ກາຍເປັນຂ່າວດັງ ກັນທັງໂຊຊ່ຽວ ເມື່ອເມຍຕັດສິນໃຈເຊື່ອງເງິນຜົວແບບນີ້… ແມ່ບ້ານຄົນໜຶ່ງໃນ ປະເທດ ໂຄລໍາເບຍ ຕັດສິນໃຈກືນກິນເງິນ ໃບ 100 ໂດລາ ເພື່ອບໍ່ໃຫ້ສາມີນໍາໄປຈ່າຍ ລວມທັງໝົດ 7.000 ໂດລາ ໂດຍແພດສາມາດ ນໍາເອົາມາໄດ້ພຽງ 57 ໃບ ເປັນມູນຄ່າ 5.700 ໂດລາ ສ່ວນທີ່ເຫຼືອນັ້ນ ບໍ່ສາມາດນໍາອອກມາໄດ້ ເນື່ອງຈາກວ່າ ມັນໄດ້ຜ່ານເຂົ້າໄປໃນລໍາໄສ້ໃຫຍ່ແລ້ວ. . ເລື່ອງມີຢູ່ວ່າ: ລາວໄດ້ນໍາເອົາເຄື່ອງໃຊ້ໄຟຟ້າໃນເຮືອນໄປຂາຍ ແລ້ວນໍາເງິນມາ ແລະ ຄິດວ່າຈະນໍາກ້ອນນີ້ພາສາມີໄປທ່ຽວໃນມື້ພັກຜ່ອນ ແຕ່ແລ້ວຜົວເມຍເລີຍຜິດຖຽງກັນເສຍກ່ອນ ຝ່າຍຍິງເລີຍກືນກິນເງິນເພືອເຮັດໃສ່ຜົວ ຜົນສຸດທ້າຍຄື ຕ້ອງນໍາສູ່ໂຮງໝໍ ເພື່ອຜ່າຕັດນໍາເອົາເງິນດັ່ງກ່າວອອກມາ .
Read More »News
ກ້ອຍ ລັດສະວິນ ນັກສະແດງຊື່ດັງຈາກປະເທດເພື່ອນບ້ານໄດ້ມາປະເທດລາວ ແຖມໂພສເວົ້າເຖິງຄົນລາວເຮົາແບບນີ້…
ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ, ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!! #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ วันนี้เค้ามีบอดี้การ์ดประจำตัวด้วยนะ! ดูซะก่อนว่าการ์ดเค้าสวยหล่อแค่ไหน ขอบใจหลายๆเด้ออ #ฮัก #สะบายดีเวียงจันทน์ #ในส่วนของงานวันนี้ #ขอบคุณพี่น้องชาวลาวมากๆนะคะ #คนลาวน่าฮักขนาด ???? A post shared by rachwinwong (@rachwinwong) on Apr 29, 2017 at 9:17am PDT ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ …
Read More »ສຸດຍອດ! DJ ໜູນາ ສາວລາວໜຶ່ງດຽວທີ່ໄດ້ຂຶ້ນໂຊຄວາມສາມາດ ຮ່ວມເວທີດຽວກັບດີເຈລະດັບໂລກ!!!
