Breaking News

News

ງາມໆເລີດໆໆໆ…ກັບສອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ແລະ ວັນໃໝ່!!!

ມາເບິ່ງ!!! ຄວາມງາມຂອງສາວປະເພດສອງຂອງບ້ານເຮົາ ຫຼິງຫຼິງ ປິຍະດາ ແລະ ວັນໃໝ່ ທຳມະວົງ ທີ່ບອກເລີຍວ່າ ມີຄວາມເລີດ ຄວາມງາມຢ່າງແຮງ ແມ່ຍິງແທ້ຍັງອາຍໃນຄວາມງາມຂອງສອງສາວນີ້ພຸ້ນລະ, ແລະນອກຈາກຄວາມງາມແລ້ວພວກເຂົາຍັງມີຄວາມສາມາດຈົນສ້າງຊື່ສຽງໃຫ້ປະເທດມາແລ້ວ, ເອົາລະ!!! ບໍ່ເວົ້າໃຫ້ຍືດຍາວມາເບິ່ງຄວາມງາມຂອງ ຫຼິງຫຼິງ ແລະ ວັນໃໝ່ກັນເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງາມຂອງສາວປະເພດສອງຂອງລາວເຮົາ ຫຼິງຫຼິງ ປິຍະດາ 2. ວັນໃໝ່ ມົນຈຳປາ ທຳມະວົງ ເພື່ອນໆເດ..ຄິດເຫັນກົງກັນກັບ ຊະນີIndy ແດ່ບໍ່? ທີ່ວ່າ ຫຼິງຫຼິງ ແລະ ວັນໃໝ່ ງາມເລີດໆໆໆໆໆແຮງ…ຢ່າລືມຄອມເມັ້ນບອກກັນແດ່ເດີ້!!! ຂໍຂອບໃຈຮູບພາບຈາກ: Wanmai Thammavong , lingpiyadar

Read More »

ແອບສ່ອງ! Life Style ຂອງ ນິ່ງແນ່ງ ຈັນດາລີ

ສະບາຍດີແຟນໆ…ຊ່ວງນີ້ອາກາດຮ້ອນອົບເອົ້າເຖິງ 40 ອົງສາກັນເລີຍ ເວົ້າແທ້…ຊະນີIndy ຈົນບໍ່ຢາກໄປໃສພຸ້ນລະ ແຕ່ກໍຍ້ອນມີພາລະອັນໃຫ່ຍຫຼວງກໍເລີຍຕ້ອງໄດ້ສູ້ເພື່ອແຟນໆ ເພື່ອໄປຊອກເຈາະຈິ້ມຄວາມຄືບໜ້າຂອງວົງການບັນເທິງມາຝາກ… ແລະມື້ນີ້ ຊະນີIndy ແລະທີມງານ ຂວັນໃຈ ກໍໄດ້ໄປສ່ອງ Life Style ຂອງສາວໜ້າຫວານ ຈັນດາລີ ສິດພາໄຊ (ນິ່ງແນ່ງ) ເພາະສາວຄົນນີ້ບອກເລີຍວ່າບໍ່ທຳມະດາເປັນເຖິງທ່ານໝໍຄົນເກັ່ງ ແລະຍັງເປັນຄົນທີ່ມີຊື່ສຽງເປັນ Net Idol  ລຸ້ນທຳອິດ ແລະກໍມີຜົນງານໃນວົງການບັນເທິງບ້ານເຮົາຢ່າງຫຼວງຫຼາຍ ແລະນອກຈາກນັ້ນສາວຄົນນີ້ກໍຍັງມີ Life Style  ມັກທ່ອງທ່ຽວໄປປະເທດນັ້ນປະເທດນີ້ ເຫັນງາມໆໜ້າຮັກແບບນີ້ບອກເລີຍວ່າສາວ ນິ່ງແນ່ງ ກໍເປັນຂາລຸຍ, ຫຼ້າສຸດສາວຄົນນີ້ກໍເດີນທາງໄປທ່ອງທ່ຽວທີ່ ເມົາດີບ (Maldives) ທີມງານເຮົາເອງກໍບໍ່ພາດທີ່ຈະນຳຮູບພາບໜ້າຮັກຂອງ ນິ່ງແນ່ງ ມາຝາກຈະໜ້າຮັກພຽງໃດນັ້ນ ມາຕິດຕາມກັນເລີຍ!!! #ຢ່າລືມກົດໄລ້ກົດແຊຣໄປໃຫ້ໂລກຮູ້ ?? #worldsurprisetravel #kanuhuramaldives #เพื่อนเดินทาง #kanuhuramaldives#bangkokairways A post shared by Chandaly Sitpraxay …

