຫຼາຍຊ່ວຍກັນຄົນລະເລັກລະໜ້ອຍບໍ່ວ່າຈະເປັນເຂົ້າສານອາຫານແຫ້ງ ຫຼື ເຄືອງນຸ່ງທີ່ບໍ່ໃຊ້ແລ້ວກໍໄດ້ ເພື່ອມາຊ່ວຍເຫຼືອປະຊາຊົນບ້ານດອນຄຳແນ່ເດີ້ #ວັນແຫ່ງຄວາມຮັກຂອງຂ້ອຍ“ ພຽງແຕ່ໂພສໄປເທົ່ານັ້ນ ເຮັດໃຫ້ມີຄົນໄປຊົມເຊີຍ ກົດໄລ້-ກົດແຊຣ ກັນເປັນຈຳນວນຫຼວງຫຼາຍ, ເຊິ່ງສາວງາມຜູ້ມີນໍ້າໃຈທ່ານນີ້ ທາງທີມງານເຮົາໄປສືບຫາຂໍ້ມູນມາແລ້ວນາງມີຊື່ວ່າ ວິລະຍາ ຫຼື ອາຕົງ ອາຍຸ 23 ປີ ກຳລັງເປັນນັກສຶກສາປະລິນຍາຕີຢູ່ທີ່ ສປຈີນ ແລະ ຍັງເປັນເຈົ້າຂອງແບຼນຂົນຕາປອມຟຣຸ້ງຟຣີ້ງຂົນຕາທີ່ໄດ້ຮັບຄວາມນິຍົມໃນເວລານີ້ ແຖມສາວລາວທ່ານນີ້ຍັງມີແຟນໆຕິດຕາມຢ່າງຫຼວງຫຼາຍ. #ແຊຣໄປໃຫ້ໂລກຮູ້ວ່າຄົນລາວເປັນຄົນມີນໍ້າໃຈບໍ່ເຄີຍຖິ້ມກັນ ທີມງານຂອງເຮົາຍັງສອບຖາມຂ່າວຕື່ມກ່ຽວກັບປະຊາຊົນທີ່ປະສົບໄພເຫດໄຟໃໝ້  ສາວຈາກແຂວງ ອຸດົມໄຊ ທ່ານນີ້ຍັງໃຫ້ຂໍ້ມູນວ່າ: …

Read More »

ງານຖະແຫຼງຂ່າວງານວາງສະແດງສິນຄ້າໝຶ່ງຜະລິດຕະພັນແຫ່ງຊາດ ທົ່ວປະເທດຄັ້ງທີ 1

  ໃນວັນທີ 14 ກຸມພາ 2017 ທີ່ຜ່ານມາ ທີ່ສະມາຄົມນັກຂ່າວແແຫ່ງ ສປປ ລາວ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວ ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດທົ່ວປະເທດຄັ້ງທີ I. ເຂົ້າຮ່ວມໂດຍທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົນນັກຂ່າວແຫ່ງ ສປປ ລາວ, ແຂກທີມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ງານດັ່ງກ່າວ ຈະຈັດຂຶ້ນໃນວັນທີ 22-26 ກຸມພາ 2017 ນີ້ ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ). ເພື່ອຈັດຕັ້ງສົ່ງເສີມຜັນຂະຫຍາຍແນວທາງນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ຄະນະຮັບຜິດຊອບໄດ້ມີນະໂຍບາຍໃຫ້ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານດັ່ງນີ້: ທຸລະກິດທີ່ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ ຈະໄດ້ຮັບນະໂຍບາຍ ຫ້ອງວາງສະແດງສິນຄ້າ ຈໍານວນ 1 ຫ້ອງ ຕໍ່ 1 ບໍລິສັດ ໂດຍບໍ່ເສຍຄ່າ, ປະເພດອາຫານພື້ນເມືອງລາວ …

Read More »

ສື່ມວນຊົນ ສໍາເລັດເຄື່ອນໄຫວມອບເຄື່ອງໃຫ້ຜູ້ດ້ອຍໂອກາດ

ໃນໂອກາດເດີນທາງ ໄປເກັບກໍາຂໍ້ມູນຂ່າວສານ ຢູ່ 4 ແຂວງພາກໃຕ້, ສື່ມວນຊົນ ຈາກຂ່າວສານປະເທດລາວ ກໍໄດ້ ມອບເຄື່ອງໃຫ້ປະຊາຊົນຜູ້ທຸກຍາກ ຢູ່ບ້ານຫຼັກ 52, ບ້ານຂຸມຄໍາ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ສືບຕໍ່ເດີນທາງໄປມອບ ອຸປະກອນການສຶກສາ ໃຫ້ນ້ອງນັກຮຽນຜູ້ດ້ອຍໂອກາດ ຢູ່ໂຮງຮຽນປະຖົມສົມບູນບ້ານແບງ ເມືອງລະມາມ ແຂວງເຊກອງ ເຊິ່ງເຄື່ອງທີ່ນໍາມອບຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນ ຈາກບໍລິສັດ, ຫ້າງຮ້ານ, ບຸກຄົນ ແລະ ອື່ນໆລວມມູນຄ່າ 10 ລ້ານກວ່າກີບ.

Read More »

ເອເອັຟຊີ ປະກາດລົງໂທດນັກເຕະບານລາວ ຈາກກໍລະນີລົ້ມບານ ຫ້າມແຂ່ງຕະຫຼອດຊີວິດ!

ສະຫະພັນເຕະບານອາຊຽນ ຫຼື (AFC)  ປະກາດລົງໂທດນັກເຕະບານຂອງລາວ ກໍລະນີລົ້ມບານ ໃນວັນທີ 15 ກຸມພາ 2017 ທີ່ກົວລາລໍາເປີ ປະເທດ ມາເລຍເຊຍ ຄະນະກໍາມະການສະຫະພັນເຕະບານອາຊຽນ AFC ໄດ້ແຈ້ງການລົງໂທດ ຫ້າມແຂ່ງຂັນຕະຫຼອດຊີວິດ ນັກເຕະບານ ແລະ ຄູເຝິກສອນຂອງ ສປປ ລາວ ແລະ ກໍາປູເຈຍ ຈໍານວນ 22 ຄົນ ໃນຂໍ້ຫາ ເຮັດຜິດການແຂ່ງຂັນ ຊຶ່ງນັກເຕະລາວຈາກສະໂມສອນ Lao Toyota FC ປະກອບດ້ວຍ: ທ້າວ ວັດທະນາ ແກ້ວດວງເດດ, ທ້າວ ໂອດຽນ ສີຫາລາດ, ທ້າວ ສິດທິເດດ ກັນທະວົງ, ທ້າວ ອະນຸໄຊ ນ້ອຍວົງ, ທ້າວ ເທນທອງ ພົນເສດຖາ, ທ້າວ ປະເສີດສັກ ສິລິຍະວົງ, …

Read More »