ມື້ນີ້ ຂວັນໃຈ ຈະພາມາເຮັດຄວາມຮູ້ຈັກກັບ DJ ສາວລາວຄົນງາມ ແລະຫຼາກຫຼາຍຄວາມສາມາດ ເຊິ່ງ DJ ສາວຄົນນີ້ມີຊື່ວ່າ ສຸກພາລັກ ວົງສອນສະໝຸດ ( ໜູນາ) ອາຍຸ 23 ປີ ຫຼືທີ່ຮູ້ກັນໃນວົງການ DJ ສາຍຕືດໆໆໆ…ບ້ານເຮົາກໍຄື DJ ໜູນາ ນັ້ນເອງ, ເຊິ່ງ ຊະນີIndy ເຊື່ອເລີຍວ່າແຟນໆທຸກຄົນຄົງຈະຄຸ້ນໜ້າຕຸ້ນຕາກັນດີ ເພາະດີເຈສາວຄົນນີ້ທົວມາແລ້ວທຸກແຂວງ ທຸກພາກ ທົ່ວປະເທດລາວ ແລະຫຼາຍໆເວທີລະດັບເທດກໍຈະເຫັນນາງໄປໂຊຝີມືມາໝົດແລ້ວທົ່ວປະເທດ ແລະຍັງໆຍັງບໍ່ໝົດເດີ້ ເພາະສາວ ໜູນາ ຄົນນີ້ຍັງມີໂອກາດໄດ້ໄປໂຊຝີມືໃນສະຖານບັນເທິງດັງໆຂອງຕ່າງປະເທດມາແລ້ວໆໆໆ (ໂອ້ໆໆໆ ບໍ່ທຳມະດາ) ເຊິ່ງປະເທດທີ່ ໜູນາ ໄດ້ໄປໂຊນັ້ນກໍມີທັງ Singapore, Thailand, China, Myanmar, Malaysia, Cambodia ແລະ Macau ,ຫຼ້າສຸດ ໃນເທສະການປີໃໝ່ລາວ ທີ່ຜ່ານມາ DJ …
Read More »ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື
ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງໃສ່ໂສ້ງຢິນ ເປັນຕົ້ນ.
Read More »ໝູ່ບ້ານ ໃນອິນເດຍ ຫ້າມແມ່ຍິງໃຊ້ໂທລະສັບມືຖື
ສະພາຜູ້ອາວຸໂສ ແຫ່ງໝູ່ບ້ານ ມາໂດລາ ໂດຍສ່ວນໃຫຍ່ເປັນຊາວ ມຸສະລິມ ຢູ່ທາງພາກເໜືອຂອງ ອິນເດຍ ໄດ້ມີຄໍາສັ່ງ ໃຫ້ ແມ່ຍິງທີ່ໃຊ້ໂທລະສັບ ມືຖືນອກເຮືອນ ຈະຕ້ອງຖືກປັບໃໝ ດ້ວຍມູນຄ່າເງິນ 21.000 ພັນ ຣູປີ. ໂດຍສະພາໃນໝູ່ບ້ານດັ່ງກ່າວເຊື່ອວ່າ: ໂທລະສັບມືຖື ຊ່ວຍໃຫ້ແມ່ຍິງທີ່ຍັງໂສດ ໂຕນໜີໄປນໍາຜູ້ຊາຍ ຂໍ້ຫ້າມດັ່ງກ່າວ ຈຶ່ງຊ່ວຍຈໍາກັດການຕິດຕໍ່ສໍາພັນຫວ່າງ ຍິງ ແລະ ຊາຍໄດ້. ສ່ວນເຈົ້າໜ້າທີ່ຕໍາຫຼວດທ້ອງຖິ່ນ ໄດ້ເວົ້າວ່າ: ໄດ້ຮັບລາຍງານເລື່ອງທີ່ສະພາໃນໝູ່ບ້ານດັ່ງກ່າວ ຫ້າມແມ່ຍິງໃຊ້ໂທລະສັບມືຖືແທ້. ເຖິງແມ່ນສະພາໃນໝູ່ບ້ານດັ່ງກ່າວ ຈະເປັນອົງກອນນອກກົດໝາຍ ແຕ່ກໍມີອິດທິພົນໃນສັງຄົມຊົນນະບົດຂອງ ອິນເດຍ ໂດຍມັກອອກ ຂໍ້ຫ້າມເພື່ອຮັກສາວິຖີຊີວິດແບບເກົ່າໆ ແລະ ຕໍ່ຕ້ານຄວາມທັນສະໄໝ ເຊັ່ນ: ຫ້າມແມ່ຍິງນຸ່ງໂສ້ງຢິນ ເປັນຕົ້ນ.
Read More »