Read More »

ສ່ອງ! ແຟຊັ່ນພົມແດງໃນງານ “Met Gala 2017” ຂອງຄົນບັນເທິງຝັ່ງ Hollywood ງານນີ້ໃຜເກີດໃຜດັບມາເບິ່ງ!!!

ຜ່ານໄປແລ້ວຢ່າງສົມສັກສີກັບງານໃຫ່ຍ “Met Gala 2017” ງານທີ່ຄົນດັງແຫ່ງວົງການບັນເທິງ  Hollywood ຈະຕ້ອງອອກມາຢ່າງພົມແດງ ປະຊັນແຟຊັນສຸດບັນເຈີດ ປະຊັນຄວາມງາມ ຄວາມເລີດ ທັງເສື້ອຜ້າໜ້າຜົມບອກເລີຍວ່າ ຈັດເຕັມ!!! ພາຍໃນງານ  ໄຮໄລ້ ຂອງທຸກໆປິກໍຄົງຈະໜີບໍ່ພົ້ນການຢ່າງໂຊໂຕຂອງເຫຼົ່າ Superstar ທີ່ມີທັງດາລາ ນັກຮ້ອງ ນາງແບບ ນາຍແບບ ທົ່ວວົງການບັນເທິງ Hollywood ມາໂຊໂຕໃນຊຸດງາມໆໃຫ້ແກ່ຜູ້ຊົມທີ່ລໍຄອຍເບິ່ງກັນທົ່ວໂລກ, ແລະໃນມື້ນີ້ ຂວັນໃຈ ເຮົາກໍບໍ່ເຄີຍລໍຖ້າທີ່ຈະນຳເອົາຮູບພາບຂອງເຫຼົ່າສາວໆຄົນດັງມາຝາກ ລອງມາເບິ່ງວ່າ Fashion ຂອງໃຜຈະເລີດກວ່າໃຜ ງານນີ້ໃຜເກີດໃຜດັບມາເບິ່ງດ່ວນນນ!!! Rihanna 2. Kendall jenner 3. Selena gomez 4. Gigi hadid 5. Katy perry 6. Kim kardashian 7. Bella hadid 8. …

Read More »

ຮູ້ແລ້ວບອກຕໍ່! ພຽງ 6 ຂັ້ນຕອນກໍງາມໄດ້…!

ຜະລິດຕະພັນບຳລຸງຜິວ ຄຸນນະພາບລະດັບນາງຟ້າ ລາຄາຄົນເດີນດິນ ໂດຍ: ແອຣ໌ໂອສເຕສ ຮັບປະກັນດ້ວຍປະສົບການກ່ວາ 6ປີ ໃນການເປັນຜູ້ນຳ ເທຣນຜະລິດຕະພັນ ສກິນແຄຣ໌ ທີ່ຂາຍດີທີ່ສຸດໃນໂລກໂຊເຊລມີເດຍ ເປັນທີ່ນິຍົມໃນກຸ່ມເຊເລບຣິຕີ້, ດາຣາ, ແອໂຮສເຕສ, ລວມທັງBeauty blogger ອັນດັບຫນຶ່ງຂອງປະເທດໄທ. ໃນມື້ນີ້ພວກເຮົາໄດ້ມາຮູ້ຈັກ Suiren (ຊຸຍເຣນ), ໃຫ້ຫຼາຍຂື້ນກວ່າເກົ່າ. Suiren (ຊຸຍເຣນ),ສ້າງຕັ້ງຂຶ້ນໂດຍ ທ່ານນາງລູກບົວ (ພະນັກງານຕ້ອນຮັບເທິງເຄື່ອງບິນ) ຂອງສາຍການບິນຊັ້ນນໍາ ທີ່ມີປະສົບການການບິນຫຼາຍກ່ວາ 10ປີ ບິນໄປຫຼາຍກ່ວາ 10ປະເທດທົ່ວໂລກ ທ່ານນາງລູກບົວ ເຊິ່ງເຄີຍຢູ່ໃນຕໍາແໜ່ງຫົວໜ້າພະນັກງານຕ້ອນຮັບເທິງເຄື່ອງບິນ (Inflight Manager) ເນື່ອງຈາກວ່າຫນ້າທີ່ວຽກເຮັດງານທໍາຂອງ ທ່ານນາງລູກບົວ ໄດ້ມີໂອກາດໄດ້ເດີນທາງໄປທົ່ວທຸກມຸມໂລກ ລາວຈຶ່ງມີໂອກາດໃນການເລືອກຊື້, ເລືອກໃຊ້ສິນຄ້າ ແລະ ຜະລິດຕະພັນຕ່າງໆ ຈາກທົ່ວທຸກມຸມໂລກ ແລະ ໃນທີ່ສຸດລາວກໍ່ຄົ້ນພົບ ຜະລິດຕະພັນທີ່ເໝາະກັບຜິວພັນຂອງຄົນອາຊີທີ່ສຸດຢູ່ທີ່ປະເທດຍີ່ປຸ່ນນັ້ນເອງ ລາວຈຶ່ງຕັດສິນໃຈສ້າງເບຣນ Suiren (ຊຸຍເຣນ). (suiren) ແບຣນຜະລິດຕະພັນຂອງຄົນໄທ …

Read More »

ບໍ່ມີການຍືດເວລາອີກແລ້ວ! ສຳລັບບໍລິສັດຢາສູບ

ໃນປັດຈຸບັນມີຫຼາຍກວ່າ 100 ປະເທດໃນຂອບເຂດທົ່ວໂລກ ລວມທັງ 10 ປະເທດຂອງສະມາຊິກອາຊຽນ ໄດ້ອອກ ແລະ ບັງຄັບໃຊ້ກົດໝາຍວ່າດ້ວຍການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ໃສ່ວັດຖຸທີ່ຫຸ້ມຫໍ່ຜະລິດຕະພັນຢາສູບທີ່ ຜະລິດ ແລະ ຈຳໜ່າຍພາຍໃນປະເທດ. ອີງຕາມບົດລາຍງານການຄົ້ນຄວ້າຂອງ ITC (International Tabacco Control Policy Evaluation Project) ໃຫ້ຮູ້ວ່າ: ຄຳເຕືອນສຸຂະພາບທີ່ເປັນຮູບຂະໜາດໃຫຍ່ທີ່ພິມໃສ່ຊອງຢາສູບ ເປັນສື່ທີ່ມີປະສິດທິພາບສູງໃນການເພີ່ມຄວາມຮູ້ດ້ານສຸຂະພາບໃນກຸ່ມຜູ້ສູບຢາ (ຖ້າສູບຢາໜຶ່ງຊອງຕໍ່ມື້ ຜູ້ສູບຢາຈະເຫັນຂ່າວສານດັ່ງກ່າວຮອດ 7.000 ເທື່ອຕໍ່ປີ). ສະຫຼາກທີ່ມີຄຳເຕືອນທີ່ເປັນຮູບພາບ ຍັງເປັນເຄື່ອງມືທີ່ມີປະສິດທິພາບ ແລະ ປະຢັດ ສຳລັບການໃຫ້ຄວາມຮູ້ແກ່ຜູ້ສູບຢາ ແລະ ບໍ່ສູບຢາ ທີ່ຢູ່ອ້ອມຂ້າງກ່ຽວກັບຄວາມສ່ຽງດ້ານສຸຂະພາບ ຈາກການສູບຢາ ໂດຍສະເພາະປະເທດທີ່ມີແຫຼ່ງລາຍຮັບບໍ່ສູງ. ໂດຍເຫດຜົນດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະກະຊວງສາທາລະນະສຸກ ຮ່ວມກັບຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບຈຶ່ງໄດ້ອອກຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃນເດືອນ ພຶດສະພາ 2016 ໂດຍລະບຸວ່າ “ຄຳເຕືອນສຸຂະພາບເປັນຮູບພິມໃສ່ຊອງ ແລະ …

Read More »